ຄຳທຳນາຍຂອງນີໄຟ, ລູກຊາຍຂອງຮີລາມັນ—ພຣະເຈົ້ານາບຂູ່ຜູ້ຄົນຂອງນີໄຟວ່າ ພຣະອົງຈະສະເດັດມາຢ້ຽມຢາມພວກເຂົາດ້ວຍພຣະພິໂລດຂອງພຣະອົງ, ແລະ ຈະທຳລາຍພວກເຂົາໃຫ້ພິນາດໄປ ຖ້າຫາກພວກເຂົາບໍ່ກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ. ພຣະເຈົ້າລົງໂທດຜູ້ຄົນຂອງນີໄຟດ້ວຍພະຍາດໂລຄາ; ພວກເຂົາກັບໃຈ ແລະ ຫັນມາຫາພຣະອົງ. ຊາມູເອນ, ຄົນເລມັນ, ທຳນາຍແກ່ຊາວນີໄຟ.
ມີຢູ່ໃນບົດທີ 7 ຈົນເຖິງບົດທີ 16.
ບົດທີ 7
ນີໄຟຖືກປະຕິເສດຢູ່ທາງເໜືອ ແລະ ໄດ້ກັບຄືນມາເຊຣາເຮັມລາ—ເພິ່ນອະທິຖານຢູ່ເທິງຫໍສູງຢູ່ໃນສວນຂອງເພິ່ນ ແລະ ເອີ້ນໃຫ້ຜູ້ຄົນກັບໃຈ ຖ້າບໍ່ດັ່ງນັ້ນພວກເຂົາຈະຕາຍ. ປະມານ 23–21 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ, ບັດນີ້ເຫດການໄດ້ບັງເກີດຂຶ້ນໃນປີທີຫົກສິບເກົ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລ ຜູ້ຄົນຂອງນີໄຟ, ຄືນີໄຟລູກຊາຍຂອງຮີລາມັນໄດ້ ກັບມາຈາກແຜ່ນດິນທາງເໜືອ ມາຫາແຜ່ນດິນເຊຣາເຮັມລາ.
2 ເພາະວ່າເພິ່ນໄດ້ອອກໄປຫາບັນດາຜູ້ຄົນ ຊຶ່ງຢູ່ໃນແຜ່ນດິນທາງເໜືອ, ແລະ ໄດ້ສັ່ງສອນພຣະຄຳຂອງພຣະເຈົ້າໃຫ້ແກ່ພວກເຂົາ, ແລະ ໄດ້ທຳນາຍຫລາຍເລື່ອງຕໍ່ພວກເຂົາ;
3 ແລະ ພວກເຂົາໄດ້ປະຕິເສດຄຳເວົ້າທັງໝົດຂອງເພິ່ນ, ເຖິງຂະໜາດທີ່ເພິ່ນຢູ່ໃນບັນດາພວກເຂົາບໍ່ໄດ້, ແຕ່ໄດ້ກັບຄືນມາຫາແຜ່ນດິນອັນເປັນບ້ານເກີດເມືອງນອນຂອງເພິ່ນ.
4 ແລະ ໂດຍທີ່ເຫັນວ່າຜູ້ຄົນຕົກຢູ່ໃນສະພາບແຫ່ງຄວາມຊົ່ວຮ້າຍອັນເປັນຕາຢ້ານ, ແລະ ພວກໂຈນແກດີອານທັນເຫລົ່ານັ້ນໄດ້ຂຶ້ນຄອງບັນລັງຕັດສິນ—ຍາດແຍ່ງເອົາອຳນາດ ແລະ ສິດອຳນາດຂອງແຜ່ນດິນໄປ; ເມີນເສີຍຕໍ່ພຣະບັນຍັດຂອງພຣະເຈົ້າ, ແລະ ກະທຳສິ່ງທີ່ບໍ່ຖືກຕ້ອງຕໍ່ພຣະພັກຂອງພຣະອົງ; ແລະ ບໍ່ໃຫ້ຄວາມຍຸດຕິທຳແກ່ລູກຫລານມະນຸດ;
5 ກ່າວໂຈມຕີຄົນຊອບທຳ ເພາະຄວາມຊອບທຳຂອງພວກເຂົາ; ປ່ອຍຄົນຜິດ ແລະ ຄົນຊົ່ວໄປໂດຍບໍ່ລົງໂທດເພາະເງິນຂອງພວກເຂົາ; ແລະ ຍິ່ງໄປກວ່ານັ້ນ ຍັງໄດ້ຢູ່ໃນຕຳແໜ່ງຫົວໜ້າຝ່າຍຜູ້ປົກຄອງເພື່ອປົກຄອງ ແລະ ເຮັດຕາມຄວາມປະສົງຂອງຕົນ, ເພື່ອພວກເຂົາຈະໄດ້ຫາຜົນປະໂຫຍດ ແລະ ການຍ້ອງຍໍສັນລະເສີນທາງ ໂລກ ແລະ ຍິ່ງໄປກວ່ານັ້ນ, ເພື່ອພວກເຂົາຈະໄດ້ຫລິ້ນຊູ້, ແລະ ລັກສິ່ງຂອງ, ແລະ ເຮັດການຄາດຕະກຳ, ແລະ ເຮັດຕາມຄວາມປະສົງຂອງພວກເຂົາໄດ້ຢ່າງສະບາຍ—
6 ບັດນີ້ຄວາມຊົ່ວຮ້າຍອັນໃຫຍ່ຫລວງນີ້ໄດ້ມາສູ່ຊາວນີໄຟໃນເວລາບໍ່ເທົ່າໃດປີ; ແລະ ເວລານີໄຟໄດ້ເຫັນສິ່ງເຫລົ່ານີ້, ໃຈຂອງເພິ່ນກໍບວມຊ້ຳດ້ວຍຄວາມເສົ້າສະຫລົດຢູ່ພາຍໃນຫົວອົກຂອງເພິ່ນ; ແລະ ເພິ່ນໄດ້ຮ້ອງຂຶ້ນດ້ວຍຄວາມເຈັບປວດຂອງຈິດວິນຍານຂອງເພິ່ນວ່າ:
7 ໂອ້, ຖ້າຫາກຂ້ານ້ອຍໄດ້ຢູ່ໃນວັນເວລາຂອງສະໄໝທີ່ນີໄຟບັນພະບຸລຸດຂອງຂ້ານ້ອຍຫາກໍ່ອອກມາຈາກແຜ່ນດິນເຢຣູຊາເລັມ, ຂ້ານ້ອຍກໍຈະປິຕິຍິນດີກັບເພິ່ນໃນແຜ່ນດິນແຫ່ງຄຳສັນຍາ; ເພາະວ່າເວລານັ້ນຜູ້ຄົນຂອງເພິ່ນເປັນຄົນບອກລອນສອນງ່າຍ, ໝັ້ນຄົງທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ຊ້າທີ່ຈະນຳໄປໃຫ້ເຮັດຄວາມຊົ່ວຮ້າຍ; ແລະ ພວກເຂົາວ່ອງໄວທີ່ຈະເຊື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ—
8 ແທ້ຈິງແລ້ວ, ຖ້າຫາກຂ້ານ້ອຍໄດ້ຢູ່ໃນສະໄໝນັ້ນ, ແລ້ວຈິດວິນຍານຂອງຂ້ານ້ອຍກໍຄົງມີແຕ່ຄວາມຜາສຸກຢູ່ໃນຄວາມຊອບທຳຂອງພີ່ນ້ອງຂອງຂ້ານ້ອຍ.
9 ແຕ່ ຈົ່ງເບິ່ງ, ຂ້ານ້ອຍຍອມຮັບວ່າ ນີ້ເປັນເວລາຂອງຂ້ານ້ອຍ, ແລະ ວ່າຈິດວິນຍານຂອງຂ້ານ້ອຍເຕັມໄປດ້ວຍຄວາມເສົ້າສະຫລົດໃຈ ເພາະຄວາມຊົ່ວຮ້າຍນີ້ຂອງພີ່ນ້ອງຂອງຂ້ານ້ອຍ.
10 ແລະ ຈົ່ງເບິ່ງ, ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ມັນເກີດຂຶ້ນຢູ່ທີ່ຫໍສູງຢູ່ໃນສວນຂອງນີໄຟ, ຊຶ່ງຢູ່ແຄມທາງຫລວງທີ່ນຳໄປຫາຕະຫລາດໃຫຍ່, ຊຶ່ງຕັ້ງຢູ່ໃນເມືອງເຊຣາເຮັມລາ; ສະນັ້ນ, ນີໄຟຈຶ່ງໄດ້ກົ້ມຂາບລົງຢູ່ເທິງຫໍສູງຢູ່ໃນສວນຂອງເພິ່ນ, ຊຶ່ງຫໍສູງນັ້ນຕັ້ງຢູ່ໃກ້ປະຕູສວນແຄມທາງຫລວງ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີພວກຜູ້ຊາຍຈຳນວນໜຶ່ງຜ່ານມາເຫັນນີໄຟຢູ່ເທິງຫໍສູງໃນຂະນະທີ່ເພິ່ນກຳລັງທຸ້ມເທຈິດວິນຍານຂອງເພິ່ນໄວ້ກັບພຣະເຈົ້າ; ແລະ ພວກເຂົາໄດ້ແລ່ນໄປບອກຜູ້ຄົນເຖິງສິ່ງທີ່ພວກເຂົາໄດ້ເຫັນ, ແລະ ຜູ້ຄົນກໍໄດ້ມາເຕົ້າໂຮມກັນເປັນຝູງໃຫຍ່ ເພື່ອຈະໄດ້ຮູ້ຈັກສາເຫດຂອງການເປັນທຸກອັນໃຫຍ່ຫລວງເຊັ່ນນັ້ນ ເພາະຄວາມຊົ່ວຮ້າຍຂອງຜູ້ຄົນ.
12 ແລະ ບັດນີ້, ເມື່ອນີໄຟລຸກຂຶ້ນ ເພິ່ນກໍໄດ້ເຫັນຝູງຊົນມາເຕົ້າໂຮມກັນຢູ່.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ເປີດປາກ ແລະ ເວົ້າກັບພວກເຂົາວ່າ: ຈົ່ງເບິ່ງ, ເປັນຫຍັງພວກທ່ານຈຶ່ງມາເຕົ້າໂຮມກັນຢູ່ນີ້? ເພື່ອຂ້າພະເຈົ້າຈະໄດ້ບອກພວກທ່ານເຖິງຄວາມຊົ່ວຮ້າຍຂອງພວກທ່ານບໍ?
14 ແທ້ຈິງແລ້ວ, ຂ້າພະເຈົ້າຂຶ້ນມາເທິງຫໍສູງນີ້ກໍເພື່ອວ່າຂ້າພະເຈົ້າຈະໄດ້ທຸ້ມເທຈິດວິນຍານຂອງຂ້າພະເຈົ້າໄວ້ກັບພຣະເຈົ້າຂອງຂ້າພະເຈົ້າ, ເພາະຄວາມເສົ້າສະຫລົດຍິ່ງຂອງໃຈຂ້າພະເຈົ້າ ຊຶ່ງເປັນເພາະຄວາມຊົ່ວຮ້າຍຂອງພວກທ່ານ!
15 ແລະ ເປັນຍ້ອນຄວາມເປັນທຸກ ແລະ ການຄ່ຳຄວນຂອງຂ້າພະເຈົ້າ ພວກທ່ານຈຶ່ງໄດ້ມາເຕົ້າໂຮມກັນ, ແລະ ແປກໃຈ; ແທ້ຈິງແລ້ວ, ພວກທ່ານສົມຄວນທີ່ຈະແປກໃຈ; ແທ້ຈິງແລ້ວ, ພວກທ່ານຄວນແປກໃຈ ເພາະພວກທ່ານໄດ້ປ່ອຍຕົວໃຫ້ມານຄອບຄອງໃຈຂອງພວກທ່ານຢ່າງກວ້າງຂວາງເຊັ່ນນີ້.
16 ແທ້ຈິງແລ້ວ, ເປັນດ້ວຍເຫດໃດພວກທ່ານຈຶ່ງປ່ອຍຕົວຂອງພວກທ່ານໃຫ້ແກ່ການຊັກຈູງຂອງມັນ ຜູ້ທີ່ພະຍາຍາມທີ່ຈະເອົາຈິດວິນຍານຂອງພວກທ່ານໂຍນລົງໄປສູ່ຄວາມທຸກທໍລະມານອັນເປັນນິດ ແລະ ໄປສູ່ຄວາມຈິບຫາຍອັນບໍ່ມີສິ້ນສຸດ?
17 ໂອ້ ພວກທ່ານຈົ່ງກັບໃຈ, ພວກທ່ານຈົ່ງກັບໃຈເຖີດ! ເປັນ ດ້ວຍເຫດໃດພວກທ່ານຈຶ່ງຢາກຕາຍ? ຈົ່ງຫັນມາ, ຫັນມາຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກທ່ານເຖີດ. ເປັນດ້ວຍເຫດໃດພຣະອົງຈຶ່ງປະຖິ້ມພວກທ່ານ?
18 ເປັນຍ້ອນວ່າພວກທ່ານເຮັດໃຈແຂງກະດ້າງ; ແທ້ຈິງແລ້ວ, ພວກທ່ານບໍ່ເຊື່ອຟັງສຸລະສຽງຂອງ ຜູ້ລ້ຽງທີ່ດີ; ແທ້ຈິງແລ້ວ, ພວກທ່ານໄດ້ ກໍ່ກວນໃຫ້ພຣະອົງພຣະພິໂລດໃຫ້ພວກທ່ານ.
19 ແລະ ຈົ່ງເບິ່ງ, ແທນທີ່ຈະ ເຕົ້າໂຮມພວກທ່ານ, ຖ້າຫາກພວກທ່ານບໍ່ກັບໃຈ, ຈົ່ງເບິ່ງ, ພຣະອົງຈະເຮັດໃຫ້ພວກທ່ານກະຈັດກະຈາຍໄປ ຈົນວ່າພວກທ່ານຈະກັບກາຍມາເປັນຕ່ອນຊີ້ນສຳລັບໝາ ແລະ ສັດປ່າ.
20 ໂອ້, ພວກທ່ານລືມພຣະເຈົ້າຂອງພວກທ່ານໄດ້ແນວໃດ ທັງໆທີ່ໃນມື້ນັ້ນເອງທີ່ພຣະອົງໄດ້ປົດປ່ອຍພວກທ່ານອອກມາ?
21 ແຕ່ຈົ່ງເບິ່ງ, ມັນເປັນໄປເພື່ອຫາຜົນປະໂຫຍດ, ເພື່ອໃຫ້ຄົນຍ້ອງຍໍສັນລະເສີນ, ແທ້ຈິງແລ້ວ, ແລະ ເພື່ອພວກທ່ານຈະໄດ້ຄຳ ແລະ ເງິນ. ແລະ ພວກທ່ານໄດ້ໝົກໝຸ້ນຢູ່ກັບຂອງມີຄຸນຄ່າ ແລະ ສິ່ງທີ່ບໍ່ມີປະໂຫຍດຂອງ ໂລກນີ້, ເພື່ອສິ່ງເຫລົ່ານັ້ນພວກທ່ານຈຶ່ງຂ້າ, ແລະ ປຸ້ນຈີ້, ແລະ ລັກ, ແລະ ເປັນ ພະຍານເທັດປັກປຳເພື່ອນບ້ານຂອງພວກທ່ານ, ແລະ ເຮັດຄວາມຊົ່ວຮ້າຍນາໆປະການ.
22 ແລະ ເປັນຍ້ອນເຫດນີ້ ຄວາມຈິບຫາຍຈະມາສູ່ພວກທ່ານຖ້າຫາກພວກທ່ານບໍ່ກັບໃຈ. ແຕ່ຖ້າຫາກພວກທ່ານບໍ່ກັບໃຈ, ຈົ່ງເບິ່ງ, ເມືອງໃຫຍ່ນີ້ ແລະ ເມືອງໃຫຍ່ຕ່າງໆຊຶ່ງຢູ່ອ້ອມແອ້ມນີ້ ທີ່ພວກເຮົາເປັນເຈົ້າຂອງຈະຖືກຍຶດເອົາໄປ, ຈົນວ່າພວກທ່ານບໍ່ມີບ່ອນຢູ່ອາໄສ; ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າຈະບໍ່ປະທານ ພະລັງໃຫ້ແກ່ພວກທ່ານຄືກັນກັບຕອນທີ່ພຣະອົງເຄີຍໄດ້ປະທານມາແລ້ວແຕ່ກ່ອນ ເພື່ອໃຫ້ພວກທ່ານຢືນຕໍ່ສູ້ກັບສັດຕູຂອງພວກທ່ານໄດ້.
23 ເພາະຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ເຮົາຈະບໍ່ສະແດງພະລັງຂອງເຮົາແກ່ຄົນທີ່ຊົ່ວ, ແກ່ຄົນໜຶ່ງຫລາຍກວ່າອີກຄົນໜຶ່ງ, ຖ້າຫາກເຂົາບໍ່ກັບໃຈຈາກບາບຂອງເຂົາ, ແລະ ເຊື່ອຟັງຄຳຂອງເຮົາ. ບັດນີ້ ສະນັ້ນ, ພີ່ນ້ອງຂອງຂ້າພະເຈົ້າເອີຍ, ຂ້າພະເຈົ້າຢາກໃຫ້ພວກທ່ານເຫັນວ່າຈະເປັນ ການດີສຳລັບຊາວເລມັນຫລາຍກວ່າພວກທ່ານ ຖ້າຫາກພວກທ່ານບໍ່ກັບໃຈ.
24 ເພາະຈົ່ງເບິ່ງ, ພວກເຂົາມີຄວາມຊອບທຳຫລາຍກວ່າພວກທ່ານ, ເພາະວ່າພວກເຂົາບໍ່ໄດ້ເຮັດບາບຕ້ານຄວາມຮູ້ອັນຍິ່ງໃຫຍ່ຊຶ່ງພວກທ່ານໄດ້ຮັບມາ; ສະນັ້ນ ພຣະຜູ້ເປັນເຈົ້າຈະເມດຕາປານີພວກເຂົາ; ແທ້ຈິງແລ້ວ, ພຣະອົງຈະເຮັດໃຫ້ວັນເວລາຂອງພວກເຂົາ ຍືດຍາວອອກໄປຕື່ມອີກ ແລະ ຈະເພີ່ມຈຳນວນລູກຫລານຂອງພວກເຂົາໃຫ້ຫລາຍຂຶ້ນ, ໃນຂະນະທີ່ພວກທ່ານຈະຖືກ ທຳລາຍໃຫ້ໝົດສິ້ນໄປ ຖ້າຫາກພວກທ່ານບໍ່ກັບໃຈ.
25 ແທ້ຈິງແລ້ວ, ວິບັດແກ່ພວກທ່ານ ເພາະຄວາມໜ້າກຽດຊັງອັນໃຫຍ່ຫລວງນີ້ ຊຶ່ງມີຢູ່ໃນບັນດາພວກທ່ານ; ແລະ ພວກທ່ານໄດ້ຮ່ວມຕົວເຂົ້າກັບມັນ, ແທ້ຈິງແລ້ວ, ພວກທ່ານໄດ້ຮ່ວມຕົວເຂົ້າກັບພັກ ລັບນັ້ນ ຊຶ່ງແກດີອານທັນເປັນຜູ້ຈັດຕັ້ງຂຶ້ນ!
26 ແທ້ຈິງແລ້ວ, ວິບັດຈະມາເຖິງພວກທ່ານ ເພາະຄວາມທະນົງຕົວ ຊຶ່ງພວກທ່ານຍອມໃຫ້ມັນເຂົ້າມາໃນໃຈຂອງພວກທ່ານ, ຈົນເຮັດໃຫ້ພວກທ່ານໄຝ່ຝັນເໜືອກວ່າສິ່ງທີ່ດີງາມ ເພາະ ສິ່ງມີຄ່າອັນຫລວງຫລາຍຂອງພວກທ່ານ!
27 ແທ້ຈິງແລ້ວ, ວິບັດແກ່ພວກທ່ານ ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກທ່ານ!
28 ແລະ ຖ້າຫາກພວກທ່ານບໍ່ກັບໃຈ, ພວກທ່ານຈະຕ້ອງຕາຍ; ແທ້ຈິງແລ້ວ, ແຜ່ນດິນຂອງພວກທ່ານຈະຖືກຍຶດເອົາໄປ ແລະ ພວກທ່ານຈະຖືກທຳລາຍໄປຈາກຜືນແຜ່ນດິນໂລກ.
29 ຈົ່ງເບິ່ງ ບັດນີ້, ຂ້າພະເຈົ້າບໍ່ໄດ້ກ່າວດ້ວຍຕົວຂ້າພະເຈົ້າເອງ, ເພາະວ່າຂ້າພະເຈົ້າບໍ່ໄດ້ຮູ້ເລື່ອງເຫລົ່ານີ້ດ້ວຍຕົວຂ້າພະເຈົ້າເອງ; ແຕ່ຈົ່ງເບິ່ງ, ຂ້າພະເຈົ້າ ຮູ້ວ່າເລື່ອງເຫລົ່ານີ້ເປັນຄວາມຈິງເພາະອົງພຣະຜູ້ເປັນເຈົ້າໄດ້ກະທຳໃຫ້ຂ້າພະເຈົ້າຮູ້ຈັກ, ສະນັ້ນຂ້າພະເຈົ້າຈຶ່ງໃຫ້ຖ້ອຍຄຳວ່າ ມັນຈະເກີດຂຶ້ນ.