ບົດທີ 3
ຜູ້ທີ່ມີໃຈບໍລິສຸດຮັບພຣະຄຳອັນໜ້າພໍໃຈຂອງພຣະເຈົ້າ—ຊາວເລມັນຊອບທຳກວ່າຊາວນີໄຟ—ຢາໂຄບເຕືອນຕໍ່ຕ້ານການລ່ວງປະເວນີ, ກິເລດຕັນຫາ, ແລະ ບາບທຸກຢ່າງ. ປະມານ 544–421 ປີ ກ່ອນ ຄ.ສ.
1 ແຕ່ຈົ່ງເບິ່ງ ຂ້າພະເຈົ້າຢາໂຄບຈະເວົ້າກັບພວກທ່ານຜູ້ທີ່ມີໃຈບໍລິສຸດ. ຈົ່ງຫວັງໃນພຣະເຈົ້າດ້ວຍຈິດໃຈໝັ້ນຄົງ, ແລະ ອະທິຖານເຖິງພຣະອົງດ້ວຍສັດທາຢ່າງຫລວງຫລາຍ, ແລະ ພຣະອົງຈະປອບໂຍນພວກທ່ານໃນຄວາມທຸກຂອງພວກທ່ານ, ແລະ ພຣະອົງຈະວິງວອນແທນພວກທ່ານ, ແລະ ຈະສົ່ງຄວາມຍຸດຕິທຳລົງມາເທິງຄົນທີ່ສະແຫວງຫາຄວາມພິນາດໃຫ້ພວກທ່ານ.
2 ໂອ້ ທ່ານທັງຫລາຍຜູ້ທີ່ມີໃຈບໍລິສຸດ, ຈົ່ງເງີຍໜ້າຂຶ້ນ ແລະ ຮັບພຣະຄຳອັນໜ້າພໍໃຈຂອງພຣະເຈົ້າ, ແລະ ຈົ່ງຊື່ນຊົມຢູ່ດ້ວຍຄວາມຮັກຂອງພຣະອົງ; ພວກທ່ານຈະເຮັດໄດ້ຖ້າຫາກຈິດໃຈຂອງພວກທ່ານ ແນ່ວແນ່ຕະຫລອດໄປ.
3 ແຕ່ວິບັດ, ວິບັດແກ່ຜູ້ທີ່ບໍ່ມີໃຈບໍລິສຸດ ແລະ ທີ່ ສົກກະປົກຕໍ່ພຣະພັກຂອງພຣະເຈົ້າໃນມື້ນີ້; ເພາະຖ້າຫາກພວກທ່ານບໍ່ກັບໃຈ ແຜ່ນດິນຈະຖືກສາບແຊ່ງເພື່ອເຫັນແກ່ພວກທ່ານ; ແລະ ຊາວເລມັນຊຶ່ງບໍ່ສົກກະປົກເທົ່າກັບພວກທ່ານ, ແຕ່ປານນັ້ນພວກເຂົາຍັງຖືກ ສາບແຊ່ງດ້ວຍຄຳສາບແຊ່ງຢ່າງສາຫັດ, ຈະຂ້ຽນຕີພວກທ່ານຈົນເຖິງຄວາມພິນາດ.
4 ແລະ ເວລາຈະມາເຖິງຢ່າງວ່ອງໄວ ຖ້າຫາກພວກທ່ານບໍ່ກັບໃຈ ພວກເຂົາຈະເປັນເຈົ້າຂອງແຜ່ນດິນຊຶ່ງເປັນມູນມໍລະດົກຂອງພວກທ່ານ, ແລະ ອົງພຣະຜູ້ເປັນເຈົ້າຈະ ນຳເອົາຄົນທີ່ຊອບທຳອອກຈາກບັນດາພວກທ່ານ.
5 ຈົ່ງເບິ່ງ, ຊາວເລມັນພີ່ນ້ອງຂອງພວກທ່ານ, ຜູ້ທີ່ພວກທ່ານກຽດຊັງ ເພາະຄວາມສົກກະປົກຂອງພວກເຂົາ ແລະ ການສາບແຊ່ງຊຶ່ງເກີດຂຶ້ນກັບຜິວໜັງຂອງພວກເຂົາກັບມາເປັນຜູ້ຊອບທຳກວ່າພວກທ່ານ; ເພາະວ່າພວກເຂົາ ບໍ່ລືມພຣະບັນຍັດຂອງພຣະຜູ້ເປັນເຈົ້າ, ຊຶ່ງໄດ້ປະທານໃຫ້ບິດາຂອງພວກເຮົາວ່າ—ພວກເຂົາຈະຕ້ອງມີເມຍແຕ່ຄົນດຽວເທົ່ານັ້ນ, ແລະ ບໍ່ໃຫ້ມີເມຍນ້ອຍ ແລະ ບໍ່ໃຫ້ມີການໂສເພນີຢູ່ໃນບັນດາພວກເຂົາ.
6 ແລະ ບັດນີ້, ພວກເຂົາຍຶດຖືທີ່ຈະຮັກສາພຣະບັນຍັດນີ້; ດັ່ງນັ້ນຍ້ອນການຍຶດຖືພຣະບັນຍັດນີ້, ອົງພຣະຜູ້ເປັນເຈົ້າຈຶ່ງບໍ່ທຳລາຍພວກເຂົາ, ແຕ່ພຣະອົງຈະ ເມດຕາພວກເຂົາ; ແລະ ມື້ໜຶ່ງພວກເຂົາຈະກາຍເປັນຜູ້ຄົນທີ່ໄດ້ຮັບພອນ.
7 ຈົ່ງເບິ່ງ, ຜົວຂອງພວກເຂົາ ຮັກເມຍຂອງພວກເຂົາ, ແລະ ເມຍຂອງພວກເຂົາກໍຮັກຜົວຂອງພວກເຂົາ; ແລະ ຜົວເມຍກໍຮັກລູກໆ; ແລະ ສ່ວນຄວາມບໍ່ເຊື່ອຖື ແລະ ຄວາມກຽດຊັງຂອງພວກເຂົາທີ່ມີຕໍ່ພວກທ່ານກໍເປັນຍ້ອນຄວາມຊົ່ວຮ້າຍຂອງບັນພະບຸລຸດຂອງພວກເຂົາ; ດັ່ງນັ້ນໃນສາຍພຣະເນດຂອງພຣະຜູ້ສ້າງຍິ່ງໃຫຍ່ຂອງພວກທ່ານແລ້ວ, ພວກທ່ານດີກວ່າພວກເຂົາຊ່ຳໃດ?
8 ໂອ້ ພີ່ນ້ອງຂອງຂ້າພະເຈົ້າເອີຍ, ຖ້າຫາກພວກທ່ານບໍ່ກັບໃຈຈາກບາບຂອງພວກທ່ານແລ້ວ ຂ້າພະເຈົ້າຢ້ານວ່າຜິວໜັງຂອງພວກເຂົາຈະຂາວກວ່າຜິວໜັງຂອງພວກທ່ານ, ເມື່ອພວກທ່ານຖືກນຳໄປຢູ່ຕໍ່ໜ້າພຣະທີ່ນັ່ງຂອງພຣະເຈົ້າພ້ອມກັນກັບພວກເຂົາ.
9 ດັ່ງນັ້ນ, ຂ້າພະເຈົ້າຈະໃຫ້ພຣະບັນຍັດຂໍ້ໜຶ່ງ ຊຶ່ງເປັນພຣະຄຳຂອງພຣະເຈົ້າໄວ້ກັບພວກທ່ານວ່າ, ຢ່າໄດ້ໝິ່ນປະໝາດພວກເຂົາອີກຕໍ່ໄປເພາະຄວາມດຳຂອງຜິວໜັງຂອງພວກເຂົາ; ພ້ອມທັງຢ່າໄດ້ໝິ່ນປະໝາດເພາະຄວາມສົກກະປົກຂອງພວກເຂົາ; ຈົ່ງຄຳນຶງເຖິງຄວາມສົກກະປົກຂອງຕົນເອງ, ແລະ ຈົ່ງຈຳໄວ້ວ່າຄວາມສົກກະປົກຂອງພວກເຂົານັ້ນແມ່ນມາຈາກບັນພະບຸລຸດຂອງພວກເຂົາ.
10 ດັ່ງນັ້ນ, ພວກທ່ານຈົ່ງຄິດເຖິງ ລູກຫລານຂອງພວກທ່ານວ່າ, ພວກທ່ານໄດ້ເຮັດໃຫ້ໃຈຂອງພວກເຂົາໂສກເສົ້າຊ່ຳໃດເພາະຕົວຢ່າງທີ່ພວກທ່ານເຮັດໄວ້ຕໍ່ໜ້າພວກເຂົາ, ແລະ ຈົ່ງຈຳໄວ້ອີກວ່າເພາະຄວາມສົກກະປົກຂອງພວກທ່ານ, ພວກທ່ານຈະນຳລູກຫລານຂອງພວກທ່ານໄປສູ່ຄວາມພິນາດ, ແລະ ບາບຂອງພວກເຂົາຈະກອງຢູ່ຫົວຂອງພວກທ່ານໃນວັນສຸດທ້າຍ.
11 ໂອ້ ພີ່ນ້ອງຂອງຂ້າພະເຈົ້າເອີຍ, ຈົ່ງເຊື່ອຟັງຄຳເວົ້າຂອງຂ້າພະເຈົ້າເຖີດ; ຈົ່ງປຸກຄວາມສາມາດຂອງຈິດວິນຍານຂອງພວກທ່ານໃຫ້ຕື່ນຂຶ້ນ; ຈົ່ງສັ່ນຕົວຂອງພວກທ່ານເພື່ອພວກທ່ານຈະໄດ້ ຕື່ນຈາກການນອນຫລັບແຫ່ງຄວາມຕາຍ, ແລະ ເຮັດໃຫ້ຕົວຫລຸດພົ້ນອອກຈາກຄວາມເຈັບປວດແຫ່ງ ນະລົກ ເພື່ອພວກທ່ານຈະບໍ່ກັບມາເປັນ ບໍລິວານຂອງມານທີ່ຖືກເຂົ້າໄປໃນທະເລໄຟ ແລະ ມາດ ຊຶ່ງເປັນ ຄວາມຕາຍເທື່ອທີສອງ.
12 ແລະ ບັດນີ້ຂ້າພະເຈົ້າຢາໂຄບໄດ້ເວົ້າກັບຜູ້ຄົນຂອງນີໄຟຫລາຍເລື່ອງ, ໂດຍຕັກເຕືອນພວກເຂົາບໍ່ໃຫ້ ລ່ວງປະເວນີ ແລະ ກິເລດຕັນຫາ ແລະ ບາບທຸກຢ່າງ, ໂດຍໄດ້ບອກພວກເຂົາເຖິງຜົນສະທ້ອນອັນເປັນຕາຢ້ານທີ່ຈະເກີດຂຶ້ນຈາກມັນ.
13 ແລະ ຂ້າພະເຈົ້າບັນທຶກໄວ້ພຽງໜຶ່ງສ່ວນຮ້ອຍຂອງການປະຕິບັດຕົວຈິງຂອງຜູ້ຄົນພວກນີ້, ຊຶ່ງໃນຕອນນີ້ ກຳລັງເລີ່ມຂະຫຍາຍຕົວຂຶ້ນ ຊຶ່ງບໍ່ສາມາດບັນທຶກໄວ້ໃນແຜ່ນຈາລຶກ ເຫລົ່ານີ້; ແຕ່ວ່າການປະຕິບັດຕົວຈິງຫລາຍຢ່າງ, ແລະ ເລື່ອງສົງຄາມຂອງພວກເຂົາ, ແລະ ເລື່ອງການຂັດແຍ້ງຂອງພວກເຂົາ, ແລະ ເລື່ອງການສືບຄອງລາຊາບັນລັງຂອງກະສັດຂອງພວກເຂົາໄດ້ບັນທຶກໄວ້ໃນແຜ່ນຈາລຶກອີກເຫລັ້ມໜຶ່ງຊຶ່ງໃຫຍ່ກວ່ານີ້.
14 ແຜ່ນຈາລຶກເຫລົ່ານີ້ໄດ້ຖືກເອີ້ນວ່າແຜ່ນຈາລຶກຂອງຢາໂຄບ, ແລະ ມັນເຮັດຂຶ້ນດ້ວຍມືຂອງນີໄຟ. ແລະ ຂ້າພະເຈົ້າຈົບການເວົ້າຂໍ້ຄວາມເຫລົ່ານີ້.