ສານສະບັບທີສອງຂອງມໍມອນຫາໂມໂຣໄນລູກຊາຍຂອງເພິ່ນ.
ມີບັນທຶກໄວ້ໃນບົດທີ 9.
ບົດທີ 9
ທັງຊາວເລມັນ ແລະ ຊາວນີໄຟໂຫດຮ້າຍ ແລະ ເສື່ອມຊາມ—ພວກເຂົາທໍລະມານ ແລະ ເຂັ່ນຂ້າຊຶ່ງກັນແລະກັນ—ມໍມອນອະທິຖານຂໍໃຫ້ພຣະຄຸນ ແລະ ພຣະກະລຸນາທິຄຸນຂອງພຣະເຈົ້າຄຸ້ມຄອງໂມໂຣໄນຕະຫລອດການ. ປະມານ ຄ.ສ. 401.
1 ລູກທີ່ຮັກຂອງພໍ່, ພໍ່ຂຽນເຖິງລູກອີກເພື່ອລູກຈະໄດ້ຮູ້ວ່າພໍ່ຍັງມີຊີວິດຢູ່; ແຕ່ພໍ່ໄດ້ຂຽນເລື່ອງທີ່ໜ້າໂສກເສົ້າແດ່ເລັກໜ້ອຍ.
2 ເພາະຈົ່ງເບິ່ງ, ພໍ່ໄດ້ທຳການສູ້ຮົບຢ່າງໜັກກັບຊາວເລມັນ, ຊຶ່ງໃນການສູ້ຮົບຄັ້ງນີ້ພວກເຮົາບໍ່ຊະນະພວກເຂົາ; ແລະ ອາຄີອານທັດໄດ້ຖືກຂ້າຕາຍແລ້ວ, ພ້ອມທັງລູຣຳ ແລະ ເອັມຣອນນຳອີກ; ແທ້ຈິງແລ້ວ, ແລະ ພວກເຮົາໄດ້ສູນເສຍຄົນທີ່ດີໆຂອງພວກເຮົາໄປເປັນຈຳນວນຫລວງຫລາຍ.
3 ແລະ ບັດນີ້ຈົ່ງເບິ່ງ, ລູກຂອງພໍ່, ພໍ່ຢ້ານວ່າຊາວເລມັນຈະທຳລາຍຜູ້ຄົນພວກນີ້; ເພາະວ່າພວກເຂົາບໍ່ກັບໃຈ, ແລະ ຊາຕານໄດ້ຍຸຍົງພວກເຂົາໃຫ້ຜິດຖຽງກັນຢູ່ຕະຫລອດເວລາ.
4 ຈົ່ງເບິ່ງ, ພໍ່ໄດ້ທຳງານກັບພວກເຂົາຕະຫລອດໄປ; ແລະ ເມື່ອພໍ່ເວົ້າກັບພວກເຂົາດ້ວຍພຣະຄຳຂອງພຣະເຈົ້າຢ່າງ ຮຸນແຮງ ພວກເຂົາກໍຕົວສັ່ນ ແລະ ຄຽດແຄ້ນໃຫ້ພໍ່; ແລະ ເມື່ອພໍ່ເວົ້າກັບພວກເຂົາດ້ວຍຄຳເວົ້າທີ່ອ່ອນຫວານ ພວກເຂົາກໍເຮັດໃຈແຂງກະດ້າງຕໍ່ມັນ; ດັ່ງນັ້ນ, ພໍ່ຈຶ່ງຢ້ານວ່າພຣະວິນຍານຂອງພຣະຜູ້ເປັນເຈົ້າຈະເລີກ ພະຍາຍາມກັບພວກເຂົາແລ້ວ.
5 ເພາະພວກເຂົາຄຽດແຄ້ນທີ່ສຸດຈົນພໍ່ຮູ້ສຶກວ່າພວກເຂົາບໍ່ມີຄວາມຢ້ານກົວຕໍ່ຄວາມຕາຍເລີຍ; ແລະ ພວກເຂົາສູນເສຍຄວາມຮັກຂອງພວກເຂົາທີ່ມີຕໍ່ກັນ; ແລະ ພວກເຂົາ ກະຫາຍເລືອດ ແລະ ກໍ່ການແກ້ແຄ້ນກັນຢູ່ຕະຫລອດການ.
6 ແລະ ບັດນີ້, ລູກທີ່ຮັກຂອງພໍ່, ເຖິງແມ່ນວ່າພວກເຂົາຈະມີໃຈແຂງກະດ້າງຢູ່ກໍຕາມ, ຂໍໃຫ້ພວກເຮົາທຳງານ ຢ່າງພາກພຽນ; ເພາະຖ້າຫາກພວກເຮົາຢຸດ ທຳງານ, ພວກເຮົາກໍຈະຖືກນຳໄປຢູ່ພາຍໃຕ້ການກ່າວໂທດ; ເພາະພວກເຮົາມີວຽກງານທີ່ຈະເຮັດເວລາພວກເຮົາຢູ່ໃນຮ່າງກາຍທີ່ເຮັດດ້ວຍດິນໜຽວນີ້, ເພື່ອພວກເຮົາຈະເອົາຊະນະສັດຕູຂອງຄວາມຊອບທຳທັງມວນ, ແລະ ພັກຜ່ອນຈິດວິນຍານຂອງພວກເຮົາໃນອານາຈັກຂອງພຣະເຈົ້າ.
7 ແລະ ບັດນີ້ພໍ່ຈະຂຽນບາງຢ່າງກ່ຽວກັບຄວາມທຸກທໍລະມານຂອງຜູ້ຄົນພວກນີ້. ເພາະຕາມທີ່ພໍ່ໄດ້ຍິນມາຈາກອາໂມຣອນ, ຈົ່ງເບິ່ງ, ຊາວເລມັນມີຊະເລີຍເສິກຢ່າງຫລວງຫລາຍທີ່ເປັນຜູ້ຊາຍ, ຜູ້ຍິງ, ແລະ ເດັກນ້ອຍ, ຊຶ່ງພວກເຂົາໄດ້ມາຈາກຫໍສູງເຊີໄຣຊາ.
8 ແລະ ພວກເຂົາໄດ້ຂ້າຜົວ ແລະ ພໍ່ຂອງພວກແມ່ຍິງ ແລະ ເດັກນ້ອຍເຫລົ່ານັ້ນ; ແລະ ພວກເຂົາໃຫ້ແມ່ຍິງກິນເນື້ອໜັງຜົວຂອງຕົນ, ແລະ ໃຫ້ເດັກນ້ອຍກິນເນື້ອໜັງພໍ່ຂອງຕົນ; ແລະ ບໍ່ເອົານ້ຳໃຫ້ພວກເຂົາດື່ມ, ຖ້າໃຫ້ດື່ມ ກໍພຽງເລັກໜ້ອຍເທົ່ານັ້ນ.
9 ແລະ ເຖິງແມ່ນວ່າຊາວເລມັນຈະກະທຳສິ່ງທີ່ເປັນໜ້າກຽດຊັງອັນໃຫຍ່ຫລວງນີ້, ແຕ່ມັນກໍຍັງບໍ່ຮ້າຍແຮງໄປກວ່າຜູ້ຄົນຂອງພວກເຮົາຜູ້ຢູ່ໃນເມືອງໂມຣິອານທຳເລີຍ. ເພາະຈົ່ງເບິ່ງ, ພວກເຂົາໄດ້ເອົາລູກສາວຂອງຊາວເລມັນຫລາຍຄົນມາເປັນຊະເລີຍ; ແລະ ຫລັງຈາກເອົາສິ່ງອັນເປັນທີ່ຮັກ ແລະ ມີຄ່າທີ່ສຸດເໜືອກວ່າທຸກສິ່ງໄປຈາກພວກນາງແລ້ວ, ຊຶ່ງຄື ພົມມະຈັນ ແລະ ຄວາມບໍລິສຸດ—
10 ແລະ ຫລັງຈາກພວກເຂົາກະທຳສິ່ງນີ້ແລ້ວ, ພວກເຂົາໄດ້ຂ້າພວກນາງດ້ວຍວິທີການທີ່ປ່າເຖື່ອນທີ່ສຸດ, ໂດຍທໍລະມານຮ່າງກາຍຂອງພວກນາງຈົນເຖິງແກ່ຄວາມຕາຍ; ແລະ ຫລັງຈາກເຮັດການນີ້ແລ້ວ, ພວກເຂົາກໍກິນເນື້ອໜັງຂອງພວກນາງເໝືອນກັບສັດປ່າ, ເພາະວ່າຄວາມແຂງກະດ້າງຂອງໃຈຂອງພວກເຂົາ; ແລະ ພວກເຂົາເຮັດໄປເພື່ອເປັນເຄື່ອງໝາຍຂອງຄວາມກ້າຫານ.
11 ໂອ້ ລູກທີ່ຮັກຂອງພໍ່, ເປັນໄປໄດ້ແນວໃດທີ່ຜູ້ຄົນເຫລົ່ານີ້ປາດສະຈາກຄວາມສີວິໄລ—
12 (ແລະ ພຽງສອງສາມປີຜ່ານມານີ້ ພວກເຂົາຍັງເປັນຄົນທີ່ສຸພາບ ແລະ ໜ້າຊົມຢູ່)
13 ແຕ່ວ່າ ໂອ້ ລູກຂອງພໍ່, ເປັນໄປໄດ້ແນວໃດທີ່ຜູ້ຄົນເຫລົ່ານີ້ມີຄວາມເບີກບານຢູ່ກັບຄວາມໜ້າກຽດຊັງເຖິງຂະໜາດນີ້—
14 ພວກເຮົາຈະຫວັງໄດ້ແນວໃດວ່າ ພຣະເຈົ້າຈະ ຢັບຢັ້ງພຣະຫັດໃນການພິພາກສາລົງໂທດພວກເຮົາ?
15 ຈົ່ງເບິ່ງ, ໃຈຂອງພໍ່ຮ້ອງຂຶ້ນວ່າ: ວິບັດແກ່ຜູ້ຄົນພວກນີ້. ຂໍຈົ່ງໂປດອອກມາໃນການພິພາກສາເຖີດ, ໂອ້ ພຣະອົງເຈົ້າ, ຂໍຈົ່ງເຊື່ອງບາບ, ແລະ ຄວາມຊົ່ວຮ້າຍ, ແລະ ຄວາມໜ້າກຽດຊັງຂອງພວກເຂົາໃຫ້ພົ້ນຈາກພຣະພັກຂອງພຣະອົງເຖີດ!
16 ແລະ ອີກຢ່າງໜຶ່ງ, ລູກຂອງພໍ່, ມີ ແມ່ໝ້າຍຫລາຍຄົນກັບລູກສາວຂອງພວກເຂົາທີ່ຍັງຢູ່ໃນເມືອງເຊີໄຣຊາ; ແລະ ສະບຽງອາຫານສ່ວນທີ່ຊາວເລມັນບໍ່ໄດ້ເອົາໄປນຳ, ຈົ່ງເບິ່ງ, ກອງທັບຂອງຊີເນໄຟໄດ້ເກັບເອົາໄປໝົດ, ແລະ ປະຖິ້ມໃຫ້ພວກເຂົາຊັດເຊພະເນຈອນໄປທຸກແຫ່ງຫົນເພື່ອຊອກຫາອາຫານ; ແລະ ຍິງຊະລາຫລາຍຄົນໄດ້ເປັນລົມຕາມທາງ ແລະ ຕາຍໄປ.
17 ແລະ ກອງທັບຊຶ່ງຢູ່ກັບພໍ່ກໍອ່ອນກຳລັງ; ແລະ ກອງທັບຂອງຊາວເລມັນນັ້ນຢູ່ລະຫວ່າງເຊີໄຣຊາກັບພໍ່; ແລະ ມີຜູ້ຍິງຫລາຍຕໍ່ຫລາຍຄົນໜີໄປຫາກອງທັບຂອງ ອາໂຣນ ແລ້ວກໍຕົກເປັນຜູ້ຮັບເຄາະຂອງຄວາມປ່າເຖື່ອນອັນເປັນຕາຢ້ານຂອງພວກເຂົາ.
18 ໂອ້ ຜູ້ຄົນຂອງພໍ່ຊ່າງມາຊົ່ວຮ້າຍແທ້ນໍ! ພວກເຂົາບໍ່ມີລະບຽບ ແລະ ບໍ່ມີຄວາມເມດຕາເລີຍ. ຈົ່ງເບິ່ງ, ພໍ່ເປັນພຽງແຕ່ມະນຸດເທົ່ານັ້ນ, ແລະ ພໍ່ມີແຕ່ກຳລັງຂອງມະນຸດ, ແລະ ພໍ່ບໍ່ສາມາດບັງຄັບໃຫ້ພວກເຂົາປະຕິບັດຕາມຄຳສັ່ງຂອງພໍ່ໄດ້ອີກຕໍ່ໄປ.
19 ແລະ ພວກເຂົາກັບມາເຂັ້ມແຂງໃນຄວາມຊົ່ວຊ້າຂອງພວກເຂົາ; ແລະ ພວກເຂົາປ່າເຖື່ອນໂດຍບໍ່ຍົກເວັ້ນຜູ້ໃດ; ບໍ່ວ່າໜຸ່ມ ຫລື ແກ່; ແລະ ພວກເຂົາເບີກບານກັບທຸກສິ່ງທຸກຢ່າງນອກຈາກສິ່ງທີ່ດີ; ແລະ ຄວາມທຸກທໍລະມານຂອງພວກແມ່ຍິງ ແລະ ເດັກນ້ອຍຂອງພວກເຂົາທົ່ວຜືນແຜ່ນດິນນີ້ມີຫລາຍກວ່າທຸກສິ່ງ; ແທ້ຈິງແລ້ວ, ລີ້ນບອກບໍ່ໄດ້, ທັງຂຽນໄວ້ກໍບໍ່ໄດ້.
20 ແລະ ບັດນີ້, ລູກຂອງພໍ່, ພໍ່ຈະບໍ່ເວົ້າເຖິງສະພາບທີ່ໜ້າຢ້ານກົວນີ້ອີກຕໍ່ໄປ. ຈົ່ງເບິ່ງ, ລູກຮູ້ຈັກແລ້ວເຖິງຄວາມຊົ່ວຮ້າຍຂອງຜູ້ຄົນພວກນີ້; ລູກຮູ້ວ່າພວກເຂົາຢູ່ໂດຍປາດສະຈາກຫລັກການ, ແລະ ປາດສະຈາກຄວາມຮູ້ສຶກ; ແລະ ຄວາມຊົ່ວຮ້າຍຂອງພວກເຂົານັ້ນ ຮ້າຍແຮງກວ່າຊາວເລມັນ.
21 ຈົ່ງເບິ່ງ, ລູກຂອງພໍ່, ພໍ່ບໍ່ສາມາດອ້ອນວອນຫາພຣະເຈົ້າເພື່ອພວກເຂົາ ເພາະພໍ່ຢ້ານວ່າພຣະອົງຈະລົງໂທດພໍ່.
22 ແຕ່ຈົ່ງເບິ່ງ, ລູກຂອງພໍ່, ພໍ່ໄດ້ອ້ອນວອນຫາພຣະເຈົ້າເພື່ອລູກ, ແລະ ພໍ່ໄວ້ວາງໃຈໃນພຣະຄຣິດວ່າ ລູກຈະລອດ; ແລະ ພໍ່ອະທິຖານຫາພຣະເຈົ້າເພື່ອພຣະອົງຈະ ໄວ້ຊີວິດຂອງລູກ, ເພື່ອເບິ່ງຜູ້ຄົນຂອງພຣະອົງກັບມາຫາພຣະອົງ, ຫລື ໄປຫາຄວາມພິນາດທັງສິ້ນຂອງພວກເຂົາ; ເພາະພໍ່ຮູ້ວ່າ ພວກເຂົາຈະຕ້ອງຕາຍ ຖ້າຫາກພວກເຂົາບໍ່ ກັບໃຈ ແລະ ກັບມາຫາພຣະອົງ.
23 ແລະ ຖ້າຫາກພວກເຂົາຕາຍໄປ ມັນຈະເປັນເໝືອນດັ່ງຊາວຢາເຣັດ, ເພາະຄວາມຈົງໃຈຂອງພວກເຂົາໃນ ການສະແຫວງຫາເລືອດ ແລະ ການແກ້ແຄ້ນ.
24 ແລະ ຖ້າຫາກເປັນໄປວ່າພວກເຂົາຕາຍໄປ, ພວກເຮົາກໍຮູ້ວ່າ ພີ່ນ້ອງຂອງພວກເຮົາເປັນຈຳນວນຫລວງຫລາຍໄດ້ ແຕກໄປຫາຊາວເລມັນ, ແລະ ຜູ້ຄົນເປັນຈຳນວນຫລວງຫລາຍຕື່ມອີກທີ່ຈະແຕກໄປຫາພວກເຂົາ; ດັ່ງນັ້ນ ຈົ່ງຂຽນໄວ້ແດ່ບາງເລື່ອງຖ້າຫາກລູກໄດ້ຮັບການຍົກເວັ້ນ ແລະ ພໍ່ຈະຕາຍໄປ ແລະ ບໍ່ເຫັນລູກ; ແຕ່ພໍ່ວາງໃຈວ່າພໍ່ຈະໄດ້ເຫັນລູກໃນບໍ່ຊ້ານີ້; ເພາະພໍ່ມີບັນທຶກສັກສິດທີ່ຢາກ ມອບໃຫ້ລູກ.
25 ລູກຂອງພໍ່, ຈົ່ງຊື່ສັດໃນພຣະຄຣິດ; ແລະ ຢ່າໃຫ້ເລື່ອງຊຶ່ງພໍ່ຂຽນມານີ້ເຮັດໃຫ້ລູກໂສກເສົ້າ, ທີ່ຈະທ່ວງດຶງລູກລົງໄປຫາຄວາມຕາຍ, ແຕ່ຂໍໃຫ້ພຣະຄຣິດຈົ່ງຍົກລູກຂຶ້ນ, ແລະ ຂໍໃຫ້ ຄວາມທຸກທໍລະມານ ແລະ ການສິ້ນພຣະຊົນຂອງພຣະອົງ, ແລະ ການປະກົດຕົວຕໍ່ບັນພະບຸລຸດຂອງພວກເຮົາ, ແລະ ພຣະເມດຕາ ແລະ ຄວາມອົດກັ້ນຂອງພຣະອົງ, ແລະ ຄວາມຫວັງໃນລັດສະໝີພາບຂອງພຣະອົງ ແລະ ຊີວິດນິລັນດອນ ຈົ່ງມີຢູ່ໃນ ຈິດໃຈຂອງລູກຕະຫລອດການດ້ວຍເທີ້ນ.
26 ແລະ ຂໍໃຫ້ພຣະຄຸນຂອງພຣະເຈົ້າອົງເປັນພຣະບິດາ, ຊຶ່ງພຣະທີ່ນັ່ງຂອງພຣະອົງຢູ່ສູງໃນຟ້າສະຫວັນ, ແລະ ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ, ຜູ້ປະທັບຢູ່ທາງ ເບື້ອງຂວາພຣະຫັດແຫ່ງອຳນາດຂອງພຣະອົງ, ຈົນກວ່າທຸກສິ່ງທຸກຢ່າງຈະຂຶ້ນຢູ່ກັບພຣະອົງ, ຈົ່ງຢູ່ ແລະ ສະຖິດຢູ່ກັບລູກຕະຫລອດການດ້ວຍເທີ້ນ. ອາແມນ.