ສິ່ງ​ຊ່ວຍ​ສຶກ​ສາ
ແຜນຜັງ


ເຫດ​ການ​ຕ່າງໆ​ໃນ​ສະ​ໄໝ​ຂອງປິຕຸ​ດັ້ງ​ເດີມ. (ເນື່ອງ​ດ້ວຍ​ວ່າ​ບໍ່​ຮູ້​ຈັກ​ຄັກ​ແນ່​ກ່ຽວ​ກັບ​ວັນທີ​ຂອງ​ເຫດ​ການ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ພາກ​ນີ້, ຈຶ່ງ​ບໍ່​ໄດ້​ບອກ​ວັນທີ.)

ກ່ອນ ຄ.ສ. (ຫລື ກ.ຄ.ສ.—ກ່ອນ​ຄຣິສ​ຕະ​ສັກ​ກະ​ລາດ)

4000

ອາດາມ​ຕົກ.

ເອນົກ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ໂນອາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ; ນ້ຳ​ຖ້ວມ​ແຜ່ນ​ດິນ​ໂລກ.

ການ​ສ້າງ​ຫໍ​ບາ​ເບນ; ຊາວ​ຢາເຣັດ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

ເມນ​ຄີ​ເສ​ເດັກ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

ໂນອາ​ສິ້ນ​ຊີ​ວິດ.

ອັບຣາມ (ອັບ​ຣາ​ຮາມ) ເກີດ.

ອີ​ຊາກ​ເກີດ.

ຢາໂຄບ​ເກີດ.

ໂຢເຊັບ​ເກີດ.

ໂຢເຊັບ​ຖືກ​ຂາຍ​ໄປ​ປະເທດ​ເອຢິບ.

ໂຢເຊັບ​ເຂົ້າ​ເຝົ້າ​ຟາ​ຣາ​ໂອ.

ຢາໂຄບ (ອິດສະ​ຣາເອນ) ແລະ ຄອບ​ຄົວ​ຂອງ​ເພິ່ນ​ລົງ​ໄປ​ຍັງ​ປະເທດ​ເອຢິບ.

ຢາໂຄບ (ອິດສະ​ຣາເອນ) ສິ້ນ​ຊີວິດ.

ໂຢເຊັບ​ສິ້ນ​ຊີ​ວິດ.

ໂມເຊ​ເກີດ.

ໂມເຊ​ນຳ​ລູກ​ຫລານ​ຂອງ​ອິດສະ​ຣາເອນ​ອອກ​ຈາກ​ປະເທດ​ເອຢິບ (ອົບ​ພະ​ຍົບ).

ໂມເຊ​ໄດ້​ຮັບ​ການ​ປ່ຽນ​ແປງ​ສະພາບ.

ໂຢ​ຊວຍ​ສິ້ນ​ຊີ​ວິດ.

ຫລັງ​ຈາກ​ໂຢ​ຊວຍ​ສິ້ນ​ຊີ​ວິດ, ຊ່ວງ​ເວລາ​ຂອງ​ຜູ້​ຕັດ​ສິນ​ໄດ້​ເລີ່ມ​ຕົ້ນ, ຜູ້​ຕັດ​ສິນ​ຄົນ​ທຳ​ອິດ​ແມ່ນ​ໂອດນີເອນ ແລະ ຄົນ​ສຸດ​ທ້າຍ​ແມ່ນ​ຊາ​ມູ​ເອນ; ລຳ​ດັບ ແລະ ວັນທີ​ຂອງ​ຜູ້​ຕັດ​ສິນ​ຄົນ​ອື່ນໆ​ແມ່ນ​ບໍ່​ຮູ້​ຈັກ​ຄັກ​ແນ່.

ໂຊນ​ໄດ້​ຖືກ​ເຈີມ​ເປັນ​ກະສັດ.

ເຫດ​ການ​ຕ່າງໆ​ຂອງ​ສະ​ຫະ​ອາ​ນາ​ຈັກ​ແຫ່ງ​ອິດສະ​ຣາເອນ

1095

ເລີ່ມ​ຕົ້ນ​ສະ​ໄໝ​ການ​ປົກ​ຄອງ​ຂອງ​ໂຊນ.

1063

ຊາ​ມູ​ເອນ​ເຈີມ​ດາວິດ​ໃຫ້​ເປັນ​ກະສັດ.

1055

ດາວິດ​ເປັນ​ກະສັດ​ໃນ​ເຮັບໂຣນ.

1047

ດາວິດ​ເປັນ​ກະສັດ​ໃນ​ກຸງ​ເຢຣູ​ຊາເລັມ; ນາທານ ແລະ ກາດ ທຳ​ນາຍ.

1015

ໂຊ​ໂລ​ໂມນ​ເປັນ​ກະສັດ​ແຫ່ງ​ອິດສະ​ຣາເອນ​ທັງ​ໝົດ.

991

ພຣະ​ວິຫານ​ສຳ​ເລັດ.

975

ໂຊ​ໂລ​ໂມນ​ສິ້ນ​ຊີ​ວິດ; ສິບ​ເຜົ່າ​ທາງ​ເໜືອ​ເຮັດ​ການ​ກະ​ບົດ​ຕ້ານ​ເຣ​ໂຮ​ໂບ​ອາມ ລູກ​ຊາຍ​ຂອງ​ເພິ່ນ ແລະ ຊາວ​ອິດສະ​ຣາເອນ​ແບ່ງ​ແຍກ.

ເຫດ​ການ​ຕ່າງໆ​ຂອງ​ອິດສະ​ຣາເອນ

ເຫດ​ການ​ຕ່າງໆ​ຂອງ​ຢູ​ດາ

ເຫດ​ການ​ຕ່າງໆ​ໃນ​ປະຫວັດ​ສາດ​ຂອງ​ພຣະ​ຄຳ​ພີ​ມໍມອນ

975

ເຢໂຣ​ໂບອາມ​ເປັນ​ກະສັດ​ແຫ່ງ​ອິດສະ​ຣາເອນ.

949

ຊີຊາກ, ກະສັດ​ແຫ່ງ​ເອຢິບ, ປຸ້ນ​ສະດົມ​ເຢຣູ​ຊາເລັມ.

875

ອາຮາບ​ປົກ​ຄອງ​ອິດສະ​ຣາເອນ​ພາກ​ເໜືອ​ໃນ​ຊາ​ມາ​ເຣຍ; ເອລີ​ຢາ​ທຳ​ນາຍ.

851

ເອລີຊາ​ເຮັດ​ສິ່ງ​ມະຫັດ​ສະຈັນ​ອັນ​ຍິ່ງ​ໃຫຍ່​ຫລາຍ​ຢ່າງ.

792

ອາໂມ​ທຳ​ນາຍ.

790

ໂຢນາ ແລະ ໂຮ​ເຊ​ອາ​ທຳນາຍ.

740

ເອຊາ​ຢາ​ເລີ່ມ​ຕົ້ນ​ທຳ​ນາຍ. (ກຸງ​ໂຣມ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ; ນາໂບ​ນັດສາ​ເປັນ​ກະສັດ​ແຫ່ງ​ບາ​ບີ​ໂລນ ໃນ​ປີ 747; ຕີກະລາດ​-​ປີເລເຊ​ອົງ​ທີ​ສາມ ເປັນ​ກະສັດ​ແຫ່ງ​ອັດ​ຊີ​ເຣຍ ຈາກ 747 ເຖິງ 734.)

728

ເຮເຊ​ກີຢາ​ເປັນ​ກະສັດ​ແຫ່ງ​ຢູ​ດາ. (ຊານມາ​ເນເຊີ​ອົງ​ທີ​ສີ່ ເປັນ​ກະສັດ​ແຫ່ງ​ອັດ​ຊີ​ເຣຍ.)

721

ອາ​ນາ​ຈັກ​ພາກ​ເໜືອ​ຖືກ​ທຳ​ລາຍ; ສິບ​ເຜົ່າ​ຖືກ​ເອົາ​ໄປ​ເປັນ​ຊະ​ເລີຍ; ມີກາ​ທຳ​ນາຍ.

642

ນາຮູມ​ທຳນາຍ.

628

ເຢເຣ​ມີຢາ ແລະ ເສຟາ​ນີຢາ​ທຳນາຍ.

609

ໂອບາ​ດີຢາ​ທຳ​ນາຍ; ດາ​ນີ​ເອນ​ຖືກ​ເອົາ​ໄປ​ເປັນ​ຊະ​ເລີຍ​ທີ່​ບາ​ບີ​ໂລນ. (ນິ​ເນ​ເວ​ລົ້ມ​ສະ​ຫລາຍ​ໃນ 606; ເນ​ບູ​ກາດ​ເນັດສາ​ເປັນ​ກະສັດ​ແຫ່ງ​ບາ​ບີ​ໂລນ ຈາກ 604 ເຖິງ 561.)

600

ລີໄຮ​ອອກ​ຈາກ​ເຢຣູ​ຊາເລັມ.

598

ເອ​ເຊ​ກຽນ​ທຳ​ນາຍ​ໃນ​ບາ​ບີ​ໂລນ; ຮາ​ບາ​ກຸກ​ທຳ​ນາຍ; ເຊ​ເດ​ກີ​ຢາ​ເປັນ​ກະສັດ​ແຫ່ງ​ຢູ​ດາ.

588

ມິວເລັກ​ເດີນ​ທາງ​ຈາກ​ເຢຣູ​ຊາເລັມ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

588

ຊາວ​ນີໄຟ​ແຍກ​ອອກ​ຈາກ​ຊາວ​ເລມັນ (ລະຫວ່າງ 588 ແລະ 570).

587

ເນ​ບູ​ກາດ​ເນັດສາ​ຍຶດ​ຄອງ​ເຢຣູ​ຊາເລັມ.

ເຫດ​ການ​ຕ່າງໆ​ໃນ​ປະຫວັດ​ສາດ​ຂອງ​ຊາວ​ຢິວ

ເຫດ​ການ​ຕ່າງໆ​ໃນ​ປະຫວັດ​ສາດ​ຂອງ​ພຣະ​ຄຳ​ພີ​ມໍມອນ

537

ໄຊຣັດ​ໄດ້​ອະ​ນຸ​ຍາດ​ໃຫ້​ຊາວ​ຢິວ​ກັບ​ຈາກ​ບາ​ບີ​ໂລນ.

520

ຮັກກາຍ ແລະ ເຊກາຣີຢາ​ທຳ​ນາຍ.

486

ຊ່ວງ​ຊີວິດ​ຂອງ​ເອສະເທີ.

458

ເອຊະຣາ​ຖືກ​ມອບ​ໝາຍ​ໃຫ້​ປະຕິ​ຮູບ.

444

ເນ​ເຫມີ​ຢາ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ປົກ​ຄອງ​ຢູດາຍ.

432

ມາ​ລາ​ກີ​ທຳນາຍ.

400

ເຈຣອມ​ໄດ້​ຮັບ​ແຜ່ນ​ຈາລຶກ.

360

ອອມໄນ​ໄດ້​ຮັບ​ແຜ່ນ​ຈາລຶກ.

332

ອາເລັກ​ຊັນເດີ​ມະຫາລາດ​ເອົາ​ຊະນະ​ຊີເຣຍ ແລະ ເອຢິບ.

323

ອາເລັກ​ຊັນເດີ​ສິ້ນ​ຊີວິດ.

277

ການ​ແປ​ພຣະ​ຄຳ​ພີ​ເດີມ​ສະ​ໄໝ​ບູ​ຮານ​ຂອງ​ຊາວ​ຢິວ​ເປັນ​ພາ​ສາ​ກຣີກ ໄດ້​ເລີ່ມ​ຕົ້ນ.

167

ມັດ​ຕາ​ເທຍ​ຕະ​ກຸນ​ມາ​ກາ​ບີ​ກະ​ບົດ​ຕໍ່​ຊີເຣຍ.

166

ຢູດາ ມາກາ​ບາອຸດ ເປັນ​ຜູ້ນຳ​ຂອງ​ຊາວ​ຢິວ.

165

ພຣະ​ວິຫານ​ຖືກ​ຊຳລະ​ລ້າງ ແລະ ຖືກ​ອຸ​ທິດ​ຄືນ​ໃໝ່; ຮານຸກາ​ເກີດ​ຂຶ້ນ.

161

ຢູດາ ມາກາ​ບາອຸດ ສິ້ນ​ຊີວິດ.

148

ອະ​ບີ​ນາ​ໄດ​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ; ແອວມາ​ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຄືນ​ໃໝ່​ໃນ​ບັນ​ດາ​ຊາວ​ນີໄຟ.

124

ເບັນ​ຢາ​ມິນ​ກ່າວ​ຄຳ​ປາ​ໄສ​ເທື່ອ​ສຸດ​ທ້າຍ​ຂອງ​ເພິ່ນ​ຕໍ່​ຊາວ​ນີໄຟ.

100

ແອວມາ​ຜູ້​ເປັນ​ລູກ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ເລີ່ມ​ຕົ້ນ​ວຽກ​ງານ​ຂອງ​ເຂົາ​ເຈົ້າ.

91

ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ເລີ່ມ​ຕົ້ນ​ໃນ​ບັນ​ດາ​ຊາວ​ນີໄຟ.

63

ປອມເປ​ເອົາ​ຊະນະ​ເຢຣູ​ຊາເລັມ, ແລະ ການ​ປົກ​ຄອງ​ຂອງ​ພວກ​ມາ​ກາ​ບີ​ສິ້ນ​ສຸດ​ລົງ​ໃນ​ອິດສະ​ຣາເອນ, ການ​ປົກ​ຄອງ​ຂອງ​ໂຣມ​ໄດ້​ເລີ່ມ​ຕົ້ນ.

51

ຄລີໂອພາທຣາ​ປົກຄອງ.

41

ເຮໂຣດ ແລະ ຟາຊາເອນ ເປັນ​ສອງ​ຄົນ​ທີ່​ໄດ້​ເປັນ​ຜູ້​ປົກ​ຄອງ​ຢູດາຍ​ຮ່ວມ​ກັນ.

37

ເຮໂຣດ​ເປັນ​ຜູ້​ນຳ​ໃນ​ເຢຣູ​ຊາເລັມ.

31

ການ​ຕໍ່​ສູ້​ທີ່​ອັກຕີອູມ; ໂອຄຸໂຕ​ເປັນ​ຈັກ​ກະ​ພັດ​ຂອງ​ໂຣມ ຈາກ 31 ປີ ກ່ອນ ຄ.ສ. ເຖິງ ຄ.ສ. 14.

30

ຄລີໂອ​ພາທຣາ​ສິ້ນ​ຊີວິດ.

17

ເຮໂຣດ​ສ້ອມ​ແປງ​ພຣະ​ວິຫານ.

6

ຊາ​ມູ​ເອນ​ຄົນ​ເລມັນ​ທຳ​ນາຍ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ.

ເຫດ​ການ​ຕ່າງໆ​ໃນ​ປະຫວັດ​ສາດ​ຂອງ​ຊາວ​ຄຣິດ​ສະ​ຕຽນ

ເຫດ​ການ​ຕ່າງໆ​ໃນ​ປະຫວັດ​ສາດ​ຂອງ​ພຣະ​ຄຳ​ພີ​ມໍມອນ

ຄ.ສ.

ຄ.ສ.

ການ​ກຳ​ເນີດ​ຂອງ​ພຣະ​ເຢຊູ​ຄຣິດ.

30

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄຣິດ​ເລີ່ມ​ຕົ້ນ.

33

ພຣະ​ຄຣິດ​ຖືກ​ຄຶງ.

33 ຫລື 34

ພຣະ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ປະກົດ​ໃນ​ອາ​ເມ​ຣິ​ກາ.

35

ໂປໂລ​ປ່ຽນ​ໃຈ​ເຫລື້ອມ​ໃສ.

45

ໂປໂລ​ອອກ​ເດີນ​ທາງ​ໄປ​ເຜີຍ​ແຜ່​ສາດ​ສະ​ໜາ​ເທື່ອ​ທຳ​ອິດ.

58

ໂປໂລ​ຖືກ​ສົ່ງ​ໄປ​ໂຣມ.

61

ປະຫວັດ​ສາດ​ກິດ​ຈະ​ການ​ຂອງ​ອັກຄະ​ສາວົກ​ສິ້ນ​ສຸດ​ລົງ.

62

ໂຣມ​ຖືກ​ໄຟ​ໄໝ້; ຊາວ​ຄຣິດ​ສະ​ຕຽນ​ຖືກ​ຂົ່ມ​ເຫັງ​ພາຍ​ໃຕ້​ເນໂຣ.

70

ຊາວ​ຄຣິດ​ສະ​ຕຽນ​ໄປ​ເປລາ; ເຢຣູ​ຊາເລັມ​ຖືກ​ລ້ອມ ແລະ ຖືກ​ຍຶດ.

95

ຊາວ​ຄຣິດ​ສະ​ຕຽນ​ຖືກ​ຊາວ​ໂດໄມ​ຂົ່ມ​ເຫັງ.

385

ປະ​ຊາ​ຊາດ​ນີໄຟ​ຖືກ​ທຳ​ລາຍ.

421

ໂມ​ໂຣ​ໄນ​ເຊື່ອງ​ແຜ່ນ​ຈາລຶກ​ໄວ້.

ພິມ