ພຣະ​ຄຳ​ພີ
ໂມ​ເຊ 4


ບົດ​ທີ 4

(ເດືອນ​ມິ​ຖຸ​ນາ–ເດືອນ​ຕຸ​ລາ 1830)

ວິ​ທີ​ທີ່​ຊາ​ຕານ​ໄດ້​ກາຍ​ເປັນ​ມານ—ມັນ​ລໍ້​ລວງ​ເອ​ວາ—ອາ​ດາມ ແລະ ເອ​ວາ​ຕົກ, ແລະ ຄວາມ​ຕາຍ​ເຂົ້າ​ມາ​ສູ່​ໂລກ.

1 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ກັບ​ໂມ​ເຊ​ວ່າ: ຊາ​ຕານ​ຜູ້​ນັ້ນ, ຜູ້​ທີ່​ເຈົ້າ​ໄດ້​ສັ່ງ​ໃນ​ນາມ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ, ຄື​ຄົນ​ດຽວ​ກັນ​ນັ້ນ​ຊຶ່ງ​ດຳ​ລົງ​ຢູ່ ຕັ້ງ​ແຕ່​ຕົ້ນ, ແລະ ມັນ​ໄດ້​ມາ​ຢູ່​ຕໍ່​ໜ້າ​ເຮົາ, ໂດຍ​ກ່າວ​ວ່າ—ຈົ່ງ​ເບິ່ງ, ຂ້າ​ພຣະ​ອົງ​ຢູ່​ນີ້​ເດ, ຂໍ​ຈົ່ງ​ສົ່ງ​ຂ້າ​ພຣະ​ອົງ​ໄປ​ເຖີດ, ຂ້າ​ພຣະ​ອົງ​ຈະ​ເປັນ​ບຸດ​ຂອງ​ພຣະ​ອົງ, ແລະ ຂ້າ​ພຣະ​ອົງ​ຈະ​ໄຖ່​ມະ​ນຸດ​ຊາດ​ທຸກ​ຄົນ, ຈົນ​ວ່າ​ຈິດ​ວິນ​ຍານ​ໜຶ່ງ​ກໍ​ຈະ​ບໍ່​ເສຍ​ໄປ, ແລະ ຂ້າ​ພຣະ​ອົງ​ຈະ​ເຮັດ​ແນວ​ນັ້ນ​ແທ້ໆ; ດັ່ງ​ນັ້ນ​ຈົ່ງ​ມອບ​ກຽດ​ຕິ​ຍົດ​ຂອງ​ພຣະ​ອົງ​ໃຫ້​ຂ້າ​ພຣະ​ອົງ​ເຖີດ.

2 ແຕ່, ຈົ່ງ​ເບິ່ງ, ບຸດ​ທີ່​ຮັກ​ຂອງ​ເຮົາ, ຊຶ່ງ​ເປັນ​ທີ່​ຮັກ ແລະ ທີ່ ເລືອກ​ໄວ້​ແລ້ວ​ຂອງ​ເຮົາ​ຕັ້ງ​ແຕ່​ຕົ້ນ, ໄດ້​ກ່າວ​ກັບ​ເຮົາ​ວ່າ—ພຣະ​ບິ​ດາ​ເອີຍ, ຂໍ​ໃຫ້ ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ເທີ້ນ, ແລະ ຂໍ​ໃຫ້ ລັດ​ສະ​ໝີ​ພາບ​ເປັນ​ຂອງ​ພຣະ​ອົງ​ຕະ​ຫລອດ​ການ.

3 ດັ່ງ​ນັ້ນ, ເພາະ​ວ່າ​ຊາ​ຕານ​ໄດ້ ກະ​ບົດ​ຕໍ່​ເຮົາ, ແລະ ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ທຳ​ລາຍ ອຳ​ເພີ​ໃຈ​ຂອງ​ມະ​ນຸດ, ຊຶ່ງ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ມອບ​ໃຫ້​ມັນ, ແລະ ວ່າ​ຈະ​ໃຫ້​ເຮົາ​ມອບ​ອຳ​ນາດ​ຂອງ​ເຮົາ​ເອງ​ໃຫ້​ມັນ​ນຳ​ອີກ; ໂດຍ​ອຳ​ນາດ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ, ເຮົາ​ຈຶ່ງ​ໄດ້​ເຮັດ​ໃຫ້​ມັນ​ຖືກ ໂຍນ​ລົງ​ໄປ;

4 ແລະ ມັນ​ໄດ້​ກາຍ​ເປັນ​ຊາ​ຕານ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ເປັນ​ມານ, ບິ​ດາ​ຂອງ ຄວາມ​ຕົວະ​ທັງ​ປວງ, ທີ່​ຈະ​ຫລອກ​ລວງ ແລະ ເຮັດ​ໃຫ້​ມະ​ນຸດ​ຕາ​ບອດ, ແລະ ທີ່​ຈະ​ນຳ​ພາ​ພວກ​ເຂົາ​ໄປ​ເປັນ​ທາດ​ຕາມ​ຄວາມ​ປະ​ສົງ​ຂອງ​ມັນ, ແມ່ນ​ແຕ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ບໍ່​ເຊື່ອ​ຟັງ​ສຽງ​ຂອງ​ເຮົາ.

5 ແລະ ບັດ​ນີ້​ງູ​ເປັນ​ສັດ​ທີ່​ມີ ເລ່​ຫລ່ຽມ​ຫລາຍ​ກວ່າ​ສັດ​ອື່ນ​ໃດ​ໃນ​ທົ່ງ ຊຶ່ງ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ສ້າງ​ຂຶ້ນ​ມາ.

6 ແລະ ຊາ​ຕານ​ໄດ້​ເອົາ​ມັນ​ໃສ່​ໄວ້​ໃນ​ຫົວ​ໃຈ​ຂອງ​ງູ, (ເພາະ​ມັນ​ໄດ້​ດຶງ​ຫລາຍ​ຄົນ​ໃຫ້​ຕິດ​ຕາມ​ມັນ​ໄປ,) ແລະ ມັນ​ໄດ້​ພະ​ຍາ​ຍາມ​ລໍ້​ລວງ ເອ​ວາ​ນຳ​ອີກ, ເພາະ​ວ່າ​ມັນ​ບໍ່​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ດັ່ງ​ນັ້ນ ມັນ​ຈຶ່ງ​ສະ​ແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ໂລກ.

7 ແລະ ມັນ​ໄດ້​ກ່າວ​ກັບ​ຜູ້​ຍິງ​ວ່າ: ແທ້​ຈິງ​ແລ້ວ, ພຣະ​ເຈົ້າ​ໄດ້​ກ່າວ​ບໍ​ວ່າ—ບໍ່​ໃຫ້​ເຈົ້າ​ກິນ​ໝາກ​ໄມ້​ໃດໆ​ຢູ່​ໃນ ສວນ​ນີ້? (ແລະ ມັນ​ໄດ້​ກ່າວ​ດ້ວຍ​ປາກ​ຂອງ​ງູ.)

8 ແລະ ຜູ້​ຍິງ​ໄດ້​ກ່າວ​ກັບ​ງູ​ວ່າ: ໝາກ​ໄມ້​ທຸກ​ກົກ​ຢູ່​ໃນ​ສວນ​ນີ້ ພວກ​ເຮົາ​ກິນ​ໄດ້​ໝົດ;

9 ເວັ້ນ​ໄວ້​ແຕ່​ໝາກ​ໄມ້​ໃນ​ຕົ້ນ​ທີ່​ຢູ່​ກາງ​ສວນ, ພຣະ​ເຈົ້າ​ໄດ້​ກ່າວ​ວ່າ—ບໍ່​ໃຫ້​ກິນ​ມັນ, ແມ່ນ​ແຕ່​ແຕະ​ຕ້ອງ​ມັນ​ເປັນ​ເດັດ​ຂາດ, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ຕາຍ.

10 ແລະ ງູ​ໄດ້​ກ່າວ​ກັບ​ຜູ້​ຍິງ​ວ່າ: ເຈົ້າ​ຈະ​ບໍ່​ຕາຍ​ດອກ;

11 ເພາະ​ວ່າ​ພຣະ​ເຈົ້າ​ຮູ້​ວ່າ​ພວກ​ເຈົ້າ​ກິນ​ໝາກ​ໄມ້​ນັ້ນ​ເມື່ອ​ໃດ, ຕາ​ຂອງ​ພວກ​ເຈົ້າ​ກໍ​ຈະ​ຖືກ​ເປີດ​ເມື່ອ​ນັ້ນ, ແລະ ພວກ​ເຈົ້າ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ, ຮູ້​ຈັກ​ດີ ແລະ ຮູ້​ຈັກ​ຊົ່ວ.

12 ແລະ ເມື່ອ​ຜູ້​ຍິງ​ເຫັນ​ວ່າ​ຕົ້ນ​ໄມ້​ນັ້ນ​ງາມ​ແທ້ໆ ແລະ ໝາກ​ໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີ່​ຫລີ, ທັງ​ຄິດ​ວ່າ ຖ້າ​ຕົນ​ສະ​ຫລາດ​ຂຶ້ນ​ອີກ​ກໍ ຄົງ​ດີ​ຍິ່ງ, ນາງ​ຈຶ່ງ​ປິດ​ເອົາ​ໝາກ​ໄມ້, ແລະ ໄດ້ ກິນ​ມັນ, ແລະ ໄດ້​ເອົາ​ໄປ​ໃຫ້​ຜົວ​ຂອງ​ຕົນ​ຄື​ກັນ, ແລະ ລາວ​ກໍ​ໄດ້​ກິນ.

13 ແລະ ຕາ​ຂອງ​ພວກ​ເຂົາ​ທັງ​ສອງ​ໄດ້​ຖືກ​ເປີດ, ແລະ ພວກ​ເຂົາ​ຮູ້​ວ່າ​ພວກ​ຕົນ ເປືອຍ​ກາຍ. ແລະ ພວກ​ເຂົາ​ໄດ້​ເອົາ​ໃບ​ໄມ້​ມາ​ຫຍິບ​ເຂົ້າ​ກັນ ເພື່ອ​ປົກ​ປິດ​ຮ່າງ​ກາຍ​ຂອງ​ຕົນ​ເອງ​ໄວ້.

14 ແລະ ພວກ​ເຂົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໃນ​ຂະ​ນະ​ທີ່​ພວກ​ເຂົາ ຍ່າງ​ຢູ່​ໃນ​ສວນ, ໃນ​ມື້​ທີ່​ເຢັນ; ແລະ ອາ​ດາມ​ກັບ​ເມຍ​ຂອງ​ລາວ​ຈຶ່ງ​ໄດ້​ຫລົບ​ລີ້​ຊ່ອນ​ຕົວ​ເອງ​ຈາກ​ທີ່​ປະ​ທັບ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ທ່າມ​ກາງ​ຕົ້ນ​ໄມ້​ທັງ​ຫລາຍ.

15 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເອີ້ນ​ຫາ​ອາ​ດາມ, ແລະ ໄດ້​ກ່າວ​ກັບ​ລາວ​ວ່າ: ເຈົ້າ ໄປ​ໃສ?

16 ແລະ ລາວ​ໄດ້​ກ່າວ​ວ່າ: ຂ້າ​ນ້ອຍ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຢູ່​ໃນ​ສວນ, ແລະ ຂ້າ​ນ້ອຍ​ຢ້ານ​ກົວ, ເພາະ​ຂ້າ​ນ້ອຍ​ເຫັນ​ວ່າ​ຂ້າ​ນ້ອຍ​ເປືອຍ​ກາຍ, ແລະ ຂ້າ​ນ້ອຍ​ຈຶ່ງ​ໄດ້​ຫລົບ​ລີ້​ຊ່ອນ​ຕົວ​ຢູ່.

17 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ກັບ​ອາ​ດາມ​ວ່າ: ໃຜ​ບອກ​ວ່າ​ເຈົ້າ​ເປືອຍ​ກາຍ? ບໍ່​ແມ່ນ​ເຈົ້າ​ໄດ້​ກິນ​ໝາກ​ໄມ້​ທີ່​ເຮົາ​ໄດ້​ຫ້າມ​ເຈົ້າ​ບໍ່​ໃຫ້​ກິນ​ນັ້ນ​ບໍ? ຖ້າ​ເປັນ​ດັ່ງ​ນັ້ນ ເຈົ້າ​ຈະ ຕາຍ​ຢ່າງ​ແນ່​ນອນ.

18 ແລະ ຜູ້​ຊາຍ​ໄດ້​ກ່າວ​ວ່າ: ຜູ້​ຍິງ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ຂ້າ​ນ້ອຍ, ແລະ ຊົງ​ບັນ​ຊາ​ໃຫ້​ນາງ​ຢູ່​ກັບ​ຂ້າ​ນ້ອຍ, ໄດ້​ໃຫ້​ໝາກ​ໄມ້​ຂອງ​ຕົ້ນ​ນັ້ນ​ແກ່​ຂ້າ​ນ້ອຍ ແລະ ຂ້າ​ນ້ອຍ​ໄດ້​ກິນ.

19 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ກັບ​ຜູ້​ຍິງ​ວ່າ: ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ແນວ​ນັ້ນ? ແລະ ຜູ້​ຍິງ​ໄດ້​ກ່າວ​ວ່າ: ງູ​ໄດ້ ລໍ້​ລວງ​ຂ້າ​ນ້ອຍ, ແລະ ຂ້າ​ນ້ອຍ​ໄດ້​ກິນ.

20 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ກັບ​ງູ​ວ່າ: ດ້ວຍ​ວ່າ​ເຈົ້າ​ໄດ້​ເຮັດ​ສິ່ງ​ນີ້ ເຈົ້າ​ເທົ່າ​ນັ້ນ​ຈະ​ຖືກ ສາບ​ແຊ່ງ​ຫລາຍ​ກວ່າ​ໃນ​ຈຳ​ພວກ​ສັດ​ສາ​ວາ​ສິ່ງ​ທັງ​ປວງ, ແລະ ຫລາຍ​ກວ່າ​ສັດ​ທັງ​ຫລາຍ​ຢູ່​ໃນ​ທົ່ງ; ເຈົ້າ​ຈະ​ເລືອ​ຄານ​ໄປ​ດ້ວຍ​ທ້ອງ, ແລະ ຈະ​ເອົາ​ຂີ້​ດິນ​ເປັນ​ອາ​ຫານ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ຊີ​ວິດ​ເຈົ້າ;

21 ແລະ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ກັບ​ຜູ້​ຍິງ​ກຽດ​ຊັງ​ກັນ, ພົງ​ພັນ​ຂອງ​ເຈົ້າ ແລະ ຂອງ​ນາງ​ຈະ​ເປັນ​ສັດ​ຕູ​ຄູ່​ອາ​ຄາດ​ກັນ; ແລະ ເຂົາ​ຈະ​ເຮັດ​ໃຫ້​ຫົວ​ຂອງ​ເຈົ້າ​ຟົກ​ຊ້ຳ, ແລະ ເຈົ້າ​ຈະ​ເຮັດ​ໃຫ້​ສົ້ນ​ໜ່ອງ​ຂອງ​ເຂົາ​ຟົກ​ຊ້ຳ.

22 ກັບ​ຜູ້​ຍິງ, ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ວ່າ: ເຮົາ​ຈະ​ເພີ່ມ​ຄວາມ​ລຳ​ບາກ​ເມື່ອ​ເຈົ້າ​ຫາກ​ຖື​ພາ. ເຈົ້າ​ຈະ​ເບັ່ງ​ລູກ​ອອກ​ມາ ຢ່າງ​ເຈັບ​ປວດ​ເຫລືອ​ລົ້ນ, ແລະ ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ບໍ່​ພົ້ນ​ທີ່​ຢາກ​ໄດ້​ຜົວ​ມາ​ຄອງ, ແລະ ລາວ​ຈະ​ປົກ​ຄອງ​ເໜືອ​ເຈົ້າ.

23 ແລະ ກັບ​ອາ​ດາມ, ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ວ່າ: ເພາະ​ເຈົ້າ​ໄດ້​ຍິນ​ຍອມ​ຟັງ​ຄວາມ​ເມຍ; ເຈົ້າ​ຈຶ່ງ​ກິນ​ໝາກ​ໄມ້​ທີ່​ເຮົາ​ໄດ້​ສັ່ງ​ຫ້າມ, ໂດຍ​ກ່າວ​ວ່າ—ຫ້າມ​ບໍ່​ໃຫ້​ເຈົ້າ​ກິນ, ພື້ນ​ດິນ​ຈະ​ຖືກ​ສາບ​ແຊ່ງ​ເພາະ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ມາ; ໃນ​ຄວາມ​ໂສກ​ເສົ້າ​ເຈົ້າ​ຈະ​ເຮັດ​ວຽກ​ໜັກ​ເພື່ອ​ຫາ​ລ້ຽງ​ທ້ອງ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ຊີ​ວິດ​ເຈົ້າ.

24 ທີ່​ດິນ​ຈະ​ເກີດ​ຫຍ້າ ແລະ ມີ​ໜາມ​ເຕັມ​ໄປ​ທົ່ວ, ແລະ ຕົວ​ເຈົ້າ​ຈະ​ໄດ້​ກິນ​ພືດ​ໃນ​ທົ່ງ​ເປັນ​ອາ​ຫານ.

25 ເຈົ້າ​ຈະ​ເຮັດ​ວຽກ​ຍາກ ຈົນ ເຫື່ອ​ໄຫລ​ຍ້ອຍ​ອອກ​ມາ​ເພື່ອ​ຈະ​ເຮັດ​ໃຫ້​ດິນ​ເກີດ​ຜົນ​ພຽງ​ພໍ​ລ້ຽງ​ຊີ​ວິດ​ເຈົ້າ, ຈົນ​ກວ່າ​ເຈົ້າ​ຈະ​ຄືນ​ໄປ​ສູ່​ບ່ອນ​ທີ່​ເຈົ້າ​ຖືກ​ສ້າງ​ຂຶ້ນ​ມາ—ເພາະ​ເຈົ້າ​ຈະ​ຕາຍ​ຢ່າງ​ແນ່​ນອນ—ເພາະ​ວ່າ​ຈາກ​ດິນ​ເຮົາ​ໄດ້​ນຳ​ເຈົ້າ​ອອກ​ມາ: ເພາະ​ວ່າ​ເຈົ້າ​ຖືກ​ສ້າງ​ມາ​ແຕ່ ດິນ, ແລະ ເຈົ້າ​ຈະ​ຄືນ​ໄປ​ເປັນ​ດິນ​ອີກ.

26 ແລະ ອາ​ດາມ​ໄດ້​ເອີ້ນ​ເມຍ​ຂອງ​ລາວ​ວ່າ ເອ​ວາ, ເພາະ​ວ່າ​ນາງ​ເປັນ​ມານ​ດາ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ທັງ​ໝົດ; ເພາະ​ວ່າ​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເອີ້ນ​ຜູ້​ຍິງ​ຄົນ​ທຳ​ອິດ​ຂອງ​ຜູ້​ຍິງ​ທັງ​ປວງ, ຊຶ່ງ​ມີ ຢ່າງ​ຫລວງ​ຫລາຍ.

27 ກັບ​ອາ​ດາມ, ແລະ ກັບ​ເມຍ​ຂອງ​ລາວ, ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ເຮັດ​ເສື້ອ​ໜັງ​ສັດ​ໃຫ້​ພວກ​ເຂົາ ນຸ່ງ.

28 ແລະ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກ່າວ​ກັບ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ​ວ່າ: ຈົ່ງ​ເບິ່ງ, ມະ​ນຸດ​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ຄົນ​ໃນ​ພວກ​ເຮົາ ແລະ ທັງ ຮູ້​ຈັກ​ຄວາມ​ດີ ແລະ ຮູ້​ຈັກ​ຄວາມ​ຊົ່ວ; ແລະ ບັດ​ນີ້ ຢ້ານ​ວ່າ​ລາວ​ຈະ​ຍື່ນ​ມື​ຂອງ​ລາວ​ອອກ​ໄປ ຮັບ​ສ່ວນ​ຈາກ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ນຳ​ອີກ, ແລະ ກິນ ແລະ ມີ​ຊີ​ວິດ​ຢູ່​ຕະ​ຫລອດ​ການ,

29 ສະ​ນັ້ນ ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ສົ່ງ​ລາວ​ອອກ​ໄປ​ຈາກ​ສວນ ເອ​ເດນ, ເພື່ອ​ໃຫ້​ທຳ​ມາ​ຫາ​ກິນ​ຢູ່​ໃນ​ບ່ອນ​ທີ່​ລາວ​ຖືກ​ສ້າງ​ຂຶ້ນ​ມາ;

30 ເພາະ​ດັ່ງ​ທີ່​ເຮົາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ມີ​ຊີ​ວິດ​ຢູ່​ສັນ​ໃດ, ແມ່ນ​ແຕ່ ຖ້ອຍ​ຄຳ​ຂອງ​ເຮົາ​ຈະ​ກັບ​ຄືນ​ມາ​ແບບ​ໄຮ້​ຜົນ​ບໍ່​ໄດ້​ສັນ​ນັ້ນ ເພາະ​ດັ່ງ​ທີ່​ມັນ​ອອກ​ໄປ​ຈາກ​ປາກ​ຂອງ​ເຮົາ ມັນ​ຈະ​ສຳ​ເລັດ​ຜົນ​ດັ່ງ​ນັ້ນ.

31 ສະ​ນັ້ນ​ເຮົາ​ຈຶ່ງ​ໄດ້​ຂັບ​ໄລ່​ຊາຍ​ຜູ້​ນັ້ນ​ອອກ​ໄປ, ແລະ ເຮົາ​ໄດ້​ເອົາ ທູດ​ມາ​ເຝົ້າ​ສວນ​ເອ​ເດນ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ, ແລະ ມີ​ດາບ​ທີ່​ມີ​ແປວ​ໄຟ​ແກວ່ງ​ໄປ​ມາ​ທົ່ວ​ທຸກ​ທິດ ເພື່ອ​ຮັກ​ສາ​ເສັ້ນ​ທາງ​ຂອງ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ.

32 (ແລະ ນີ້​ເປັນ​ຖ້ອຍ​ຄຳ​ທີ່​ເຮົາ​ໄດ້​ກ່າວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂມ​ເຊ, ແລະ ມັນ​ເປັນ​ຄວາມ​ຈິງ​ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ປະ​ສົງ; ແລະ ເຮົາ​ໄດ້​ກ່າວ​ມັນ​ກັບ​ເຈົ້າ. ຈົ່ງ​ເບິ່ງ​ວ່າ​ເຈົ້າ​ຈະ​ບໍ່​ໃຫ້​ມະ​ນຸດ​ຄົນ​ໃດ​ເຫັນ, ຈົນ​ກວ່າ​ເຮົາ​ບັນ​ຊາ​ເຈົ້າ, ຍົກ​ເວັ້ນ​ແຕ່​ຄົນ​ທີ່​ເຊື່ອ. ອາ​ແມນ.)