​2021
ຮັບ​ຟັງ, ເຊື່ອ​ຟັງ, ແລະ ເອົາ​ໃຈ​ໃສ່່
ເດືອນ​ມັງ​ກອນ 2021


“Hear, Hearken, and Heed,” For the Strength of Youth, Jan. 2021, 32.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth ເດືອນ​ມັງ​ກອນ 2021

ຮັບ​ຟັງ, ເຊື່ອ​ຟັງ, ແລະ ເອົາ​ໃຈ​ໃສ່່

ຮູບ​ພາບ
ການ​ຟັງ, ການ​ອ່ານ, ແລະ ການ​ກ່າວ​ທີ່​ແທ່ນ​ປາ​ໄສ

ພາບ​ປະ​ກອບ ໂດຍ Guev Design

ຂໍ້​ຄວາມ​ທໍາ​ອິດ​ຢູ່​ໃນ ຄໍາ​ສອນ ແລະ ພັນ​ທະ​ສັນ​ຍາ​ ແມ່ນ ຈົ່ງ​ເຊື່ອ​ຟັງ (ເບິ່ງ ຄໍາ​ສອນ ແລະ ພັນ​ທະ​ສັນ​ຍາ 1:1). ນັ້ນ​ໝາຍ​ຄວາມ​ວ່າ “ຟັງ​ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຊື່ອ​ຟັງ.” ເຊື່ອ​ຟັງ ໝາຍ​ເຖິງ “ຟັງ​ພຣະ​ອົງ”—ເພື່ອ ຮັບ​ຟັງ ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກ່າວ ແລະ ແລ້ວ ເອົາ​ໃຈ​ໃສ່ ຕໍ່​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ. ໃນ​ສອງ​ຄຳ​ເຫລົ່າ​ນັ້ນ—“ຟັງ​ພຣະ​ອົງ”—ພຣະ​ເຈົ້າ​ໄດ້​ມອບ​ແບບ​ແຜນ​ຂອງ​ຄວາມ​ສຳ​ເລັດ​ຜົນ, ຄວາມ​ສຸກ, ແລະ ຄວາມ​ຊື່ນ​ຊົມ​ໃນ​ຊີ​ວິດ​ນີ້​ໃຫ້​ເຮົາ. ເຮົາ​ຕ້ອງ ຮັບ​ຟັງ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຊື່ອ​ຟັງ ຕາມ​ນັ້ນ, ແລະ ເອົາ​ໃຈ​ໃສ່ ຕໍ່​ສິ່ງ​ທີ່​ພຣະ​ອົງ​ໄດ້​ບອກ​​ເຮົາ!

ເຮົາ ສາ​ມາດ ໄປ​ຊອກ​ຮັບ​ຟັງ​ພຣະ​ອົງ​ໄດ້​ຢູ່​ບ່ອນ​ໃດ?

ເຮົາ​ສາ​ມາດ​ໄປ​ຫາ​ພຣະ​ຄຳ​ພີ. ເຮົາ​ກໍ​ສາ​ມາດ ຮັບ​ຟັງ​ພຣະ​ອົງ ຢູ່​ໃນ​ພຣະ​ວິ​ຫານ​ນຳ​ອີກ. ເຮົາ ຮັບ​ຟັງ​ພຣະ​ອົງ ໄດ້​ຊັດ​ເຈນ​ຂຶ້ນ ເມື່ອ​ເຮົາ​ຫລໍ່​ຫລອມ​ຄວາມ​ສາ​ມາດ​ຂອງ​ເຮົາ ທີ່​ຈະ​ຮັບ​ຮູ້​ສຸ​ລະ​ສຽງ​ທີ່​ແຜ່ວ​ເບົາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ແລະ, ສຸດ​ທ້າຍ, ເຮົາ ຮັບ​ຟັງ​ພຣະ​ອົງ ເມື່ອ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ຖ້ອຍຄຳ​ຂອງ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ.

ຈະ​ມີ​ຫຍັງ​ເກີດ​ຂຶ້ນ ຖ້າ​ຫາກ​ເຈົ້າ​ຮັບ​ຟັງ, ເຊື່ອ​ຟັງ, ແລະ ເອົາ​ໃຈ​ໃສ່​ດ້ວຍ​ຄວາມ​ຕັ້ງ​ໃຈ ຕໍ່​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ ແລະ ສິ່ງ​ທີ່​ພຣະ​ອົງ​ກຳ​ລັງ​ກ່າວ​ໃນ​ເວ​ລາ​ນີ້ ຜ່ານ​ທາງ​ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ອົງ? ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເຈົ້າ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ພະ​ລັງ​ເພີ່ມ​ເຕີມ ທີ່​ຈະ​ສາ​ມາດປະ​ເຊີນ​ກັບ​ການ​ລໍ້​ລວງ, ການ​ດີ້ນ​ລົນ, ແລະ ຄວາມ​ອ່ອນ​ແອ​ໄດ້. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຈະ​ມີ​ການ​ອັດ​ສະ​ຈັນ​ໃນ​ຄວາມ​ສໍາ​ພັນ​ໃນ​ຄອບ​ຄົວ ແລະ ໃນ​ວຽກ​ງານ​ປະ​ຈໍາ​ວັນ​ຂອງ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຄວາມ​ສາ​ມາດ​ຂອງ​ເຈົ້າ​ໃນ​ການ​ຮູ້​ສຶກ​ເຖິງ​ຄວາມ​ສຸກ ຈະ​ເພີ່ມ​ທະ​ວີ​ຂຶ້ນ ເຖິງ​ແມ່ນ​ວ່າ ຄວາມ​ວຸ້ນ​ວາຍ​ຈະ​ເພີ່ມ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຈົ້າ​ກໍ​ຕາມ.

ພິມ