​2021
ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮົາ?
ເດືອນ​ພຶດ​ສະ​ພາ 2021


“ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮົາ?,” For the Strength of Youth, ເດືອນ​ພຶດ​ສະ​ພາ 2021.

ພາກ​ຖາ​ນະ​ປະ​ໂລ​ຫິດ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮົາ?

ບົດ​ຄັດ​ຫຍໍ້

ຮູບ​ພາບ
ອຸບ​ມຸງ​ທີ່​ວ່າງ​ເປົ່າ​ຂອງ​ພຣະ​ຄຣິດ

ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ຫຍັງ​ເພື່ອ​ເຮົາ​ແຕ່​ລະ​ຄົນ? ພຣະ​ອົງ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຈຳ​ເປັນ​ຕໍ່​ການ​ເດີນ​ທາງ​ຂອງ​ເຮົາ ຜ່ານ​ຄວາມ​ເປັນ​ມະ​ຕະ ເພື່ອ​ໄປ​ຫາ​ຈຸດ​ໝາຍ​ປາຍ​ທາງ​ທີ່​ລະ​ບຸ​ຢູ່​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ຫລັກ​ທຳ​ສີ່​ຢ່າງ​ຂອງ​ແຜນ​ນັ້ນ. …

ການ​ຟື້ນ​ຄືນ​ພຣະ​ຊົນ​ຊ່ວຍ​ເຮົາ​ໃຫ້​ມີ​ທັດ​ສະ​ນະ ແລະ ຄວາມ​ເຂັ້ມ​ແຂງ​ທີ່​ຈະ​ອົດ​ທົນ​ກັບ​ການ​ທ້າ​ທາຍ​ໃນ​ຊ່ວງ​ມະ​ຕະ ທີ່​ເຮົາ​ແຕ່​ລະ​ຄົນ ແລະ ຄົນ​ທີ່​ເຮົາ​ຮັກ​ໄດ້​ປະ​ເຊີນ. ມັນ​ມອບ​ວິ​ທີ​ໃໝ່​ໃຫ້​ເຮົາ​ທີ່​ຈະ​ເບິ່ງ​ຄວາມ​ບົກ​ພ່ອງ​ທາງ​ຮ່າງ​ກາຍ, ທາງ​ຈິດ​ໃຈ, ຫລື ທາງ​ອາ​ລົມ ທີ່​ເຮົາ​ມີ​ມາ​ແຕ່​ເກີດ ແລະ ໄດ້​ມາ​ລະ​ຫວ່າງ​ຊີ​ວິດ​ມະ​ຕະ. ມັນ​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່​ເຮົາ ເພື່ອ​ອົດ​ທົນ​ກັບ​ຄວາມ​ໂສກ​ເສົ້າ, ຄວາມ​ອ່ອນ​ແອ, ແລະ ຄວາມ​ອຸກ​ອັ່ງ.

ການ​ຟື້ນ​ຄືນ​ພຣະ​ຊົນ​ກໍ​ໃຫ້​ແຮງ​ຈູງ​ໃຈ​ທີ່​ມີ​ພະ​ລັງ ເພື່ອ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ລະ​ຫວ່າງ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ. …

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ ໄດ້​ທົນ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ທີ່​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ເພື່ອ​ໃຫ້​ກາຍ​ເປັນ​ການ​ເສຍ​ສະ​ລະ​ແທນ​ບາບ​ຂອງ​ມະ​ນຸດ​ທຸກ​ຄົນ​ຜູ້​ຈະ​ກັບ​ໃຈ. ການ​ເສຍ​ສະ​ລະ​ຊົດ​ໃຊ້​ນີ້​ໄດ້​ມອບ​ສິ່ງ​ທີ່​ດີ​ທີ່​ສຸດ, ລູກ​ແກະ​ທີ່​ບໍ​ລິ​ສຸດ​ບໍ່​ມີ​ຕຳ​ນິ, ແລກ​ກັບ​ຄວາມ​ຊົ່ວ​ຮ້າຍ​ທີ່​ສຸດ, ບາບ​ຂອງ​ທັງ​ທົ່ວ​ໂລກ. …

… ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເຮົາ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ. ແຜນ​ນີ້​ລວມ​ທັງ​ການ​ສ້າງ, ຈຸດ​ປະ​ສົງ​ຂອງ​ຊີ​ວິດ, ຄວາມ​ຈຳ​ເປັນ​ຂອງ​ການ​ກົງ​ກັນ​ຂ້າມ, ແລະ ຂອງ​ປະ​ທານ​ແຫ່ງ​ອຳ​ເພີ​ໃຈ. ພຣະ​ອົງ​ຍັງ​ໄດ້​ສິດ​ສອນ​ເຮົາ​ເຖິງ​ພຣະ​ບັນ​ຍັດ ແລະ ພັນ​ທະ​ສັນ​ຍາ ທີ່​ເຮົາ​ຕ້ອງ​ເຊື່ອ​ຟັງ ແລະ ພິ​ທີ​ການ​ທີ່​ເຮົາ​ຕ້ອງ​ມີ​ປະ​ສົບ​ການ ເພື່ອ​ຊ່ວຍ​ເຮົາ​ກັບ​ຄືນ​ໄປ​ຫາ​ບິ​ດາ​ມານ​ດາ​ໃນ​ສະ​ຫວັນ​ຂອງ​ເຮົາ​ນຳ​ອີກ. …

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຮູ້​ສຶກ ແລະ ຮູ້​ຈັກ​ການ​ລໍ້​ລວງ​ຂອງ​ເຮົາ, ການ​ດີ້ນ​ລົນ​ຂອງ​ເຮົາ, ໃຈ​ທີ່​ເຈັບ​ປວດ​ຂອງ​ເຮົາ, ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ, ເພາະ​ພຣະ​ອົງ​ໄດ້​ເຕັມ​ພຣະ​ໄທ​ປະ​ເຊີນ​ກັບ​ມັນ​ທັງ​ໝົດ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ. … ທຸກ​ຄົນ​ທີ່​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ອ່ອນ​ແອ​ໃດໆ​ຂອງ​ຊ່ວງ​ມະ​ຕະ ຄວນ​ຈື່​ຈຳ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ເຊີນ​ກັບ​ຄວາມ​ເຈັບ​ປວດ​ນັ້ນ​ຄື​ກັນ, ແລະ ວ່າ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ສະ​ເໜີ​ມອບ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ​ແຕ່​ລະ​ຄົນ​ເພື່ອ​ອົດ​ທົນ​ກັບ​ມັນ.

ພິມ