“ເຈນ ເອລີຊາເບັດ ແມນນິງ ເຈມສ໌” (ຫົວຂໍ້ປະຫວັດສາດຂອງສາດສະໜາຈັກ)
“ເຈນ ເອລີຊາເບັດ ແມນນິງ ເຈມສ໌”
ເຈນ ເອລີຊາເບັດ ແມນນິງ ເຈມສ໌
ເຈນ ເອລີຊາເບັດ ແມນນິງ ເຈມສ໌ (ປະມານ 1822–1908) ເປັນຄົນໜຶ່ງໃນຈຳນວນລູກຫ້າຄົນຂອງສາມີພັນລະຍາຄູ່ໜຶ່ງຄົນອາເມຣິກາດຳທີ່ເປັນອິດສະລະ ຢູ່ໃນລັດຄອນເນຕີກັດ ໃນໄລຍະທີ່ຄົນດຳສ່ວນຫລາຍຢູ່ໃນສະຫະລັດອາເມຣິກາຍັງເປັນທາດຢູ່.1 ຕອນຍັງໜຸ່ມ, ນາງໄດ້ເຂົ້າຮ່ວມໂບດ New Canaan Congregational ໃນປີ 1841, ແຕ່ 18 ເດືອນ ຈາກນັ້ນ, ໃນລະດູໜາວຂອງປີ 1842–43, ນາງ ແລະ ສະມາຊິກໃນຄອບຄົວຫລາຍຄົນໄດ້ຮັບບັບຕິສະມາເຂົ້າໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ບໍ່ດົນນາງເຈນ ແລະ ຄົນອື່ນໆໃນຄອບຄົວຂອງນາງ ມີຄວາມປາດຖະໜາທີ່ຈະໄປຮ່ວມກັບໄພ່ພົນຢູ່ໃນເມືອງນາວູ, ສະນັ້ນເຂົາເຈົ້າຈຶ່ງໄດ້ເດີນທາງຈາກລັດຄອນເນຕີກັດ ໄປຫາລັດນິວຢອກ, ວາງແຜນທີ່ຈະເດີນທາງໄປໂດຍເຮືອກົນໄຟ ແລະ ເຮືອຕະຄອງ. ເຖິງຢ່າງໃດກໍຕາມ, ເຂົາເຈົ້າຖືກປະຕິເສດບໍ່ໃຫ້ຂຶ້ນເຮືອ ເພາະເປັນຄົນອາເມຣິກາດຳ, ສະນັ້ນເຂົາເຈົ້າຈຶ່ງໄດ້ຍ່າງໄປເອງ ໃນເສັ້ນທາງທີ່ເຫລືອຢູ່ປະມານ 800 ໄມ (1,287 ກິໂລແມັດ). ຢູ່ໃນເມືອງພີໂອເຣຍ, ລັດອິລິນອຍ, ເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ສົງໄສຄອບຄົວແມນນິງວ່າເປັນທາດທີ່ໂຕນໜີ ແລະ ໄດ້ສັ່ງໃຫ້ສະແດງໃບຢັ້ງຢືນການເປັນອິດສະລະຂອງເຂົາເຈົ້າ. ການຈຳແນກເຊື້ອຊາດເປັນບັນຫາທີ່ນາງເຈນໄດ້ປະເຊີນຕະຫລອດຊີວິດຂອງນາງ.
ເມື່ອໄປເຖິງເມືອງນາວູ, ບໍ່ດົນນາງເຈນກໍໄດ້ກາຍເປັນເພື່ອນກັບໂຈເຊັບ ແລະ ນາງເອມມາ ສະມິດ. ນາງໄດ້ອາໄສຢູ່ກັບເຂົາເຈົ້າ ແລະ ໄດ້ທຳງານຢູ່ໃນເຮືອນຂອງເຂົາເຈົ້າ. ໃນຈຸດນີ້, ນາງເອມມາໄດ້ເຊື້ອເຊີນນາງເຈນໃຫ້ກາຍເປັນລູກບຸນທຳໃນຄອບຄົວສະມິດ ໂດຍການຜະນຶກຂອງຖານະປະໂລຫິດ.2 ນາງເຈນໄດ້ປະຕິເສດ, ເພາະຄວາມເຂົ້າໃຈຜິດໃນສິ່ງທີ່ນາງບໍ່ຄຸ້ນເຄີຍ, ກັບການປະຕິບັດແບບໃໝ່, ແຕ່ນາງມີຄວາມເຊື່ອຢ່າງໜັກແໜ້ນເຖິງບົດບາດຂອງການເປັນສາດສະດາຂອງໂຈເຊັບ. “ຂ້າພະເຈົ້າຮູ້ຈັກສາດສະດາໂຈເຊັບດີ,” ຕໍ່ມານາງໄດ້ເປັນພະຍານ. “ເພິ່ນເປັນຄົນດີແທ້ໆ ທີ່ຂ້າພະເຈົ້າເຄີຍເຫັນມາຢູ່ໃນໂລກນີ້. … ຂ້າພະເຈົ້າໝັ້ນໃຈວ່າ ເພິ່ນເປັນສາດສະດາ ເພາະຂ້າພະເຈົ້າຮູ້.”3
ຈາກການເວົ້າລົມກັບໂຈເຊັບ ແລະ ລູສີ ແມັກ ສະມິດ ແມ່ຂອງເພິ່ນ, ນາງເຈນໄດ້ຮຽນຮູ້ຫລາຍຕື່ມອີກກ່ຽວກັບພຣະຄຳພີມໍມອນ ແລະ ການແປຂອງມັນ ພ້ອມທັງເຂົ້າໃຈ ແລະ ນັບຖືພິທີການຂອງພຣະວິຫານ.
ນາງເຈນໄດ້ແຕ່ງງານກັບໄອເຊັກ ເຈມສ໌, ຄົນອາເມຣິກາດຳທີ່ເປັນອິດສະລະ ຈາກລັດນິວເຈີຊີ. ເຂົາເຈົ້າ, ພ້ອມດ້ວຍລູກຊາຍຂອງນາງເຈນ ຊື່ ຊຽວວິດສະເຕີ, ໄດ້ໜີຈາກເມືອງນາວູໃນປີ 1846 ເພື່ອເດີນທາງໄປຫາພາກຕາເວັນຕົກກັບໄພ່ພົນ. ໃນເດືອນມິຖຸນາຂອງປີນັ້ນ, ລູກຊາຍຊື່ ຊີລາສ໌ ຂອງນາງເຈນກັບໄອເຊັກ ໄດ້ເກີດມາ. ປີຕໍ່ມາຄອບຄົວນີ້ໄດ້ເດີນທາງຂ້າມທົ່ງພຽງ, ໄປເຖິງຫ່ອມພູເຊົາເລັກໃນລະດູໃບໄມ້ຫລົ່ນຂອງປີ 1847. ໄອເຊັກ ແລະ ນາງເຈນໄດ້ມີລູກຕື່ມອີກຫົກຄົນ, ພຽງແຕ່ສອງຄົນເທົ່ານັ້ນທີ່ມີອາຍຸຍືນກວ່ານາງເຈນ. ຄືກັນກັບຄືນອື່ນໆທີ່ໄດ້ໄປຕັ້ງຖິ່ນຖານຢູ່ໃນຫ່ອມພູເຊົາເລັກ, ນາງເຈນ ແລະ ໄອເຊັກໄດ້ທຳງານໜັກເພື່ອຫາລ້ຽງຄອບຄົວ. ໄອເຊັກໄດ້ທຳງານເປັນກຳມະກອນ ແລະ ບາງເທື່ອກໍໄດ້ເປັນຄົນຂັບລົດມ້າໃຫ້ບຣິກຳ ຢັງ, ແລະ ນາງເຈນໄດ້ຕ່ຳຜ້າ, ເຮັດເຄື່ອງນຸ່ງ, ແລະ ຊັກເຄື່ອງ, ຄືກັນກັບທີ່ນາງເຄີຍເຮັດຢູ່ໃນເມືອງນາວູ.
ຄວາມຕຶງຄຽດໃນການແຕ່ງງານໄດ້ເຮັດໃຫ້ໄອເຊັກ ແລະ ນາງເຈນຢ່າຮ້າງກັນໃນປີ 1870. ຕໍ່ມານາງເຈນໄດ້ແຕ່ງງານກັບຊາຍຄົນໜຶ່ງທີ່ເຄີຍເປັນທາດ ຊື່ ຟະແລ້ງ ເພີຄິນສ໌, ແຕ່ຢູ່ນຳກັນໄດ້ພຽງແຕ່ສອງປີເທົ່ານັ້ນ, ແລ້ວນາງໄດ້ໃຊ້ຊີວິດທີ່ເຫລືອຢູ່ຂອງນາງເປັນແມ່ລ້ຽງລູກດ່ຽວ ແລະ ເປັນແມ່ຕູ້. ດ້ວຍຄວາມຂັດສົນເລື່ອງການເງິນ ແລະ ການຕາຍຂອງລູກສາມຄົນຂອງນາງ ຈຶ່ງເຮັດໃຫ້ນາງເຈນກັບໄປທຳງານອີກ. ນາງໄດ້ຜະລິດ ແລະ ຂາຍສະບູ, ຂະນະທີ່ລູກຊາຍສອງຄົນຂອງນາງທຳງານເປັນກຳມະກອນ. ໃນປີ 1890, ຫລັງຈາກ 20 ປີ ທີ່ຢູ່ຫ່າງໄກ, ໄອເຊັກໄດ້ກັບຄືນໄປເມືອງເຊົາເລັກ, ໄດ້ກັບຄືນເປັນສະມາຊິກຂອງສາດສະໜາຈັກ, ແລະ ໄດ້ຜູກມິດກັບນາງເຈນ. ຕອນລາວຕາຍໃນໜຶ່ງປີຈາກນັ້ນ, ງານສົ່ງສະການໄດ້ຖືກຈັດຂຶ້ນຢູ່ບ້ານຂອງນາງເຈນ.
ຕະຫລອດຄວາມຍາກລຳບາກໃນຊີວິດຂອງນາງ, ນາງເຈນໄດ້ຍຶດໝັ້ນກັບສັດທາຂອງນາງ ໃນຄຳສອນພຣະກິດຕິຄຸນ ແລະ ຮູ້ຄຸນຄ່າການເປັນສະມາຊິກຂອງນາງໃນສາດສະໜາຈັກ. ນາງໄດ້ບໍລິຈາກຊັບສິນເພື່ອການສ້າງພຣະວິຫານ ແລະ ໄດ້ເຂົ້າຮ່ວມສະມາຄົມສະຕີສົງເຄາະ ແລະ ເຂົ້າຮ່ວມ Young Ladies’ Retrenchment Society.4 ນາງເຈນໄດ້ມີປະສົບການຢ່າງຫລວງຫລາຍກັບຂອງປະທານແຫ່ງພຣະວິນຍານ, ລວມທັງພາບນິມິດ, ຄວາມຝັນ, ການປິ່ນປົວໂດຍສັດທາ, ແລະ ການເວົ້າພາສາແປກໆ. “ສັດທາຂອງຂ້າພະເຈົ້າໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ,” ຕໍ່ມານາງໄດ້ຂຽນໃນຊີວິດຂອງນາງ, “ຍັງເຂັ້ມແຂງໃນທຸກວັນນີ້, ບໍ່ແມ່ນ, ມັນອາດເຂັ້ມແຂງກວ່າມື້ທີ່ຂ້າພະເຈົ້າໄດ້ຮັບບັບຕິສະມາ.”5
ລະຫວ່າງຊ່ວງໄລຍະປີ 1884 ເຖິງ 1904, ນາງເຈນໄດ້ຕິດຕໍ່ກັບຜູ້ນຳຂອງສາດສະໜາຈັກເລື້ອຍໆ—ຈອນ ເທເລີ, ວິວເຝີດ ວູດຣັບ, ຊີນາ ດີ ເອັຈ ຢັງ, ແລະ ໂຈເຊັບ ແອັຟ ສະມິດ—ແລະ ໄດ້ຂໍອະນຸຍາດຮັບເອົາຂອງປະທານສັກສິດ ແລະ ການຜະນຶກຂອງນາງ.6 ໃນເວລານັ້ນ, ໄພ່ພົນຍຸກສຸດທ້າຍ ຊາຍ ແລະ ຍິງຄົນອາເມຣິກາດຳ ຍັງບໍ່ໄດ້ຮັບອະນຸຍາດໃຫ້ມີພາກສ່ວນໃນພິທີການຂອງພຣະວິຫານສ່ວນຫລາຍເທື່ອ. ໃນປີ 1888, ປະທານສະເຕກຊື່ ແອງເກີສ໌ ເອັມ ແຄນນັນ ໄດ້ອະນຸຍາດໃຫ້ນາງເຈນຮັບບັບຕິສະມາແທນຍາດພີ່ນ້ອງທີ່ລ່ວງລັບໄປແລ້ວຂອງນາງ.7 ໃນທີ່ສຸດຜູ້ນຳຂອງສາດສະໜາຈັກກໍໄດ້ອະນຸຍາດໃຫ້ນາງຜະນຶກໂດຍຜູ້ກະທຳແທນ ເຂົ້າກັບຄອບຄົວຂອງໂຈເຊັບ ສະມິດ ໃນຖານະຄົນຮັບໃຊ້ ໃນປີ 1894, ຊຶ່ງເປັນເຫດການທີ່ພິເສດ. ເຖິງແມ່ນວ່ານາງບໍ່ໄດ້ຮັບຂອງປະທານສັກສິດຂອງພຣະວິຫານ ຫລື ໄດ້ຜະນຶກເຂົ້າກັບຄອບຄົວຂອງນາງ ຕອນນາງຍັງມີຊີວິດຢູ່, ແຕ່ພິທີການເຫລົ່ານັ້ນໄດ້ຖືກກະທຳແທນໃນປີ 1979.8
ນາງໄດ້ເສຍຊີວິດໃນວັນທີ 16 ເດືອນເມສາ, 1908, ຕອນມີອາຍຸໄດ້ 95 ປີ, ໂດຍທີ່ເປັນໄພ່ພົນຍຸກສຸດທ້າຍທີ່ຊື່ສັດຕະຫລອດເວລາ. ໜັງສືພິມ Deseret News ໄດ້ລົງຂ່າວວ່າ, “ບໍ່ມີຫລາຍຄົນທີ່ຖືກກ່າວຍ້ອງຍໍສຳລັບສັດທາ ແລະ ຄວາມຊື່ສັດ ຫລາຍໄປກວ່ານາງເຈນ ແມນນິງ ເຈມສ໌, ແລະ ເຖິງແມ່ນວ່ານາງໄດ້ຖ່ອມຕົວລົງເຖິງດິນ ແຕ່ນາງກໍມີໝູ່ເພື່ອນ ແລະ ຄົນທີ່ນາງພົບປະສັງສັນດ້ວຍຢ່າງຫລວງຫລາຍ.”9