ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ
ໂຈເຊັບ ສະມິດ ແລະ ການ​ແຕ່ງ​ເມຍ​ຫລາຍ​ຄົນ


“ໂຈເຊັບ ສະມິດ ແລະ ການ​ແຕ່ງ​ເມຍ​ຫລາຍ​ຄົນ,” ຫົວ​ຂໍ້​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ

“ໂຈເຊັບ ສະມິດ ແລະ ການ​ແຕ່ງ​ເມຍ​ຫລາຍ​ຄົນ”

ໂຈເຊັບ ສະມິດ ແລະ ການ​ແຕ່ງ​ເມຍ​ຫລາຍ​ຄົນ

ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຊື່ອ​ວ່າ ຄູ່​ສົມ​ລົດ​ດຽວ—ການ​ມີ​ຜົວ​ເມຍ​ຄົນ​ດຽວ—ແມ່ນ​ກົດ​ຂອງ​ການ​ແຕ່ງ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.1 ໃນ​ສະ​ໄໝພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຜູ້​ຄົນ​ຂອງ​ພຣະ​ອົງ​ບາງ​ຄົນ​ໃຫ້​ແຕ່ງ​ເມຍ​ຫລາຍ​ຄົນ—ການ​ແຕ່ງ​ງານ​ຂອງ​ຊາຍ​ຄົນ​ໜຶ່ງ​ກັບ​ຜູ້​ຍິງ​ຫລາຍ​ຄົນ.2 ສະ​ມາ​ຊິກ​ລຸ້ນ​ທຳ​ອິດ​ບາງຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ກໍ​ໄດ້​ຮັບ ແລະ ເຊື່ອ​ຟັງພຣະ​ບັນ​ຍັດ​ຂໍ້​ດຽວ​ກັນ​ນີ້ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ.

ຫລັງ​ຈາກ​ໄດ້​ຮັບ​ການ​ເປີດ​ເຜີຍ ຊຶ່ງ​ບັນ​ຊາ​ໃຫ້​ເພິ່ນ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ການ​ແຕ່ງ​ເມຍ​ຫລາຍ​ຄົນ, ໂຈເຊັບ ສະມິດ ກໍ​ໄດ້​ເອົາ​ເມຍ​ຫລາຍ​ຄົນ ແລະ ໄດ້​ແນະ​ນຳເພື່ອນ​ຮ່ວມ​ງານ​ທີ່ໃກ້​ຊິດ​ໃຫ້​ປະ​ຕິ​ບັດ​ຄື​ກັນ. ຫລັກ​ທຳ​ຂໍ້​ນີ້ໄດ້​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ທ້າ​ທາຍ​ຫລາຍ​ທີ່​ສຸດ​ຂອງ​ການ​ຟື້ນ​ຟູ—ໂດຍ​ສະ​ເພາະ​ກັບ​ໂຈ​ເຊັບ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ. ການ​ແຕ່ງ​ເມຍ​ຫລາຍ​ຄົນ​ໄດ້ທົດ​ສອບ​ສັດ​ທາ ແລະ ກໍ່​ໃຫ້​ເກີດ​ມີ​ການ​ຖົກ​ຖຽງ ແລະ ການ​ຄັດ​ຄ້ານ. ໃນ​ຕອນ​ຕົ້ນ ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈຳ​ນວນ​ໜ້ອຍ​ໜຶ່ງ​ໄດ້​ຮັບ​ຮູ້​ວ່າ ການ​ຟື້ນ​ຟູ​ການ​ປະ​ຕິ​ບັດ​ຕາມ​ສະ​ໄໝພຣະ​ຄຣິສ​ຕະ​ທຳ​ຄຳ​ພີທັງ​ໝົດ ເປັນ​ເລື່ອງ​ແປກຕໍ່​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ. ແຕ່​ຕໍ່​ມາ ຫລາຍ​ຄົນ​ໄດ້​ເປັນ​ພະ​ຍານ​ເຖິງ​ປະ​ສົບ​ການ​ທາງວິນ​ຍານ​ທີ່​ມີ​ພະ​ລັງ ທີ່​ໄດ້​ຊ່ວຍ​ເຂົາ​ເຈົ້າ​ເອົາ​ຊະ​ນະ​ຄວາມ​ລັງ​ເລ​ໃຈ​ຂອງ​ເຂົາ​ເຈົ້າ ແລະ ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ກ້າ​ຫານ​ທີ່​ຈະ​ຮັບ​ຮູ້​ການ​ປະ​ຕິ​ບັດ​ຕາມ​ກົດ​ນີ້.

ລາຍ​ລະ​ອຽດ​ຕ່າງໆ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ການ​ແຕ່ງ​ເມຍ​ຫລາຍ​ຄົນ​ໃນ​ສະ​ໄໝ​ເລີ່ມ​ຕົ້ນ ບໍ່​ມີ​ໃຜ​ຮູ້ຈັກ ເພາະ​ວ່າ​ຜູ້​ທີ່​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ນີ້​ໄດ້​ຖືກ​ຂໍຮ້ອງ​ໃຫ້​ເກັບ​ການ​ປະ​ຕິ​ບັດ​ຂອງ​ຕົນໄວ້​ເປັນ​ຄວາມ​ລັບ. ສະ​ນັ້ນ​ບັນ​ທຶກ​ປະ​ຫວັດ​ສາດ​ຂອງ​ການ​ແຕ່ງ​ເມຍ​ຫລາຍ​ຄົນ​ໃນ​ສະ​ໄໝ​ເລີ່ມ​ຕົ້ນຈຶ່ງບໍ່​ມີ​ຫລາຍ: ມີ​ບັນ​ທຶກ​ສອງ​ສາມ​ສະ​ບັບ​ທີ່​ໃຫ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ສະ​ໄໝ​ນັ້ນ, ແລະ ຕໍ່​ມາ​ຄວາມ​ຊົງ​ຈຳ​ຂອງ​ຜູ້​ຄົນ​ກໍ​ເພິ່ງ​ອາ​ໄສ​ບໍ່​ໄດ້. SAints ບອກເລົ່າເລື່ອງ​ລາວ​ຫລາຍ​ຕອນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ການ​ແຕ່ງ​ເມຍ​ຫລາຍ​ຄົນ ໂດຍ ໂຈເຊັບ ສະມິດ ແລະ ໄພ່​ພົນ​ຍຸກ​ສຸດ​ທ້າຍ​ລຸ້ນ​ທຳ​ອິດ. ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ແຕ່ງ​ເມຍ​ຫລາຍ​ຄົນ​ໃນ​ສະ​ໄໝ​ເລີ່ມ​ຕົ້ນ, ເບິ່ງ “Plural Marriage in The Church of Jesus Christ of Latter-day Saints,” Gospel Topics Essays, topics.churchofjesuschrist.org.

ຫົວ​ຂໍ້​ທີ່​ກ່ຽວ​ຂ້ອງ: Joseph Smith Jr., Emma Hale Smith, Fanny Alger, Nauvoo Expositor

ແຫລ່ງ​ອ້າງ​ອີງ

  1. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Ensign ຫລື Liahona, May 2017, 145; ຢາ​ໂຄບ 2:27, 30.

  2. ເບິ່ງ “Plural Marriage in Kirtland and Nauvoo,” Gospel Topics Essays, topics.churchofjesuschrist.org.

ພິມ