​2015
ຈົ່ງ​ເປັນ​ແບບ​ຢ່າງ ແລະ ເປັນ​ຄວາມ​ສະ​ຫວ່າງ
ພະຈິກ 2015


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນພະຈິກ 2015

ຈົ່ງ​ເປັນ​ແບບ​ຢ່າງ ແລະ ເປັນ​ຄວາມ​ສະ​ຫວ່າງ

ເມື່ອ​ເຮົາ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ເຮົາ​ຈະ​ມີ​ໂອ​ກາດ​ທີ່​ຈະ​ເປັນ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ຊີ​ວິດ​ຂອງ​ຄົນ​ອື່ນ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ​ອີກ​ເທື່ອ​ໜຶ່ງ. ດັ່ງ​ທີ່​ທ່ານ​ຮູ້, ນັບ​ແຕ່​ພວກ​ເຮົາ​ໄດ້​ມາ​ຊຸມ​ນຸມ​ກັນ​ໃນ​ເດືອນເມສາ, ພວກ​ເຮົາ​ໂສກ​ເສົ້າ​ຫລາຍ ທີ່​ໄດ້​ສູນ​ເສຍ​ອັກ​ຄະ​ສາ​ວົກ​ທີ່​ຮັກ​ແພງ​ສາມ​ທ່ານ: ປະທານ ບອຍ ເຄ ແພ໊ກເກີ, ແອວເດີ ແອວ ທອມ ແພຣີ ແລະ ແອວເດີ ຣິເຈີດ ຈີ ສະກາດ. ພວກ​ເພິ່ນ​ໄດ້​ກັບ​ໄປ​ບ້ານ​ໃນ​ສະ​ຫວັນ​ຂອງ​ພວກ​ເພິ່ນ​ແລ້ວ. ພວກ​ເຮົາ​ຄິດ​ຮອດ​ພວກ​ເພິ່ນ. ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ສຳ​ລັບ​ແບບ​ຢ່າງ​ຂອງ​ພວກ​ເພິ່ນ ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ ແລະ ສຳ​ລັບ​ຄຳ​ສອນ​ທີ່​ດົນ​ໃຈ ທີ່​ພວກ​ເພິ່ນ​ໄດ້​ປະ​ໄວ້​ໃຫ້​ພວກ​ເຮົາ​ທຸກ​ຄົນ.

ພວກ​ເຮົາ​ຂໍ​ຕ້ອນ​ຮັບ​ອັກ​ຄະ​ສາ​ວົກ​ໃໝ່​ດ້ວຍ​ຄວາມ​ຍິນ​ດີ, ແອວເດີ ຣອນໂນ ເອ ແຣັສແບນ, ແອວເດີ ແກຣີ ອີ ສະຕີບ​ເວັນສັນ, ແລະ ແອວເດີ ແດວ ຈີ ເຣັນລັນ. ບຸ​ລຸດ​ເຫລົ່າ​ນີ້ ​ເປັນ​ຄົນ​ທີ່​ອຸ​ທິດ​ຕົນ​ໄວ້​ກັບ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ເພິ່ນ​ເໝາະ​ສົມ​ສຳ​ລັບ​ຕຳ​ແໜ່ງ​ທີ່​ສຳ​ຄັນ​ນີ້ ຊຶ່ງ​ພວກ​ເພິ່ນ​ໄດ້​ຖືກ​ເອີ້ນ​ໃຫ້​ມາ​ຮັບ​ເອົາ.

ເມື່ອ​ບໍ່​ດົນ​ມາ​ນີ້, ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ອ່ານ ແລະ ໄຕ່​ຕອງ​ຂໍ້​ພຣະ​ຄຳ​ພີ​ຢູ່, ພຣະ​ຄຳ​ພີ​ສອງ​ຂໍ້​ໄດ້​ວົນ​ວຽນ​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ພວກ​ເຮົາ​ຮູ້​ຈັກ​ສອງ​ຂໍ້​ນີ້​ດີ. ຂໍ້​ທຳ​ອິດ ມາ​ຈາກ​ການ​ເທດ​ສະ​ໜາ​ຢູ່​ໂນນ​ພູ ມີ​ຄຳ​ວ່າ: “ຈົ່ງ​ໃຫ້​ແສງ​ສະ​ຫວ່າງ​ທີ່​ຢູ່​ໃນ​ພວກ​ເຈົ້າ​ນັ້ນ​ສ່ອງ​ແຈ້ງ​ຕໍ່​ໜ້າ​ຄົນ​ທັງ​ຫລາຍ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຫັນ​ຄຸນ​ງາມ​ຄວາມ​ດີ​ທີ່​ພວກ​ເຈົ້າ​ເຮັດ ແລະ ພວກ​ເຂົາ​ຈະ​ສັນ​ລະ​ເສີນ​ພຣະ​ບິ​ດາ​ຂອງ​ພວກ​ເຈົ້າ​ທີ່​ສະ​ຖິດ​ຢູ່​ໃນ​ສະ​ຫວັນ.”1 ຂໍ້​ທີ​ສອງ​ໄດ້​ມາ​ສູ່​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ຕອນ​ຂ້າ​ພະ​ເຈົ້າ​ກຳ​ລັງ​ໄຕ່​ຕອງ​ກ່ຽວ​ກັບ​ຂໍ້​ທີ​ໜຶ່ງ. ມັນ​ມາ​ຈາກ​ສານ​ຂອງ​ອັກ​ຄະ​ສາ​ວົກ​ໂປໂລ ເຖິງ ຕີໂມທຽວ ມີ​ຄຳ​ວ່າ: “ຈົ່ງ​ເປັນ​ແບບ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງ​ຫລາຍ ໃນ​ທາງ​ກິ​ລິ​ຍາ ແລະ ວາ​ຈາ, ໃນ​ຄວາມ​ໃຈ​ບຸນ, ໃນ​ວິນ​ຍານ, ໃນ​ສັດ​ທາ, ແລະ ໃນ​ຄວາມ​ບໍ​ລິ​ສຸດ​ຂອງ​ເຈົ້າ.”2

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຂໍ້​ທີ​ສອງ​ອະ​ທິ​ບາຍ​ວິ​ທີ​ທີ່​ຈະ​ບັນ​ລຸ​ຂໍ້​ທີ​ໜຶ່ງ. ເຮົາ​ກາຍ​ເປັນ​ແບບ​ຢ່າງ​ໃຫ້​ຄົນ​ທີ່​ເຊື່ອ ໂດຍ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ທາງ​ກິ​ລິ​ຍາ ແລະ ວາ​ຈາ, ໃນ​ຄວາມ​ໃຈ​ບຸນ, ໃນ​ວິນ​ຍານ, ໃນ​ສັດ​ທາ, ແລະ ໃນ​ຄວາມ​ບໍ​ລິ​ສຸດ. ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ຄວາມ​ສະ​ຫວ່າງ​ຂອງ​ເຮົາ ຈະ​ສ່ອງ​ແຈ້ງ ເພື່ອ​ຄົນ​ອື່ນ​ຈະ​ໄດ້​ເຫັນ.

ເຮົາ​ແຕ່​ລະ​ຄົນ​ໄດ້​ມາ​ສູ່​ໂລກ ພ້ອມ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ. ເມື່ອ​ເຮົາ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ດຳ​ລົງ​ຊີ​ວິດ​ດັ່ງ​ທີ່​ພຣະ​ອົງ​ໄດ້​ດຳ​ລົງ ແລະ ໄດ້​ສອນ, ແລ້ວ​ຄວາມ​ສະ​ຫວ່າງ​ຈະ​ຮ້ອນ​ຮົນ​ເໝືອນ​ໄຟ ພາຍ​ໃນ​ຕົວ​ເຮົາ ແລະ ຈະ​ເຍືອງ​ທາງ​ໃຫ້​ຄົນ​ອື່ນ.

ອັກ​ຄະ​ສາ​ວົກ​ໂປໂລ ໄດ້​ບົ່ງ​ບອກ​ເຖິງ​ຄຸນ​ສົມ​ບັດ​ຫົກ​ຢ່າງ​ຂອງ​ຜູ້​ທີ່​ເຊື່ອ, ຄຸນ​ສົມ​ບັດ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ຮຸ່ງ​ແຈ້ງ. ຂໍ​ໃຫ້​ເຮົາ​ພິ​ຈາ​ລະ​ນາ​ເຖິງ​ແຕ່​ລະ​ຢ່າງ.

ຂ້າ​ພະ​ເຈົ້າ​ຈະ​ກ່າວ​ເຖິງ​ຄຸນ​ສົມ​ບັດ​ສອງ​ຢ່າງ​ທຳ​ອິດ​ພ້ອມ​ກັນ—​ນັ້ນ​ຄື ການ​ເປັນ​ແບບ​ຢ່າງ​ໃນ​ທາງ​ກິ​ລິ​ຍາ ແລະ ວາ​ຈາ. ຖ້ອຍ​ຄຳ​ທີ່​ເຮົາ​ໃຊ້ ສາ​ມາດ​ສົ່ງ​ເສີມ ແລະ ດົນ​ໃຈ, ຫລື ສາ​ມາດ​ທຳ​ຮ້າຍ ແລະ ດູ​ຖູກ. ໃນ​ໂລກ​ປະ​ຈຸ​ບັນ ມີ​ການ​ໃຊ້​ຄຳ​ຫຍາບ​ຄາຍ​ຫລາຍ ຊຶ່ງ​ເບິ່ງ​ຄື​ວ່າ ເຮົາ​ຫັນ​ໄປ​ທາງ​ໃດ ກໍ​ຈະ​ໄດ້​ຍິນ. ມັນ​ເປັນ​ສິ່ງ​ຍາກ​ທີ່​ຈະ​ຫລີກ​ເວັ້ນ​ຈາກ​ການ​ໄດ້​ຍິນ ຄົນ​ກ່າວ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ແບບ​ຫລິ້ນໆ ແລະ ແບບ​ບໍ່​ຄິດ. ຄຳ​ເວົ້າ​ທີ່​ຫຍາບ​ຄາຍ ກາຍ​ເປັນ​ສິ່ງ​ທຳ​ມະ​ດາ​ໃນ​ໂທ​ລະ​ພາບ, ໃນ​ພາບ​ພະ​ຍົນ, ໃນ​ປຶ້ມ, ແລະ ໃນ​ເພງ. ການ​ເວົ້າ​ແບບ​ບໍ່​ມີ​ຄວາມ​ຄາ​ລະ​ວະ ແມ່ນ​ການ​ເວົ້າ​ໝິ່ນ​ປະ​ໝາດ ແລະ ການ​ເວົ້າ​ໂອ້​ອວດ. ຂໍ​ໃຫ້​ເຮົາ​ຈົ່ງ​ເວົ້າ​ນຳ​ກັນ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ນັບ​ຖື, ​ໂດຍ​ຮັກ​ສາ​ການ​ເວົ້າ​ຈາ​ຂອງ​ເຮົາ​ໃຫ້​ສະ​ອາດ ແລະ ຫລີກ​ເວັ້ນ​ຈາກ​ຖ້ອຍ​ຄຳ​ທີ່​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ໄດ້​ຮັບ​ຄວາມ​ເຈັບ​ປວດ ຫລື ຜິດ​ໃຈ. ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ຜູ້​ໄດ້​ກ່າວ​ດ້ວຍ​ຄວາມ​ອົດ​ທົນ ແລະ ມີ​ເມດ​ຕາ ຕະ​ຫລອດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ.

ຄຸນ​ສົມ​ບັດ​ຕໍ່​ໄປ ທີ່​ໂປໂລ​ໄດ້​ກ່າວ​ເຖິງ​ແມ່ນ ຄວາມ​ໃຈ​ບຸນ, ຊຶ່ງ​ໝາຍ​ເຖິງ “ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ.”3 ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ພາຍ​ໃນ​ຜູ້​ຄົນ​ທີ່​ເຮົາ​ສາ​ມາດ​ເປັນ​ອິດ​ທິ​ພົນ​ຕໍ່ ຈະ​ມີ​ຄົນ​ທີ່​ໂດດ​ດ່ຽວ, ຄົນ​ທີ່​ເຈັບ​ປ່ວຍ, ແລະ ຄົນ​ທີ່​ຮູ້​ສຶກ​ທໍ້​ຖອຍ​ໃຈ. ເຮົາ​ມີ​ໂອ​ກາດ​ທີ່​ຈະ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ ແລະ ໃຫ້​ກຳ​ລັງ​ໃຈ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ນຳ​ຄວາມ​ຫວັງ​ມາ​ໃຫ້​ຄົນ​ໝົດ​ຫວັງ ແລະ ນຳ​ຄວາມ​ເຂັ້ມ​ແຂງ​ມາ​ໃຫ້​ຄົນ​ທີ່​ອ່ອນ​ແອ. ພຣະ​ອົງ​ໄດ້​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ; ພຣະ​ອົງ​ໄດ້​ເຮັດ​ໃຫ້​ຄົນ​ເປ້ຍ​ລ່ອຍ​ຍ່າງ​ໄດ້, ຄົນ​ຕາ​ບອດ​ເຫັນ​ຮຸ່ງ, ຄົນ​ຫູ​ໜວກ​ໄດ້​ຍິນ. ພຣະ​ອົງ​ໄດ້​ເຮັດ​ໃຫ້​ຄົນ​ຕາຍ​ຄືນ​ມີ​ຊີ​ວິດ. ຕະ​ຫລອດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ເອື້ອມ​ອອກ​ໄປ​ຫາ​ທຸກ​ຄົນ​ດ້ວຍ​ຄວາມ​ໃຈ​ບຸນ. ເມື່ອ​ເຮົາ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ອົງ, ເຮົາ​ຈະ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ, ຮ່ວມ​ທັງ​ຕົວ​ເຮົາ​ເອງ.

ຕໍ່​ໄປ, ເຮົາ​ຄວນ​ເປັນ​ແບບ​ຢ່າງ​ໃນ ວິນ​ຍານ. ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ຄຳ​ນີ້​ວ່າ ເຮົາ​ພະ​ຍາ​ຍາມ​ໃຫ້​ມີ​ຄວາມ​ເມດ​ຕາ, ຄວາມ​ກະ​ຕັນ​ຍູ, ການ​ໃຫ້​ອະ​ໄພ, ແລະ ໄມ​ຕີ​ຈິດ ໃນ​ຊີ​ວິດ​ຂອງ​ເຮົາ. ຄຸນ​ສົມ​ບັດ​ເຫລົ່າ​ນີ້ ຈະ​ຊ່ອຍ​ເຮົາ​ໃຫ້​ມີ​ວິນ​ຍານ​ດັ່ງ​ກ່າວ​ສະ​ຖິດ​ຢູ່​ນຳ ຊຶ່ງ​ຈະ​ສຳ​ພັດ​ກັບ​ຊີ​ວິດ​ຂອງ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ. ເປັນ​ເວ​ລາ​ຫລາຍ​ປີ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ຄົບ​ຄ້າ​ສະ​ມາ​ຄົມ​ກັບ​ຫລາຍ​ຕໍ່​ຫລາຍ​ຄົນ ຈົນ​ນັບ​ບໍ່​ຖ້ວນ ຜູ້​ມີ​ວິນ​ຍານ​ເຊັ່ນ​ນັ້ນ. ເຮົາ​ຮູ້​ສຶກ​ພິ​ເສດ​ເມື່ອ​ໄດ້​ຢູ່​ກັບ​ເຂົາ​ເຈົ້າ, ເປັນ​ຄວາມ​ຮູ້​ສຶກ​ທີ່​ເຮັດ​ໃຫ້​ເຮົາ​ຢາກ​ຄົບ​ຄ້າ​ສະ​ມາ​ຄົມ​ກັບ​ເຂົາ​ເຈົ້າ ແລະ ເຮັດ​ຕາມ​ແບບ​ຢ່າງ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ສົ່ງ​ແສງ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ແລະ ຊ່ອຍ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ.

ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສະ​ຫວ່າງ​ນັ້ນ ທີ່​ມາ​ຈາກ​ບຸກ​ຄົນ​ທີ່​ບໍ​ລິ​ສຸດ ແລະ ມີ​ຄວາມ​ຮັກ ຊຶ່ງ​ຖືກ​ຜູ້​ອື່ນ​ຮັບ​ຮູ້, ຂ້າ​ພະ​ເຈົ້າ​ຈະ​ແບ່ງ​ປັນ​ປະ​ສົບ​ການ​ຢ່າງ​ໜຶ່ງ​ກັບ​ທ່ານ ທີ່​ໄດ້​ເກີດ​ຂຶ້ນ​ເມື່ອ​ຫລາຍ​ປີ​ກ່ອນ.

ໃນ​ເວ​ລາ​ນັ້ນ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ໄດ້​ພົບ​ກັບ​ເຈົ້າ​ໜ້າ​ທີ່​ໃນ​ເມືອງ​ເຢ​ຣູ​ຊາ​ເລັມ ເພື່ອ​ຈັດ​ການ​ເລື່ອງ​ການ​ເຊົ່າ​ທີ່​ດິນ ເພື່ອ​ສ້າງ​ສູນ​ເຢ​ຣູ​ຊາ​ເລັມ​ຂອງ​ສາດ​ສະ​ໜາ​ຈັກ. ກ່ອນ​ຈະ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ, ສາດ​ສະ​ໜາ​ຈັກ​ຕ້ອງ​ໄດ້​ຕົກ​ລົງ​ວ່າ ສະ​ມາ​ຊິກ​ທີ່​ອາ​ໄສ​ຢູ່​ສູນ​ນັ້ນ ຈະ​ບໍ່​ໄປ​ເລາະ ເຜີຍ​ແຜ່​ສາດ​ສະ​ໜາ. ຫລັງ​ຈາກ​ໄດ້​ຕົກ​ລົງ​ກັນ​ຮຽບ​ຮ້ອຍ​ແລ້ວ, ເຈົ້າ​ໜ້າ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ຄົນ​ໜຶ່ງ ຜູ້​ເປັນ​ມິດ​ຂອງ​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ, ໄດ້​ກ່າວ​ວ່າ ລາວ​ໄດ້​ຮູ້​ວ່າ​ສາດ​ສະ​ໜາ​ຈັກ​ຈະ​ເຮັດ​ຕາມ​ຄຳ​ສັນ​ຍາ ທີ່​ຈະ​ບໍ່​ໄປ​ເລາະ​ເຜີຍ​ແຜ່. “ແຕ່,” ລາວ​ໄດ້​ເວົ້າ​ເຖິງ​ນັກ​ຮຽນ​ທີ່​ຈະ​ຢູ່​ໃນ​ສູນ​ນັ້ນ​ວ່າ, “ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ຄວາມ​ສະ​ຫວ່າງ​ໃນ​ດວງ​ຕາ​ຂອງ​ເຂົາ​ເຈົ້າ?”4 ຂໍ​ໃຫ້​ຄວາມ​ສະ​ຫວ່າງ​ພິ​ເສດ​ນັ້ນ​ຈົ່ງ​ຮຸ່ງ​ເຫລື້ອມ​ຢູ່​ພາຍ​ໃນ​ຕົວ​ເຮົາ ເພື່ອ​ວ່າ​ຄົນ​ອື່ນ​ຈະ​ໄດ້​ຮັບ​ຮູ້ ແລະ ຮູ້​ຈັກ​ຄຸນ​ຄ່າ​ຂອງ​ມັນ.

ການ​ເປັນ​ແບບ​ຢ່າງ​ໃນ ສັດ​ທາ ໝາຍ​ຄວາມ​ວ່າ ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ. ມັນ​ໝາຍ​ຄວາມ​ວ່າ ເຮົາ​ມີ ແລະ ວ່າ​ເຮົາ​ຮັກ​ສາ​ຄວາມ​ເຊື່ອ ອັນ​ທີ່​ຈະ​ນຳ​ພາ​ແນວ​ຄິດ ແລະ ການ​ກະ​ທຳ​ຂອງ​ເຮົາ. ສັດ​ທາ​ຂອງ​ເຮົາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ຈະ​ມີ​ອິດ​ທິ​ພົນ​ຕໍ່​ທຸກ​ສິ່ງ​ທີ່​ເຮົາ​ກະ​ທຳ. ໃນ​ທ່າມ​ກາງ​ຄວາມ​ສັບ​ສົນ​ຂອງ​ສະ​ໄໝ​ຂອງ​ເຮົາ, ການ​ຄັດ​ແຍ້ງ​ຂອງ​ຄວາມ​ສຳ​ນຶກ, ແລະ ຄວາມ​ວຸ້ນ​ວາຍ​ຂອງ​ຊີ​ວິດ​ປະ​ຈຳ​ວັນ, ສັດ​ທາ​ທີ່​ເຮົາ​ມີ​ຢູ່ ຈະ​ກາຍ​ເປັນ​ສະ​ໝໍ​ໃຫ້​ແກ່​ຊີ​ວິດ​ຂອງ​ເຮົາ. ຈົ່ງ​ຈື່​ຈຳ​ໄວ້​ວ່າ ສັດ​ທາ ແລະ ​ຄວາມ​ສົງ​ໄສ ບໍ່​ສາ​ມາດ​ຢູ່​ໃນ​ຈິດ​ໃຈ ໃນ​ເວ​ລາ​ດຽວ​ກັນ, ເພາະ​ຝ່າຍ​ໜຶ່ງ​ຈະ​ຂັບ​ໄລ່​ອີກ​ຝ່າຍ​ໜຶ່ງ​ໃຫ້​ໜີ​ໄປ. ຂ້າ​ພະ​ເຈົ້າ​ຂໍ​ເນັ້ນ​ເຖິງ​ສິ່ງ​ໜຶ່ງ​ທີ່​ເຮົາ​ເຄີຍ​ຖືກ​ບອກ​ມາ​ແລ້ວ​ຫລາຍ​ຕໍ່​ຫລາຍ​ເທື່ອ—​ວ່າ ກ່ອນ​ຈະ​ມີ ແລະ ຮັກ​ສາ​ສັດ​ທາ​ທີ່​ເຮົາ​ຕ້ອງ​ການ, ມັນ​ສຳ​ຄັນ​ທີ່​ເຮົາ​ຕ້ອງ​ອ່ານ ແລະ ສຶກ​ສາ ແລະ ໄຕ່​ຕອງ​ພຣະ​ຄຳ​ພີ. ການ​ສື່​ສານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຜ່ານ​ການ​ອະ​ທິ​ຖານ​ເປັນ​ສິ່ງ​ທີ່​ຈຳ​ເປັນ. ເຮົາ​ຈະ​ລະ​ເລີຍ​ສິ່ງ​ນີ້​ບໍ່​ໄດ້, ເພາະ​ຜູ້​ປໍ​ລະ​ປັກ ແລະ ບໍ​ລິ​ວານ​ຂອງ​ມັນ ກໍ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ ເພື່ອ​ເຮັດ​ໃຫ້​ເຮົາ​ອ່ອນ​ແອ​ລົງ, ມີ​ສັດ​ທາ​ໜ້ອຍ​ລົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ເຮົາ​ໃຫ້​ຄົ້ນ​ຫາ​ຢ່າງ​ພາກ​ພຽນ, ອະ​ທິ​ຖານ​ສະ​ເໝີ, ແລະ ມີ​ຄວາມ​ເຊື່ອ, ແລ້ວ ທຸກ​ສິ່ງ​ທັງ​ປວງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ເຮົາ.5

ຢ່າງ​ສຸດ​ທ້າຍ, ເຮົາ​ຕ້ອງ​ບໍ​ລິ​ສຸດ, ຊຶ່ງ​ໝາຍ​ຄວາມ​ວ່າ ເຮົາ​ຕ້ອງ​ສະ​ອາດ​ທາງ​ຮ່າງ​ກາຍ, ຈິດ​ໃຈ, ແລະ ວິນ​ຍານ. ເຮົາ​ຮູ້​ວ່າ ຮ່າງ​ກາຍ​ຂອງ​ເຮົາ​ເປັນ​ວິ​ຫານ, ຕ້ອງ​ປະ​ຕິ​ບັດ​ກັບ​ມັນ​ດ້ວຍ​ຄວາມ​ຄາ​ລະ​ວະ ແລະ ດ້ວຍ​ຄວາມ​ນັບ​ຖື. ຈິດ​ໃຈ​ຂອງ​ເຮົາ​ຄວນ​ເຕັມ​ໄປ​ດ້ວຍ​ຄວາມ​ຄິດ​ທີ່​ສົ່ງ​ເສີມ ແລະ ຍົກ​ລະ​ດັບ​ຈິດ​ໃຈ ແລະ ປາດ​ສະ​ຈາກ​ສິ່ງ​ສົກ​ກະ​ປົກ. ກ່ອນ​ຈະ​ມີ​ພຣະ​ວິນ​ຍານ​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ​ໄດ້​ນັ້ນ, ເຮົາ​ຕ້ອງ​ມີ​ຄ່າ​ຄວນ​ພໍ. ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຄວາມ​ບໍ​ລິ​ສຸດ​ຈະ​ນຳ​ຄວາມ​ສະ​ຫງົບ​ມາ​ສູ່​ຈິດ​ໃຈ ແລະ ຈະ​ເຮັດ​ໃຫ້​ເຮົາ​ເໝາະ​ສົມ ທີ່​ຈະ​ໄດ້​ຮັບ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ຜູ້​ໃດ​ທີ່​ມີ​ໃຈ​ບໍ​ລິ​ສຸດ ກໍ​ເປັນ​ສຸກ: ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ເຫັນ​ພຣະ​ເຈົ້າ.”6

ເມື່ອ​ເຮົາ​ພິ​ສູດ​ວ່າ ຕົນ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ຜູ້​ທີ່​ເຊື່ອ​ໃນ​ກິ​ລິ​ຍາ ແລະ ວາ​ຈາ, ໃນ​ຄວາມ​ໃຈ​ບຸນ, ໃນ​ວິນ​ຍານ, ໃນ​ສັດ​ທາ, ແລະ ໃນ​ຄວາມ​ບໍ​ລິ​ສຸດ, ແລ້ວ​ເຮົາ​ຈະ​ເໝາະ​ສົມ​ທີ່​ຈະ​ເປັນ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ໂລກ​ໄດ້.

ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ທ່ານ​ທຸກ​ຄົນ, ໂດຍ​ສະ​ເພາະ​ຄົນ​ໜຸ່ມ, ວ່າ​ຂະ​ນະ​ທີ່​ໂລກ​ເຄື່ອນ​ຍ້າຍ​ໄປ​ໜ້າ, ຫ່າງ​ໄກ​ໄປ​ຈາກ​ຫລັກ​ທຳ ແລະ ການ​ຊີ້​ນຳ ທີ່​ໄດ້​ຖືກ​ມອບ​ໃຫ້​ເຮົາ ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ພຣະ​ຊົນ​ຢູ່, ເຮົາ​ຈະ​ບໍ່​ຄື​ຄົນ​ອື່ນ ເພາະ​ເຮົາ​ແຕກ​ຕ່າງ. ເຮົາ​ຈະ​ບໍ່​ຄື​ຄົນ​ອື່ນ ເພາະ​ການ​ນຸ່ງ​ຖື​ທີ່​ຮຽບ​ຮ້ອຍ​ຂອງ​ເຮົາ. ເຮົາ​ຈະ​ແຕກ​ຕ່າງ ເພາະ​ເຮົາ​ບໍ່​ກ່າວ​ຄຳ​ຫຍາບ​ຄາຍ ແລະ ເພາະ​ເຮົາ​ບໍ່​ແຕະ​ຕ້ອງ​ສິ່ງ​ທີ່​ທຳ​ຮ້າຍ​ຕໍ່​ຮ່າງ​ກາຍ​ຂອງ​ເຮົາ. ເຮົາ​ຈະ​ແຕກ​ຕ່າງ ເພາະ​ເຮົາ​ຫລີກ​ເວັ້ນ​ຈາກ​ການ​ເວົ້າ​ຕະ​ຫລົກ​ທີ່​ບໍ່​ສຸ​ພາບ ແລະ ອອກ​ຄວາມ​ຄິດ​ຄວາມ​ເຫັນ​ແບບ​ເປັນ​ຕາ​ອັບ​ອາຍ. ເຮົາ​ຈະ​ແຕກ​ຕ່າງ ເມື່ອ​ເຮົາ​ຕັດ​ສິນ​ໃຈ​ບໍ່​ໃຫ້​ການ​ສື່​ສານ​ມວນ​ຊົນ​ທີ່​ບໍ່​ສະ​ອາດ ເຂົ້າ​ມາ​ໃນ​ຈິດ​ໃຈ​ຂອງ​ເຮົາ ຊຶ່ງ​ອາດ​ຂັບ​ໄລ່​ພຣະ​ວິນ​ຍານ​ອອກ​ໄປ​ຈາກ​ບ້ານ​ເຮືອນ​ຂອງ​ເຮົາ ແລະ ຈາກ​ຊີ​ວິດ​ຂອງ​ເຮົາ. ເຮົາ​ຈະ​ບໍ່​ຄື​ຄົນ​ອື່ນ​ແທ້ໆ ເມື່ອ​ເຮົາ​ເລືອກ​ສິ່ງ​ທີ່​ເປັນ​ສິນ​ທຳ—ເລືອກ​ສິ່ງ​ທີ່​ສອດ​ຄ່ອງ​ກັບ​ຫລັກ​ທຳ ແລະ ມາດ​ຕະ​ຖານ. ສິ່ງ​ເຫລົ່າ​ນີ້ ຈະ​ເຮັດ​ໃຫ້​ເຮົາ​ແຕກ​ຕ່າງ ຈາກ​ຜູ້​ຄົນ​ສ່ວນ​ຫລາຍ​ໃນ​ໂລກ ແລະ ເຮົາ​ກໍ​ຈະ​ມີ​ຄວາມ​ສະ​ຫວ່າງ​ນັ້ນ ແລະ ພຣະ​ວິນ​ຍານ​ນັ້ນ ຈະ​ສ່ອງ​ແສງ​ໃສ່​ໂລກ​ທີ່​ນັບ​ມື້​ນັບ​ມືດ​ມົວ​ລົງ.

ສ່ວນ​ຫລາຍ​ແລ້ວ ມັນ​ຈະ​ເປັນ​ສິ່ງ​ຫຍຸ້ງ​ຍາກ ທີ່​ຈະ​ເປັນ​ຄົນ​ທີ່​ແຕກ​ຕ່າງ ແລະ ຢືນ​ຢູ່​ຄົນ​ດຽວ. ມັນ​ເປັນ​ເລື່ອງ​ທຳ​ມະ​ດາ​ທີ່​ຈະ​ຢ້ານ​ວ່າ ຄົນ​ອື່ນ​ຈະ​ຄິດ​ແນວ​ໃດ ແລະ ເວົ້າ​ແນວ​ໃດ. ເພງ​ສັນ​ລະ​ເສີນ​ໃຫ້​ການ​ປອບ​ໂຍນ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ ແລະ ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ​ບໍ່​ຢ້ານ​ກົວ. ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຄຸ້ມ​ຄອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ກໍ​ຈະ​ບໍ່​ຢ້ານ​ກົວ”7 ເມື່ອ​ເຮົາ​ເຮັດ​ໃຫ້​ພຣະ​ຄຣິດ​ເປັນ​ຜູ້​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ເຮົາ, ແລ້ວ​ຄວາມ​ຢ້ານ​ກົວ​ຂອງ​ເຮົາ ຈະ​ຖືກ​ທົດ​ແທນ​ດ້ວຍ​ຄວາມ​ກ້າ​ຫານ​ແຫ່ງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເຮົາ.

ເຮົາ​ທຸກ​ຄົນ​ບໍ່​ມີ​ຊີ​ວິດ​ທີ່​ດີ​ພ້ອມ​ທຸກ​ຢ່າງ, ແລະ ບາງ​ເທື່ອ​ການ​ທ້າ​ທາຍ ແລະ ຄວາມ​ຫຍຸ້ງ​ຍາກ ທີ່​ເຮົາ​ປະ​ເຊີນ ອາດ​ເກີນ​ກວ່າ​ເຮົາ​ຈະ​ຜ່ານ​ຜ່າ​ໄດ້, ເຮັດ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ມືດ​ລົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ພ້ອມ​ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຄົນ​ອື່ນໆ, ຄວາມ​ສະ​ຫວ່າງ​ຂອງ​ເຮົາ​ຈະ​ຮຸ່ງ​ແຈ້ງ​ຄືນ ຊຶ່ງ​ຈະ​ເຍືອງ​ເສັ້ນ​ທາງ​ຂອງ​ເຮົາ​ຄືນ​ອີກ ແລະ ເປັນ​ຄວາມ​ສະ​ຫວ່າງ​ທີ່​ຄົນ​ອື່ນ​ອາດ​ຕ້ອງ​ການ​ດ້ວຍ.

ເພື່ອ​ສະ​ແດງ​ໃຫ້​ເຫັນ​ເລື່ອງນີ້, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຄຳ​ກະ​ວີ​ບົດ​ໜຶ່ງ ທີ່​ຂ້າ​ພະ​ເຈົ້າ​ມັກ ກັບ​ທ່ານ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ເປັນ​ເທື່ອ​ທຳ​ອິດ ເມື່ອ​ຫລາຍ​ປີ​ກ່ອນ ທີ່​ວ່າ:

ຂ້ອຍ​ເຫັນ​ຄົນ​ແປກ​ໜ້າ​ໃນ​ຕອນ​ກາງ​ຄືນ

ທີ່​ໂຄມ​ໄຟ​ຂອງ​ລາວ​ດັບ​ມອດ​ແລ້ວ.

ຂ້ອຍ​ໄດ້​ຢຸດ ແລະ ໄດ້​ຕໍ່​ໄຟ​

ໃຫ້​ລາວ​ຈາກ​ໂຄມ​ໄຟ​ຂອງ​ຂ້ອຍ.

ແລ້ວ​ເກີດ​ຝົນ​ຕົກ​ຟ້າ​ລົມ

ແລະ ແຜ່ນ​ດິນ​ໄຫວ.

ແລະ ເມື່ອ​ລົມ​ຝົນ​ມິດ​ງຽບ​ລົງ

ໂຄມ​ໄຟ​ຂອງ​ຂ້ອຍ​ໄດ້​ດັບ​ໄປ!

ແຕ່​ຄົນ​ແປກ​ໜ້າ​ໄດ້​ກັບ​ມາ—

ໂຄມ​ໄຟ​ຂອງ​ລາວ​ຍັງ​ຮຸ່ງ​ແຈ້ງ​ຢູ່!

ລາວ​ມີ​ແສງ​ໄຟ​ພິ​ເສດ

ແລະ ໄດ້​ຕໍ່​ໄຟ​ໃຫ້​ຂ້ອຍ!8

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ໂອ​ກາດ​ຂອງ​ເຮົາ​ທີ່​ຈະ​ສ່ອງ​ແສງ ແມ່ນ​ຢູ່​ອ້ອມ​ຮອບ​ເຮົາ ​ແຕ່​ລະ​ມື້, ບໍ່​ວ່າ​ເຮົາ​ຈະ​ພົບ​ເຫັນ​ຕົວ​ເອງ​ຢູ່​ໃນ​ສະ​ພາບ​ໃດ​ກໍ​ຕາມ. ເມື່ອ​ເຮົາ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ເຮົາ​ຈະ​ມີ​ໂອ​ກາດ​​ທີ່​ຈະເປັນ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ຊີ​ວິດ​ຂອງ​ຄົນ​ອື່ນ, ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ຄົນ​ໃນ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ເຮົາ​ເອງ​ກໍ​ຕາມ, ຫລື ເປັນ​ເພື່ອນ​ໃນ​ບ່ອນ​ທຳ​ງານ, ຫລື ເປັນ​ຄົນ​ຮູ້​ຈັກ​ກັນ, ຫລື ເປັນ​ຄົນ​ແປກ​ໜ້າ​ກໍ​ຕາມ.

ຕໍ່​ທ່ານ​ທຸກ​ຄົນ ຂ້າ​ພະ​ເຈົ້າ​ກ່າວ​ວ່າ ທ່ານ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ທ່ານ​ໄດ້​ມາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ເພື່ອ​ມາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ເພື່ອ​ເປັນ​ແບບ​ຢ່າງ​ເຖິງ​ຄວາມ​ຮັກ ແລະ ການ​ສິດ​ສອນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ເປັນ​ແສງ​ສະ​ຫວ່າງ​ໃຫ້​ແກ່​ຄົນ​ອື່ນ​ດ້ວຍ​ຄວາມ​ກ້າ​ຫານ. ເມື່ອ​ໄລ​ຍະ​ຂອງ​ການ​ຢູ່​ໃນ​ໂລກ​ສິ້ນ​ສຸດ​ລົງ, ຖ້າ​ຫາກ​ທ່ານ​ໄດ້​ເຮັດ​ພາກ​ສ່ວນ​ຂອງ​ທ່ານ, ພອນ​ທີ່​ປະ​ເສີດ​ຈະ​ເປັນ​ຂອງ​ທ່ານ ຊຶ່ງ​ເປັນ​ການ​ກັບ​ຄືນ​ໄປ​ຢູ່​ກັບ​ພຣະ​ອົງ​ຕະ​ຫລອດ​ການ.

ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໄດ້​ໃຫ້​ຄວາມ​ແນ່​ນອນ​ໃຈ​ແທ້ໆ ທີ່​ວ່າ: “ເຮົາ​ນີ້​ແຫລະ ເປັນ​ຄວາມ​ສະ​ຫວ່າງ​ຂອງ​ໂລກ ຜູ້​ທີ່​ຕາມ​ເຮົາ​ມາ ຈະ​ມີ​ຄວາມ​ສະ​ຫວ່າງ​ແຫ່ງ​ຊີ​ວິດ ແລະ ຈະ​ບໍ່​ເຄີຍ​ຢູ່​ໃນ​ຄວາມ​ມືດ​ຈັກ​ເທື່ອ.”9 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ອົງ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ເປັນ​ຜູ້​ວິງວອນ​ນຳ​ພຣະ​ບິ​ດາ​ແທນ​ເຮົາ. ພຣະ​ອົງ​ເປັນ​ແບບ​ຢ່າງ ແລະ ເປັນ​ພະ​ລັງ​ຂອງ​ເຮົາ. ພຣະ​ອົງ “ເປັນ​ຄວາມ​ສະ​ຫວ່າງ​ຊຶ່ງ​ສ່ອງ​ແສງ​ຢູ່​ໃນ​ຄວາມ​ມືດ.”10 ເຮົາ​ທຸກ​ຄົນ​ທີ່​ໄດ້​ຍິນ​ສຽງ​ຂອງ​ຂ້າ​ພະ​ເຈົ້າ ຈະ​ປະ​ຕິ​ຍານ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ, ເພື່ອ​ກາຍ​ເປັນ​ຄວາມ​ສະ​ຫວ່າງ​ໃຫ້​ແກ່​ໂລກ, ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​​ທີ່​ສັກ​ສິດ​ຂອງ​ພຣະ​ອົງ, ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.

ພິມ