​2015
ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ເພື່ອນ​ຂອງ​ເຮົາ​ສະ​ເໝີ.
ພະຈິກ 2015


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນພະຈິກ 2015

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ເພື່ອນ​ຂອງ​ເຮົາ​ສະ​ເໝີ

ເຮົາ​ສາ​ມາດ, ຖ້າ​ຫາກ​ເຮົາ​ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ສຳ​ລັບ​ມັນ, ທີ່​ຈະ​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ກັບ​ເຮົາ, ບໍ່​ພຽງ​ແຕ່​ໃນ​ບາງ​ເວ​ລາ​ເທົ່າ​ນັ້ນ, ແຕ່​ຕະ​ຫລອດ​ເວ​ລາ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ ໃນ​ວັນ​ຊະ​ບາ​ໂຕ​ນີ້ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາມັນ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ກໍ​ຮູ້​ສຶກ, ເຊັ່ນ​ດຽວ​ກັບ​ທ່ານ, ເຖິງ​ພຣະ​ວິນ​ຍານ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ຖ້ອຍ​ຄຳ​ແລະ ສຽງ​ເພງ ທີ່​ເຮົາ​ໄດ້​ຍິນ​ຜ່ານ​ມາ​ນັ້ນ.

ຈຸດ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້ ແມ່ນ​ທີ່​ຈະ​ເພີ່ມ​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ຕັ້ງ​ໃຈ​ຂອງ​ທ່ານ ໃຫ້​ທວງ​ເອົາ​ຂອງ​ປະ​ທານ​ທີ່​ໄດ້​ສັນ​ຍາ​ໄວ້ ວ່າ​ເຮົາ​ຈະ​ໄດ້​ຮັບ ຫລັງ​ຈາກ​ເຮົາ​ຮັບ​ບັບ​ຕິ​ສະ​ມາ. ໃນ​ລະ​ຫວ່າງ​ເຮົາ​ໄດ້​ຮັບ​ການ​ຢືນ​ຢັນ ເຮົາ​ໄດ້​ຍິນ​ຖ້ອຍ​ຄຳ​ເຫລົ່າ​ນີ້: “ຈົ່ງ​ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”1 ຈາກ​ເວ​ລາ​ນັ້ນ​ມາ, ຊີ​ວິດ​ຂອງ​ເຮົາ​ໄດ້​ປ່ຽນ​ໄປ​ຕະ​ຫລອດ​ການ.

ເຮົາ​ສາ​ມາດ, ຖ້າ​ຫາກ​ເຮົາ​ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ສຳ​ລັບ​ມັນ, ມີພອນ​ແຫ່ງ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ກັບ​ເຮົາ, ບໍ່​ພຽງ​ແຕ່​ໃນ​ບາງ​ເວ​ລາ​ເທົ່າ​ນັ້ນ, ​ເໝືອນ​ດັ່ງ​ໃນ​ປະ​ສົບ​ການ​ອັນ​ລ້ຳ​ເລີດ ຄື​ເຮົາ​ມີ​ໃນ​ມື້ນີ້, ແຕ່​ຕະ​ຫລອດ​ເວ​ລາ. ທ່ານ​ຮູ້​ຈາກ​ຖ້ອຍ​ຄຳ​ຂອງ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ ວ່າ​ຄຳ​ສັນ​ຍາ​ນັ້ນ ເປັນ​ຈິງ​ແລ້ວ​ໃດ ທີ່​ວ່າ: “ໂອ້​ ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ພວກ​ຂ້າ​ພຣະ​ອົງ​ທູນ​ຂໍ​ພຣະ​ອົງ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ; ໂປດ​ປະ​ທານ​ພອນ ແລະ ເຮັດ​ໃຫ້​ເຂົ້າ​ຈີ່​ນີ້​ສັກ​ສິດ ແກ່​ຈິດ​ວິນ​ຍານ​ຂອງ​ເຂົາ​ທັງ​ຫລາຍ​ຜູ້​ທີ່​ຮັບ​ສ່ວນ ເພື່ອ​ເຂົາ​ຈະ​ໄດ້​ຮັບ​ປະທານ​ດ້ວຍ​ຄວາມ​ລະ​ນຶກ​ເຖິງ​ກາຍ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ເປັນ​ສັກ​ຂີ​ພະ​ຍານ​ຕໍ່​ພຣະ​ອົງ, ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ, ວ່າ​ເຂົາ​ເຕັມ​ໃຈ​ຮັບ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ແລະ ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຊຶ່ງ​ປະ​ທານ​ໃຫ້​ເຂົາ.”

ແລະ ຕໍ່​ໄປ​ນີ້​ແມ່ນ​ຄຳ​ສັນ​ຍາ​ທີ່​ຮຸ່ງ​ໂລດ​ວ່າ: “ເພື່ອ​ເຂົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ ຕະ​ຫລອດ​ເວ​ລາ ” (ເບິ່ງ D&C 20:77;​ ເນັ້ນ​ຄຳ​ເນີ້ງ).

ການ​ມີ​ພຣະ​ວິນ​ຍານ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ ຄື​ການ​ໄດ້​ຮັບ​ການ​ຊີ້​ນຳ ແລະ ການ​ນຳ​ພາ ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ. ຍົກ​ຕົວ​ຢ່າງ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ເຕືອນ​ຈາກ​ພຣະ​ວິນ​ຍານ ໃຫ້​ຫລີກ​ເວັ້ນ​ຈາກ​ການ​ລໍ້​ລວງ ທີ່​ຈະ​ໃຫ້​ເຮົາ​ເຮັດ​ສິ່ງ​ຊົ່ວ​ຮ້າຍ.

ເພາະ​ເຫດ​ຜົນ​ນັ້ນ, ມັນ​ຈຶ່ງ​ງ່າຍ​ທີ່​ຈະ​ເຫັນ​ວ່າ ດ້ວຍ​ເຫດ​ໃດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈຶ່ງ​ໄດ້​ພະ​ຍາ​ຍາມ​ເພີ່ມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ ທີ່​ຈະ​ນະ​ມັດ​ສະ​ການ​ພຣະ​ເຈົ້າ ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ​ດ້ວຍ​ສັດ​ທາ, ແລ້ວ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສາ​ມາດ​ປົກ​ປ້ອງ​ເຮົາ ພ້ອມ​ດ້ວຍ ຄົນ​ທີ່​ເຮົາ​ຮັກ ຈາກ​ການ​ລໍ້​ລວງ ຊຶ່ງ​ຮ້າຍ​ແຮງ ແລະ ​ມີ​ຫລາຍ​ຂຶ້ນ​ເລື້ອຍໆ.

ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເຮັດ​ໃຫ້​ສິ່ງ​ທີ່​ດີ​ປະ​ກົດ​ວ່າ ໜ້າ​ເພິ່ງ​ພໍ​ໃຈ ແລະ ການ​ລໍ້​ລວງ​ບໍ່​ເປັນ​ທີ່​ໜ້າ​ສົນ​ໃຈ. ສິ່ງ​ນີ້​ຄວນ​ເປັນ​ເຫດ​ຜົນ​ພຽງ​ພໍ​ທີ່​ເຮັດ​ໃຫ້​ເຮົາ ຕັ້ງ​ໃຈ​ເຮັດ​ໃຫ້​ຕົນ​ເໝາະ​ສົມ​ ທີ່​ຈະ​ໄດ້​ມີ​ພຣະ​ວິນ​ຍານ​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ.

ດັ່ງ​ທີ່​ພຣະ​ວິນ​ຍານ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ເພື່ອ​ຕ້ານ​ທານ​ກັບ​ຄວາມ​ຊົ່ວ​ຮ້າຍ, ພຣະ​ອົງ​ກໍ​ຍັງ​ປະ​ທານ​ອຳ​ນາດ​ໃຫ້​ເຮົາ ເພື່ອ​ຈະ​ໄດ້​ຮູ້​ຈັກ​ລະ​ຫວ່າງ​ຄວາມ​ຈິງ ແລະ ຄວາມ​ບໍ່​ຈິງ​ນຳ​ອີກ. ຄວາມ​ຈິງ​ທີ່​ສຳ​ຄັນ​ກວ່າ​ໝູ່​ໝົດ ແມ່ນ​ໄດ້​ຮັບ​ການ​ຢືນ​ຢັນ​ໂດຍ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ. ການ​ຄຳ​​ນຶງ​ຂອງ ມະ​ນຸດ ແລະ ການ​ໃຊ້​ຄວາມ​ຮູ້​ສຶກ​ທາງ​ຮ່າງ​ກາຍ ຈະ​ບໍ່​ພຽງ​ພໍ. ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ ຕອນ​ທີ່​ຄົນ​ສະ​ຫລາດ​ທີ່​ສຸດ ຈະ​ມີ​ບັນ​ຫາ​ໃນ​ການ​ໃຈ້​ແຍກ​ຄວາມ​ຈິງ​ຈາກ​ການ​ຫລອກ​ລວງ​ທີ່​ສະ​ຫລາດ​ແກມ​ໂກງ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ຊື່ ໂທມາ, ຜູ້​ຢາກ​ເຫັນ​ຫລັກ​ຖານ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໂດຍ​ການ​ແຕະ​ຕ້ອງ​ຮອຍ​ບາດ​ແຜ​ຂອງ​ພຣະ​ອົງ, ວ່າ​ການ​ເປີດ​ເຜີຍ​ເປັນ​ຫລັກ​ຖານ​ທີ່​ດີ​ກວ່າ ທີ່​ວ່າ: “ພຣະ​ເຢ​ຊູ​ໄດ້​ກ່າວ​ຕໍ່​ລາວ​ວ່າ, ໂທມາ​ເອີຍ, ເພາະ​ເຈົ້າ​ໄດ້​ເຫັນ​ເຮົາ, ເຈົ້າ​ຈຶ່ງ​ເຊື່ອ​ບໍ? ຜູ້​ທີ່​ບໍ່​ເຫັນ​ເຮົາ ແຕ່​ໄດ້​ເຊື່ອ ກໍ​ເປັນ​ສຸກ” (ໂຢຮັນ 20:29).

ຄວາມ​ຈິງ​ທີ່​ສະ​ແດງ​ເສັ້ນ​ທາງ​ກັບ​ບ້ານ ໄປ​ຫາ​ພຣະ​ເຈົ້າ ແມ່ນ​ຖືກ​ພິ​ສູດ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເຮົາ​ບໍ່​ສາ​ມາດ​ໄປ​ຫາ​ປ່າ​ສັກ​ສິດ ແລະ ເຫັນ​ພຣະ​ບິ​ດາ ແລະ ພຣະ​ບຸດ ກ່າວ​ກັບ​ຊາຍ​ໜຸ່ມ​ໂຈ​ເຊັບ ສະ​ມິດ. ບໍ່​ມີ​ຫລັກ​ຖານ​ໃດ ຫລື ການ​ໂຕ້​ຕອບ​ໃດ ທີ່​ສາ​ມາດ​ຢືນ​ຢັນ​ວ່າ ເອລີຢາ​ໄດ້​ມາ ດັ່ງ​ທີ່​ໄດ້​ສັນ​ຍາ​ໄວ້ ແລະ ມອບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້ ຊຶ່ງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ປະທານທອມມັສ ແອັສ ມອນສັນ, ໃຊ້​ມັນ​ຢູ່​ໃນ​ເວ​ລາ​ນີ້.

ການ​ຢືນ​ຢັນ​ເຖິງ​ຄວາມ​ຈິງ ມາ​ເຖິງ​ບຸດ ຫລື ທິ​ດາ​ຂອງ​ພຣະ​ເຈົ້າ ຜູ້​ໄດ້​ທວງ​ເອົາ​ສິດ​ທິ ທີ່​ຈະ​ຮັບ​ເອົາ ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເພາະ​ຄວາມ​ບໍ່​ຈິງ ແລະ ຄວາມ​ຕົວະ ອາດ​ມາ​ເຖິງ​ເຮົາ​ໄດ້​ທຸກ​ຍາມ, ສະ​ນັ້ນ​ເຮົາ​ຈຶ່ງ​ຕ້ອງ​ມີ​ອິດ​ທິ​ພົນ​ທີ່​ສະ​ມ່ຳ​ສະ​ເໝີ​ຂອງ​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ​ຢູ່​ກັບ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ບໍ່​ເກີດ​ຄວາມ​ສົງ​ໄສ.

​ເມື່ອ​ເພິ່ນ​ເປັນສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ຈອດ ຄິວ ແຄນນັນ ໄດ້​ຂໍ​ຮ້ອງ​ເຮົາ​ໃຫ້​ພະ​ຍາ​ຍາມ​ສະ​ແຫວງ​ຫາ​ຢ່າງ​​ທີ່​ສະ​ມ່ຳ​ສະ​ເໝີ ທີ່​ຈະ​​ມີພຣະ​ວິນ​ຍານ​ສະ​ຖິດ​ຢູ່​ນຳ​ເຮົາ. ເພິ່ນ​ໄດ້​ສັນ​ຍາ, ແລະ ຂ້າ​ພະ​ເຈົ້າ​ຂໍ​ສັນ​ຍາ​ຄື​ກັນ, ວ່າ​ຖ້າ​ຫາກ​ເຮົາ​ພະ​ຍາ​ຍາມ​ສະ​ແຫວງ​ຫາ​ພຣະ​ວິນ​ຍານ, ເຮົາ “ຈະ​ບໍ່​ເຄີຍ​ຂາດ​ຄວາມ​ຮູ້” ເລື່ອງ​ຄວາມ​ຈິງ​ຈັກ​ເທື່ອ, “ຈະ​ບໍ່​ເຄີຍ​ສົງ​ໄສ ຫລື ຢູ່​ໃນ​ຄວາມ​ມືດ,” ຈັກ​ເທື່ອ, ແລະ “ສັດ​ທາ​ຂອງ​ເຮົາ​ຈະ​ເຂັ້ມ​ແຂງ, ຄວາມ​ສຸກ​ [ຂອງ​ເຮົາ] ​ຈະ​… ເຕັມປ່ຽມ.”2

ເຮົາ​ຕ້ອງ​ການ​ຄວາມ​ຊ່ອຍ​ເຫລືອ​ຢ່າງ​ທີ່​ສະ​ມ່ຳ​ສະ​ເໝີ​ນັ້ນ ຈາກ​ເພື່ອ​ນ​ທີ່​ເປັນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ສຳ​ລັບ​ເຫດ​ຜົນ​ໜຶ່ງ​ອີກ. ການ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ ອາດ​ມາ​ເຖິງ​ຢ່າງ​ບໍ່​ຄາດ​ຄິດ. ມັນ​ເປັນ​ພະ​ຍານ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ຊົງ​ພຣະ​ຊົນ​ຢູ່ ແລະ ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ທີ່ມອບ​ຄວາມ​ຫວັງ ແລະ ການ​ປອບ​ໂຍນ​ໃຫ້​ເຮົາ ໃນ​ເວ​ລາ​ທີ່​ເຮົາ​ສູນ​ເສຍ ຄົນ​ທີ່​ເຮົາ​ຮັກ​ໄປ. ເຮົາ​ຈະ​ຕ້ອງ​ມີ​ປະ​ຈັກ​ພະ​ຍານ​ນັ້ນ ໃນ​ເວ​ລາ​ທີ່​ມີ​ການ​ຕາຍ​ເກີດ​ຂຶ້ນ.

ດັ່ງ​ນັ້ນ, ສຳ​ລັບ​ເຫດ​ຜົນ​ຫລາຍ​ຢ່າງ, ເຮົາ​ຕ້ອງ​ການ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ເປັນ​ເພື່ອນ​ຢ່າງ​ບໍ່​ລົດ​ລະ. ເຮົາ​ປາດ​ຖະ​ໜາ​ຢາກ​ມີ​ພຣະ​ອົງ, ແຕ່​ເຮົາ​ຮູ້​ໂດຍ​ປະ​ສົບ​ການ​ວ່າ ມັນ​ບໍ່​ໄດ້​ເປັນ​ສິ່ງ​ງ່າຍ ທີ່​ຈະ​ຍຶດ​ພຣະ​ອົງ​ໄວ້. ເຮົາ​ທຸກ​ຄົນ​ຈະ​ຄິດ, ຈະ​ເວົ້າ, ແລະ ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ ທີ່​ສາ​ມາດ​ເຮັດ​ໃຫ້​ພຣະ​ວິນ​ຍານບໍ່​ພໍ​ພຣະ​ໄທ​ໄດ້. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສອນ​ເຮົາ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ເປັນ​ເພື່ອນ​ຢ່າງ​ທີ່​ສະ​ມ໋ຳ​ສະ​ເໝີ​ຂອງ​ເຮົາ ເມື່ອ​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ໃຈ​ບຸນ ແລະ ເມື່ອ​ຄຸນ​ນະ​ທຳ​ຂອງ​ເຮົາ ປະ​ດັບ​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ຢ່າງ​ບໍ່​ເສື່ອມ​ຄາຍ (ເບິ່ງ D&C 121:45).

ສຳ​ລັບ​ຄົນ​ທີ່​ກຳ​ລັງ​ມີ​ບັນ​ຫາ​ນຳ​ມາດ​ຕະ​ຖານ​ສູງ ເພື່ອ​ໃຫ້​ຕົນ​ເໝາະ​ສົມ​ສຳ​ລັບ​ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ, ຂ້າ​ພະ​ເຈົ້າ​ຂໍ​ມອບ​ການ​ຊຸກ​ຍູ້​ນີ້​ໃຫ້​ທ່ານ. ຈະ​ມີ​ບາງ​ເວ​ລາ ທີ່​ທ່ານ​ໄດ້​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ມັນ​ອາດ​ເກີດ​ຂຶ້ນ​ສຳ​ລັບ​ທ່ານ​ໃນ​ມື້​ນີ້.

ທ່ານ​ສາ​ມາດ​ພິ​ຈາ​ລະ​ນາ​ເວ​ລາ​ແຫ່ງ​ການ​ດົນ​ໃຈ​ນັ້ນ ເປັນ​ເໝືອນ​ເມັດ​ພືດ​ຂອງ​ສັດ​ທາ ທີ່​ແອວມາ​ໄດ້​ບັນ​ຍາຍ​ໄວ້ (ເບິ່ງ ແອວມາ 32:28). ໃຫ້​ກ້າ​ທຸກ​ເມັດ. ທ່ານ​ສາ​ມາດ​ເຮັດ​ໄດ້ ໂດຍ​ການ​ເຮັດ​ຕາມ​ການ​ກະ​ຕຸ້ນ​ທີ່​ທ່ານ​ຮູ້​ສຶກ. ການ​ດົນ​ໃຈ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ທີ່​ສຸດ ແມ່ນ​ໃຫ້​ທ່ານ​ຮູ້​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເຮັດ. ຖ້າ​ເປັນ​ວ່າ​ທ່ານ​ຕ້ອງ​ຈ່າຍ​ສ່ວນ​ສິບ ຫລື ຕ້ອງ​ໄປຢ້ຽມ​ຢາມ​ເພື່ອນ​ທີ່​ເປັນ​ທຸກ, ໃຫ້​​ເຮັດ​ໂລດ. ບໍ່​ວ່າ​ຈະ​ເ​ປັນ​ເລື່ອງ​ໃດ​ກໍ​ຕາມ, ໃຫ້​ເຮັດ​ໂລດ. ເມື່ອ​ທ່ານ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຕັມ​ໃຈ​ຂອງ​ທ່ານ​ທີ່​ຈະ​ເຊື່ອ​ຟັງ, ພຣະ​ວິນ​ຍານ​ຈະ​ສົ່ງ​ຄວາມ​ປະ​ທັບ​ໃຈ ມາ​ໃຫ້​ທ່ານ​ຕື່ມ​ອີກ ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເຮັດ.

ເມື່ອ​ທ່ານ​ເຊື່ອ​ຟັງ, ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ ຈະ​ມາ​ສູ່​ທ່ານ​ເລື້ອຍໆ, ໃກ້​ຂຶ້ນ​ເລື້ອຍໆ ຈົນ​ເປັນ​ເພື່ອນ​ຕະ​ຫລອດ​ເວ​ລາ. ພະ​ລັງ​ຂອງ​ທ່ານ​ທີ່​ຈະ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ ຈະ​ເພີ່ມ​ທະ​ວີ​ຂຶ້ນ.

ທ່ານ​ຈະ​ສາ​ມາດ​ຮູ້​ໄດ້​ເມື່ອ​ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນັ້ນ​ບອກ​ໃຫ້​ເຮັດ​ແທນ​ພ​ຣະ​ອົງ ວ່າ​ມັນ​ມາ​ຈາກ​ພຣະ​ວິນ​ຍານ ຫລື ມາ​ຈາກ​ຄວາມ​ປາດ​ຖະ​ໜາ​ຂອງ​ຕົນ​ເອງ. ເມື່ອ​ຄວາມ​ປະ​ທັບ​ໃຈ​ນັ້ນ​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ອົງ ແລະ ອັກ​ຄະ​ສາ​ວົກ ໄດ້​ກ່າວ, ທ່ານ​ສາ​ມາດ​ເລືອກ​ໄດ້ ທີ່​ຈະ​ເຊື່ອ​ຟັງ​ດ້ວຍ​ຄວາມ​ໝັ້ນ​ໃຈ. ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ສົ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ມາ​ດູ​ແລ​ທ່ານ.

ຍົກ​ຕົວ​ຢ່າງ, ຖ້າ​ຫາກ​ທ່ານ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ ໃຫ້​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ, ໂດຍ​ສະ​ເພາະ​ຕອນ​ທີ່​ຍາກ​ທີ່​ຈະ​ເຮັດ, ແລ້ວ​ພຣະ​ເຈົ້າ​ຈະ​ສົ່ງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ມາ​ຊ່ອຍ.

ຄວາມ​ຊ່ອຍ​ເຫລືອ​ນັ້ນ ໄດ້​ມາ​ເຖິງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ເມື່ອ​ຫລາຍ​ປີ​ກ່ອນ ຕອນ​ເພິ່ນ​ໄດ້​ໄປ​ທຳ​ງານ​ຢູ່​ປະ​ເທດ​ອົດສະຕາລີ. ເພິ່ນ​ໄດ້​ຢູ່​ຄົນ​ດຽວ​ໃນ​ວັນ​ອາ​ທິດ, ແລະ ເພິ່ນ​ຢາກ​ຮັບ​ສ່ວນ​ສິນ​ລະ​ລຶກ. ເພິ່ນ​ຊອກ​ບໍ່​ພົບ​ຂໍ້​ມູນ​ໃດ​ກ່ຽວ​ກັບ​ສະ​ຖານ​ທີ່ ບ່ອນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຮ່ວມ​ປະ​ຊຸມ. ສະ​ນັ້ນ ເພິ່ນ​ຈຶ່ງ​ເລີ່ມ​ຕົ້ນ​ຍ່າງ​ໄປ. ເພິ່ນ​ໄດ້​ອະ​ທິ​ຖານ​ເມື່ອ​ໄປ​ເຖິງ​ສີ່​ແຍກ​ໄຟ​ແດງ ໃນ​ແຕ່​ລະ​ບ່ອນ ເພື່ອ​ຈະ​ໄດ້​ຮູ້​ວ່າ ເພິ່ນ​ຄວນ​ຍ່າງ​ໄປ​ທາງ​ໃດ. ຫລັງ​ຈາກ​ໄດ້​ຍ່າງ​ໄປ​ເປັນ​ເວ​ລາ​ໜຶ່ງ​ຊົ່ວ​ໂມງ, ເພິ່ນ​ໄດ້​ຢຸດ​ອະ​ທິ​ຖານ​ອີກ. ເພິ່ນ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ວ່າ ເພິ່ນ​ຄວນ​ຍ່າງ​ໄປ​ຕາມ​ຖະ​ໜົນ​ເສັ້ນ​ໜຶ່ງ. ບໍ່​ດົນ​ເພິ່ນ​ໄດ້​ຍິນ​ສຽງ​ຄົນ​ຮ້ອງ​ເພງ ອອກ​ມາ​ຈາກ​ຫ້ອງ​ຊັ້ນ​ລ່າງ​ຂອງ​ຕຶກ​ຫ້ອງ​ແຖວ ທີ່​ຢູ່​ໃກ້ໆ​ນັ້ນ. ເພິ່ນ​ໄດ້​ສ່ອງ​ເຂົ້າ​ໄປ​ທາງ​ປ່ອງ​ຢ້ຽມ ແລະ ເຫັນ​ຜູ້​ຄົນ​ຈຳ​ນວນ​ໜ້ອຍ​ໜຶ່ງ ນັ່ງ​ຢູ່​ໃກ້​ໂຕະ ທີ່​ມີ​ຜ້າ​ຂາວ​ປົກ​ຖາດ​ສິນ​ລະ​ລຶກ​ຢູ່.

ບັດ​ນີ້, ອາດບໍ່​ມີ​ຫຍັງ​ຫລາຍ​ສຳ​ລັບ​ທ່ານ, ແຕ່​ສຳ​ລັບ​ເພິ່ນ​ແລ້ວ ມັນ​ເປັນ​ສິ່ງ​ທີ່​ປະ​ເສີດ​ຫລາຍ. ເພິ່ນ​ຮູ້​ວ່າ​ຄຳ​ສັນ​ຍາ​ຂອງ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ ໄດ້​ເກີດ​ເປັນ​ຈິງ​ທີ່​ວ່າ: “ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ຊຶ່ງ​ປະ​ທານ​ໃຫ້​ເຂົາ; ເພື່ອ​ເຂົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ດ້ວຍ​ຕະ​ຫລອດ​ເວ​ລາ” (​ເບິ່ງ D&C 20:77).

ນັ້ນ​ຄື​ຕົວ​ຢ່າງ​ໜຶ່ງ ເຖິງ​ຕອນ​ທີ່​ເພິ່ນ​ໄດ້​ອະ​ທິ​ຖານ ແລ້ວ​ໄດ້​ເຮັດ​ຕາມ​ທີ່​ພຣະ​ວິນ​ຍານ​ໄດ້​ບອກ​ເພິ່ນ ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ສົງ​ໃຫ້​ເພິ່ນ​ເຮັດ. ເພິ່ນ​ໄດ້​ເຮັດ​ແນວ​ນັ້ນ​ເປັນ​ເວ​ລາ​ຫລາຍ​ປີ, ຄື​ກັບ​ທ່ານ ແລະ ຂ້າ​ພະ​ເຈົ້າ​ຈະ​ເຮັດ. ເພິ່ນ​ບໍ່​ເຄີຍ​ເວົ້າ​ກ່ຽວ​ກັບ​ເລື່ອງ​ທາງ​ວິນ​ຍານ​ຂອງ​ເພິ່ນ. ເພິ່ນ​ມີ​ແຕ່​ເຮັດ​ສິ່ງ​ເລັກ​ນ້ອຍ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ ຕາມ​ທີ່​ເພິ່ນ​ໄດ້​ຮັບ​ການ​ປະ​ທັບ​ໃຈ​ໃຫ້​ເຮັດ.

ເມື່ອ​ໃດ​ກໍ​ຕາມ ທີ່​ກຸ່ມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ຂໍ​ໃຫ້​ເພິ່ນ​ກ່າວ​ກັບ​ເຂົາ​ເຈົ້າ, ເພິ່ນ​ກໍ​ໄດ້​ເຮັດ. ບໍ່​ວ່າ​ຈະ​ເປັນ​ພຽງ​ແຕ່ 10 ຄົນ ຫລື 50 ຄົນ ຫລື ບໍ່​ວ່າ​ເພິ່ນ​ເມື່ອຍ​ປານ​ໃດ​ກໍ​ຕາມ. ເພິ່ນ​ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ບິ​ດາ, ເຖິງ​ພຣະ​ບຸດ, ແລະ ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ເຖິງ​ສາດ​ສະ​ດາ ເມື່ອ​ໃດ​ກໍ​ຕາມ ທີ່​ເພິ່ນ​ໄດ້​ຮັບ​ການ​ກະ​ຕຸ້ນ​ໃຫ້​ເຮັດ.

ຕຳ​ແໜ່ງ​ສູງ​ສຸດ​ຂອງ​ເພິ່ນ​ໃນ​ສາດ​ສະ​ໜາ​ຈັກ ຄື​ການ​ໄດ້​ເປັນ​ສະ​ມາ​ຊິກ​ໃນ​ສະ​ພາ​ສູງ​ຂອງ​ສະ​ເຕກ ບອນນີວິວ, ບ່ອນ​ທີ່​ເພິ່ນ​ໄດ້​ໄປ​ເສຍ​ຫຍ້າ​ຢູ່​ໃນ​ສວນ​ຂອງ​ສະ​ເຕກ, ແລະ ໄດ້​ສອນ​ໂຮງ​ຮຽນ​ວັນ​ອາ​ທິດ. ໃນ​ໄລ​ຍະ​ຫລາຍ​ປີ, ເມື່ອ​ເພິ່ນ​ຕ້ອງ​ການ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ອົງ​ກໍ​ໄດ້​ສະ​ຖິດ​ຢູ່​ກັບ​ເພິ່ນ​ສະ​ເໝີ.

ຂ້າ​ພະ​ເຈົ້າ​ໄດ້​ຢືນ​ຢູ່​ທາງ​ຂ້າງ​ຂອງ​ພໍ່ ຕອນ​ເພິ່ນ​ຢູ່​ໂຮງ​ໝໍ. ແມ່​ຂອງ​ຂ້າ​ພະ​ເຈົ້າ, ພັນ​ລະ​ຍາ​ຂອງ​ເພິ່ນ ເປັນ​ເວ​ລາ 41 ປີ, ໄດ້​ນອນ​ປ່ວຍ​ຢູ່​ໂຮງ​ໝໍ. ພວກ​ເຮົາ​ໄດ້​ເບິ່ງ​ແມ່​ເປັນ​ເວ​ລາ​ຫລາຍ​ຊົ່ວ​ໂມງ. ພວກ​ເຮົາ​ໄດ້​ເລີ່ມ​ຕົ້ນ ເຫັນ​ຄວາມ​ເຈັບ​ປວດ​ໄດ້​ຫລຸດ​ໜ້ອຍ​ລົງ​ຈາກ​ໃບ​ໜ້າ​ຂອງ​ແມ່. ນິ້ວ​ມື​ທີ່​ໄດ້​ກຳ​ແໜ້ນ​ຢູ່ ເລີ່ມ​ມາຍ​ອອກ. ແຂນ​ຂອງ​ແມ່​ໄດ້​ວາງ​ພັກ​ຜ່ອນ​ຢູ່​ທາງ​ຂ້າງ.

ຄວາມ​ເຈັບ​ປວດ​ດ້ວຍ​ໂຣກ​ມະ​ເລັງ​ເປັນ​ເວ​ລາ​ຫລາຍ​ປີ ໄດ້​ສິ້ນ​ສຸດ​ລົງ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໃບ​ໜ້າ​ຂອງ​ແມ່ ຢູ່​ໃນ​ຄວາມ​ສະ​ຫງົບ. ແມ່​ໄດ້​ຫັນ​ໃຈ​ສັ້ນໆ​ສອງ​ສາມ​ເທື່ອ, ແລ້ວ​ຫັນ​ໃຈ​ຫອບ​ເທື່ອ​ໜຶ່ງ, ແລະ ແລ້ວ​ນອນ​ງຽບ​ຢູ່. ພວກ​ເຮົາ​ໄດ້​ຢືນ​ລໍ​ຖ້າ ເບິ່ງວ່າ​ແມ່​ຊິ​ຫັນ​ໃຈ​ອີກ​ບໍ່.

ໃນ​ທີ່​ສຸດ, ພໍ່​ໄດ້​ເວົ້າ​ຄ່ອຍໆ​ວ່າ, “ນາງ​ນ້ອຍ​ໄດ້​ກັບ​ເມື່ອ​ບ້ານ​ແລ້ວ.”

ເພິ່ນ​ບໍ່​ໄດ້​ຮ້ອງ​ໄຫ້. ນັ້ນ​ກໍ​ເພາະ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ບອກ​ເພິ່ນ​ກ່ອນ​ແລ້ວ​ວ່າ ແມ່​ເປັນ​ໃຜ, ແມ່​ມາ​ຈາກ​ໃສ, ແລະ ແມ່​ໄດ້​ກາຍ​ເປັນ​ຄົນ​ແນວ​ໃດ, ແລະ ແມ່​ຈະ​ໄປ​ໃສ. ພຣະ​ວິນ​ຍານ​ໄດ້​ເປັນ​ພະ​ຍານ​ຕໍ່​ເພິ່ນ​ຫລາຍ​ເທື່ອ ເຖິງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ, ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ໄດ້​ເຮັດ ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ, ແລະ ເຖິງ​ຄວາມ​ເປັນ​ຈິງ​ຂອງ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ ທີ່​ເພິ່ນ​ໄດ້​ເຮັດ​ນຳ​ພັນ​ລະ​ຍາ ແລະ ຄອບ​ຄົວ​ຂອງ​ເພິ່ນ.

ພຣະ​ວິນ​ຍານ​ໄດ້​ເຮັດ​ໃຫ້​ເພິ່ນ​ແນ່​ນອນ​ໃຈ​ກ່ອນ​ແລ້ວ ວ່າ​ຄວາມ​ດີ ແລະ ສັດ​ທາ​ຂອງ​ແມ່ ເຮັດ​ໃຫ້​ແມ່​ເໝາະ​ສົມ​ທີ່​ຈະ​ກັບ​ໄປ​ບ້ານ ໃນ​ສະ​ຫວັນ​ຂອງ​ເພິ່ນ ບ່ອນ​ທີ່​ເພິ່ນ​ຈະ​ຖືກ​ຈື່​ຈຳ ວ່າ​ເປັນ​ລູກ​ທີ່​ປະ​ເສີດ​ແຫ່ງ​ຄຳ​ສັນ​ຍາ ແລະ ໄດ້​ຮັບ​ການ​ຕ້ອນ​ຮັບ​ກັບ​ບ້ານ ດ້ວຍ​ກຽດ​ຕິ​ຍົດ.

ສຳ​ລັບ​ພໍ່​ຂອງ​ຂ້າ​ພະ​ເຈົ້າ, ມັນ​ແມ່ນ​ເກີນກວ່າ​ຄວາມ​ຫວັງ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ເຮັດ​ໃຫ້​ມັນ​ເປັນ​ຈິງ​ສຳ​ລັບ​ເພິ່ນ.

ບັດ​ນີ້, ບາງ​ຄົນ​ອາດ​ເວົ້າ​ວ່າ ຖ້ອຍ​ຄຳ​ຂອງ​ເພິ່ນ ແລະ ການ​ວາດ​ພາບ​ຢູ່​ໃນ​ຈິດ​ໃຈ​ຂອງ​ເພິ່ນ ກ່ຽວ​ກັບ​ບ້ານ​ໃນ​ສະ​ຫວັນ ເປັນ​ພຽງ​ຄວາມ​ເພີ້​ຝັນ, ເປັນ​ການ​ຕັດ​ສິນ​ທີ່​ບໍ່​ແຈ່ມ​ແຈ້ງ ຂອງ​ສາ​ມີ​ໃນ​ຍາມ​ທີ່​ເສຍ​ພັນ​ລະ​ຍາ. ແຕ່​ເພິ່ນ​ຮູ້​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ ໃນ​ວິ​ທີ​ດຽວ​ທີ່​ທ່ານ​ສາ​ມາດ​ທີ່​ຈະ​ຮູ້​ໄດ້.

ເພິ່ນ​ເປັນ​ນັກ​ວິ​ທະ​ຍາ​ສາດ ຜູ້​ຄົ້ນ​ຄວ້າ​ຫາ​ຄວາມ​ຈິງ ກ່ຽວ​ກັບ​ໂລກ​ທຳ​ມະ​ຊາດ ຕະ​ຫລອດ​ຊີ​ວິດ​ຂອງ​ການ​ເປັນ​ຜູ້​ໃຫຍ່​ຂອງ​ເພິ່ນ. ເພິ່ນ​ໄດ້​ໃຊ້​ເຄື່ອງ​ມື​ທາງ​ວິ​ທະ​ຍາ​ສາດ​ຫລາຍ​ພໍ ທີ່​ຈະ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ເພື່ອນ​ຝູງ​ຕະ​ຫລອດ​ທົ່ວ​ໂລກ. ສິ່ງ​ຕ່າງໆ​ທີ່​ເພິ່ນ​ໄດ້​ເຮັດ​ໃນ​ວິ​ຊາ​ເຄ​ມີ ມາ​ຈາກ​ການ​ມະ​ໂນ​ພາບ​ຂອງ​ເພິ່ນ​ເອງ ເຫັນ​ກ້ອນ​​ອະ​ນູ ເຄື່ອນ​ຍ້າຍ​ໄປ​ມາ ແລ້ວ​ເພິ່ນ​ໄດ້​ເຮັດ​ການ​ທົດ​ລອງ​ຢູ່​ຫ້ອງ​ຄົ້ນ​ຄວ້າ.

ແຕ່​ເພິ່ນ​ໄດ້​ເດີນ​ໄປ​ໃນ​ເສັ້ນ​ທາງ​ໜຶ່ງ​ອີກ ເພື່ອ​ຊອກ​ຫາ​ຄວາມ​ຈິງ​ທີ່​ສຳ​ຄັນ​ກວ່າ​ໝູ່​ໝົດ ຕໍ່​ເພິ່ນ ແລະ ຕໍ່​ເຮົາ​ແຕ່​ລະ​ຄົນ. ພຽງ​ແຕ່​ຜ່ານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເທົ່າ​ນັ້ນ ທີ່​ເຮົາ​ຈະ​ສາ​ມາດ​ເຫັນ​ຜູ້​ຄົນ ແລະ ເຫັນ​ເຫດ​ການ​ທີ່​ເກີດ​ຂຶ້ນ ດັ່ງ​ທີ່​ພຣະ​ເຈົ້າ​ເຫັນ.

ຂອງ​ປະ​ທານນັ້ນ ໄດ້​ມີ​ຕໍ່​ຢູ່​ໃນ​ໂຮງ​ໝໍ ຫລັງ​ຈາກ​ພັນ​ລະ​ຍາ​ຂອງ​ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປ. ພວກ​ເຮົາ​ໄດ້​ເກັບ​ທ້ອນ​ເອົາ​ສິ່ງ​ຂອງ ທີ່​ເປັນ​ຂອງ​ແມ່ ເພື່ອ​ເອົາ​ກັບ​ບ້ານ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ແວ່​ຂອບ​ໃຈ​ພວກ​ນາຍ​ແພດ ແລະ ທ່ານ​ໝໍ​ທຸກ​ຄົນ​ທີ່​ໄດ້​ເຫັນ ຕອນ​ພວກ​ເຮົາ​ອອກ​ໄປ​ຫາ​ລົດ. ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ພວກ​ເຮົາ​ຄວນ​ເມືອ ເພື່ອ​ຢູ່​ຕາມ​ລຳ​ພັງ ກັບ​ຄວາມ​ໂສກ​ເສົ້າ​ຂອງ​ພວກ​ເຮົາ.

ບັດ​ນີ້ ຂ້າ​ພະ​ເຈົ້າ​ຮັບ​ຮູ້​ວ່າ ເພິ່ນ​ໄດ້​ເຫັນ​ສິ່ງ​ທີ່ ພຽງ​ແຕ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ສະ​ແດງ​ໃຫ້​ເພິ່ນ​ເຫັນ​ເທົ່າ​ນັ້ນ. ເພິ່ນ​ໄດ້​ເຫັນ​ຜູ້​ຄົນ​ເຫລົ່າ​ນັ້ນ ວ່າ​ເປັນ​ເຫລົ່າ​ທູດ​ທີ່​ພຣະ​ເຈົ້າ​ໄດ້​ສົ່ງ​ມາ​ດູ​ແລ​ສຸດ​ທີ່​ຮັກ​ຂອງ​ເພິ່ນ. ເຂົາ​ເຈົ້າ​ອາດ​ຄິດ​ວ່າ​ຕົນ​ເອງ​ເປັນ​ພຽງ​ພະ​ນັກ​ງານ​ແພດ, ແຕ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຂອບ​ໃຈ​ເຂົາ​ເຈົ້າ ແທນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ.

ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້​ສະ​ຖິດ​ຢູ່​ຕໍ່​ໄປ​ກັບ​ເພິ່ນ ຕອນ​ພວກ​ເຮົາ​ໄປ​ເຖິງ​ບ້ານ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ. ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນ​ບຶດ​ໜຶ່ງ​ຢູ່​ໃນ​ຫ້ອງ​ຮັບ​ແຂກ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຂໍ​ອະ​ນຸ​ຍາດ​ເຂົ້າ​ໄປ​ໃນ​ຫ້ອງ​ນອນ​ທາງ​ຂ້າງ.

ຫລັງ​ຈາກ​ສອງ​ສາມ​ນາ​ທີ, ເພິ່ນ​ໄດ້​ຍ່າງ​ກັບ​ຄືນ​ມາ​ຫາ​ຫ້ອງ​ຮັບ​ແຂກ. ເພິ່ນ​ໄດ້​ກັບ​ມາ​ດ້ວຍ​ຮອຍ​ຍິ້ມ. ເມື່ອ​ເພິ່ນ​ຍ່າງ​ມາ​ເຖິງ​ພວກ​ເຮົາ, ເພິ່ນ​ໄດ້​ເວົ້າ​ຄ່ອຍໆ​ວ່າ “ພໍ່​ເປັນ​ຫ່ວງວ່າ ມຽວເດຣດ ໄດ້​ໄປ​ເຖິງ​ໂລກ​ວິນ​ຍານ​ດ້ວຍ​ຕົວ​ຄົນ​ດຽວ. ພໍ່​ຢ້ານ​ວ່າ​ລາວ​ຊິ​ຫລົງ​ທິດ​ຫລົງ​ທາງ.”

ແລ້ວ​ເພິ່ນ​ໄດ້​ເວົ້າ​ຢ່າງ​ແຈ່ມ​ໃສ​ວ່າ, “ພໍ່​ຫາ​ກໍ​ອະ​ທິ​ຖານ​ແລ້ວ. ພໍ່​ຮູ້​ວ່າ ມຽວເດຣດ ໄປ​ຮອດ​ປອດ​ໄພ. ແມ່​ຂອງ​ພໍ່​ຢູ່​ທີ່​ນັ້ນ ເພື່ອ​ຕ້ອນ​ຮັບ​ລາວ.”

ຂ້າ​ພະ​ເຈົ້າ​ຈື່​ໄດ້ ໃນ​ຂະ​ນະ​ທີ່​ເພິ່ນ​ເວົ້າ, ຂ້າ​ພະ​ເຈົ້າ​ໄດ້​ວາດ​ພາບ​ເຫັນ​ແມ່​ຕູ້​ຍ່າ ຂາ​ສັ້ນໆ ຟ້າວ​ຍ່າງ​ມາ, ຊີງ​ຕົວ​ໄປ​ຢູ່​ແຖວ​ໜ້າ ເພື່ອ​ຈະ​ໄດ້​ຕ້ອນ​ຮັບ​ລູກ​ສະ​ໄພ້​ຂອງ​ລາວ ຕອນ​ລູກ​ສະ​ໄ​ພ້​ມາ​ເຖິງ.

ບັດ​ນີ້, ເຫດ​ຜົນ​ຢ່າງ​ໜຶ່ງ​ທີ່​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ທູນ​ຂໍ ແລະ ໄດ້​ຮັບ​ການ​ປອບ​ໂຍນ​ນັ້ນ ເປັນ​ເພາະ​ວ່າ ເພິ່ນ​ໄດ້​ອະ​ທິ​ຖານ​ດ້ວຍ​ສັດ​ທາ​ສະ​ເໝີ ນັບ​ຕັ້ງ​ແຕ່​ຕອນ​ເພິ່ນ​ຍັງ​ນ້ອຍ. ເພິ່ນ​ເຄີຍ​ໄດ້​ຮັບ​ຄຳ​ຕອບ ທີ່​ເຂົ້າ​ມາ​ສູ່​ໃຈ​ຂອງ​ເພິ່ນ ທີ່​ໃຫ້​ຄວາມ​ປອບ​ໂຍນ ແລະ ການ​ນຳ​ພາ. ນອກ​ເໜືອ​ຈາກ​ການ​ມັກ​ອະ​ທິ​ຖານ​ແລ້ວ, ເພິ່ນ​ຍັງ​ຮູ້​ຈັກ​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ນຳ​ອີກ. ສະ​ນັ້ນ ເພິ່ນ​ຈຶ່ງ​ຮູ້​ຈັກ​ສຽງ​ຊື່ມ​ທີ່​ຄຸ້ນ​ເຄີຍ​ຂອງ​ພຣະ​ວິນ​ຍານ, ຊຶ່ງ​ທ່ານ​ອາດ​ຮູ້​ສຶກ​ໃນ​ມື້​ນີ້.

ການ​ເປັນ​ເພື່ອນ​ຂອງ​ພຣະ​ວິນ​ຍານ ແມ່ນ​ເກີນ​ກວ່າ​ການ​ໃຫ້​ຄວາມ​ປອບ​ໂຍນ ແລະ ການ​ຊີ້​ນຳ​ເພິ່ນ. ພຣະ​ອົງ​ໄດ້​ປ່ຽນ​ເພິ່ນ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ຮັບ​ເອົາ​ຄຳ​ສັນ​ຍາ​ທີ່​ໄດ້​ສັນ​ຍາ​ໄວ້ ເຖິງ​ການ​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວລາ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ສາ​ມາດ​ເຮັດ​ໃຫ້​ເຮົາ​ສະ​ອາດ​ບໍ​ລິ​ສຸດ ຕາມ​ການ​ຮຽກ​ຮ້ອງ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ, ນັ້ນ​ຄື​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ສຸດ​ເໜືອ​ກວ່າ​ຂອງ​ປະທານ​ອື່ນ​ໃດ​ທັງ​ສິ້ນ (ເບິ່ງ D&C 14:7).

ຂ້າ​ພະ​ເຈົ້າ​ຈື່​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ທີ່​ວ່າ: “ບັດ​ນີ້ ນີ້​ຄື​ພຣະ​ບັນ​ຍັດ: ຈົ່ງ​ກັບ​ໃຈ, ເຈົ້າ​ທັງ​ຫລາຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຈົ່ງ​ມາ​ຫາ​ເຮົາ ແລະ ຮັບ​ບັບ​ຕິ​ສະ​ມາ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ເຈົ້າ​ຈະ​ໄດ້​ຖືກ​ຊຳ​ລະ​ລ້າງ​ໃຫ້​ບໍ​ລິ​ສຸດ​ໂດຍ​ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເພື່ອ​ເຈົ້າ​ຈະ​ຢືນ​ຢູ່​ໂດຍ​ບໍ່​ມີ​ມົນ​ທິນ​ຕໍ່​ໜ້າ​ເຮົາ​ໃນ​ວັນ​ສຸດ​ທ້າຍ” (3 ນີໄຟ 27:20).

ພຣະ​ບັນ​ຍັດ​ເຫລົ່າ​ນັ້ນ​ໄດ້​ມາ​ເຖິງ ດ້ວຍ​ຄຳ​ສັນ​ຍານີ້ ຈາກ​ພຣະ​ຜູ້​ເປັນ​ເຈົ້າ:

ວ່າ​ເຮົາ​ຕ້ອງ​ໄວ້​ວາງ​ໃຈ​ໃນ​ພຣະ​ວິນ​ຍານ​ນັ້ນ ຊຶ່ງ​ພາ​ໃຫ້​ເຮັດ​ຄວາມ​ດີ, ໃຫ້​ເຮັດ​ຢ່າງ​ຖືກ​ຕ້ອງ, ໃຫ້​ເດີນ​ໄປ​ດ້ວຍ​ຄວາມ​ຖ່ອມ​ຕົນ, ໃຫ້​ຕັດ​ສິນ​ຢ່າງ​ຊອບ​ທຳ, ແລະ ນີ້​ຄື​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ.

ພຣະ​ອົງ​ກ່າວ​ກັບ​ເຮົາ​ວ່າ ພຣະ​ອົງ​ຈະ​ມອບ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ໃຫ້​ແກ່​ເຮົາ, ຊຶ່ງ​ຈະ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ເຮົາ​ສະ​ຫວ່າງ, ຊຶ່ງ​ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ (ເບິ່ງD&C 11:12–13).

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ຊົງ​ພຣະ​ຊົນ​ຢູ່, ວ່າ​ພຣະ​ເຢ​ຊູ​ຄຣິດ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ວ່າ​ປະທານທອມມັສ ແອັສ ມອນສັນ ມີ​ຂໍ​ກະ​ແຈ​ທັງ​ໝົດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ແລະ ວ່າ​ການ​ເປີດ​ເຜີຍ​ຜ່ານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ນຳ​ພາ ແລະ ຄ້ຳ​ຊູ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ແລະ ສະ​ມາ​ຊິກ​ທີ່​ຖ່ອມ​ຕົວ​ຂອງ​ສາດ​ສະ​ໜາ​ຈັກ.

ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຕື່ມ​ອີກ​ວ່າ ຊາຍ​ທີ່​ດີ​ເລີດ​ເຫລົ່າ​ນັ້ນ ຜູ້​ໄດ້​ກ່າວ​ກັບ​ເຮົາ​ໃນ​ມື້​ນີ້ ໃນ​ຖາ​ນະ​ທີ່​ເປັນ​ພະ​ຍານ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ໃນ​ຖາ​ນະ​ສະ​ມາ​ຊິກ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ວິນ​ຍານ​ໄດ້​ອະ​ນຸ​ຍາດ​ໃຫ້​ປະ​ທານມອນສັນ ເອີ້ນ​ພວກ​ເພິ່ນ. ແລະ ເມື່ອ​ທ່ານ​ຟັງ​ພວກ​ເພິ່ນ ແລະ ຟັງ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ, ພຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້​ຢືນ​ຢັນ​ຕໍ່​ທ່ານ​ເຖິງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ກ່າວ​ກັບ​ທ່ານ​ຢູ່​ໃນ​ເວ​ລາ​ນີ້. ພວກ​ເພິ່ນ​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ ຂ້າ​ພະ​ເຈົ້າ​ສະ​ໜັບ​ສະ​ໜູນ​ພວກ​ເພິ່ນ ແລະ ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ພວກ​ເພິ່ນ ແລະ ຈະ​ສະ​ໜັບ​ສະ​ໜູນ​ພວກ​ເພິ່ນ ໃນ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ. ແລະ ຂ້າ​ພະ​ເຈົ້າ​ກ່າວ​ມາ ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Handbook 2: Administering the Church (2010), 20.3.10.2.

  2. ເບິ່ງ George Q. Cannon, in “Minutes of a Conference,” Millennial Star, May 2, 1863, 275–76.