ຂ່າວສານການຢ້ຽມສອນ, ເດືອນທັນວາ 2015
ຄຸນສົມບັດແຫ່ງສະຫວັນຂອງພຣະເຢຊູຄຣິດ—ເຫັນອົກເຫັນໃຈ ແລະ ມີເມດຕາ
ໃຫ້ສຶກສາຂ່າວສານນີ້ດ້ວຍການອະທິຖານ ແລະ ສະແຫວງຫາເພື່ອຈະໄດ້ຮູ້ຈັກສິ່ງທີ່ຄວນແບ່ງປັນ. ການເຂົ້າໃຈຄຸນສົມບັດແຫ່ງສະຫວັນຂອງພຣະຜູ້ຊ່ອຍໃຫ້ລອດເພີ່ມສັດທາຂອງທ່ານໃນພຣະອົງ ແລະ ເປັນພອນໃຫ້ແກ່ຄົນທີ່ທ່ານດູແລຜ່ານການຢ້ຽມສອນໄດ້ແນວໃດ? ສຳລັບລາຍລະອຽດເພີ່ມເຕີມ, ໃຫ້ເປີດເບິ່ງທີ່ reliefsociety.lds.org.
“ໃນພຣະຄຳພີ, ຄຳວ່າ ເຫັນອົກເຫັນໃຈມີຄວາມໝາຍແທ້ໆວ່າ ‘ທີ່ຈະທໍລະມານນຳ.’ ມັນຍັງມີຄວາມໝາຍອີກເຖິງການສະແດງຄວາມເສຍໃຈດ້ວຍ, ຄວາມອີດູຕົນ, ແລະ ຄວາມເມດຕາຕໍ່ຄົນອື່ນ.”1
“ພຣະເຢຊູໄດ້ເຮັດເປັນແບບຢ່າງຫລາຍເທື່ອກ່ຽວກັບການມີຄວາມເຫັນອົກເຫັນໃຈ,” ປະທານທອມມັສ ແອັສ ມອນສັນ ໄດ້ກ່າວ. “ຄົນຂາເສັ້ງທີ່ສະນ້ຳເບັດຊະທາ, ຍິງທີ່ຖືກຈັບຖານຫລິ້ນຊູ້; ຍິງທີ່ນ້ຳສ້າງຂອງຢາໂຄບ; ລູກສາວຂອງຢາອີໂຣ; ລາຊະໂຣ ນ້ອງຊາຍຂອງນາງມາຣີ ແລະ ນາງມາທາ—ແຕ່ລະຄົນຄືຜູ້ບາດເຈັບໃນເສັ້ນທາງເຢຣິໂກ. ແຕ່ລະຄົນຕ້ອງການຄວາມຊ່ອຍເຫລືອ.
“ຕໍ່ຄົນຂາເສັ້ງທີ່ເບັດຊະທາ, ພຣະເຢຊູໄດ້ກ່າວວ່າ, ‘ຈົ່ງລຸກຂຶ້ນ ແລະ ຍົກເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປ.’ ຕໍ່ຍິງທີ່ເຮັດບາບ, ພຣະອົງໄດ້ແນະນຳວ່າ, ‘ຈົ່ງໄປສາ, ຕໍ່ໄປຢ່າເຮັດບາບອີກ.’ ເພື່ອຊ່ອຍເຫລືອນາງຜູ້ໄດ້ມາຕັກນ້ຳ, ພຣະອົງໄດ້ປະທານນ້ຳສ້າງ ‘ທີ່ຈະພຸ່ງຂຶ້ນເຖິງຊີວິດນິລັນດອນ.’ ຕໍ່ລູກສາວຂອງຢາອີໂຣທີ່ໄດ້ຕາຍໄປແລ້ວ, ພຣະອົງໄດ້ບັນຊາວ່າ, ‘ນາງນ້ອຍເອີຍ, ຈົ່ງລຸກຂຶ້ນ.’ ຕໍ່ລາຊະໂຣທີ່ຖືກຝັງໄວ້ໃນອຸບມຸງ, ພຣະອົງໄດ້ກ່າວວ່າ, ‘ຈົ່ງອອກມາ.’
“ພຣະຜູ້ຊ່ອຍໃຫ້ລອດໄດ້ສະແດງໃຫ້ເຫັນສະເໝີ ເຖິງຄວາມສາມາດອັນບໍ່ມີຂອບເຂດສຳລັບຄວາມເຫັນອົກເຫັນໃຈ. … ຂໍໃຫ້ເຮົາຈົ່ງເປີດປະຕູຫົວໃຈ, ເພື່ອວ່າພຣະອົງ—ຕົວຢ່າງທີ່ດຳລົງຢູ່ເຖິງຄວາມເຫັນອົກເຫັນໃຈທີ່ແທ້ຈິງ—ຈະໄດ້ເຂົ້າໄປ.”2
ຂໍ້ພຣະຄຳພີເພີ່ມເຕີມ
ເພງສັນລະເສີນ 145:8; ເຊກາຣີຢາ 7:9; 1 ເປໂຕ 3:8; ໂມໄຊຢາ 15:1, 9; 3 ນີໄຟ 17:5–7
ຈາກພຣະຄຳພີ
“ສາມີຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ຄຸເຂົ່າລົງຄຽງຂ້າງລູກສາວອາຍຸ 17 ປີຂອງພວກເຮົາ ແລະ ອ້ອນວອນສຳລັບຊີວິດຂອງນາງ,” ລິນດາ ແອັສ ຣີບສ໌, ທີ່ປຶກສາທີສອງໃນຝ່າຍປະທານສະມາຄົມສະຕີສົງເຄາະສາມັນ ໄດ້ກ່າວ. “ມັນບໍ່ໄດ້ເປັນດັ່ງຄຳອະທິຖານ, ແຕ່. … ພວກເຮົາຮູ້ … ວ່າ … [ພຣະຜູ້ຊ່ອຍໃຫ້ລອດ] ຮູ້ສຶກເຫັນອົກເຫັນໃຈພວກເຮົາ ໃນຄວາມໂສກເສົ້າຂອງພວກເຮົາ.”3
“ເລື່ອງໜຶ່ງທີ່ຂ້າພະເຈົ້າມັກຫລາຍ ຈາກຊີວິດຂອງພຣະຜູ້ຊ່ອຍໃຫ້ລອດ ແມ່ນກ່ຽວກັບລາຊະໂຣ. ພຣະຄຳພີບອກເຮົາວ່າ ‘ພຣະເຢຊູຮັກນາງມາທາ, … ນ້ອງສາວຂອງນາງ [ມາຣີ], ແລະ [ນ້ອງຊາຍຂອງເຂົາເຈົ້າ] ລາຊະໂຣ.’”4 ເມື່ອລາຊະໂຣ ໄດ້ລົ້ມປ່ວຍລົງ, ມີຄົນມາສົ່ງຂ່າວໃຫ້ພຣະເຢຊູ, ແຕ່ເມື່ອພຣະອົງໄປເຖິງ ລາຊະໂຣ ໄດ້ຕາຍໄປແລ້ວ. ນາງມາຣີໄດ້ແລ່ນໄປຫາພຣະເຢຊູ, ກົ້ມຂາບພຣະບາດຂອງພຣະອົງ, ແລະ ຮ້ອງໄຫ້. ເມື່ອພຣະເຢຊູໄດ້ເຫັນນາມາຣີຮ້ອງໄຫ້, “ພຣະອົງຈຶ່ງສະເທືອນໃຈ, ແລະ … ໂສກເສົ້າ” (ໂຢຮັນ 11:33, 35).
“ນີ້ຄືໜ້າທີ່ຂອງເຮົາ. ເຮົາຕ້ອງຮູ້ສຶກ ແລະ ເຫັນດ້ວຍຕົນເອງ ແລ້ວຊ່ອຍເຫລືອລູກໆຂອງພຣະບິດາເທິງສະຫວັນທຸກຄົນ ເພື່ອໃຫ້ຮູ້ສຶກ ແລະ ເຫັນ ແລະ ຮູ້ວ່າພຣະຜູ້ຊ່ອຍໃຫ້ລອດຂອງເຮົາໄດ້ຮັບເອົາໄວ້ດ້ວຍຕົນເອງ ບໍ່ພຽງແຕ່ບາບຂອງເຮົາເທົ່ານັ້ນ ແຕ່ຄວາມເຈັບປວດຂອງເຮົາ ແລະ ຄວາມທຸກຍາກລຳບາກຂອງເຮົານຳອີກ ເພື່ອວ່າພຣະອົງຈະຮູ້ສຶກສິ່ງທີ່ເຮົາຮູ້ສຶກ ແລະ ຮູ້ຈັກວິທີປອບໂຍນເຮົາ.”5
© 2015 ໂດຍ Intellectual Reserve, Inc. ສະຫງວນລິຂະສິດທຸກປະການ. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/15. ການແປໄດ້ຮັບອະນຸຍາດ: 6/15. ແປຈາກ Visiting Teaching Message, December 2015. Laotian. 12592 331