​2015
ຫາ​ເວ​ລາ​ສຳ​ລັບ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ
ທັນວາ 2015


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ທັນວາ 2015

ຫາ​ເວ​ລາ​ສຳ​ລັບ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ

ເທດ​ສະ​ການ​ຄຣິດ ສະ​ມັດ ອີກ​ເທື່ອ​ໜຶ່ງ ໄດ້​ມາ​ຮອດ ແລະ ປີ​ໃໝ່​ກໍ​ເລື່ອນ​ເຂົ້າ​ມາ​ໃກ້. ເບິ່ງ​ຄື​ວ່າ​ເຮົາ​ຫາ​ກໍ​ສະ​ເຫລີມ​ສະ​ຫລອງ​ວັນ​ເກີດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ມື້​ວານ​ນີ້​ເອງ ແລະ ໄດ້​ຕັ້ງ​ເປົ້າ​ໝາຍ.

ໃນ​ຈຳ​ນວນ​ເປົ້າ​ໝາຍ​ຂອງ​ເຮົາ​ສຳ​ລັບ​ປີ​ນີ້, ເຮົາ​ໄດ້​ຕັດ​ສິນ​ໃຈ ທີ່​ຈະ​ມີ​ເວ​ລາ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ມີ​ທີ່​ວ່າງ​ໃນ​ຫົວ​ໃຈ​ຂອງ​ເຮົາ ສຳ​ລັບ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດບໍ? ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ສຳ​ເລັດ​ຫລາຍ​ປານ​ໃດ​ກໍ​ຕາມ ນຳ​ເປົ້າ​ໝາຍ​ດັ່ງ​ກ່າວ, ແຕ່​ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ເຮົາ​ທຸກ​ຄົນ​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ໃຫ້​ດີ​ກວ່າ​ເກົ່າ. ເທດ​ສະ​ການ​ຄຣິດ​ສະ​ມັດ​ເທື່ອ​ນີ້ ເປັນ​ເວ​ລາ​ເໝາະ​ສົມ ທີ່​ຈະ​ສຳ​ຫລວດ ແລະ ພະ​ຍາ​ຍາມ​ຕື່ມ​ອີກ.

ໃນ​ຊີ​ວິດ​ທີ່​ຫຍຸ້ງ​ຫລາຍ​ຂອງ​ເຮົາ, ພ້ອມ​ດ້ວຍ​ສິ່ງ​ອື່ນໆ ທີ່​ພະ​ຍາ​ຍາມ​ຢາກ​ໃຫ້​ເຮົາ​ໄປ​ສົນ​ໃຈ​ກັບ​ມັນ, ມັນ​ສຳ​ຄັນ​ທີ່​ເຮົາ​ຕ້ອງ​​ໃຊ້​ຄວາມ​ພະ​ຍາ​ຍາມ​ດ້ວຍ​ຄວາມ​ມີ​ສະ​ຕິ ແລະ ດ້ວຍ​ຄວາມ​ຕັ້ງ​ໃຈ ເພື່ອໃຫ້​ພຣະ​ຄຣິດ​ມາ​ສະ​ຖິດ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ໃນ​ບ້ານ​ເຮືອນ​ຂອງ​ເຮົາ. ມັນ​ຈຳ​ເປັນ​ທີ່​ເຮົາ, ເຊັ່ນ​ດຽວ​ກັບ​ພວກ​ໂຫ​ລາ​ຈານ​ຈາກ​ທິດ​ຕາ​ເວັນ​ອອກ, ທີ່​ຈະ​ແນມ​ເບິ່ງ​ດວງ​ດາວ​ຂອງ​ພຣະ​ອົງ ແລະ “ມາ​ນະ​ມັດ​ສະ​ການ​ພຣະ​ອົງ.”​1

ເປັນ​ໄລ​ຍະ​ຫລາຍ​ລຸ້ນ​ຄົນ ຈົນ​ມາ​ເຖິງ​ບັດ​ນີ້, ຂ່າວ​ສານ​ຈາກ​ພຣະ​ເຢຊູ​ຍັງ​ເໝືອນ​ເດີມ. ຕໍ່​ເປ​ໂຕ ແລະ ອັນ​ເດ​ອາ ຢູ່​ແຄມ​ທະ​ເລ​ຄາ​ລີ​ເລ, ພຣະ​ອົງ​ໄດ້​ກ່າວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”2 ຕໍ່​ຟີ​ລິບ ​ມີ​ຄຳ​ເອີ້ນ​ບອກ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”3 ຕໍ່​ຄົນ​ເລວີ​ຜູ້​ທີ່​ນັ່ງ​ຢູ່​ດ່ານ​ພາ​ສີ ມີ​ຄຳ​ແນະ​ນຳ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”4 ແລະ ຕໍ່​ທ່ານ ແລະ ຂ້າ​ພະ​ເຈົ້າ, ຖ້າ​ຫາກ​ເຮົາ​ພຽງ​ແຕ່​ຮັບ​ຟັງ, ເຮົາ​ຈະ​ໄດ້​ຍິນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເຊື້ອ​ເຊີນ​ເຮົາ​ດ້ວຍ​ຖ້ອຍ​ຄຳ​ອັນ​ດຽວ​ກັນ​ນັ້ນ.5

ເມື່ອ​ເຮົາ​ຕິດ​ຕາມ​ຮອຍ​ພຣະ​ບາດ​ຂອງ​ພຣະ​ອົງ​ໃນ​ມື້​ນີ້ ແລະ ເມື່ອ​ເຮົາ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ອົງ, ເຮົາ​ຈະ​ມີ​ໂອ​ກາດ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຄົນ​ອື່ນ​ໄດ້. ພຣະ​ເຢຊູ​ເຊື້ອ​ເຊີນ​ເຮົາ​ໃຫ້​ສະ​ລະ​ຕົນ​ເອງ ເມື່ອ​ພຣະ​ອົງ​ກ່າວ​ວ່າ ​ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ.6

ມີ​ຄົນ​ໃດ​ບໍ ທີ່​ທ່ານ​ຄວນ​ຊ່ອຍ​ເຫລືອ​ໃນ​ຊ່ວງ​ບຸນ​ຄຣິດ​ສະ​ມັດ​ນີ້? ມີ​ຄົນ​ໃດ​ບໍ​ທີ່​ຄອຍ​ຖ້າ​ໃຫ້​ທ່ານ​ໄປ​ຢ້ຽມ​ຢາມ?

ເມື່ອ​ຫລາຍ​ປີ​ກ່ອນ ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ບ້ານ​ເຮືອນ​ຂອງ​ແມ່​ໝ້າຍ​ຄົນ​ໜຶ່ງ ຍາມ​ບຸນ​ຄຣິດ​ສະ​ມັດ. ໃນ​ຂະ​ນະ​ທີ່​ຢ້ຽມ​ຍາມ​ລາວ​ຢູ່​ນັ້ນ, ມີ​ຄົນ​ມາ​ກົດ​ກະ​ດິງ​ບ້ານ. ຢືນ​ຢູ່​ໜ້າ​ປະ​ຕູ​ບ້ານ​ແມ່ນ​ນາຍ​ໝໍ​ທີ່​ຫຍຸ້ງ​ວຽກ ແລະ ມີ​ຊື່​ສຽງ​ຄົນ​ໜຶ່ງ. ລາວ​ບໍ່​ໄດ້​ຖືກ​ຂໍ​ຮ້ອງ​ໃຫ້​ມາ; ແຕ່ ລາວ​ຮູ້​ສຶກ​ຖືກ​ກະ​ຕຸ້ນ​ໃຫ້​ມາ​ຢ້ຽມ​ຢາມ​ຄົນ​ປ່ວຍ ຜູ້​ເປົ່າ​ປ່ຽວ​ດຽວ​ດາຍ​ຂອງ​ລາວ.

ລະ​ຫວ່າງ​ເທດ​ສະ​ການ​ນີ້, ​ຄົນ​ທີ່​ມີ​ຄວາມ​ຈຳ​ກັດ​ເລື່ອງ​ການ​ໄປ​ມາ ຈະ​ເອື້ອມ​ອອກ​ໄປ ແລະ ຢາກ​ໃຫ້​ຜູ້​ຄົນ​ມາ​ຢ້ຽມ​ຢາມ. ບຸນ​ຄຣິດ​ສະ​ມັດ​ປີ​ໜຶ່ງ ໃນ​ຂະ​ນະ​ທີ່​ໄປ​ຢ້ຽມ​ຢາມ​ຫໍ​ພັກ​ຄົນ​ເຖົ້າ, ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ເວົ້າ​ລົມ​ນຳ ຜູ້​ຍິງ​ອະ​ວຸ​ໂສ​ຫ້າ​ຄົນ, ຜູ້​ມີ​ອາ​ຍຸ​ສູງ ກວ່າ​ໝູ່​ແມ່ນ 101 ປີ. ລາວ​ຕາ​ບອດ, ແຕ່​ຍັງ​ຈື່​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຢູ່.

“ອະ​ທິ​ການ, ທ່ານ​ມາ​ຊ້າ​ໜ້ອຍ​ໜຶ່ງ​ປີ​ນີ້!” ລາວ​ໄດ້​ເວົ້າ. “ຂ້າ​ນ້ອຍ​ຄິດ​ວ່າ ທ່ານ​ຈະ​ບໍ່​ມາ.”

ພວກ​ເຮົາ​ໄດ້​ຢ້ຽມ​ຢາມ​ກັນ​ຢ່າງ​ມີ​ຄວາມ​ສຸກ. ແຕ່​ມີ​ຄົນ​ໄຂ້​ຄົນ​ໜຶ່ງ, ມັກ​ຫລຽວ​ໄປ​ທາງ​ປ່ອງ​ຢ້ຽມ ແລະ ເວົ້າ​ແລ້ວ​ເວົ້າ​ອີກ​ວ່າ, “ຂ້ອຍ​ຮູ້​ວ່າ ລູກ​ຊາຍ​ຂ້ອຍ​ຊິ​ມາ​ຫາ​ຂ້ອຍ​ມື້​ນີ້.” ຂ້າ​ພະ​ເຈົ້າ​ສົງ​ໄສ​ວ່າ ລາວ​ຈະ​ມາ​ຫລື​ບໍ່, ເພາະ​ໃນ​ເທດ​ສະ​ການ​ຄຣິດ​ສະ​ມັດ​ເທື່ອ​ອື່ນໆ ລາວ​ບໍ່​ໄດ້​ໂທ​ມາ​ເລີຍ.

ຍັງ​ມີ​ເວ​ລາ​ເຫລືອ​ຢູ່​ໃນ​ປີ​ນີ້ ທີ່​ຈະ​ເອື້ອມ​ອອກ​ໄປ​ດ້ວຍ​ມື​ທີ່​ຊ່ອຍ​ເຫລືອ, ​ດ້ວຍ​ໃຈ​ທີ່​ມີ​ຄວາມ​ຮັກ, ແລະ ດ້ວຍ​ວິນ​ຍານ​ທີ່​ພ້ອມ​ຈະ​ເຮັດ—ອີກ​ປະ​ການ​ໜຶ່ງ, ທີ່​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ທີ່​ຈະ​ຮັບ​ໃຊ້ ຕາມ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ຮັບ​ໃຊ້. ເມື່ອ​ເຮົາ​ຮັບ​ໃຊ້​ພຣະ​ອົງ, ເຮົາ​ຈະ​ບໍ່​ສູນ​ເສຍ​ໂອ​ກາດ​ຂອງ​ເຮົາ, ດັ່ງ​ເຊັ່ນ​ເຈົ້າ​ຂອງ​ໂຮງ​ແຮມ​ໃນ​ສະ​ໄໝ​ໂບ​ຮານ,7 ທີ່​ຈະ​ມີ​ເວ​ລາ​ສຳ​ລັບ​ພຣະ​ອົງ ໃນ​ຊີ​ວິດ​ຂອງ​ເຮົາ ແລະ ມີ​ທີ່​ສຳ​ລັບ​ພຣະ​ອົງ​ໃນ​ຫົວ​ໃຈ​ຂອງ​ເຮົາ.

ເຮົາ​ສາ​ມາດ​ເຂົ້າ​ໃຈ​ຄຳ​ສັນ​ຍາ​ທີ່​ດີ​ເດັ່ນ​ນັ້ນ​ໄດ້​ບໍ ຊຶ່ງ​ບັນ​ຈຸ​ໃນ​ຂ່າວ​ສານ​ຂອງ​ທູດ ເມື່ອ​ເພິ່ນ​ໄດ້​ກ່າວ​ກັບ​ຄົນ​ລ້ຽງ​ແກະ​​ທີ່​ຢູ່​ຕາມ​ທົ່ງ​ວ່າ: “​ເຮົາ​ນຳ​ຂ່າວ​ດີ​ມາ​ບອກ​ໃຫ້​ພວກ​ເຈົ້າ​ຮູ້. … ເພາະ​ວ່າ​ໃນ​ວັນ​ນີ້ … ອົງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ມາ​ເກີດ, ຄື​ພຣະ​ຄຣິດ ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ”?8

ເມື່ອ​ເຮົາ​ແລກ​ປ່ຽນ​ຂອງ​ຂວັນ​ຄຣິດ​ສະ​ມັດ, ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ, ຮູ້ບຸນ​ຄຸນ, ແລະ ຮັບ​ເອົາ​ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ນັ້ນ ​ທີ່​ເໜືອ​ກວ່າ​ຂອງ​ປະ​ທານ​ອື່ນ​ໃດ​ທັງສິ້ນ—ຊຶ່ງ​ຂອງ​ປະ​ທານ​ນັ້ນ​ຄື ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່, ​ເພື່ອ​ວ່າ​ເຮົາ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ມັນ​ຈະ​ເປັນ​ປະ​ໂຫຍດ​ຫຍັງ​ແກ່​ມະ​ນຸດ ຖ້າ​ຫາກ​ຂອງ​ປະ​ທານ​ນັ້ນ​ຖືກ​ມອບ​ໃຫ້​ເຂົາ, ແລະ ເຂົາ​ບໍ່​ຍອມ​ຮັບ​ເອົາ​ຂອງ​ປະ​ທານ​ນັ້ນ? ເຂົາ​ບໍ່​ປິ​ຕິ​ຍິນ​ດີ​ກັບ​ສິ່ງ​ທີ່​ຖືກ​ມອບ​ໃຫ້​ແກ່​ເຂົາ, ທັງ​ບໍ່​ປິ​ຕິ​ຍິນ​ດີ​ກັບ​ພຣະ​ອົງ​ຜູ້​ປະ​ທານ​ຂອງ​ປະ​ທານ​ນັ້ນ​ໃຫ້​ເຂົາ.9

ຂໍ​ໃຫ້​ເຮົາ​ຈົ່ງ​ຕິດ​ຕາມ​ພຣະ​ອົງ, ຮັບ​ໃຊ້​ພຣະ​ອົງ, ໃຫ້​ກຽດ​ພຣະ​ອົງ, ແລະ ຮັບ​ເອົາ​ຂອງ​ປະ​ທານ​ຂອງ​ພຣະ​ອົງ​ໄວ້​ໃນ​ຊີ​ວິດ​ຂອງ​ເຮົາ, ດັ່ງ​ໃນ​ຖ້ອຍ​ຄຳ​ຂອງ​ພໍ່​​ລີໄຮ ທີ່​ວ່າ, “ໄດ້​ຖືກ​ລ້ອມ​ໄວ້​ໃນ​ອ້ອມ​ແຂນ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ຊົ່ວ​ນິ​ລັນ​ດອນ.”10

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ປະທານ​ມອນສັນ​ຂໍ​ໃຫ້​ເຮົາ “ໃຊ້​ຄວາມ​ພະ​ຍາ​ຍາມ​ດ້ວຍ​ຄວາມ​ມີ​ສະ​ຕິ ແລະ ດ້ວຍ​ຄວາມ​ຕັ້ງ​ໃຈ ເພື່ອໃຫ້​ພຣະ​ຄຣິດ​ມາ​ສະ​ຖິດ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ໃນ​ບ້ານ​ເຮືອນ​ຂອງ​ເຮົາ.” ໃຫ້​ຄິດ​ທີ່​ຈະ​ສົນ​ທະ​ນາ​ກັບ​ຄົນ​ທີ່​ທ່ານ​ສອນ ເຖິງ​ວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ໃຊ້​ຄວາມ​ພະ​ຍາ​ຍາມ​ດ້ວຍ​ຄວາມ​ຕັ້ງ​ໃຈ​ດ້ວຍ​ຕົນ​ເອງ ແລະ ເປັນ​ຄອບ​ຄົວ. ທ່ານ​ຄວນ​ຄິດ​ທີ່​ຈະ​ຂໍ​ໃຫ້​ເຂົາ​ເຈົ້າ​ຄິດ​ກ່ຽວ​ກັບ​ບຸກ​ຄົນ​ໃດ​ໜຶ່ງ​ ຫລື ຄອບ​ຄົວ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ທີ່​ເຂົາ​ເຈົ້າ​ສາ​ມາດ​ໄປ​ຢ້ຽມ​ຢາມ ຫລື ຊ່ອຍ​ເຫລືອ​ລະ​ຫວ່າງ​ບຸນ​ຄຣິດ​ສະ​ມັດ​ນີ້. “ຍັງ​ມີ​ເວ​ລາ​ຢູ່​ທີ່​ຈະ​ເອື້ອມ​ອອກ​ໄປ​ດ້ວຍ​ມື​ທີ່​ຊ່ອຍ​ເຫລືອ, ດ້ວຍ​ຫົວ​ໃຈ​ທີ່​ມີ​ຄວາມ​ຮັກ, ແລະ ດ້ວຍ​ວິນ​ຍານ​ທີ່​ພ້ອມ​ຈະ​ເຮັດ.”

ພິມ