​2015
ວິ​ທີ​ຮັບ​ໃຊ້​ໃນ​​ລະ​ຫວ່າງ​ບຸນ​ຄຣິດ​ສະ​ມັດ
ທັນວາ 2015


ຊາວ​ໜຸ່ມ

ວິ​ທີ​ຮັບ​ໃຊ້​ໃນ​​ລະ​ຫວ່າງ​ບຸນ​ຄຣິດ​ສະ​ມັດ

ປະທານ​ມອນສັນ​ໄດ້​ໃຊ້​ເວ​ລາ​ໄປ​ຢ້ຽມ​ຢາມ​ຜູ້​ອາ​ວຸ​ໂສ ແລະ ຜູ້​ອາ​ໄສ​ຢູ່​ຫໍ​ພັກ​ຄົນ​ເຖົ້າ, ໂດຍ​ສະ​ເພາະ​ລະ​ຫວ່າງ​ບຸນ​ຄຣິດ​ສະ​ມັດ. ເພິ່ນ​ໄດ້​ສັງ​ເກດ​ເຫັນ​ບາງ​ຄົນ​ມີ​ຄວາມ​ສຸກ ເພາະ​ມີ​ຄົນ​ມາ​ຢ້ຽມ​ຢາມ​ເຂົາ​ເຈົ້າ, ແລະ ບາງ​ຄົນ​ກໍ​ລໍ​ຖ້າ​ໃຫ້​ຄົນ​ມາ​ຢ້ຽມ​ຢາມ ແຕ່​ບໍ່​ມີ​ໃຜ​ມາ. ຍັງ​ມີ​ຄົນ​ທີ່​ລໍ​ຖ້າ​ໃຫ້​ຜູ້ຄົນ​ມາ​ຢ້ຽມ​ຢາມ—ບາງ​ທີ​ລະ​ຫວ່າງ​ບຸນ​ຄຣິດ​ສະ​ມັດ​ນີ້, ເຈົ້າ ​ສາ​ມາດ​ເປັນ​ຜູ້​ຄົນ ຄົນ​ນັ້ນ.

ຕໍ່​ໄປ​ນີ້​ແມ່ນ​ລາຍ​ການ​ສອງ​ສາມ​ວິ​ທີ ທີ່​ເຈົ້າ​ສາ​ມາດ​ຊ່ອຍ​ໃຫ້​ແນ່​ໃຈ​ວ່າ ບໍ່​ມີ​ຄົນ​ໃດ​ຮູ້​ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ​ໃນ​ລະ​ຫວ່າງ​ບຸນ​ຄຣິດ​ສະ​ມັດ​ນີ້. ໃຫ້​ຄິດ​ຕາມ​ສະ​ບາຍ​ກ່ຽວ​ກັບ​ວິ​ທີ​ອື່ນ​ອີກ ທີ່​ເຈົ້າ​ສາ​ມາດ​ເອື້ອມ​ອອກ​ໄປ​ຊ່ອຍ​ເຫລືອ​ຊຸມ​ຊົນ​ລະ​ຫວ່າງ​ເທດ​ສະ​ການ​ນີ້. “ມີ​ຄົນ​ລໍ​ຖ້າ​ໃຫ້​ເຈົ້າ​ໄປ​ຢ້ຽມ​ຢາມ​ຢູ່​ບໍ?”

  • ເຮັດ​ບັດ​ຄຣິດ​ສະ​ມັດ ເພື່ອ​ສົ່ງ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ​ຄົນ​ໂສດ ແລະ ​ຜູ້​ອາ​ວຸ​ໂສ​ໃນ​ຫວອດ ຫລື ໃນ​ສາ​ຂາ​ຂອງ​ເຈົ້າ.

  • ອາ​ສາ​ສະ​ໝັກ​ຮ່ວມ​ກັບ​ອົງ​ການ​ໃນ​ຊຸມ​ຊົນ.

  • ມອບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ໝູ່​ເພື່ອນ ແລະ ເພື່ອນ​ບ້ານ​ຂອງ​ເຈົ້າ​ເປັນ​ຂອງ​ຂວັນ​ຄຣິດ​ສະ​ມັດ.

  • ຢ້ຽມ​ຢາມ​ຜູ້​ອາ​ວຸ​ໂສ​ຢູ່​ໃນ​ຫວອດ ຫລື ໃນ​ຄອບ​ຄົວ ຂອງ​ເຈົ້າ.

  • ເຮັດ​ເຂົ້າ​ຕົ້ມ​ເຂົ້າ​ໜົມ ແລ້ວ​ເອົາ​ໄປ​ໃຫ້​ເພື່ອນ​ບ້ານ

ພິມ