​2016
ການ​ກະ​ທຳ​ທີ່​ນຳ​ໄປ​ສູ່​ຄວາມ​ສຸກ
ມັງກອນ 2016


ຊາວ​ໜຸ່ມ

ການ​ກະ​ທຳ​ທີ່​ນຳ​ໄປ​ສູ່​ຄວາມ​ສຸກ

ປະທານ​ໄອຣິງ​ສອນ​ວ່າ “ຄວາມ​ສຸກ​ທີ່​ເຮົາ​ປາດ​ຖະ​ໜາ​ສຳ​ລັບ​ຄົນ​ທີ່​ເຮົາ​ຮັກ ແມ່ນ​ຂຶ້ນ​ຢູ່​ກັບ​ການ​ເລືອກ​ຂອງ​ເຂົາ​ເຈົ້າ.”

ເຈົ້າ​ສາ​ມາດ​ອ່ານ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ ຈາກ​ຕົວ​ຢ່າງ​ຂອງ​ນີໄຟ, ເລມັນ, ແລະ ເລມູເອນ. ເລມັນ ແລະ ເລມູເອນ ໄດ້​ຈົ່ມ ແລະ ບໍ່​ຢາກ​ຮັກ​ສາ​ພຣະ​ບັນ​ຍັດ (ເບິ່ງ 1 ນີໄຟ 2:12). ຜົນ​ສຸດ​ທ້າຍ​ຄື, ເຂົາ​ເຈົ້າ ແລະ ລູກ​ຫລານ​ຂອງ​ເຂົາ​ເຈົ້າ ໄດ້​ຖືກ​ສາບ​ແຊ່ງ ແລະ ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ເບິ່ງ 2 ນີໄຟ 5:20–24). ນີໄຟ​ໄດ້​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ (​ເບິ່ງ 1 ນີໄຟ 3:7), ແລະ ເປັນ​ຍ້ອນ ເລື່ອງ​ນັ້ນ, ເພິ່ນ ແລະ ຜູ້​ຄົນ​ຂອງ​ເພິ່ນ ຈຶ່ງ “ມີ​ຊີ​ວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມ​ສຸກ” (2 ນີໄຟ 5:27).

ເຈົ້າ ສາ​ມາດ ເລືອກ ທີ່ ຈະ ເປັນ​ຄົນ​ຊອບ​ທຳ ແລະ ມີ​ຄວາມ​ສຸກ. ແຕ່​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຈົ້າ​ອາດ​ຈະ​ເລືອກ​ສິ່ງ​ທີ່​ບໍ່​ດີ ທີ່​ນຳ​ໄປ​ສູ່​ຄວາມ​ໂສກ​ເສົ້າ ຫລື ບໍ່​ສະ​ບາຍ​ໃຈ. ເຖິງ​ແມ່ນ​ການ​ຕັດ​ສິນ​ໃຈ​ເຫລົ່າ​ນັ້ນ​ເປັນ​ຂອງ​ເຂົາ​ເຈົ້າ​ເອງ​ທີ່​ຈະ​ເຮັດ, ແຕ່​ຕົວ​ຢ່າງ​ຂອງ​ເຈົ້າ​ກໍ​ສາ​ມາດ​ມີ​ອິດ​ທິ​ພົນ​ຕໍ່​ການ​ເລືອກ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີໄດ້. ການ​ເລືອກ​ຂອງ​ເຈົ້າ ສາ​ມາດ​ນຳ​ຄວາມ​ສຸກ​ມາ​ສູ່​ຄົນ​ອື່ນ​ໄດ້​ແນວ​ໃດ? ໃຫ້​ສົນ​ທະ​ນາ​ກັບ​ຄອບ​ຄົວ​ຂອງ​ເຈົ້າ ເຖິງ​ວິ​ທີ​ຕ່າງໆ ທີ່​ເຈົ້າ​ສາ​ມາດ​ເປັນ​ອິດ​ທິ​ພົນ​ໃຫ້​ແກ່​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຈົ້າ ແລະ ຊ່ອຍ​ເຂົາ​ເຈົ້າ​ໃຫ້​ຮູ້​ສຶກ​ມີ​ຄວາມ​ສຸກ.

ພິມ