ຂ່າວສານຈາກຝ່າຍປະທານສູງສຸດ, ເດືອນມັງກອນ 2016
ຄວາມສຸກ ສຳລັບຄົນທີ່ເຮົາຮັກ
ເຮົາທຸກຄົນປາດຖະໜາຄວາມສຸກສຳລັບຄົນທີ່ເຮົາຮັກ, ແລະ ປາດຖະໜາຄວາມເຈັບປວດໜ້ອຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້ສຳລັບເຂົາເຈົ້າ. ເມື່ອເຮົາອ່ານເລື່ອງລາວກ່ຽວກັບຄວາມສຸກ—ແລະ ຄວາມເຈັບປວດ—ໃນພຣະຄຳພີມໍມອນ, ໃຈຂອງເຮົາຈະຖືກກະຕຸ້ນ ໃນຂະນະທີ່ເຮົາຄິດກ່ຽວກັບຄົນທີ່ເຮົາຮັກ. ຕໍ່ໄປນີ້ແມ່ນເລື່ອງລາວທີ່ແທ້ຈິງກ່ຽວກັບເວລາທີ່ມີຄວາມສຸກ:
“ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນບໍ່ມີການຂັດແຍ້ງກັນໃນແຜ່ນດິນ, ຍ້ອນວ່າຄວາມຮັກຂອງພຣະເຈົ້າ ຊຶ່ງມີຢູ່ໃນໃຈຂອງຜູ້ຄົນ.
“ແລະ ມັນບໍ່ມີການອິດສາບັງບຽດ, ບໍ່ມີການຜິດຖຽງ, ບໍ່ມີການວຸ້ນວາຍ, ບໍ່ມີການໂສເພນີ, ບໍ່ມີການເວົ້າຕົວະ, ບໍ່ມີການຄາດຕະກຳ, ບໍ່ມີການປະພຶດລາມົກຢ່າງໃດເລີຍ; ແລະ ໂດຍແນ່ນອນແລ້ວ ຄົງບໍ່ມີຜູ້ຄົນກຸ່ມໃດທີ່ມີຄວາມສຸກຫລາຍໄປກວ່ານີ້ໃນບັນດາຜູ້ຄົນທັງປວງທີ່ພຣະຫັດຂອງພຣະເຈົ້າໄດ້ສ້າງຂຶ້ນມາ.”
ແລ້ວເຮົາອ່ານວ່າ:
“ແລະ ພວກເຂົາໄດ້ເປັນສຸກຫລາຍແທ້ໆ! ເພາະພຣະຜູ້ເປັນເຈົ້າໄດ້ປະທານພອນໃຫ້ພວກເຂົາສຳລັບການກະທຳຂອງພວກເຂົາທັງໝົດ; ແທ້ຈິງແລ້ວ, ພວກເຂົາໄດ້ຮັບພອນ ແລະ ຈະເລີນຮຸ່ງເຮືອງຢູ່ເຖິງແມ່ນໜຶ່ງຮ້ອຍສິບປີຜ່ານໄປ; ແລະ ຄົນລຸ້ນທຳອິດນັບແຕ່ພຣະຄຣິດກໍໄດ້ຈາກໄປ, ແລະ ມັນກໍບໍ່ໄດ້ມີການຂັດແຍ້ງກັນໃນທົ່ວແຜ່ນດິນເລີຍ” (4 ນີໄຟ 1:15–16, 18).
ສານຸສິດທີ່ຮັກແພງຂອງພຣະຄຣິດອະທິຖານ ແລະ ທຳງານເພື່ອພອນເຊັ່ນນັ້ນ ສຳລັບຄົນອື່ນ ແລະ ສຳລັບຕົນເອງ. ຈາກເລື່ອງລາວໃນພຣະຄຳພີມໍມອນ ແລະ ສຳລັບຫລາຍຄົນພວກເຮົາ, ຈາກປະສົບການສ່ວນຕົວຂອງເຮົາ, ເຮົາຮູ້ວ່າ ເຮົາສາມາດໄດ້ຮັບພອນແຫ່ງຄວາມສຸກໄດ້. ເຮົາຮູ້ວ່າ ເສັ້ນທາງທີ່ນຳໄປສູ່ຄວາມສຸກໄດ້ຖືກໝາຍໄວ້ເປັນຢ່າງດີ. ເຮົາຍັງຮູ້ອີກວ່າ ການທີ່ຈະໄດ້ຮັບຄວາມສຸກນັ້ນ ບໍ່ໄດ້ເປັນເລື່ອງງ່າຍ ຍົກເວັ້ນແຕ່, ເໝືອນດັ່ງຊາວນີໄຟ ຫລັງຈາກການມາຢ້ຽມຢາມຂອງພຣະຜູ້ຊ່ອຍໃຫ້ລອດ, “ຄວາມຮັກຂອງພຣະເຈົ້າ” ສະຖິດຢູ່ໃນໃຈຂອງເຮົາ.
ຄວາມຮັກນັ້ນໄດ້ສະຖິດຢູ່ໃນໃຈຂອງຊາວນີໄຟ ເພາະພວກເຂົາໄດ້ຮັກສາກົດ ຊຶ່ງເຮັດໃຫ້ມັນເປັນໄປໄດ້. ຄຳສະຫລຸບຂອງກົດນັ້ນ ມີຢູ່ໃນຄຳອະທິຖານສິນລະລຶກ, ຊຶ່ງເລີ່ມຕົ້ນດ້ວຍຄຳອ້ອນວອນຢ່າງຈິງໃຈ ເຖິງພຣະບິດາເທິງສະຫວັນທີ່ຮັກຂອງເຮົາ. ເຮົາອະທິຖານດ້ວຍໃຈທີ່ເຕັມໄປດ້ວຍສັດທາ, ແລະ ດ້ວຍຄວາມຮັກຢ່າງເລິກຊຶ້ງ ຕໍ່ພຣະຜູ້ຊ່ອຍໃຫ້ລອດທີ່ສ່ວນຕົວຂອງເຮົາ. ເຮົາຕັ້ງໃຈດ້ວຍເຈດຕະນາອັນແທ້ຈິງ ທີ່ຈະຮັບເອົາພຣະນາມຂອງພຣະອົງ, ທີ່ຈະລະນຶກເຖິງພຣະອົງ, ແລະ ຮັກສາພຣະບັນຍັດທັງໝົດຂອງພຣະອົງ. ສຸດທ້າຍ, ເຮົາມີສັດທາວ່າ ພຣະວິນຍານບໍລິສຸດ, ສະມາຊິກອົງທີສາມໃນຝ່າຍພຣະເຈົ້າ, ຈະສະຖິດຢູ່ນຳເຮົາຕະຫລອດເວລາ, ເປັນພະຍານຕໍ່ໃຈເຮົາ ເຖິງພຣະບິດາ ແລະ ພຣະບຸດທີ່ຮັກຂອງພຣະອົງ. (ເບິ່ງ D&C 20:77, 79.)
ດ້ວຍຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດ, ເຮົາສາມາດປ່ຽນໃຈ ເພື່ອວ່າເຮົາຈະຕ້ອງການ ແລະ ຕ້ອນຮັບຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ຂອງອົງພຣະເຢຊູຄຣິດເຈົ້າ. ວິທີທີ່ຈະມີຄວາມຮັກຂອງພຣະເຈົ້າຢູ່ໃນໃຈຂອງເຮົາ ແມ່ນງ່າຍໆ, ແລະ ວິທີທີ່ຈະສູນເສຍຄວາມຮູ້ສຶກເຖິງຄວາມຮັກນັ້ນ ຢູ່ໃນໃຈຂອງເຮົາກໍງ່າຍໆຄືກັນ. ຍົກຕົວຢ່າງ, ບາງຄົນອາດເລືອກທີ່ຈະອະທິຖານຫາພຣະບິດາເທິງສະຫວັນ ເປັນບາງຄັ້ງ ຫລື ບໍ່ຈ່າຍສ່ວນສິບເຕັມຈຳນວນ ຫລື ເຊົາຊື່ນຊົມກັບພຣະຄຳຂອງພຣະເຈົ້າ ຫລື ບໍ່ສົນໃຈນຳຄົນຍາກຈົນ ແລະ ຄົນຂັດສົນ.
ການເລືອກໃດໆກໍຕາມ ທີ່ຈະບໍ່ຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ ສາມາດເຮັດໃຫ້ພຣະວິນຍານຖອນຕົວ ອອກຈາກໃຈຂອງເຮົາ. ດ້ວຍການສູນເສຍນັ້ນ, ຄວາມສຸກກໍຈະລົດລົງໄປ.
ຄວາມສຸກທີ່ເຮົາປາດຖະໜາສຳລັບຄົນທີ່ເຮົາຮັກ ແມ່ນຂຶ້ນຢູ່ກັບການເລືອກຂອງເຂົາເຈົ້າ. ເຖິງແມ່ນວ່າເຮົາຮັກລູກຫລາຍພຽງໃດ, ຮັກຜູ້ສົນໃຈຫລາຍພຽງໃດ, ຫລື ຮັກໝູ່ເພື່ອນຂອງເຮົາຫລາຍພຽງໃດກໍຕາມ, ແຕ່ເຮົາບໍ່ສາມາດບັງຄັບເຂົາເຈົ້າໃຫ້ຮັກສາພຣະບັນຍັດ ເພື່ອວ່າເຂົາເຈົ້າຈະມີຄ່າຄວນພໍສຳລັບພຣະວິນຍານບໍລິສຸດ ໃຫ້ມາສຳພັດ ແລະ ປ່ຽນໃຈຂອງເຂົາເຈົ້າໄດ້.
ສະນັ້ນ ຄວາມຊ່ອຍເຫລືອທີ່ເຮົາສາມາດມອບໃຫ້ ແມ່ນ ສິ່ງໃດກໍຕາມ ທີ່ພາຄົນທີ່ເຮົາຮັກ ໃຫ້ດູແລການເລືອກຂອງເຂົາເຈົ້າເອງ. ແອວມາໄດ້ເຮັດ ດ້ວຍຄຳເຊື້ອເຊີນທີ່ທ່ານອາດ ກ່າວສະເໜີ ທີ່ວ່າ:
“ໃຫ້ພວກທ່ານຖ່ອມຕົວຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ເອີ້ນຫາພຣະນາມອັນສັກສິດຂອງພຣະອົງ, ແລະ ເຝົ້າເບິ່ງ ແລະ ອະທິຖານສະເໝີ, ເພື່ອພວກທ່ານຈະບໍ່ຖືກລໍ້ລວງຈົນເກີນກວ່າທີ່ພວກທ່ານຈະອົດທົນໄດ້, ແລະ ຖືກພຣະວິນຍານອັນສັກສິດນຳພາໄປເພື່ອກາຍເປັນຄົນຖ່ອມຕົວ, ອ່ອນໂຍນ, ສອນງ່າຍ, ອົດທົນ, ເຕັມໄປດ້ວຍຄວາມຮັກ ແລະ ຄວາມອົດກັ້ນອັນຍາວນານ;
“ໂດຍມີສັດທາໃນພຣະຜູ້ເປັນເຈົ້າ; ມີຄວາມຫວັງວ່າ ພວກທ່ານຈະໄດ້ຮັບຊີວິດນິລັນດອນ; ມີຄວາມຮັກຕໍ່ພຣະຜູ້ເປັນເຈົ້າຢູ່ໃນໃຈຂອງພວກທ່ານສະເໝີ, ເພື່ອພວກທ່ານຈະໄດ້ຖືກຍົກຂຶ້ນໃນວັນສຸດທ້າຍ ແລະ ເຂົ້າໄປໃນທີ່ພັກຂອງພຣະອົງ” (ແອວມາ 13:28–29).
ຂ້າພະເຈົ້າອະທິຖານວ່າ ຄົນທີ່ທ່ານຮັກ ຈະຮັບເອົາຄຳເຊື້ອເຊີນທີ່ດົນໃຈ ເພື່ອເລືອກເສັ້ນທາງທີ່ພາໄປຫາຄວາມສຸກອັນຍາວນານ.
© 2016 ໂດຍ Intellectual Reserve, Inc. ສະຫງວນລິຂະສິດທຸກປະການ. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/15. ການແປໄດ້ຮັບອະນຸຍາດ: 6/15. ແປຈາກ First Presidency Message, January 2016. Laotian. 12861 331