​2016
ການ​ທ້າ​ທາຍ​ໃຫ້​ມີ​ຄວາມ​ເມດ​ຕາ
ມັງກອນ 2016


ເດັກ​ນ້ອຍ

ການ​ທ້າ​ທາຍ​ໃຫ້​ມີ​ຄວາມ​ເມດ​ຕາ

ເມື່ອ​ພຣະ​ເຢ​ຊູ​ໄດ້ໄປ​ຢ້ຽມ​ຢາມ​ຜູ້​ຄົນ​ໃນ​ອາ​ເມ​ຣິ​ກາ, ພຣະ​ອົງ​ໄດ້​ສອນ​ເຂົາ​ເຈົ້າ​ໃຫ້​ຮັກ​ຊຶ່ງ​ກັນ​ແລະ​ກັນ ແລະ ມີ​ເມດ​ຕາ​ຕໍ່​ກັນ. ເຈົ້າ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ໄດ້​ຕິດ​ຕາມ​ພຣະ​ເຢ​ຊູ ແລະ ຮັກ​ຄົນ​ອື່ນ? ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ. ໃຫ້​ໝາຍ​ການ​ທ້າ​ທາຍ​ແຕ່​ລະ​ຢ່າງ​ເມື່ອ​ເຈົ້າ​ເຮັດ​ສຳ​ເລັດ.

  • □ ຂ້ອຍ​ສາ​ມາດ​ໂອບ​ກອດ​ບາງ​ຄົນ​ທີ່​ໂສກ​ເສົ້າ.

  • □ ຂ້ອຍ​ສາ​ມາດ​ຮັບ​ໃຊ້​ບາງ​ຄົນ​ແບບ​ລັບໆ.

  • □ ຂ້ອຍ​ສາ​ມາດ​ອ່ານ ບົດ​ປາ​ໄສ ຫລື ເບິ່ງ ການ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ກ່ຽວ​ກັບ​ການ​ເປັນ​ຄົນ​ມີ​ເມດ​ຕາ.

  • □ ຂ້ອຍ​ສາ​ມາດ​ຮ້ອງ​ເພງ​ຂອງ​ຊັ້ນ​ປະ​ຖົມ​ໄວ ໃຫ້​ຄອບ​ຄົວ​ຂອງ​ຂ້ອຍ​ຟັງ.

  • □ ຂ້ອຍ​ສາ​ມາດ​ຍິ້ມ ໃຫ້​ບາງ​ຄົນ ຜູ້​ເບິ່ງ​ຄື​ວ່າ ໂດດ​ດ່ຽວ.

  • □ ຂ້ອຍ​ສາ​ມາດ ___________________________________________.

  • □ ຂ້ອຍ​ສາ​ມາດ ___________________________________________.

ພິມ