​2016
ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ
ມີນາ 2016


ຂ່າວ​ສານ​ການ​ຢ້ຽມ​ສອນ ເດືອນມິນາ 2016

ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ ໃບ “​ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ​ຈະ​ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ ຜ່ານ​ການ​ຢ້ຽມ​ສອນ ໄດ້​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເປີດ​ເບິ່ງ​ທີ່ reliefsociety.lds.org.

ຮູບ​ພາບ
ກາ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ສັດທາ, ຄອບຄົວ, ສົງເຄາະ

“ແລ້ວ​ພຣະ​ເຈົ້າ​ກໍ​ກ່າວ​ວ່າ, ບັດ​ນີ້ ເຮົາ​ຈະ​ສ້າງ​ມະ​ນຸດ​ໃຫ້​ມີ​ຮູບ​ລັກ​ສະ​ນະ​ຄື​ເຮົາ. …

“ດັ່ງ​ນັ້ນ ພຣະ​ເຈົ້າ​ຈຶ່ງ​ສ້າງ​ມະ​ນຸດ​ໃຫ້​ຄື​ພຣະ​ອົງ, ພຣະ​ອົງ​ສ້າງ​ເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ” (ປະຖົມມະການ 1:26–27).

ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ແລະ ພຣະ​ອົງ​ໄດ້​ສ້າງ​ເຮົາ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ. ເຖິງ​ຄວາມ​ຈິງ​ນີ້, ປະທານ​ທອມມັສ ແອັສ ມອນສັນ ໄດ້​ກ່າວ​ວ່າ: “ພຣະ​ເຈົ້າ ອົງ​ເປັນ​ພຣະ​ບິ​ດາ​ຂອງ​ເຮົາ ຊຶ່ງ​ມີ​ພຣະ​ກັນ ທີ່​ຈະ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ. ພຣະ​ອົງ​ມີ​ພຣະ​ເນດ ທີ່​ຈະ​ເຫັນ​ການ​ກະ​ທຳ​ຂອງ​ເຮົາ. ພຣະ​ອົງ​ມີ​ພຣະ​ໂອດ ທີ່​ຈະ​ກ່າວ​ກັບ​ເຮົາ. ພຣະ​ອົງ​ມີ​ພຣະ​ໄທ ທີ່​ຈະ​ຮູ້​ສຶກ ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ຄວາມ​ຮັກ. ພຣະ​ອົງ​ມີ​ຈິງ. ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. ເຮົາ​ເປັນ​ລູກໆ​ຂອງ​ພຣະ​ອົງ ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ ເຮົາ​ເບິ່ງ​ຄື​ພຣະ​ອົງ ແລະ ພຣະ​ອົງ​ເບິ່ງ​ຄື​ເຮົາ.”1

“ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ນັບ​ຖື​ທຸກ​ຄົນ​ວ່າ​ເປັນ​ລູກໆ​ຂອງ​ພຣະ​ເຈົ້າ ​ໃນ​ທຸກ​ປະ​ການ; ເຂົາ​ເຈົ້າ​ນັບ​ຖື​ທຸກ​ຄົນ​ວ່າ ສູງ​ສົ່ງ​ໃນ​ຕົ້ນ​ກຳ​ເນີດ, ໃນ​ທຳ​ມະ​ຊາດ, ແລະ ໃນ​ຄວາມ​ສາ​ມາດ.”2 ແຕ່​ລະ​ຄົນ ເປັນ “ບຸດ ຫລື ທິ​ດາ​ທີ່​ຮັກ​ທາງວິນ​ຍານ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ.”3

“[ສາດ​ສະ​ດາ] ໂຈເຊັບ ສະມິດ ໄດ້​ຮຽນ​ຮູ້​ອີກ​ວ່າ ພຣະ​ເຈົ້າ​ປະ​ສົງ​ໃຫ້​ລູກໆ​ຂອງ​ພຣະ​ອົງ ມີ​ຊີ​ວິດ​ຢ່າງ​ສູງ​ສົ່ງ ດັ່ງ​ທີ່​ພຣະ​ອົງ​ມີ.”4 ດັ່ງ​ທີ່​ພຣະ​ເຈົ້າ​ໄດ້​ກ່າວ​ໄວ້​ວ່າ, ນີ້​ຄື​ວຽກ​ງານ​ຂອງ​ພຣະ​ອົງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ—ຄື​ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ (ເບິ່ງ ໂມເຊ 1:39).

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

ປະຖົມມະການ 1:26–27; 1 ໂກຣິນໂທ 3:17; Doctrine and Covenants 130:1

ຈາກ​ພຣະ​ຄຳ​ພີ

ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ໄດ້​ຊອກ​ຫາ​ວິ​ທີ​ທີ່​ຈະ​ໃຫ້​ມີ​ຄວາມ​ສະ​ຫວ່າງ​ຢູ່​ໃນ​ເຮືອ ເພື່ອ​ພາ​ຊາວ​ຢາ​ເຣັດ​ຂ້າມ​ນ້ຳ ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ລາວ “ໄດ້​ຫລອມ​ຫີນ​ໃຫ້​ເປັນ​ກ້ອນ​ນ້ອຍ​ສິບ​ຫົກ​ກ້ອນ” ແລະ ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ເຈົ້າ “ແຕະ​ຕ້ອງ​ຫີນ​ເຫລົ່າ​ນີ້” ດ້ວຍ​ພຣະ​ຫັດ​ຂອງ​ພຣະ​ອົງ “ເພື່ອ​ມັນ​ຈະ​ສ່ອງ​ແສງ​ອອກ​ມາ​ໃນ​ຄວາມ​ມືດ.” ແລະ ພຣະ​ເຈົ້າ “ໄດ້​ເດ່​ພຣະ​ຫັດ​ຂອງ​ພຣະ​ອົງ​ອອກ​ມາ ແລະ ແຕະ​ຕ້ອງ​ຫີນ​ເຫລົ່າ​ນັ້ນ​ເທື່ອ​ລະ​ກ້ອນ.” ເຄື່ອງ​ປິດ​ບັງ​ໄດ້​ຖືກ​ເອົາ​ໄປ​ຈາກ​ສາຍ​ຕາ​ຂອງ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ, ແລະ “ລາວ​ໄດ້​ເຫັນ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ມັນ​ຄື​ກັນ​ກັບ​ນິ້ວ​ມື​ຂອງ​ມະ​ນຸດ. …

“ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ: ເຈົ້າ​ເຊື່ອ​ຄຳ​ເວົ້າ​ຂອງ​ເຮົາ​ບໍ່?

“ແລະ ລາວ​ໄດ້​ຕອບ​ວ່າ: ເຊື່ອ, ພຣະ​ອົງ​ເຈົ້າ​ເອີຍ.”

ແລະ “​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກົດ​ຕົວ​ໃຫ້ [ນ້ອງຊາຍ​ຂອງ​ຢາ​ເຣັດ] ເຫັນ” ແລະ ໄດ້​ກ່າວ​ວ່າ, “ເຈົ້າ​ເຫັນ​ແລ້ວ​ບໍ່​ວ່າ ເຈົ້າ​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ເຮົາ? ແທ້​ຈິງ​ແລ້ວ, ມະ​ນຸດ​ທັງ​ໝົດ​ໄດ້​ຖືກ​ສ້າງ​ຂຶ້ນ​ຕັ້ງ​ແຕ່​ຕົ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ເຮົາ​ເອງ.” (ເບິ່ງ ອີເທີ 3:1–17.)

ແຫລ່ງ​ອ້າງ​ອີງ

  1. Thomas S. Monson, “I Know That My Redeemer Lives,” in Conference Report, Apr. 1966, 63.

  2. Gospel Topics, “Becoming Like God,” topics.lds.org; ເບິ່ງ Moses 7:31–37 ນຳ​ອີກ.

  3. “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, Nov. 2010, 129.

  4. Gospel Topics, “Becoming Like God,” topics.lds.org; ​ເບິ່ງ Teachings of Presidents of the Church: Joseph Smith (2007), 221 ນຳ​ອີກ.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ການ​ທີ່​ຮູ້​ວ່າ ​ແຕ່​ລະ​ຄົນ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ ຊ່ອຍ​ເຮົາ​ໃນ​ຄວາມ​ສຳ​ພັນ​ຂອງ​ເຮົາ ກັບ​ຄົນ​ອື່ນ​ແນວ​ໃດ?

ພິມ