​2016
ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ
ມີນາ 2016


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນມິນາ 2016

“ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ”

ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ເຮົາ​ທຸກ​ຄົນ​ເປັນ​ຄູ​ສອນ ແລະ ເຮົາ​ທຸກ​ຄົນ​ເປັນ​ຜູ້​ຮຽນ. ການ​ເຊື້ອ​ເຊີນ​ທີ່​ອ່ອນ​ຫວານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ ໄດ້​ມາ​ເຖິງ​ທຸກ​ຄົນ ທີ່​ວ່າ: “ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ … ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າ ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.”1

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທຸກ​ຄົນ ໃຫ້​ໄຕ່​ຕອງ​ຄວາມ​ພະ​ຍາ​ຍາມ ຂອງ​ເຂົາ​ເຈົ້າ ທີ່​ຈະ​ສອນ ແລະ ທີ່​ຈະ​ຮຽນ ແລະ ອີງ​ຕໍ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໃຫ້​ເປັນ​ຜູ້​ນຳ​ພາ​ເຮົາ ໃນ​ການ​ເຮັດ​ສິ່ງນີ້. ເຮົາ​ຮູ້​ດີ​ວ່າ “ຄູ​ສອນ​ມາ​ຈາກ​ພຣະ​ເຈົ້າ”2 ອົງ​ນີ້ ເປັນ​ຫລາຍ​ກວ່າ​ພຽງ​ແຕ່​ຄູ​ສອນ​ທຳ​ມະ​ດາ​ເທົ່າ​ນັ້ນ. ພຣະ​ອົງ ອົງ​ນັ້ນ​ທີ່​ໄດ້​ສອນ​ເຮົາ​ໃຫ້​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ດ້ວຍ​ສຸດ​ກຳ​ລັງ, ແລະ ດ້ວຍ​ສຸດ​ຄວາມ​ຄິດ, ແລະ ໃຫ້​ຮັກ​ເພື່ອນ​ບ້ານ ເໝືອນ​ຮັກ​ຕົນ​ເອງ, ຄື​ພຣະ​ອາ​ຈານ ແລະ ເປັນ​ແບບ​ຢ່າງ​ຂອງ​ຊີ​ວິດ​ທີ່​ດີ​ພ້ອມ​ທຸກ​ຢ່າງ.

ພຣະ​ອົງ ຄື​ຜູ້​ທີ່​ໄດ້​ປະ​ກາດ​ວ່າ: “ຈົ່ງ​ຕິດ​ຕາມ​ເຮົາ​ມາ.”3 “ເຮົາ​ໄດ້​ເຮັດ​ເປັນ​ຕົວ​ຢ່າງ​ໄວ້​ໃຫ້​ເຈົ້າ​ແລ້ວ.”4

ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ປ່ຽນ​ໃຈ​ເຫລື້ອມ​ໃສ

ພຣະ​ເຢ​ຊູ​ໄດ້​ສອນ​ຄວາມ​ຈິງ​ທີ່​ລຽບ​ງ່າຍ ແຕ່​ຊາບ​ຊຶ້ງ ດັ່ງ​ທີ່​ມີ​ບັນ​ທຶກ​ໄວ້​ຢູ່​ໃນ​ພຣະ​ທຳ​ມັດ​ທາຍ. ຫລັງ​ຈາກ​ພຣະ​ອົງ ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ ໄດ້​ລົງ​ມາ​ຈາກ​ພູ​ແຫ່ງ​ການ​ປ່ຽນ​ສະ​ພາບ, ພຣະ​ອົງ​ພ້ອມ​ດ້ວຍ​ເຂົາ​ເຈົ້າ ໄດ້​ຢຸດ​ພັກ​ຢູ່​ຄາ​ລີ​ເລ ​ແລະ ແລ້ວ​ໄດ້​ໄປ​ຍັງ​ກາ​ເປ​ນາ​ອູມ. ຢູ່​ທີ່​ນັ້ນ ສາ​ນຸ​ສິດ​ໄດ້​ມາ​ຫາ​ພຣະ​ເຢ​ຊູ, ຖາມ​ວ່າ:

“ຜູ້​ໃດ​ເປັນ​ໃຫຍ່ ໃນ​ລາ​ຊາ​ອາ​ນາ​ຈັກ​ສະ​ຫວັນ?

“ພຣະ​ເຢ​ຊູ​ເອີ້ນ​ເອົາ​ເດັກ​ນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມ​ກາງ​ພວກ​ເພິ່ນ,

“ແລະ ກ່າວ​ວ່າ, ເຮົາ​ບອກ​ພວກ​ເຈົ້າ​ຕາມ​ຈິງ​ວ່າ, ຖ້າ​ພວກ​ເຈົ້າ​ບໍ່​ກັບ​ໃຈ, ແລະ ກາຍ​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍ, ພວກ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ລາ​ຊາ​ອາ​ນາ​ຈັກ​ສະ​ຫວັນ​ບໍ່​ໄດ້​ຈັກ​ເທື່ອ.”5

ໃນ​ສາດ​ສະ​ໜາ​ຈັກ, ເປົ້າ​ໝາຍ​ຂອງ​ການ​ສອນ​ພຣະ​ກິດ​ຕິ​ຄຸນ ບໍ່​ແມ່ນ​ການ​ຖອກ​ເທ​ຂໍ້​ມູນ​ເຂົ້າ​ໃນ​ຄວາມ​ຄິດ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ, ບໍ່​ວ່າ​ຈະ​ເປັນ​ຢູ່​ໃນ​ບ້ານ, ຢູ່​ໃນ​ຫ້ອງ​ຮຽນ, ຫລື ຢູ່​ໃນ​ສະ​ໜາມ​ເຜີຍ​ແຜ່​ກໍ​ຕາມ. ມັນ​ບໍ່​ແມ່ນ​ການ​ສະ​ແດງ​ວ່າ ພໍ່​ແມ່, ຄູ​ສອນ, ຫລື ຜູ້​ສອນ​ສາດ​ສະ​ໜາ​ຮູ້​ຫລາຍ​ຂະ​ໜາດ​ໃດ. ແລະ ບໍ່​ແມ່ນ​ການ​ພຽງ​ແຕ່​ເພື່ອ​ເພີ່ມ​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ.

ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ​ການ​ສອນ ແມ່ນ​ເພື່ອ​ຊ່ອຍ​ບຸດ ແລະ ​ທິ​ດາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ໃຫ້​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ ຊື່ນ​ຊົມ​ນຳ​ຊີ​ວິດ​ນິ​ລັນ​ດອນ ຮ່ວມ​ກັບ​ພຣະ​ອົງ. ໃນ​ການ​ເຮັດ​ສິ່ງ​ນີ້, ການ​ສອນ​ພຣະ​ກິດ​ຕິ​ຄຸນ ຈະ​ຕ້ອງ​ເປັນ​ການ​ຊຸກ​ຍູ້​ເຂົາ​ເຈົ້າ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ​ທຸກ​ວັນ ແລະ ໃນ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ. ເປົ້າ​ໝາຍ​ຄື​ການ​ດົນ​ໃຈ​ບຸກ​ຄົນ​ໃຫ້​ຄິດ​ກ່ຽວ​ກັບ, ຮູ້​ສຶກ​ກ່ຽວ​ກັບ, ແລະ ແລ້ວ​ເຮັດ​ບາງ​ສິ່ງ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ຈຸດ​ປະ​ສົງ​ຄື​ການ​ພັດ​ທະ​ນາ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ກາຍ​ເປັນ​ຜູ້ ເຫລື້ອມ​ໃສ ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ການ​ສອນ​ທີ່​ເປັນ​ພອນ ແລະ ຊ່ອຍ​ໃຫ້ເຫລື້ອມ​ໃສ ແລະ ຊ່ອຍ​ກູ້ ຄື​ການ​ສອນ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ຄູ​ສອນ​ທີ່​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ຈະ​ຮັກ ແລະ ຮັບ​ໃຊ້​ຄົນ​ທີ່​ເຂົາ​ເຈົ້າ​ສອນ. ເຂົາ​ເຈົ້າ​ດົນ​ໃຈ​ຜູ້​ຟັງ ດ້ວຍ​ບົດ​ຮຽນ​​ນິ​ລັນ​ດອນ ເຖິງ​ຄວາມ​ຈິງ​ຈາກ​ສະ​ຫວັນ. ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ພໍ​ທີ່​ຈະ​ເປັນ​ແບບ​ຢ່າງ.

ຮັກ ແລະ ຮັບ​ໃຊ້

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທັງ​ໝົດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ​ໄດ້​ເປັນ​ແບບ​ຢ່າງ​ເຖິງ​ການ​ຮັກ​ເພື່ອນ​ບ້ານ. ແນ່ນອນ, ຄວາມ​ຮັກ ແລະ ການ​ຮັບ​ໃຊ້​ຂອງ​ພຣະ​ອົງ ​ສ່ວນ​ຫລາຍ​ເປັນ​ບົດ​ຮຽນ​ຂອງ​ພຣະ​ອົງ. ເໝືອນ​ກັນ​ນີ້, ຄູ​ສອນ​ທີ່​ຂ້າ​ພະ​ເຈົ້າ​ຈື່​ໄດ້​ດີ​ທີ່​ສຸດ ແມ່ນ​ຄູ​ສອນ​ຜູ້​ທີ່​ຮູ້​ຈັກ, ຜູ້​ທີ່​ຮັກ, ແລະ ຜູ້​ທີ່​ເປັນ​ຫ່ວງ​ເປັນ​ໃຍ ນຳ​ນັກ​ຮຽນ​ຂອງ​ພວກ​ເພິ່ນ. ພວກ​ເພິ່ນ​ໄດ້​ໄປ​ຊອກ​ຫາ​ແກະ​ທີ່​ເສຍ​ໄປ. ພວກ​ເພິ່ນ​ໄດ້​ສອນ​ບົດ​ຮຽນ​ແຫ່ງ​ຊີ​ວິດ ຊຶ່ງ​ຂ້າ​ພະ​ເຈົ້າ​ຈະ​ຈື່​ຕະ​ຫລອດ​ໄປ.

ຄູ​ສອນ​ຄົນ​ໜຶ່ງ​ແມ່ນ ປ້າ​ລູສີ ເກີດສ໌. ເພິ່ນ​ຮູ້​ຈັກ​ນັກ​ຮຽນ​ທຸກ​ຄົນ​ຂອງ​ເພິ່ນ. ເພິ່ນ​ໄດ້​ແວະ​ໄປ​ຫາ​ຜູ້​ທີ່​ບໍ່​ໄດ້​ມາ​ໂບດ​ໃນ​ວັນ​ອາ​ທິດ​ນັ້ນ ຫລື ຜູ້​ທີ່​ບໍ່​ມາ​ໂບດ​ເລີຍ ຢ່າງ​ບໍ່​ລົດ​ລະ. ພວກ​ເຮົາໄດ້​ຮູ້​ວ່າ ເພິ່ນ​ເປັນ​ຫ່ວງ​ເປັນ​ໃຍ ພວກ​ເຮົາ. ບໍ່​ມີ​ຄົນ​ໃດ​ໃນ​ພວກ​ເຮົາ ທີ່​ລືມ​ບົດ​ຮຽນ ທີ່​ເພິ່ນ​ໄດ້​ສອນ.

ຫລາຍ​ປີ​ຈາກນັ້ນ, ໃນ. ​ບັ້ນ​ທ້າຍ​ຊີ​ວິດ​ຂອງ​ປ້າ​ລູສີ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ເພິ່ນ. ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນ​ເຖິງ​ອະ​ດີດ ເມື່ອ​ຫລາຍ​ປີ​ກ່ອນ ຕອນ​ເພິ່ນ​ໄດ້​ເປັນ​ຄູ​ສອນ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ເວົ້າ​ເຖິງ​ນັກ​ຮຽນ​ແຕ່​ລະ​ຄົນ​ຢູ່​ໃນ​ຫ້ອງ​ຮຽນ ແລະ ໄດ້​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ວ່າ ແຕ່​ລະ​ຄົນ​ເປັນ​ຈັ່ງ​ໃດ​ໃນ​ເວ​ລາ​ນີ້. ຄວາມ​ຮັກ ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ເພິ່ນ ຍືນ​ຍົງ ໄປ​ຕະ​ຫລອດ​ຊີ​ວິດ.

ຂ້າ​ພະ​ເຈົ້າ​ມັກ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ພົບ​ເຫັນ​ຢູ່​ໃນ Doctrine and Covenants ທີ່​ວ່າ,

ພຣະ​ອົງ ໄດ້​ປະ​ທານ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ແກ່​ເຮົາ ວ່າ​ເຮົາ​ຄວນ​ສອນ​ຄຳ​ສອນ​ຂອງ​ອາ​ນາ​ຈັກ​ໃຫ້​ກັນ​ແລະ​ກັນ.

ວ່າ​ໃຫ້​ເຮົາ​ສອນ​ຢ່າງ​ພາກ​ພຽນ ແລະ ພຣະ​ຄຸນ​ຂອງ​ພຣະ​ອົງ ຈະ​ຢູ່​ກັບ​ເຮົາ.6

ປ້າ​ລູສີ ເກີດສ໌ ໄດ້​ສອນ​ຢ່າງ​ພາກ​ພຽນ ເພາະ​ເພິ່ນ​ຮັກ​ຢ່າງ​ບໍ່​ອິດ​ບໍ່​ເມື່ອຍ.

ໃຫ້​ຄວາມ​ຫວັງ ແລະ ຄວາມ​ຈິງ

ອັກ​ຄະ​ສາ​ວົກ​ເປ​ໂຕ ໄດ້​ແນະ​ນຳ​ວ່າ, “ຈົ່ງ​ພ້ອມ​ຢູ່​ສະ​ເໝີ ເພື່ອ​ພວກ​ເຈົ້າ​ຈະ​ສາ​ມາດ​ຕອບ​ແກ້​ຕົວ​ໄດ້ ຕໍ່​ທຸກ​ຄົນ​ທີ່​ຖາມ​ພວກ​ເຈົ້າວ່າ ເຈົ້າ​ມີ​ເຫດ​ຜົນ​ປະ​ການ​ໃດ​ຈຶ່ງ​ມີ​ຄວາມ​ຫວັງ​ຢ່າງນີ້.”7

ບາງ​ທີ ຄວາມ​ຫວັງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ຄູ​ສອນ​ສາ​ມາດ​ມອບ​ໃຫ້​ແມ່ນ ຄວາມ​ຫວັງ​ທີ່​ພົບ​ເຫັນ ໃນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

“ແລະ ແມ່ນ​ອັນ​ໃດ​ທີ່​ທ່ານ​ຈະ​ຫວັງ?” ມໍ​ມອນ​ໄດ້​ຖາມ. “ຈົ່ງ​ເບິ່ງ ຂ້າພະ​ເຈົ້າກ່າວ​ກັບ​ທ່ານ​ວ່າ ທ່ານ​ຈະ​ມີ​ຄວາມ​ຫວັງ​ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ແລະ ໂດຍ​ອຳນາດ​ຂອງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ເພື່ອ​ຖືກ​ຍົກ​ຂຶ້ນ​ສູ່​ຊີ​ວິດ​ນິ​ລັນ​ດອນ, ແລະ ນີ້​ເພາະ​ສັດ​ທາ​ຂອງ​ທ່ານ​ທີ່​ມີ​ໃນ​ພຣະ​ອົງ.”8

ຄູ​ສອນ​ທັງ​ຫລາຍ, ຈົ່ງ​ເປັ່ງ​ສຽງ ແລະ ເປັນ​ພະ​ຍານ​ເຖິງ​ລັກ​ສະ​ນະ​ທີ່​ແທ້​ຈິງ ຂອງ​ຝ່າຍ​ພຣະ​ເຈົ້າ. ຈົ່ງ​ປະ​ກາດ​ການ​ເປັນ​ພະ​ຍານ​ຂອງ​ທ່ານ ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ. ບອກ​ເຖິງ​ຄວາມ​ຈິງ ທີ່​ດີ​ເລີດ ແລະ ສວຍ​ງາມ ຊຶ່ງ​ບັນ​ຈຸ​ຢູ່​ໃນ​ແຜນ​ແຫ່ງ​ຄວາມ​ລອດ. ຈົ່ງ​ໃຊ້​ອຸ​ປະ​ກອນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ໄດ້​ຖືກ​ອະ​ນຸ​ມັດ​ໃຫ້​ແລ້ວ, ໂດຍ​ສະ​ເພາະ ພຣະ​ຄຳ​ພີ, ເພື່ອ​ສອນ​ຄວາມ​ຈິງ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຂອງ​ພຣະ​ເຢ​ຊູ​ຄຣິດ ໃນ​ຄວາມ​ບໍ​ລິ​ສຸດ ແລະ ໃນ​ຄວາມ​ລຽບ​ງ່າຍ​ຂອງ​ມັນ. ຈົ່ງ​ຈື່​ຈຳ​ຄຳ​ສັ່ງ​ສອນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ທີ່​ວ່າ “ໃຫ້​ຄົ້ນ​ຫາ​ໃນ​ພຣະ​ຄຳ​ພີ, ເພາະ​ຄິດ​ວ່າ ຈະ​ພົບ​ຊີ​ວິດ​ນິ​ລັນ​ດອນ: ແມ່ນ​ພຣະ​ຄຳ​ພີ​ນີ້​ແຫລະ ທີ່​ເປັນ​ພະ​ຍານ​ໃຫ້​ເຮົາ.”9

ຈົ່ງ​ຊ່ອຍ​ລູກໆ​ຂອງ​ພຣະ​ເຈົ້າ ໃຫ້​ເຂົ້າ​ໃຈ​ວ່າ ສິ່ງ​ໃດ​ເປັນ​ສິ່ງ​ທີ່​ແທ້​ຈິງ ແລະ ສຳ​ຄັນ ໃນ​ຊີ​ວິດ​ນີ້. ຈົ່ງ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ​ພັດ​ທະ​ນາ​ຄວາມ​ເຂັ້ມ​ແຂງ ທີ່​ຈະ​ເລືອກ​ເສັ້ນ​ທາງ ທີ່​ຈະ​ຮັກ​ສາ​ເຂົາ​ເຈົ້າ​ໄວ້​ໃນ​ຄວາມ​ປອດ​ໄພ ໃນ​ຂະ​ນະ​ທີ່​ດຳ​ເນີນ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ.

ຈົ່ງ​ສອນ​ຄວາມ​ຈິງ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈະ​ຊ່ອຍ​ເຫລືອ​ທ່ານ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ.

“ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ”

ເພາະ​ພຣະ​ເຢ​ຊູ​ໄດ້​ເຊື່ອ​ ແລະ ​ໄດ້​ອ່ອນ​ນ້ອມ​ຍອມ​ຟັງ​ຕໍ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ຢ່າງ​ສົມ​ບູນ, ພຣະ​ອົງ​ຈຶ່ງ “​ໄດ້​ຈະ​ເລີນ​ເຕີບ​ໃຫຍ່​ຂຶ້ນ ໃນ​ດ້ານ​ສະ​ຕິ​ປັນ​ຍາ ແລະ ໃນ​ດ້ານ​ຮ່າງ​ກາຍ, ເປັນ​ທີ່​ພໍ​ພຣະ​ໄທ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ມະ​ນຸດ​ດ້ວຍ.”10 ເຮົາ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ​ເໝືອນ​ກັນ​ບໍ? ເຊັ່ນ​ດຽວ​ກັບ ພຣະ​ເຢ​ຊູ ໄດ້​ຮັບ​ຈາກ​ພຣະ​ຄຸນ​ໜຶ່ງ ຫາ​ອີກ​ພຣະ​ຄຸນ​ໜຶ່ງ,11 ເຮົາ​ຕ້ອງ​ສະ​ແຫວງ​ຫາ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ ຈາກ​ພຣະ​ເຈົ້າ ດ້ວຍ​ຄວາມ​ອົດ​ທົນ ແລະ ບໍ່​ລົດ​ລະ ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ຮ່ຳ​ຮຽນ​ພຣະ​ກິດ​ຕິ​ຄຸນ.

ການ​ຮັບ​ຟັງ ເປັນ​ພາກ​ສ່ວນ​ສຳ​​ຄັນ​ຂອງ​ການ​ຮຽນ​ຮູ້. ເມື່ອ​ຕຽມ​ທີ່​ຈະ​ຮັບ​ການ​ສັ່ງ​ສອນ, ເຮົາ​ຕ້ອງ​ອະ​ທິ​ຖານ​ເພື່ອ​ຂໍ​ການ​ດົນ​ໃຈ ແລະ ການ​ຢືນ​ຢັນ ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເຮົາ​ໄຕ່​ຕອງ, ເຮົາ​ອະ​ທິ​ຖານ, ເຮົາ​ນຳ​ໃຊ້​ບົດ​ຮຽນ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ, ແລະ ເຮົາ​ສະ​ແຫວງ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ ທີ່​ມີ​ສຳ​ລັບ​ເຮົາ.12

ພຣະ​ເຢ​ຊູ “ໄດ້​ໃຊ້​ຄຳ​ອຸ​ປະ​ມາ​ຫລາຍ​ເລື່ອງ​ເພື່ອ​ສອນ​… ,”13 ຊຶ່ງ​ຮຽກ​ຮ້ອງ​ຫູ​ໃຫ້​ຟັງ, ຕາ​ໃຫ້​ເຫັນ, ແລະ ຫົວ​ໃຈ​ໃຫ້​ເຂົ້າ​ໃຈ. ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄ່າ​ຄວນ, ເຮົາ​ຈະ​ໄດ້​ຍິນ​ສຽງ​ຊື່ມ​ຂອງ​ພ​ຣະ​ວິນ​ຍານ​ບໍ​ລິ​ສຸດ ໄດ້​ດີກວ່າ​ເກົ່າ, ຊຶ່ງ​ຈະ “​ສັ່ງສອນ [ເຮົາ] ​ທຸກ​ສິ່ງ, ແລະ ຈະ​​ເຕືອນ​ໃຫ້ [ເຮົາ] ​ລະ​ນຶກ​ເຖິງ​ທຸກ​ສິ່ງ.”14

ເມື່ອ​ເຮົາ​ຮັບ​ເອົາ​ການ​ເຊື້ອ​ເຊີນ​ອັນ​ອ່ອນ​ຫວານ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ທີ່​ວ່າ, “ຈົ່ງ​ຮຽນ​ຮູ້​ຈາກ​ເຮົາ,” ເຮົາ​ຈະ​ກາຍ​ເປັນ​ຄົນ​ທີ່​ຮັບ​ເອົາ​ອຳ​ນາດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ. ດັ່ງ​ນັ້ນ ຂໍ​ໃຫ້​ເຮົາ​ຈົ່ງ​ດຳ​ເນີນ​ໄປ​ໜ້າ ດ້ວຍ​ວິນ​ຍານ​ແຫ່ງ​ການ​ເຊື່ອ​ຟັງ, ເຮັດ​ຕາມ​ພຣະ​ອົງ​ທີ່​ເປັນ​ແບບ​ຢ່າງ ໂດຍ​ການ​ສອນ ດັ່ງ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ສອນ ແລະ ຮຽນ​ຮູ້ ດັ່ງ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ຮຽນ​ຮູ້.

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ປະທານ​ມອນສັນ ເຊື້ອ​ເຊີນ​ເຮົາ​ໃຫ້ “ໄຕ່​ຕອງ​ຄວາມ​ພະ​ຍາ​ຍາມ ຂອງ [ເຮົາ] ທີ່​ຈະ​ສອນ ແລະ ທີ່​ຈະ​ຮຽນ ແລະ ອີງ​ຕໍ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຜູ້​ນຳ​ພາ​ເຮົາ ໃນ​ການ​ເຮັດ​ສິ່ງ​ນີ້. ທ່ານ​ຄວນ​ຄິດ​ທີ່​ຈະ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ​ກັບ​ຄົນ​ທີ່​​ທ່ານ​ໄປ​ຢ້ຽມ​ສອນ ເພື່ອ​ຊອກ​ຫາ​ຄວາມ​ຮູ້​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ສອນ ແລະ ໄດ້​ຮຽນ​ຮູ້. ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ດ້ວຍ​​ພຣະ​ຄຳ​ພີ​ບາງ​ຂໍ້ ທີ່​ປະທານ​ມອນສັນ​ໄດ້​ອ້າງ​ເຖິງ, ດັ່ງ​ເຊັ່ນ ມັດທາຍ 11:29, ໂຢຮັນ 5:30, ແລະ ມາຣະໂກ 4:2. ທ່ານ​ສາ​ມາດ​ສົນ​ທະ​ນາ​ ເຖິງ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​​ພຣະ​ເຢ​ຊູ ​ຈະ​ສາ​ມາດ​ຊ່ອຍ​ທ່ານ “ໃຫ້​ກາຍ​ເປັນ​ຄົນ​ທີ່​ຮັບ​ເອົາ​ອຳ​ນາດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ” ໄດ້​ແນວ​ໃດ.

ພິມ