​2016
ການ​ເລືອກ
ພຶດສະພາ 2016


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ພຶດສະພາ 2016

ການ​ເລືອກ

ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ ເຖິງ​ແມ່ນ​ຈະ​ຍາກ​ກວ່າ, ແທນ​ການ​ເລືອກ​ສິ່ງ​ທີ່​ຜິດ ເຖິງ​ແມ່ນ​ຈະ​ງ່າຍ​ກວ່າ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ກ່ອນ​ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ຕົ້ນ​ກ່າວ​ຄຳ​ປາ​ໄສ, ຂ້າ​ພະ​ເຈົ້າ​ຢາກ​ປະ​ກາດ​ເຖິງ​ພຣະ​ວິ​ຫານ​ໃໝ່ ສີ່ ແຫ່ງ ຊຶ່ງ​ຈະ​ຖືກ​ສ້າງ​ໃນ​ຫລາຍ​ເດືອນ ແລະ ຫລາຍ​ປີ ທີ່​ຈະ​ມາ​ເຖິງ ຢູ່​ໃນ​ສະ​ຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້: ​ເມືອງ​ຄີໂຕ, ​ປະ​ເທດ​ເອກວາດໍ; ​ເມືອງ​ຮາຣາເຣ, ​ປະ​ເທດ​ຊິມບຳເວ; ​ເມືອງ​ບີເລັມ, ​ປະ​ເທດ​ບຣາຊິນ; ແລະ ພຣະ​ວິ​ຫານ​ແຫ່ງ​ທີ​ສອງ ໃນ​ເມືອງ​ລີມາ, ປະເທດ​ເປຣູ.

ຕອນ​ຂ້າ​ພະ​ເຈົ້າ​ໄດ້​ກາຍ​ເປັນ​ສະ​ມາ​ຊິກ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໃນ​ປີ 1963, ມີ​ພຣະ​ວິ​ຫານ ທີ່​ເປີດ​ບໍ​ລິ​ການ​ຢູ່ 12 ແຫ່ງ ຕະ​ຫລອດ​ທົ່ວ​ສາດ​ສະ​ໜາ​ຈັກ. ດ້ວຍ​ການ​ອຸ​ທິດ​ພຣະ​ວິ​ຫານ ໂພຣໂວ ຊີທີ ເຊັນເຕີ ເມື່ອ​ສອງ​ອາ​ທິດ​ຜ່ານ​ມານີ້, ເຮົາ​ມີ​ພຣະ​ວິ​ຫານ ຢູ່​ດ້ວຍ​ກັນ 150 ແຫ່ງ ທີ່​ເປີດ​ບໍ​ລິ​ການ ຢູ່​ຕະ​ຫລອດ​ທົ່ວ​ໂລກ. ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ສຳ​ລັບ​ພອນ​ທີ່​ເຮົາ​ໄດ້​ຮັບ ຢູ່​ໃນ​ບ້ານ​​ທີ່​ສັກ​ສິດ​ເຫລົ່າ​ນີ້.

ບັດ​ນີ້ ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ເຖິງ​ຄວາມ​ກະ​ຕັນ​ຍູ ສຳ​ລັບ​ໂອ​ກາດ​ທີ່​ຈະ​ໄດ້​ແບ່ງ​ປັນ ແນວ​ຄິດ​ສອງ​ສາມ​ຢ່າງ​ກັບ​ທ່ານ ໃນ​ເຊົ້າ​ມື້​ນີ້.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຄຸ້ນ​ຄິດ​ກ່ຽວ​ກັບ​ການ​ເລືອກ. ມີ​ຄຳ​ກ່າວ​ວ່າ ເຫດ​ການ​ເລັກ​ນ້ອຍ ອາດ​ກາຍ​ເປັນ​ເລື່ອງ​ໃຫຍ່​ໄດ້, ແລະ ຊີ​ວິດ​ຂອງ​ຜູ້​ຄົນ​ກໍ​ຄື​ກັນ. ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ ແມ່ນ​ຂຶ້ນ​ຢູ່​ກັບ​ການ​ເລືອກ​ຂອງ​ເຮົາ.

ຕອນ​ເຮົາ​ໄດ້​ຈາກ​ໂລກ​ກ່ອນ​ເກີດ​ມາ​ສູ່​ຊ່ວງ​ມະ​ຕະ​ນີ້, ເຮົາ​ໄດ້​ເອົາ​ຂອງ​ປະທານ​ແຫ່ງ​ອຳ​ເພີ​ໃຈ​ມາ​ນຳ. ຈຸດ​ເປົ້າ​ໝາຍ​ຂອງ​ເຮົາ ແມ່ນ​ທີ່​ຈະ​ຮັບ​ເອົາ​ລັດ​ສະ​ໝີ​ພາບ​ແຫ່ງ​ຊັ້ນ​ສູງ, ແລະ ການ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ເຮົາ ແມ່ນ​ຂຶ້ນ​ຢູ່​ກັບ​ການ​ເລືອກ​ຂອງ​ເຮົາ.

ພວກ​ທ່ານ​ສ່ວນ​ຫລາຍ ຄົງ​ຈື່​ນາງ ອາລິສ ໄດ້ ຢູ່​ໃນ​ປຶ້ມ​ນິ​ຍາຍ ທີ່​ແຕ່ງ​ໂດຍ ຫລຸຍສ໌ ແຄໂຣ ຊື່​ວ່າ Alice’s Adventures in Wonderland. ທ່ານ​ຄົງ​ຈື່​ວ່າ ນາງ​ໄດ້​ເດີນ​ທາງ​ໄປ​ເຖິງ​ທາງ​ແຍກ, ແຕ່​ລະ​ສາຍ ກໍ​ຍາວ​ຢຽດ​ຢູ່​ຕໍ່​ໜ້າ​ນາງ, ເສັ້ນ​ໜຶ່ງ​ໄປ​ເບື້ອງ​ຊ້າຍ ແລະ ອີກ​ເສັ້ນ​ໜຶ່ງ​ໄປ​ເບື້ອງ​ຂວາ. ໃນ​ຂະ​ນະ​ທີ່​ນາງ​ກຳ​ລັງ​ພິ​ຈາ​ລະ​ນາ​ຢູ່​ນັ້ນ, ນາງ​ໄດ້​ຫລຽວ​ເຫັນ​ແມວ​ໂຕ​ໜຶ່ງ ຊື່ ເຈ​ຊາຍ, ແລະ ​ອາລິສ​ໄດ້​ຖາມ​ແມວ​ວ່າ, “ຂ້ອຍ​ຄວນ​ໄປ​​ທາງ​ໃດ?”

ແມວ​ໄດ້​ຕອບ​ວ່າ, “ມັນ​ຂຶ້ນ​ກັບ​ວ່າ ເຈົ້າ​ຢາກ​ໄປ​ໃສ. ຖ້າ​ເຈົ້າ​ບໍ່​ຮູ້​ວ່າ ເຈົ້າ​ຢາກ​ໄປ​​ໃສ, ກໍ​ບໍ່​ສຳ​ຄັນ​ວ່າ ເຈົ້າ​ຊິ​ໄປ​ທາງ​ໃດ.”1

ບໍ່​ຄື​ກັນ​ກັບ​ນາງ ​ອາລິສ, ເຮົາ​ຮູ້​ວ່າ ເຮົາ​ຢາກ​ໄປ​​ໃສ, ແລະ ມັນ ກໍ ສຳ​ຄັນ​ວ່າ ເຮົາ​ຕ້ອງ​ເດີນ​ໄປ​ທາງ​ໃດ, ເພາະ​ເສັ້ນ​ທາງ​ທີ່​ເຮົາ​ເດີນ​ໄປ​ໃນ​ຊີ​ວິດ​ນີ້ ຈະ​ພາ​ເຮົາ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ ຫລັງ​ຈາກ​ຊີ​ວິດ​ນີ້.

ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ທີ່​ຈະ​ສ້າງ​ສັດ​ທາ​ທີ່​ຍິ່ງ​ໃຫຍ່ ແລະ ມີ​ພະ​ລັງ​ຢູ່​ໃນ​ຕົວ​ເຮົາ ຊຶ່ງ​ຈະ​ເປັນ​ສິ່ງ​ປ້ອງ​ກັນ​ທີ່​ມີ​ປະ​ສິດ​ທິ​ພາບ​ທີ່​ສຸດ ຕ້ານ​ກັບ​ຍຸດ​ທະ​ວິ​ທີ​ຂອງ​ຜູ້​ປໍ​ລະ​ປັກ—ເປັນ​ສັດ​ທາ​ທີ່​ແທ້​ຈິງ, ເປັນ​ສັດ​ທາ​ທີ່​ຈະ​ຄ້ຳ​​ຈູນ​ເຮົາ ແລະ ເພີ່ມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ ໃຫ້​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ. ປາດ​ສະ​ຈາກ​ສັດ​ທາ​ເຊັ່ນ​ນັ້ນ, ເຮົາ​ຈະ​ບໍ່​ໄປ​ເຖິງ​ຈຸດ​ໃດ​ເລີຍ. ດ້ວຍ​ສັດ​ທາ​ນີ້, ເຮົາ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ຂອງ​ເຮົາ​ໄດ້.

ເຖິງ​ແມ່ນ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ສຸດ ທີ່​ເຮົາ​ຕ້ອງ​ເລືອກ​ຢ່າງ​ສະ​ຫລາດ, ແຕ່​ບາງ​ເທື່ອ ເຮົາ​ຈະ​ເຫັນ​ວ່າ ເຮົາ​ໄດ້​ເລືອກ​ຢ່າງ​ໂງ່​ຈ້າ. ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ, ຊຶ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈັດ​ຕຽມ​ໄວ້, ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ດັດ​ແປງ​ຊີ​ວິດ​ໄດ້, ເພື່ອ​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ສູ່​ເສັ້ນ​ທາງ ທີ່​ຈະ​ພາ​ເຮົາ​ໄປ​ສູ່​ລັດ​ສະ​ໝີ​ພາບ​ແຫ່ງ​ຊັ້ນ​ສູງ ທີ່​ເຮົາ​ສະ​ແຫວງ​ຫາ​ນັ້ນ.

ຂໍ​ໃຫ້​ເຮົາ​ຈົ່ງ​ກ້າ​ຫານ​ຕໍ່​ໄປ ເພື່ອ​ຕ້ານ​ກັບ​ມະ​ຕິ​ຂອງ​ມະ​ຫາ​ຊົນ. ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ ເຖິງ​ແມ່ນ​ຈະ​ຍາກ​ກວ່າ, ແທນ​ການ​ເລືອກ​ສິ່ງ​ທີ່​ຜິດ ເຖິງ​ແມ່ນ​ຈະ​ງ່າຍ​ກວ່າ.

ເມື່ອ​ເຮົາ​ຄິດ​ກ່ຽວ​ກັບ​ການ​ເລືອກ​ທີ່​ເຮົາ​ຕ້ອງ​ເຮັດ​ໃນ​ແຕ່​ລະ​ວັນ—ບໍ່​ວ່າ ຈະ​ເປັນ​ອັນ​ນີ້ ຫລື ອັນ​ນັ້ນ—ຖ້າ​ຫາກ​ເຮົາ​ເລືອກ​ພຣະ​ຄຣິດ, ແລ້ວ​ເຮົາ​ຈະ​ເລືອກ​ສິ່ງ​ທີ່​ຖືກ​ຕ້ອງ.

ນີ້​ຄື​ຄຳ​ອະ​ທິ​ຖານ​ທີ່​ຈິງ​ໃຈ ແລະ ຖ່ອມ​ຕົວ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ອາແມນ.

ແຫລ່ງອ້າງອີງ

  1. ຄັດ​ລອກ​ມາ​ຈາກ ຫລຸຍສ໌ ແຄໂຣ, Alice’s Adventures in Wonderland (1898), 89.

ພິມ