​2016
ພຣະ​ອົງ​ຈະ​ຍົກ​ທ່ານ​ໃສ່​ບ່າ​ຂອງ​ຕົນ ແລະ ແບກ​ທ່ານ​ກັບ​ບ້ານ
ພຶດສະພາ 2016


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ພຶດສະພາ 2016

ພຣະ​ອົງ​ຈະ​ຍົກ​ທ່ານ​ໃສ່​ບ່າ​ຂອງ​ຕົນ ແລະ ແບກ​ທ່ານ​ກັບ​ບ້ານ

ເຊັ່ນ​ດຽວ​ກັບ​ພຣະ​ຜູ້​ລ້ຽງ​ທີ່​ດີ ໄດ້​ພົບ​ເຫັນ​ແກະ​ຂອງ​ພຣະ​ອົງ, ຖ້າ​ຫາກ​ທ່ານ​ຫັນ​ຈິດ​ໃຈ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ແລ້ວ​ພຣະ​ອົງ​ຈະ​ພົບ​ເຫັນ​ທ່ານ.

ຄວາມ​ຊົງ​ຈຳ​ໜຶ່ງ​ທີ່​ຫລອກ​ຫລອນ​ຂ້າ​ພະ​ເຈົ້າ​ມາ​ຕັ້ງ​ແຕ່​ນ້ອຍ ແມ່ນ​ສຽງ​ແກ​ເຕືອນ​ໄພ ທີ່​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ສະ​ດຸ້ງ​ຕື່ນ​ຈາກ​ນອນ. ບໍ່​ດົນ​ຈາກນັ້ນ, ກໍ​ມີ​ສຽງ​ໜຶ່ງ​ອີກ, ເປັນ​ສຽງ​ດັງ​ໃບ​ພັດ​ຂອງ​ຍົນ ຈົນ​ເຖິງ​ຂະ​ໜາດ​ແຜ່ນ​ດິນ​ສັ່ນ​ສະ​ເທືອນ. ຕາມ​ທີ່​ແມ່​ໄດ້​ສອນ​ພວກ​ເຮົາໃຫ້​ເຮັດ, ລູກ​ແຕ່​ລະ​ຄົນ​ຈະ​ຕ້ອງ​ຈັບ​ເອົາ​ຖົງ ແລ້ວ​ແລ່ນ​ລົງ​ຄ້ອຍ​ໄປ​ຫາ​ຫ້ອງ​ໃຕ້​ດິນ​ຫລົບ​ໄພ. ໃນ​ຂະ​ນະ​ທີ່​ພວກ​ເຮົາ​ແລ່ນ​ໄປ​ໃນ​ຄວາມ​ມືດ​ອັນ​ໜາ​ຕຶບ, ພວກ​ເຮົາ​ໄດ້​ຫລຽວ​ເຫັນ​ແສງ​ໄຟ​ສີ​ຂຽວ ແລະ ຂາວ ຊຶ່ງ​ເປັນ​ສັນ​ຍານ​ເຖິງ​ຈຸດ​ທີ່​ຈະ​ໃຫ້​ເຮືອ​ບິນ​ຖິ້ມ​ລະ​ເບີດ. ແຕ່​​ໜ້າ​ແປກ​ໃຈ ທີ່​ທຸກ​ຄົນ​ເອີ້ນ​ແສງ​ເຫລົ່າ​ນັ້ນ​ວ່າ ຕົ້ນ​ຄຣິດ​ສະ​ມັດ.

ຕອນ​ນັ້ນ ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ໄດ້​ສີ່​ປີ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສົງ​ຄາມ​ໂລກ.

ເດຣສ໌ເດັນ

ບໍ່​ໄກ​ຈາກ​ບ່ອນ​ທີ່​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອາ​ໄສ​ຢູ່ ມີ​ເມືອງ​ໜຶ່ງ​ຊື່ ເດຣສ໌ເດັນ. ຜູ້​ຄົນ​ທີ່​ຢູ່​ໃນ​ເມືອງ​ນີ້ ຄົງ​ໄດ້​ເຫັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ຫລາຍ​ກວ່າ​ພັນ​ເທື່ອ. ລະ​ເບີດ​ຫລາຍໆ​ພັນ​ໂຕນ ໄດ້​ທະ​ລົ່ມ​ເມືອງ​ນີ້ ຈົນ​ວ່າ​ຫລາຍ​ກວ່າ 90 ເປີ​ເຊັນ​ຂອງ​ເມືອງ​ນີ້​ໄດ້​ເສຍ​ຫາຍ​ໄປ, ເມື່ອ​ເຊົ້າ​ຮຸ່ງ​ຂຶ້ນ ເມືອງ​ເດຣສ໌ເດັນ ເຫລືອ​ຢູ່​ແຕ່​ຊາກ.

ພຽງ​ແຕ່​ໃນ​ເວ​ລາ​ສັ້ນໆ​ເທົ່າ​ນັ້ນ, ເມືອງ​ທີ່​ເຄີຍ​ຖືກ​ເອີ້ນ​ວ່າ “ກ່ອງ​ເຄື່ອງ​ເອ້” ໄດ້​ຖືກ​ທຳ​ລາຍ​ຈົນ​ໝົດ​ສິ້ນ. ທ່ານແອຣິສ໌ ແຄສະເນີ, ນັກ​ປະ​ພັນ​ຄົນ​ເຢຍ​ລະ​ມັນ, ໄດ້​ຂຽນ​ເຖິງ​ການ​ທຳ​ລາຍ​ນັ້ນ​ວ່າ, “ເປັນ​ເວ​ລາ​ຫລາຍ​ພັນ​ປີ ທີ່​ເມືອງ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ຢ່າງ​ສວຍ​ງາມ, ແຕ່​ໃນ​ຄືນ​ດຽວ ມັນ​ໄດ້​ຖືກ​ທຳ​ລາຍ​ຈົນ​ໝົດ​ສິ້ນ.”1 ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ພວກ​ເຮົາ​ຈະ​ສາ​ມາດ​ແກ້​ໄຂ​ການ​ທຳ​ລາຍ​ຈາກ​ສົງ​ຄາມ ທີ່​ຜູ້​ຄົນ​ຂອງ​ພວກ​ເຮົາ​ເອງ ໄດ້ ລິ​ເລີ່ມ​ຂຶ້ນ. ໂລກ​ທີ່​ຢູ່​ອ້ອມ​ຮອບ​ພວກ​ເຮົາ ປະ​ກົດ​ວ່າ​ສິ້ນ​ຫວັງ ແລະ ປາດ​ສະ​ຈາກ​ອະ​ນາ​ຄົດ.

ປີ​ກາຍ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ກັບ​ໄປ​ເມືອງ ເດຣສ໌ເດັນ. ເຈັດ​ສິບ​ປີ​ຫລັງ​ຈາກ​ສົງ​ຄາມ, ອີກ​ເທື່ອ​ໜຶ່ງ, ມັນ​ເປັນ​ເມືອງ​ທີ່​ເອີ້ນ​ວ່າ “ກ່ອງ​ເຄື່ອງ​ເອ້”. ຊາກ​ເມືອງ​ໄດ້​ຖືກ​ມ້ຽນ​ມັດ ແລະ ເມືອງ​ນີ້​ກໍ​ໄດ້​ຖືກ​ສ້ອມ​ແຊມ​ຄືນ​ໃໝ່ ແລະ ສວຍ​ງາມ​ກວ່າ​ເກົ່າ.

ໃນ​ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໂບດ ລູເຕີແຣນ, ຟຣາວ​ເອັນ​ເກຍ​ກາ ທີ່​ສວຍ​ງາມ, ​ທີ່​ເອີ້ນ​ວ່າ​ໂບດ​ຂອງ​ເຈົ້າ​ຍິງ​ຂອງ​ພວກ​ເຮົາ. ມັນ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ລະ​ຫວ່າງ​ປີ 1700, ຊຶ່ງ​ເປັນ​ຕຶກ​ຫລັງ​ໜຶ່ງ​ໃນ​ເມືອງ​ເດຣສ໌ເດັນ ທີ່​ສວຍ​ງາມ​ທີ່​ສຸດ, ແຕ່​ສົງ​ຄາມ​ໄດ້​ທຳ​ລາຍ​ມັນ ຈົນ​ເຫລືອ​ແຕ່​ຊາກ. ເປັນ​ເວ​ລາ​ຫລາຍ​ປີ ທີ່​ມັນ​ໄດ້​ເປັນ​ຢູ່​ແບບ​ນັ້ນ, ຈົນ​ໃນ​ທີ່​ສຸດ ຫລາຍ​ຄົນ​ຄິດ​ວ່າ ຄວນ​ສ້າງ​ໂບດ ຟຣາວ​ເອັນ​ເກຍ​ກາ ຄືນ​ໃໝ່.

ຫີນ​ຈາກ​ໂບດ​ທີ່​ຖືກ​ທຳ​ລາຍ ກໍ​ໄດ້​ຖືກ​ຮັກ​ສາ ແລະ ບັນ​ທຶກ​ໄວ້, ແລ້ວ​ເມື່ອ​ເປັນ​ໄປ​ໄດ້ ມັນ​ໄດ້​ຖືກ​ນຳ​ຄືນ​ມາ​ໃຊ້​ອີກ. ທຸກ​ວັນ​ນີ້ ທ່ານ​ສາ​ມາດ​ເຫັນ​ກ້ອນ​ຫີນ​ທີ່​ຖືກ​ໄຟ​ໃໝ້ ຢູ່​ຝາ​ຂ້າງ​ນອກ​ຂອງ​ຕຶກ. “ຮອຍ​ແຜ”​ເຫລົ່າ​ນີ້ ບໍ່​ພຽງ​ແຕ່​ເຕືອນ​ເຖິງ​ປະ​ຫວັດ​ສາດ​​ສົງ​ຄາມ​ຂອງ​ຕຶກ​ນັ້ນ ແຕ່​ຍັງ​ເປັນ​ອະ​ນຸ​ສອນ​ເຖິງ​ຄວາມ​ຫວັງ​ນຳ​ອີກ—ເປັນ​ສັນ​ຍາ​ລັກ​ເຖິງ​ຄວາມ​ສາ​ມາດ​ຂອງ​ມະ​ນຸດ ເລື່ອງ​ການ​ສ້າງ​ຊີ​ວິດ​ໃໝ່ ຈາກ​ເຖົ່າ​ຖ່ານ.

ເມື່ອ​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ເຖິງ​ປະ​ຫວັດ​ສາດ​ຂອງ​ເມືອງ​ເດຣສ໌ເດັນ ແລະ ເຖິງ​ຄວາມ​ຕັ້ງ​ໃຈ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ຂອງ​ຜູ້​ຄົນ​ທີ່​ໄດ້​ສ້າງ​ເມືອງ​ນີ້​ຄືນ​ໃໝ່, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ອັນ​ຫວານ​ຊື່ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ແນ່​ນອນ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຖ້າ​ຫາກ​ມະ​ນຸດ​ສາ​ມາດ​ສ້ອມ​ແຊມ​ຊາກ​ເມືອງ​ທີ່​ຖືກ​ທຳ​ລາຍ​ໄປ​ແລ້ວ ແລະ ສ້າງ​ມັນ​ຂຶ້ນ​ໃໝ່ ໃຫ້​ເປັນ​ຕຶກ​ທີ່​ສູງ​ສົ່ງ ທັງ​ສວຍ​ງາມ ແລະ ດົນ​ໃຈ, ແລ້ວ ພຣະ​ບິ​ດາ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ ກໍ​ມີ​ຄວາມ​ສາ​ມາດ ທີ່​ຈະ​ສ້ອມ​ແຊມ​ລູກໆ​ຂອງ​ພຣະ​ອົງ ຜູ້​ໄດ້​ຕົກ​ໄປ, ດີ້ນ​ລົນ, ແລະ ສູນ​ເສຍ​ໄປ ໄດ້​ຫລາຍ​ຂະ​ໜາດ​ໃດ?

ເຖິງ​ແມ່ນ​ຊີ​ວິດ​ຂອງ​ເຮົາ​ເບິ່ງ​ຄື​ວ່າ ມັນ​ຖືກ​ທຳ​ລາຍ​ຫລາຍ​ປານ​ໃດ​ກໍ​ຕາມ. ເຖິງ​ແມ່ນ​ວ່າ ບາບ​ຂອງ​ເຮົາ​ຈະ​ແດງ​ເຂັ້ມ​ຫລາຍ​ປານ​ໃດ​ກໍ​ຕາມ, ຄວາມ​ຂົມ​ຂື່ນ​ຂອງ​ເຮົາ ຈະ​ໜັກ​ໜ່ວງ, ເປົ່າ​ປ່ຽວ, ຖືກ​ປະ​ຖິ້ມ, ຫລື ເຈັບ​ປວດ​ໃຈ ຫລາຍ​ປານ​ໃດ​ກໍ​ຕາມ. ເຖິງ​ແມ່ນ​ຄົນ​ທີ່​ໝົດ​ຫວັງ, ຄົນ​ທີ່​ຢູ່​ໃນ​ຄວາມ​ສິ້ນ​ຫວັງ, ຄົນ​ທີ່​ຖືກ​ຫລອກ​ຕົ້ມ, ຄົນ​ທີ່​ຖິ້ມ​ຄວາມ​ຊື່​ສັດ​ໄປ, ຫລື ຄົນ​ທີ່​ຫັນ​ໜີ​ຈາກ​ພຣະ​ເຈົ້າ ກໍ​ຍັງ​ສາ​ມາດ​ຖືກ​ສ້ອມ​ແຊມ​ຄືນ​ໃໝ່​ໄດ້. ຍົກ​ເວັ້ນ​ແຕ່​ພວກ​ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ​ເທົ່າ​ນັ້ນ ທີ່​ບໍ່​ສາ​ມາດ​ຖືກ​ສ້ອມ​ແຊມ​ຄືນ​ໃໝ່.

ຂ່າວ​ປິ​ຕິ​ຍິນ​ດີ​ຂອງ​ພຣະ​ກິດ​ຕິ​ຄຸນ ແມ່ນ: ເພາະ​ແຜນ​ແຫ່ງ​ຄວາມ​ສຸກ​ນິ​ລັນ​ດອນ ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ໄດ້​ຈັດ​ໄວ້​ໃຫ້​ເຮົາ ແລະ ຜ່ານ​ການ​ເສຍ​ສະ​ລະ​ທີ່​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ໄຖ່​ຈາກ​ສະ​ພາ​ວະ​ທີ່​ຕົກ​ໄປ ແລະ ຖືກ​ສ້ອມ​ແຊມ​ສູ່​ຄວາມ​ບໍ​ລິ​ສຸດ​ເທົ່າ​ນັ້ນ, ແຕ່​ເຮົາ​ຈະ​ສາ​ມາດ​ກ້າວ​ໜ້າ​ເກີນ​ກວ່າ ມະ​ນຸດ​ສາ​ມາດ​ເຮັດ​ໄດ້ ແລະ ກາຍ​ເປັນ​ຜູ້​ຮັບ​ມູນ​ມໍ​ລະ​ດົກ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ ແລະ ຮັບ​ເອົາ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ ທີ່​ເກີນ​ກວ່າ​ຈະ​ບັນ​ລະ​ຍາຍ​ໄດ້.

ຄຳ​ອຸ​ປະ​ມາ​ເລື່ອງ​ແກະ​ທີ່​ເສຍ​ໄປ

ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ນຳ​ຝ່າຍ​ສາດ​ສະ​ໜາ​ໃນ​ວັນ​ເວ​ລາ​ຂອງ​ພຣະ​ອົງ ບໍ່​ຢາກ​ໃຫ້​ພຣະ​ເຢ​ຊູ​ໃຊ້​ເວ​ລາ​ກັບ​ຄົນ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ “ຄົນ​ບາບ.”

ບາງ​ທີ​ຕໍ່​ເຂົາ​ເຈົ້າ ເບິ່ງ​ຄື​ວ່າ ພຣະ​ອົງ​ອົດ​ທົນ ​ຫລື ໄດ້​ຍອມ​ຮັບ​ກັບ​ການ​ປະ​ພຶດ​ທີ່​ບໍ່​ດີ​ຂອງ​ຄົນ​ເຫລົ່າ​ນັ້ນ. ບາງ​ທີ ເຂົາ​ເຈົ້າ​ເຊື່ອ​ວ່າ ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ໃຫ້​ຄົນ​ບາບ​ກັບ​ໃຈ ແມ່ນ​ການ​ກ່າວ​ໂທດ, ເຍາະ​ເຍີ້ຍ, ແລະ ເຮັດ​ໃຫ້​ເຂົາ​ອັບ​ອາຍ.

ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຫັນ​ສິ່ງ​ທີ່​ພວກ​ຟາ​ຣີ​ຊາຍ ແລະ ພວກ​ທຳ​ມະ​ຈານ​ກຳ​ລັງ​ຄິດ​ຢູ່, ພຣະ​ອົງ​ຈຶ່ງ​ໄດ້​ເລົ່າ​ເລື່ອງ​ໜຶ່ງ ໃຫ້​ຟັງ​ວ່າ:

“ມີ​ຄົນ​ໃດ​ແດ່​ໃນ​ພວກ​ເຈົ້າ​ມີ​ແກະ​ຢູ່​ຮ້ອຍ​ໂຕ ແລະ ໂຕ​ໜຶ່ງ​ເສຍ​ໄປ ຄົນ​ນັ້ນ​ຈະ​ເຮັດ​ຢ່າງ​ໃດ? ລາວ​ຈະ​ບໍ່​ປະ​ເກົ້າ​ສິບ​ເກົ້າ​ໂຕ​ນັ້ນ​ໄວ້​ໃນ​ທົ່ງ​ຫຍ້າ ແລະ ໄປ​ຊອກ​ຫາ​ໂຕ​ທີ່​ເສຍ​ນັ້ນ​ຈົນ​ພົບ​ບໍ?

“ເມື່ອ​ພົບ​ແລ້ວ ລາວ​ກໍ​ດີ​ໃຈ​ທີ່​ສຸດ ຈຶ່ງ​ຍົກ​ແກະ​ນັ້ນ​ໃສ່​ບ່າ​ຂອງ​ຕົນ ແລະ ແບກ​ກັບ​ມາ.”2

ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ, ຄຳ​ອຸ​ປະ​ມາ​ນີ້ ຍັງ​ມີ​ຄວາມ​ໝາຍ ໃນ​ການ​ເອີ້ນ​ເຮົາ​ໃຫ້​ປະ​ຕິ​ບັດ ເພື່ອ​ນຳ​ແກະ​ໂຕ​ທີ່​ເສຍ​ໄປ​ກັບ​ຄືນ​ມາ ແລະ ເອື້ອມ​ອອກ​ໄປ​ຫາ​ຜູ້​ທີ່​ເສຍ​ໄປ. ເຖິງ​ແມ່ນ​ມັນ​ເປັນ​ສິ່ງ​ທີ່​ເໝາະ​ສົມ ແລະ ດີ, ແຕ່​ຂ້າ​ພະ​ເຈົ້າ​ຍັງ​ສົງ​ໄສ​ວ່າ ມັນ​ມີ​ຫລາຍ​ກວ່າ​ນີ້​ຢູ່​ບໍ?

ເປັນ​ໄປ​ໄດ້​ບໍ​ວ່າ ຈຸດ​ປະ​ສົງ​ທຳ​ອິດ​ຂອງ​ພຣະ​ເຢ​ຊູ ແມ່ນ​ທີ່​ຈະ​ສອນ​ເຖິງ​ວຽກ​ງານ​ຂອງ​ພຣະ​ຜູ້​ລ້ຽງ​ທີ່​ດີ?

ເປັນ​ໄປ​ໄດ້​ບໍ​ວ່າ ພຣະ​ອົງ​ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ຜູ້​ທີ່​ເດີນ​ອອກ​ນອກ​ທາງ​ໄປ?

ເປັນ​ໄປ​ໄດ້​ບໍ​ວ່າ ຂ່າວ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ວ່າ ພຣະ​ເຈົ້າ​ຮູ້​ກ່ຽວ​ກັບ​ຜູ້​ທີ່​ໄດ້​ເສຍ​ໄປ​ແທ້ໆ—ວ່າ​ພຣະ​ອົງ​ຈະ​ຊອກ​ຫາ​ເຂົາ, ວ່າ​ພຣະ​ອົງ​ຈະ​ເອື້ອມ​ອອກ​ໄປ​ຫາ​ເຂົາ, ແລະ ວ່າ​ພຣະ​ອົງ​ຈະ​ຊ່ວຍ​ກູ້​ເຂົາ?

ຖ້າ​ເປັນ​ເຊັ່ນ​ນັ້ນ, ແກະ​ໂຕ​ນັ້ນ​ຄວນ​ເຮັດ​ແນວ​ໃດ ກ່ອນ​ຈະ​ເໝາະ​ສົມ​ກັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ?

ແກະ​ໂຕ​ນັ້ນ​ຕ້ອງ​ຮູ້​ຈັກ​ວິ​ທີ​ໃຊ້​ເຄື່ອງ​ມື​ທີ່​ສັບ​ສົນ ເພື່ອ​ຊ່ວຍ​ບອກ​ທິດ​ທາງ​ບໍ ກ່ອນ​ຈະ​ຮູ້​ຈັກ​ເສັ້ນ​ທາງ​ກັບ​ບ້ານ? ມັນ​ຕ້ອງ​ໄດ້​ໃຊ້ GPS ບໍ ເພື່ອ​ຈະ​ໄດ້​ຮູ້​ວ່າ ຕົນ​ຢູ່​ໃສ? ມັນ​ຕ້ອງ​ມີ​ຄວາມ​ຊ່ຽວ​ຊານ​ບໍ ເພື່ອ​ສ້າງ​ເຄື່ອງ​ມື​ສົ່ງ​ສຽງ​ເອີ້ນ​ໃຫ້​ຊ່ວຍ​ເຫລືອ? ມັນ​ຕ້ອງ​ມີ​ຜູ້​ສຳ​ຄັນ​ໃນ​ສັງ​ຄົມ​ເປັນ​ຜູ້​ອຸ​ປະ​ຖຳ​ບໍ ກ່ອນ​ຜູ້​ລ້ຽງ​ທີ່​ດີ​ຈະ​ມາ​ຊ່ວຍ​ກູ້​ມັນ?

ບໍ່​ເລີຍ! ແກະ​ໂຕ​ນັ້ນ​ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ກູ້​ຈາກ​ສະ​ຫວັນ​ຢູ່​ແລ້ວ ເພາະ​ພຣະ​ຜູ້​ລ້ຽງ​ທີ່​ດີ​ຮັກ​ມັນ.

ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ຄຳ​ອຸ​ປະ​ມາ​ເລື່ອງ​ແກະ​ທີ່​ເສຍ​ໄປ ເປັນ​ຂ່າວ​ສານ​ທີ່​ໃຫ້​ຄວາມ​ຫວັງ​ຫລາຍ​ທີ່​ສຸດ ຢູ່​ໃນ​ພຣະ​ຄຳ​ພີ​ທຸກ​ຂໍ້.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ຜູ້​ລ້ຽງ​ທີ່​ດີ, ຮູ້​ຈັກ ແລະ ຮັກ​ເຮົາ. ພຣະ​ອົງ​ຮູ້ ແລະ ຮັກ​ທ່ານ.

ພຣະ​ອົງ​ຮູ້​ວ່າ ທ່ານ​ເສຍ​ໄປ​ເມື່ອ​ໃດ, ແລະ ພຣະ​ອົງ​ຮູ້​ວ່າ ທ່ານ​ຢູ່​ໃສ. ພຣະ​ອົງ​ຮູ້​ເຖິງ​ຄວາມ​ໂສກ​ເສົ້າ​ຂອງ​ທ່ານ. ຮູ້​ເຖິງ​ການ​ອ້ອນ​ວອນ​ຢູ່​ໃນ​ໃຈ​ຂອງ​ທ່ານ ຮູ້​ເຖິງ​ຄວາມ​ຢ້ານ​ກົວ​ຂອງ​ທ່ານ. ຮູ້​ເຖິງ​ການ​ຮ້ອງ​ໄຫ້​ຂອງ​ທ່ານ.

ບໍ່​ສຳ​ຄັນ​ວ່າ​ທ່ານ​ໄດ້​ເສຍ​ໄປ—ບໍ່​ສຳ​ຄັນ​ວ່າ ເພາະ​ການ​ເລືອກ​ຜິດ​ຂອງ​ທ່ານ ຫລື ເພາະ​ສະ​ຖາ​ນະ​ການ​ທີ່​ເກີນ​ກວ່າ​ທ່ານ​ຈະ​ຄວບ​ຄຸມ​ໄດ້.

ສິ່ງ​ທີ່​ສຳ​ຄັນ​ແມ່ນ ທ່ານ​ເປັນ​ລູກ​ຂອງ​ພຣະ​ອົງ. ແລະ ພຣະ​ອົງ​ຮັກ​ທ່ານ. ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ.

ເພາະ​ວ່າ​ພຣະ​ອົງ​ຮັກ​ທ່ານ, ພຣະ​ອົງ​ຈະ​ຊອກ​ຫາ​ທ່ານ. ພຣະ​ອົງ​ຈະ​ຍົກ​ທ່ານ​ໃສ່​ບ່າ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ. ແລະ ເມື່ອ​ພຣະ​ອົງ​ແບກ​ທ່ານ​ກັບ​ບ້ານ, ພຣະ​ອົງ​ຈະ​ກ່າວ​ກັບ​​ທຸກ​ຄົນ​ວ່າ, “ຂ້ອຍ​ໄດ້​ພົບ​ແກະ​ຂອງ​ຂ້ອຍ​ທີ່​ເສຍ​ໄປ ຈົ່ງ​ຮ່ວມ​ກັນ​ສະ​ຫລອງ​ເທາະ.”3

ເຮົາ​ຈະ​ເຮັດ​ຢ່າງ​ໃດ?

ແຕ່, ທ່ານ​ອາດ​ຄິດ​ວ່າ ພຣະ​ອົງ​ຢາກ​ໃຫ້​ທ່ານ​ເຮັດ​ຫຍັງ? ແນ່​ນອນ ເຮົາ​ຕ້ອງ​ເຮັດ​ຫລາຍກວ່າ ພຽງ​ແຕ່​ນັ່ງລໍ​ຖ້າ​ການ​ຊ່ວຍ​ກູ້​ເທົ່າ​ນັ້ນ.

ເຖິງ​ແມ່ນ​ພຣະ​ບິ​ດາ​ທີ່​ຮັກ​ຂອງ​ເຮົາ ປາດ​ຖະ​ໜາ​ໃຫ້​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ກັບ​ໄປ​ຫາ​ພຣະ​ອົງ, ແຕ່​ພຣະ​ອົງ​ຈະ​ບໍ່​ບັງ​ຄັບ​ຜູ້​ໃດ ໃຫ້​ເຂົ້າ​ໄປ​ສະ​ຫວັນ.4 ພຣະ​ເຈົ້າ​ຈະ​ບໍ່​ຊ່ວຍ​ກູ້​ເຮົາ ຖ້າ​ເຮົາ​ບໍ່​ຢາກ​ໃຫ້​ຊ່ວຍ​ກູ້.

ສະ​ນັ້ນ ເຮົາ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ?

ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ແມ່ນ​ລຽບ​ງ່າຍ:

“ຈົ່ງ​ຫັນ … ມາ​ຫາ​ເຮົາ.”5

“ຈົ່ງ​ມາ​ຫາ​ເຮົາ.”6

ໃຫ້​ເຂົ້າ​ໃກ້​ພຣະ​ອົງ ແລ້ວ​ພຣະ​ອົງ​ຈະ​ເຂົ້າ​ໃກ້​ເຮົາ.7

ນີ້​ແມ່ນ​ວິ​ທີ​ທີ່​ເຮົາ​ສະ​ແດງ​ຕໍ່​ພຣະ​ອົງ​ວ່າ ເຮົາ​ຢາກ​ໄດ້​ຮັບ​ການ​ຊ່ວຍ​ກູ້.

ເຮົາ​ຕ້ອງ​ໃຊ້​ສັດ​ທາ​ອັນ​ເລັກ​ນ້ອຍ. ແຕ່​ຢ່າ​ທໍ້​ຖອຍ​ໃຈ. ຖ້າ​ຫາກ​ທ່ານບໍ່​ມີ​ສັດ​ທາ​ໃນ​ເວ​ລານີ້, ຂໍ​ໃຫ້​ເລີ່ມ​ມີ​ຄວາມ​ຫວັງ.

ຖ້າ​ຫາກ​ທ່ານ​ບໍ່​ສາ​ມາດ​ເວົ້າ​ວ່າ ທ່ານ​ຮູ້​ວ່າ​ພຣະ​ເຈົ້າ​ຢູ່​ໃກ້, ທ່ານ​ສາ​ມາດ​ຫວັງ​ວ່າ ພຣະ​ອົງ​ຈະ​ຢູ່​ໃກ້ ທ່ານ​ສາ​ມາດ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເຊື່ອ.8 ນັ້ນ​ກໍ​ພຽງ​ພໍ​ແລ້ວ ໃນ​ການ​ເລີ່ມ​ຕົ້ນ.

ແລ້ວ, ໃນ​ການ​ກະ​ທຳ​ຕາມ​ຄວາມ​ຫວັງ​ນັ້ນ, ຈົ່ງ​ເອື້ອມ​ອອກ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ພຣະ​ເຈົ້າ​ຈະ​ສົ່ງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ອອກ​ມາ​ຍັງ​ທ່ານ, ແລະ ວຽກ​ງານ​ຂອງ​ພຣະ​ອົງ ຈະ​ຊ່ວຍ​ກູ້​ທ່ານ ແລະ ການ​ປ່ຽນ​ແປງ​ຈະ​ເລີ່ມ​ຕົ້ນ.

ເມື່ອ​ເວ​ລາ​ຜ່ານ​ໄປ, ທ່ານ​ຈະ​ຮັບ​ຮູ້​ພຣະ​ຫັດ​ຂອງ​ພຣະ​ອົງ ໃນ​ຊີ​ວິດ​ຂອງ​ທ່ານ. ທ່ານ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ. ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ເດີນ​ໄປ​ໃນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ ແລະ ການ​ເຮັດ​ຕາມ​ວິ​ທີ​ທາງ​ຂອງ​ພຣະ​ອົງ ຈະ​ຂະ​ຫຍາຍ​ອອກ​ໄປ​ເລື້ອຍໆ ໃນ​ທຸກ​ຂັ້ນ​ຕອນ​ຂອງ​ສັດ​ທາ​ຂອງ​ທ່ານ.

ເຮົາ​ເອີ້ນ​ຂັ້ນ​ຕອນ​ແຫ່ງ​ສັດ​ທາ​ນີ້​ວ່າ “ການ​ເຊື່ອ​ຟັງ.”

ມັນ​ບໍ່​ໄດ້​ເປັນ​ຖ້ອຍ​ຄຳ​ທີ່​ຜູ້​ຄົນ​ນິ​ຍົມ​ໃຊ້​ກັນ ໃນ​ເວ​ລາ​ນີ້. ແຕ່​ການ​ເຊື່ອ​ຟັງ ເປັນ​ຄຳ​ສອນ​ທີ່​ມີ​ຄ່າ​ຫລາຍ ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເພາະ​ເຮົາ​ຮູ້​ວ່າ “ໂດຍ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ມະ​ນຸດ​ຊາດ​ທັງ​ປວງ​ຈະ​ລອດ​ໄດ້ ໂດຍ​ການ​ປະ​ຕິ​ບັດ​ຕາມ​ກົດ ແລະ ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ.”9

ເມື່ອ​ເຮົາ​ມີ​ສັດ​ທາ​ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ກໍ​ຈະ​ມີ​ຄວາມ​ຊື່​ສັດ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ກ່ອນ​ໜ້າ​ນີ້ ຂ້າ​ພະ​ເຈົ້າໄດ້​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ນັກ​ປະ​ພັນ​ຄົນ​ເຢຍ​ລະ​ມັນ ຜູ້​ໄດ້​ກ່າວ​ເຖິງ​ເມືອງ​ເດຣສ໌ເດັນ ທີ່​ຖືກ​ທຳ​ລາຍ. ເພິ່ນ​ໄດ້​ຂຽນ​ສຳ​ນວນ​ນີ້​ວ່າ “Es gibt nichts Gutes, ausser: Man tut es.” ສຳ​ລັບ​ຜູ້​ທີ່​ບໍ່​ຮູ້​ພາ​ສາ​ສະ​ຫວັນ​ຊັ້ນ​ສູງ, ມັນ​ແປ​ວ່າ “ບໍ່​ມີ​ສິ່ງ​ໃດ​ດີ ຖ້າ​ເຮົາ​ບໍ່​ເຮັດ​ເອງ.”10

ທ່ານ ແລະ ຂ້າ​ພະ​ເຈົ້າ​ອາດ​ສາ​ມາດ​ກ່າວ​ຖ້ອຍ​ຄຳ​ທີ່​ປະ​ທັບ​ໃຈ​ເລື່ອງ​ທາງ​ວິນ​ຍານ. ເຮົາ​ອາດ​ສາ​ມາດ​ເຮັດ​ໃຫ້​ຜູ້​ຄົນ​ປະ​ທັບ​ໃຈ​ເລື່ອງ​ການ​ແປ​ຄວາມ​ໝາຍ​ທາງ​ສາດ​ສະ​ໜາ. ເຮົາ​ອາດ​ສາ​ມາດ​ກ່າວ​ອອກ​ມາ​ຢ່າງ​ກະ​ຕື​ລື​ລົ້ນ​ກ່ຽວ​ກັບ​ສາດ​ສະ​ໜາ ແລະ “ຝັນ​ຢາກ​ມີ​ປາ​ສາດ [ຂອງ​ເຮົາ] ຢູ່​ໃນ​ສະ​ຫວັນ.”11 ແຕ່​ຖ້າ​ຫາກ​ສັດ​ທາ​ຂອງ​ເຮົາ ບໍ່​ປ່ຽນ​ແປງ​ວິ​ທີ​ທີ່​ເຮົາ​ດຳ​ລົງ​ຊີ​ວິດ​ຢູ່—ຖ້າ​ຫາກ​ຄວາມ​ເຊື່ອ​ຂອງ​ເຮົາ ບໍ່​ມີ​ອິດ​ທິ​ພົນ​ໃນ​ການ​ຕັດ​ສິນ​ໃຈ ໃນ​ແຕ່​ລະ​ວັນ​ຂອງ​ເຮົາ—ສາດ​ສະ​ໜາ​ຂອງ​ເຮົາ ກໍ​ໄຮ້​ປະ​ໂຫຍດ, ແລະ ສັດ​ທາ​ຂອງ​ເຮົາ, ຖ້າ​ມັນ​ບໍ່​ຕາຍ, ກໍ​ຈະ​ບໍ່​ດີ ແລະ ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ ແລະ ໃນ​ທີ່​ສຸດ ຈະ​ຫ່ຽວ​ແຫ້ງ​ໄປ​ຢ່າງ​ແນ່​ນອນ.12

ການ​ເຊື່ອ​ຟັງ​ເປັນ​ພະ​ລັງ​ໃຫ້​ແກ່​ສັດ​ທາ. ເພາະ​ການ​ເຊື່ອ​ຟັງ​ນີ້ ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ສະ​ຫວ່າງ ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ.

ແຕ່​ບາງ​ເທື່ອ ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຮົາ​ເຂົ້າ​ໃຈ ການ​ເຊື່ອ​ຟັງ ໄປ​ໃນ​ທາງ​ທີ່​ຜິດ. ເຮົາ​ອາດ​ເຫັນ​ການ​ເຊື່ອ​ຟັງ ວ່າ​ເປັນ​ຈຸດ​ເປົ້າ​ໝາຍ ແທນ​ທີ່​ຈະ​ເປັນ​ສິ່ງ​ທີ່​ພາ​ໄປ​ເຖິງ​ຈຸດ​ເປົ້າ​ໝາຍ. ຫລື ປຽບ​ເໝືອນ​ເຮົາ​ໃຊ້​ຄ້ອນ​ຕີ​ແຫ່ງ​ການ​ເຊື່ອ​ຟັງ ທຸບ​ແຜ່ນ​ພຣະ​ບັນ​ຍັດ ລົງ​ໃສ່​ຄົນ​ທີ່​ເຮົາ​ຮັກ ໃນ​ຄວາມ​ຫວັງ​ທີ່​ຈະ​ຫລໍ່​ຫລອມ​ເຂົາ​ເຈົ້າ, ເທື່ອ​ແລ້ວ​ເທື່ອ​ອີກ, ຫວັງ​ຈະ​ໃຫ້​ສັກ​ສິດ​ຫລາຍ​ຂຶ້ນ, ເປັນ​ສິ່ງ​ທີ່​ເໝາະ​ສົມ​ສຳ​ລັບ​ສະ​ຫວັນ.

ບໍ່​ຕ້ອງ​ສົງ​ໄສ​ເລີຍ, ຈະ​ມີ​ເວ​ລາ​ເມື່ອ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ຍິນ​ເຖິງ​ການ​ເອີ້ນ​ໃຫ້​ກັບ​ໃຈ. ແນ່​ນອນ, ບາງ​ຄົນ​ກໍ​ເຂົ້າ​ເຖິງ​ໄດ້ ພຽງ​ແຕ່​ໃນ​ທາງ​ນີ້​ເທົ່າ​ນັ້ນ.

ແຕ່​ບາງ​ທີ ອາດ​ມີ​ການ​ປຽບ​ທຽບ​ຢ່າງ​ອື່ນ​ອີກ ທີ່​ສາ​ມາດ​ອະ​ທິ​ບາຍ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ບາງ​ທີ​ການ​ເຊື່ອ​ຟັງ ບໍ່​ແມ່ນ​ຂັ້ນ​ຕອນ​ຂອງ​ການ​ບິດ, ການ​ໝູນ, ແລະ ການ​ຕອກ​ຈິດ​ວິນ​ຍານ​ຂອງ​ເຮົາ ​ໃຫ້​ເປັນ​ບາງ​ສິ່ງ​ທີ່​ເຮົາ​ບໍ່​ໄດ້​ເປັນ. ແຕ່​ມັນ​ກໍ​ເປັນ​ຂັ້ນ​ຕອນ​ທີ່​ເຮັດ​ໃຫ້​ເຮົາ​ພົບ​ເຫັນ​ວ່າ ເຮົາ​ເປັນ​ຢ່າງ​ໃດ​ກັນ​ແທ້ໆ

ເຮົາ​ເປັນ​ຜູ້​ທີ່​ພຣະ​ເຈົ້າ​ອົງ​ສູງ​ສຸດ​ໄດ້​ສ້າງ​ຂຶ້ນ​ມາ. ພຣະ​ອົງ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ເຮົາ​ເປັນ​ລູກໆ​ທາງວິນ​ຍານ​ຂອງ​ພຣະ​ອົງ​ແທ້ໆ. ເຮົາ​ໄດ້​ຖືກ​ສ້າງ​ຂຶ້ນ​ດ້ວຍ​ວັດ​ຖຸ​ໃນ​ສະ​ຫວັນ ທີ່​ມີ​ຄ່າ​ຫລາຍ​ທີ່​ສຸດ ແລະ ດັ່ງ​ນັ້ນ ເຮົາ​ຈຶ່ງ​ມີ​ວັດ​ຖຸ​ແຫ່ງ​ສະ​ຫວັນ​ຢູ່​ໃນ​ຕົວ​ເຮົາ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຢູ່​ໃນ​ໂລກ​ນີ້, ຄວາມ​ຄິດ ແລະ ການ​ກະ​ທຳ​ຂອງ​ເຮົາ ຖືກ​ຄອບ​ງຳ​ໂດຍ ອິດ​ທິ​ພົນ​ທີ່​ເສື່ອມ​ຊາມ, ບໍ່​ສັກ​ສິດ, ແລະ ບໍ່​ບໍ​ລິ​ສຸດ. ຝຸ່ນ ແລະ ຄວາມ​ສົກ​ກະ​ປົກ​ຂອງ​ໂລກ ຈະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ເຮົາ​ມີ​ມົນ​ທິນ, ເຮັດ​ໃຫ້​ມັນ​ຍາກ​ທີ່​ຈະ​ຮັບ​ຮູ້ ແລະ ຈື່​ຈຳ​ສິດ​ທິ​ການ​ເກີດ ແລະ ຈຸດ​ປະ​ສົງ​ຂອງ​ເຮົາ.

ແຕ່​ທັງ​ໝົດ​ນີ້ ບໍ່​ສາ​ມາດ​ປ່ຽນ​ຄົນ​ທີ່​ເຮົາ​ເປັນ​ຢູ່. ຄວາມ​ສັກ​ສິດ​ຂັ້ນ​ພື້ນ​ຖານ​ຂອງ​ເຮົາ​ຍັງ​ຄົງ​ມີ​ຢູ່. ແລະ ໃນ​ນາ​ທີ​ທີ່​ເຮົາ​ເລືອກ​ປ່ຽນ​ໃຈ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັກ​ຂອງ​ເຮົາ ແລະ ເດີນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ, ບາງ​ສິ່ງ​ທີ່​ມະ​ຫັດ​ສະ​ຈັນ ຈະ​ເກີດ​ຂຶ້ນ. ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຈະ​ມີ​ຢູ່​ໃນ​ໃຈ​ຂອງ​ເຮົາ; ຄວາມ​ສະ​ຫວ່າງ​ແຫ່ງ​ຄວາມ​ຈິງ​ຈະ​ເຕັມ​ຢູ່​ໃນ​ຄວາມ​ຄິດ​ຂອງ​ເຮົາ, ເຮົາ​ຈະ​ເລີ່ມ​ຕົ້ນ​ບໍ່​ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ບາບ; ແລະ ເຮົາ​ບໍ່​ຢາກ​ເດີນ​ໄປ​ໃນ​ຄວາມ​ມືດ​ອີກ​ຕໍ່​ໄປ.13

ເຮົາ​ຈະ​ເຫັນ​ວ່າ ການ​ເຊື່ອ​ຟັງ​ບໍ່​ໄດ້​ເປັນ​ການ​ລົງ​ໂທດ ແຕ່​ເປັນ​ເສັ້ນ​ທາງ​ປົດ​ປ່ອຍ​ໄປ​ສູ່​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ແລະ ​ເທື່ອ​ລະ​ເລັກ​ເທື່ອ​ລະ​ນ້ອຍ, ຄວາມ​ເສື່ອມ​ຊາມ, ຄວາມ​ບໍ່​ສະ​ອາດ, ແລະ ຂອບ​ເຂດ​ຂອງ​ໂລກ ຈະ​ເລີ່ມ​ຕົ້ນ​ຕົກ​ຫລົ່ນ​ໄປ. ໃນ​ທີ່​ສຸດ, ວິນ​ຍານ​ນິ​ລັນ​ດອນ ອັນ​ລ້ຳ​ຄ່າ ຂອງ​ການ​ເປັນ​ພຣະ​ເຈົ້າ ທີ່​ມີ​ຢູ່​ໃນ​ຕົວ​ເຮົາ ຈະ​ຖືກ​ເປີດ​ເຜີຍ, ແລະ ເປັນ​ແຫລ່ງ​ແຫ່ງ​ຄວາມ​ດີ​ງາມ​ທີ່​ຮຸ່ງ​ເຫລື້ອມ ຈະ​ກາຍ​ເປັນ​ທຳ​ມະ​ຊາດ​ຂອງ​ເຮົາ.

ທ່ານ​ມີ​ຄ່າ​ຄວນ​ສຳ​ລັບ​ການ​ຊ່ວຍ​ກູ້

ອ້າຍ​ເອື້ອຍ​ນ້ອງ ແລະ ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຈົ້າ​ເຫັນ​ເຮົາ​ດັ່ງ​ທີ່​ເຮົາ​ເປັນ​ຢູ່​ແທ້ໆ—ແລະ ພຣະ​ອົງ​ເຫັນ​ວ່າ ເຮົາ​ມີ​ຄ່າ​ຄວນ​ສຳ​ລັບ​ການ​ຊ່ວຍ​ກູ້.

ທ່ານ​ອາດ​ຮູ້​ສຶກວ່າ ຊີ​ວິດ​ຂອງ​ທ່ານ​ພັງ​ທະ​ລາຍ​ໄປ​ແລ້ວ. ທ່ານ​ອາດ​ໄດ້​ເຮັດ​ບາບ. ທ່ານ​ອາດ​ຢ້ານ​ກົວ, ໃຈ​ຮ້າຍ, ໂສກ​ເສົ້າ, ຫລື ຖືກ​ສຽບ​ແທງ​ດ້ວຍ​ຄວາມ​ສົງ​ໄສ. ແຕ່​ເຊັ່ນ​ດຽວ​ກັບ​ພຣະ​ຜູ້​ລ້ຽງ​ທີ່​ດີ ໄດ້​ພົບ​ເຫັນ​ແກະ​ທີ່​ເສຍ​ຂອງ​ພຣະ​ອົງ, ຖ້າ​ຫາກ​ທ່ານ​ຫັນ​​ຈິດ​ໃຈ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ແລ້ວ​ພຣະ​ອົງ​ຈະ​ພົບ​ເຫັນ​ທ່ານ.

ພຣະ​ອົງ​ຈະ​ຊ່ວຍ​ກູ້​ທ່ານ.

ພຣະ​ອົງ​ຈະ​ຍົກ​ທ່ານ​ໃສ່​ບ່າ​ຂອງ​ພຣະ​ອົງ.

ພຣະ​ອົງ​ຈະ​ແບກ​ທ່ານ​ກັບ​ບ້ານ.

ຖ້າ​ຫາກ​ມື​ຂອງ​ມະ​ນຸດ​ສາ​ມາດ​ປ່ຽນ​ສິ່ງ​ທີ່​ພັງ​ທະ​ລາຍ ໃຫ້​ກາຍ​ເປັນ​ບ້ານ​ແຫ່ງ​ການ​ນະ​ມັດ​ສະ​ການ​ໄດ້, ແລ້ວ​ເຮົາ​ກໍ​ແນ່​ໃຈ​ໄດ້ ແລະ ໄວ້​ວາງ​ໃຈ​ໄດ້​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຮັກ​ຂອງ​ເຮົາ​ສາ​ມາດ ແລະ ຈະ​ສ້ອມ​ແຊມ​ເຮົາ​ຄືນ​ໄດ້. ແຜນ​ຂອງ​ພຣະ​ອົງ ແມ່ນ​ທີ່​ຈະ​ສ້າງ​ເຮົາ ໃຫ້​ເປັນ​ສິ່ງ​ທີ່​ເກີນ​ກວ່າ​ເຮົາ​ເຄີຍ​ເປັນ—ເກີນ​ກວ່າ​ເຮົາ​ສາ​ມາດ​ວາດ​ພາບ​ໄດ້. ດ້ວຍ​ສັດ​ທາ​ໃນ​ແຕ່​ລະ​ບາດ​ກ້າວ ໃນ​ເສັ້ນ​ທາງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ, ເຮົາ​ຈະ​ເຕີບ​ໂຕ​ຂຶ້ນ​ໃນ​ລັດ​ສະ​ໝີ​ພາບ​ແຫ່ງ​ນິ​ລັນ​ດອນ ແລະ ໃນ​ຄວາມ​ຜາ​ສຸກ​ອັນ​ເປັນ​ນິດ ທີ່​ເຮົາ​ຖືກ​ວາງ​ແຜນ​ໄວ້​ທີ່​ຈະ​ໃຫ້​ກາຍ​ເປັນ.

ນີ້​ຄື​ປະ​ຈັກ​ພະ​ຍານ, ພອນ, ແລະ ຄຳ​ອະ​ທິ​ຖານ​ທີ່​ຖ່ອມ​ຕົວ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອາ​ຈານ​ຂອງ​ເຮົາ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.