​2016
ຈິງ​ໃຈ​ຕໍ່​ສັດ​ທາ
ກໍລະກົດ 2016


ຊາວ​ໜຸ່ມ

ຈິງ​ໃຈ​ຕໍ່​ສັດ​ທາ

ປະທານ​ມອນສັນ​ເລົ່າ​ເລື່ອງ​ກ່ຽວ​ກັບ​ຄອບ​ຄົວ​ຜູ້​ບຸກ​ເບີກ​ຄອບ​ຄົວ​ໜຶ່ງ ແລະ ແລ້ວ​ໄດ້​ອ້າງ​ເຖິງ​ຂໍ້​ຄວາມ​ຂອງ​ປະທານຈອດ ອາວເບີດ ສະມິດ ວ່າ: “ທ່ານ​ຈະ​ດຳ​ລົງ​ຊີ​ວິດ​ໃຫ້​ຈິງ​ໃຈ​ຕໍ່​ສັດ​ທາ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ​ບໍ? … ພະ​ຍາ​ຍາມ​ໃຫ້​ມີ​ຄ່າ​ຄວນ​ຕໍ່​ການ​ເສຍ​ສະ​ລະ ທີ່ [ເຂົາ​ເຈົ້າ] ​ໄດ້​ເຮັດ​ເພື່ອ​ທ່ານ.” ບໍ່​ວ່າ​ເຈົ້າ​ມີ​ບັນ​ພະ​ບຸ​ລຸດ​ທີ່​ເປັນ​ຜູ້​ບຸກ​ເບີກ ຫລື ເຈົ້າ​ເປັນ​ສະ​ມາ​ຊິກ​ລຸ້ນ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ຕາມ, ​ເຈົ້າ​ໄດ້​ເຮັດ​ຕາມ​ຕົວ​ຢ່າງ​ແຫ່ງ​ສັດ​ທາ ເພື່ອ​ການ​ນຳ​ພາ ແລະ ເພື່ອ​ຄວາມ​ເຂັ້ມ​ແຂງ​ບໍ? ນີ້​ຄື​ວິ​ທີ​ທີ່​ດີ ທີ່​​ເຈົ້າ​ສາ​ມາດ​ເລີ່ມ​ຕົ້ນ​ໄດ້:

1. ຂຽນ​ຊື່​ຂອງ ຄົນ​ທີ່​​ເຈົ້າ​ນັບ​ຖື​ໄວ້​ໃນ​ເຈ້ຍ ເຂົາ​ເຈົ້າ​ສາ​ມາດ​ເປັນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​​ເຈົ້າ​ເອງ (ອະ​ດີດ ຫລື ປະ​ຈຸ​ບັນ), ໝູ່​ເພື່ອນ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ, ຫລື ຜູ້​ຄົນ​ໃນ​ພຣະ​ຄຳ​ພີ.

2. ຂຽນ​ຄຸນ​ສົມ​ບັດ​ຂອງ​ເຂົາ​ເຈົ້າ ທີ່​​ເຈົ້າ​ມັກ ໄວ້​ໃນ​ເຈ້ຍ. ແມ່​ຂອງ​​ເຈົ້າ​ເປັນ​ຄົນ​ອົດ​ທົນ​ຫລາຍ​ບໍ? ບາງ​ທີ​ເພື່ອນ​ຂອງ​ເຈົ້າ​ກໍ​ດີ​ຕໍ່​ຄົນ​ອື່ນ. ບາງ​ທີ​ເຈົ້າ​ມັກ​ຄວາມ​ກ້າ​ຫານ​ຂອງ​ນາຍ​ທັບ​ໂມ​ໂຣ​ໄນ.

3. ເລືອກ​ຄຸນ​ສົມ​ບັດ​ໜຶ່ງ ຈາກ​ເຈ້ຍ​ທີ່​​ເຈົ້າ​ຂຽນ​ໄວ້ ແລະ ຖາມ​ຕົນ​ເອງ​ວ່າ, “ເຮົາ​ຈະ​ໄດ້​ຄຸນ​ສົມ​ບັດ​ນີ້​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ເຮັດ​ຫຍັງ ເພື່ອ​ພັດ​ທະ​ນາ​ສິ່ງ​ນີ້​ໃນ​ຊີ​ວິດ​ຂອງ​ເຮົາ?”

4. ຂຽນ​ແຜນ​ການ​ທີ່​ຈະ​ພັດ​ທະ​ນາ​ຄຸນ​ສົມ​ບັດ​ນີ້ ແລະ ເກັບ​ມັນ​ໄວ້​ບ່ອນ​ທີ່​​ເຈົ້າ​ຈະ​ຫລຽວ​ເຫັນ​ມັນ​ເລື້ອຍໆ, ເພື່ອ​ເຕືອນ​​ເຈົ້າ​ເຖິງ​ເປົ້າ​ໝາຍ​ຂອງ​​ເຈົ້າ. ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ກວດ​ເບິ່ງ​ຄວາມ​ກ້າວ​ໜ້າ​ຂອງ​ເຈົ້າ​ເປັນ​ປະ​ຈຳ. ເມື່ອ​ເຈົ້າ​ຮູ້​ສຶກ​ວ່າ ເຈົ້າ​ໄດ້​ພັດ​ທະ​ນາ​ຄຸນ​ສົມ​ບັດ​ນີ້​ພຽງ​ພໍ​ແລ້ວ, ​ເຈົ້າ​ສາ​ມາດ​ເລືອກ​ເອົາ​ຄຸນ​ສົມ​ບັດ​ຢ່າງ​ອື່ນ​ ເພື່ອ​ພັດ​ທະ​ນາ.

ໃຫ້​ຈື່​ຈຳ​ໄວ້​ວ່າ ເມື່ອ​ເຮົາ​ພັດ​ທະ​ນາ​ຄຸນ​ສົມ​ບັດ​ທີ່​ດີ ໃນ​ຕົວ​ເອງ, ເຮົາ​ບໍ່​ພຽງ​ແຕ່​ໃຫ້​ກຽດ​ແກ່​ສັດ​ທາ ແລະ ການ​ເສຍ​ສະ​ລະ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ເທົ່າ​ນັ້ນ, ແຕ່​ເຮົາ​ສາ​ມາດເປັນ​ອິດ​ທິ​ພົນ​ໃນ​ທາງທີ່​ດີ​ໃຫ້​ແກ່​ຄົນ​ທີ່​ຢູ່​ອ້ອມ​ຮອບ​ຕົວ​ເຮົາ​ໄດ້​ນຳ​ອີກ.

ພິມ