ຂ່າວສານຈາກຝ່າຍປະທານສູງສຸດ, ເດືອນກໍລະກົດ 2016
ຈິງໃຈຕໍ່ສັດທາ ຂອງບັນພະບຸລຸດຂອງເຮົາ
ຈອນ ລິນຝອດ ມີອາຍຸໄດ້ 43 ປີ ຕອນລາວ ແລະ ເມຍຂອງລາວ, ຊື່ ມາເຣຍ ພ້ອມດ້ວຍລູກຊາຍສາມຄົນຂອງເຂົາເຈົ້າ ໄດ້ຕັດສິນໃຈ ໜີຈາກບ້ານເຮືອນຢູ່ເມືອງ ເກຣບລີ, ປະເທດອັງກິດ, ເພື່ອເດີນທາງເປັນໄລຍະຫລາຍພັນກິໂລແມັດ ເພື່ອໄປຮ່ວມກັບໄພ່ພົນຍຸກສຸດທ້າຍ ຢູ່ໃນຮ່ອມພູເຊົາເລັກທີ່ກວ້າງໃຫຍ່. ເຂົາເຈົ້າໄດ້ປະລູກຊາຍຄົນທີສີ່ໄວ້, ຜູ້ກຳລັງຮັບໃຊ້ເຜີຍແຜ່, ໄດ້ຂາຍສິ່ງທີ່ຕົນມີ, ແລະ ໄດ້ຂຶ້ນກຳປັ່ນຊື່ ທອນຕັນ ຢູ່ທ່າເຮືອ ລີເວີພູນ.
ການເດີນທາງ ທາງນ້ຳ ໄປຫາເມືອງນິວຢອກ, ແລະ ຈາກທີ່ນັ້ນ ການເດີນທາງ ທາງບົກ ໄປຫາລັດໄອໂອວາ, ຖືກພົບເຫັນວ່າ ເປັນເລື່ອງສະບາຍ. ເຖິງຢ່າງໃດກໍຕາມ, ບັນຫາໄດ້ເລີ່ມຕົ້ນ ບໍ່ດົນຫລັງຈາກຄອບຄົວລິນຝອດ ແລະ ໄພ່ພົນຍຸກສຸດທ້າຍຄົນອື່ນໆ ຜູ້ໄດ້ຂຶ້ນກຳປັ່ນຊື່, ທອນຕັນ ໄດ້ອອກຈາກເມືອງໄອໂອວາ ໃນວັນທີ 15 ເດືອນກໍລະກົດ, 1856, ໄປກັບຂະບວນລໍ້ທີ່ໂຊກຮ້າຍນັ້ນຂອງທ່ານເຈມສ໌ ຈີ ວິວລີ.
ອາກາດທີ່ໜາວເຢັນ ແລະ ການເດີນທາງທີ່ລຳບາກ ໄດ້ສ້າງບັນຫາໃຫ້ແກ່ຫລາຍຄົນໃນຂະບວນລໍ້, ຮ່ວມທັງ ຈອນ. ໃນທີ່ສຸດ ລາວໄດ້ລົ້ມປ່ວຍລົງ ແລະ ອ່ອນເພຍຫລາຍ ຈົນເຖິງຂັ້ນທີ່ລາວຕ້ອງຖືກແກ່ໃສ່ລໍ້ໄປ. ເມື່ອຂະບວນລໍ້ໄດ້ໄປເຖິງລັດວາຍໂອມິງ, ສຸຂະພາບຂອງລາວໄດ້ຢູ່ໃນຂັ້ນຊຸດໂຊມຫລາຍທີ່ສຸດ. ທີມກູ້ໄພຈາກເມືອງເຊົາເລັກ ໄດ້ໄປເຖິງໃນວັນທີ 21 ເດືອນຕຸລາ, ພຽງບໍ່ເທົ່າໃດຊົ່ວໂມງ ຫລັງຈາກການເດີນທາງໃນຊ່ວງມະຕະຂອງ ຈອນ ໄດ້ສິ້ນສຸດລົງ. ລາວໄດ້ຕາຍໄປໃນຕອນເຊົ້າຂອງມື້ນັ້ນ ໃກ້ຝັ່ງແມ່ນ້ຳ ສະຫວີດວໍເຕີ.
ຈອນມີຄວາມເສຍໃຈບໍ ທີ່ລາວໄດ້ປະຖິ້ມຄວາມສະໜຸກ ສຸກສະບາຍ ເພື່ອມາດີ້ນລົນ, ມາຂາດແຄນ, ແລະ ປະເຊີນກັບຄວາມທຸກຍາກລຳບາກ ເພື່ອພາຄອບຄົວຂອງລາວໄປຫາຊີໂອນ?
“ບໍ່ເລີຍ, ມາເຣຍ,” ລາວໄດ້ບອກເມຍ ກ່ອນລາວໄດ້ຕາຍໄປ. “ອ້າຍດີໃຈ ທີ່ພວກເຮົາພາກັນມາ. ອ້າຍບໍ່ສາມາດໄປເຖິງເມືອງເຊົາເລັກ, ແຕ່ນ້ອງກັບລູກໆ ຈະໄປເຖິງ, ແລະ ອ້າຍຈະບໍ່ກິນແໜງເລີຍ ກັບທຸກສິ່ງທີ່ພວກເຮົາໄດ້ປະເຊີນ ຖ້າຫາກລູກໆຂອງພວກເຮົາເຕີບໂຕຂຶ້ນ ແລະ ມີຄອບຄົວຂອງເຂົາເອງຢູ່ໃນຊີໂອນ.”1
ນາງມາເຣຍກັບລູກໆຂອງນາງໄດ້ໄປເຖິງຈຸດໝາຍປາຍທາງ. ເມື່ອນາງມາເຣຍໄດ້ເສຍຊີວິດໄປ ເກືອບເຖິງ 30 ປີ ຕໍ່ມາ, ນາງ ແລະ ຈອນ ໄດ້ປະມໍລະດົກເຖິງການມີສັດທາ, ເຖິງການຮັບໃຊ້, ເຖິງການອຸທິດຕົນ, ແລະ ເຖິງການເສຍສະລະໄວ້.
ການເປັນໄພ່ພົນຍຸກສຸດທ້າຍ ຄືການເປັນຜູ້ບຸກເບີກ, ເພາະຄວາມໝາຍຂອງຄຳວ່າ ບຸກເບີກ ແມ່ນ “ຜູ້ທີ່ອອກໜ້າ ຕຽມທາງ ຫລື ເປີດທາງໃຫ້ຄົນອື່ນ ເພື່ອຕິດຕາມ.”2 ແລະ ການເປັນຜູ້ບຸກເບີກ ຄືການກາຍເປັນຄົນທີ່ຄຸ້ນເຄີຍກັບການເສຍສະລະ. ເຖິງແມ່ນວ່າ ສະມາຊິກຂອງສາດສະໜາຈັກ ບໍ່ຖືກຮຽກຮ້ອງໃຫ້ໜີຈາກບ້ານເຮືອນຂອງເຂົາເຈົ້າ ແລະ ເດີນທາງໄປຫາຊີໂອນອີກແລ້ວ, ແຕ່ສ່ວນຫລາຍເຂົາເຈົ້າຕ້ອງປະຖິ້ມນິໄສເກົ່າ, ຮີດຄອງປະເພນີທີ່ເກົ່າແກ່, ເພື່ອນຝູງທີ່ທະນຸຖະໜອມ. ບາງຄົນໄດ້ຕັດສິນໃຈເຮັດສິ່ງທີ່ເຈັບປວດໃຈ ທີ່ຕ້ອງປະຄົນໃນຄອບຄົວໄປ ຜູ້ຕໍ່ຕ້ານການເປັນສະມາຊິກຂອງສາດສະໜາຈັກຂອງເຂົາເຈົ້າ. ເຖິງຢ່າງໃດກໍຕາມ, ໄພ່ພົນຍຸກສຸດທ້າຍຕ້ອງດຳເນີນໄປໜ້າ, ໂດຍອະທິຖານວ່າ ຄົນທີ່ເຂົາເຈົ້າຮັກ ຈະເຂົ້າໃຈ ແລະ ຍອມຮັບ.
ເສັ້ນທາງຂອງຜູ້ບຸກເບີກ ບໍ່ໄດ້ເປັນສິ່ງງ່າຍ, ແຕ່ເຮົາເດີນຕາມບາດກ້າວຂອງຜູ້ບຸກເບີກທີ່ສູງສົ່ງອົງນັ້ນ—ແມ່ນແຕ່ ພຣະຜູ້ຊ່ວຍໃຫ້ລອດ—ຜູ້ໄດ້ອອກໄປກ່ອນ, ສະແດງໃຫ້ເຮົາເຫັນທາງທີ່ຈະຕິດຕາມ.
“ຈົ່ງຕາມເຮົາມາ,”3 ພຣະອົງໄດ້ເຊື້ອເຊີນ.
“ເຮົາເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ,”4 ພຣະອົງໄດ້ປະກາດ.
“ຈົ່ງຕາມເຮົາມາ,”5 ພຣະອົງໄດ້ເອີ້ນ.
ເສັ້ນທາງອາດຫຍຸ້ງຍາກ. ບາງຄົນຈະພົບເຫັນວ່າມັນເປັນສິ່ງຍາກຫລາຍທີ່ຈະທົນກັບ ການເຍາະເຍີ້ຍ ແລະ ຄຳລັງກຽດ ຂອງຄົນໂງ່ຈ້າ ທີ່ຫົວຂວັນພົມມະຈັນ, ຄວາມຊື່ສັດ, ແລະ ການເຊື່ອຟັງຕໍ່ພຣະບັນຍັດຂອງພຣະເຈົ້າໄດ້. ຊາວໂລກນັບມື້ນັບດູຖູກການຍຶດໝັ້ນຕໍ່ຫລັກທຳ. ເມື່ອໂນອາຖືກສັ່ງໃຫ້ສ້າງເຮືອໃຫຍ່, ກຸ່ມຄົນໂງ່ຈ້າໄດ້ຫລຽວຂຶ້ນເບິ່ງທ້ອງຟ້າທີ່ແຈ່ມໃສ ແລະ ແລ້ວໄດ້ຫົວຂວັນ ແລະ ຮ້ອງດ່າ—ຈົນເຖິງເວລາຝົນໄດ້ຕົກລົງມາ.
ຢູ່ໃນທະວີບອາເມຣິກາ ຫລາຍສັດຕະວັດກ່ອນ, ຜູ້ຄົນໄດ້ສົງໄສ, ໄດ້ຜິດຖຽງກັນ, ແລະ ບໍ່ເຊື່ອ ຈົນເຖິງຕອນໄຟໄດ້ເຜົາໄໝ້ເມືອງເຊຣາເຮັມລາ, ເມືອງໂມໂຣໄນຮາຖືກດິນຖົມ, ແລະ ນ້ຳໄດ້ກືນກິນເມືອງໂມໂຣໄນ. ແລ້ວການຮ້ອງດ່າ, ການເຍາະເຍີ້ຍ, ການເວົ້າຄຳຫຍາບຄາຍ, ແລະ ການເຮັດບາບ ບໍ່ມີອີກຕໍ່ໄປ. ມັນໄດ້ປ່ຽນເປັນຄວາມມິດງຽບ, ເຕັມໄປດ້ວຍຄວາມມືດອັນຕຶບໜາ. ຄວາມອົດທົນຂອງພຣະເຈົ້າໄດ້ໝົດໄປ, ຕາຕະລາງເວລາຂອງພຣະເຈົ້າໄດ້ມາເຖິງແລ້ວ.
ນາງມາເຣຍ ລິນຝອດ ບໍ່ເຄີຍສູນເສຍສັດທາຂອງນາງ ເຖິງແມ່ນໄດ້ປະເຊີນກັບການຂົ່ມເຫັງຢູ່ປະເທດອັງກິດ, ການເດີນທາງທີ່ຫຍຸ້ງຍາກທີ່ສຸດ ໄປຫາ “ບ່ອນທີ່ພຣະເຈົ້າ … ໄດ້ຕຽມໄວ້ໃຫ້,”6 ແລະ ຫລັງຈາກການທົດລອງທັງຫລາຍ ທີ່ນາງໄດ້ອົດທົນ ເພື່ອຄອບຄົວຂອງນາງ ແລະ ສາດສະໜາຈັກ.
ຢູ່ໃນພິທີອຸທິດຫລຸມຝັງສົບ ເພື່ອລະນຶກເຖິງນາງມາເຣຍ ໃນປີ 1937, ແອວເດີ ຈອດ ອາເບີດ ສະມິດ (1870–1951) ໄດ້ຖາມລູກຫລານຂອງນາງວ່າ: “ພວກທ່ານຈະດຳລົງຊີວິດໃຫ້ຈິງໃຈຕໍ່ສັດທາຂອງບັນພະບຸລຸດຂອງພວກທ່ານບໍ? … ຈົ່ງພະຍາຍາມໃຫ້ມີຄ່າຄວນສຳລັບການເສຍສະລະທັງໝົດ ທີ່ [ພວກເພິ່ນ] ໄດ້ເຮັດເພື່ອພວກທ່ານ.”7
ເມື່ອເຮົາສະແຫວງຫາທີ່ຈະສ້າງສາຊີໂອນ ຢູ່ໃນໃຈຂອງເຮົາ, ໃນບ້ານເຮືອນຂອງເຮົາ, ໃນຊຸມຊົນຂອງເຮົາ, ແລະ ໃນປະເທດຂອງເຮົາ, ຂໍໃຫ້ເຮົາຈົ່ງຈື່ຈຳ ເຖິງຄວາມກ້າຫານທີ່ສຸດ ແລະ ເຖິງສັດທາອັນຕະຫລອດໄປຂອງຜູ້ຄົນທີ່ໄດ້ມອບທຸກສິ່ງທີ່ເຂົາເຈົ້າມີ ເພື່ອຈະໄດ້ຊື່ນຊົມກັບພອນຂອງພຣະກິດຕິຄຸນທີ່ໄດ້ຖືກຟື້ນຟູຄືນມາໃໝ່, ດ້ວຍຄວາມຫວັງ ແລະ ຄຳສັນຍາໃນນັ້ນ ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ.
© 2016 ໂດຍ Intellectual Reserve, Inc. ສະຫງວນລິຂະສິດທຸກປະການ. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/16. ການແປໄດ້ຮັບອະນຸຍາດ: 6/16. ແປຈາກ First Presidency Message, July 2016. Laotian. 12867 331