​2016
ຄວາມ​ສາ​ມາດ​ຂອງ​ເຮົາ​ສຳ​ລັບ​ການ​ເປັນ​ພໍ່​ແມ່
ກໍລະກົດ 2016


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ກໍລະກົດ 2016

ຄວາມ​ສາ​ມາດ​ຂອງ​ເຮົາ​ສຳ​ລັບ​ການ​ເປັນ​ພໍ່​ແມ່

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ ຜ່ານ​ການ​ຢ້ຽມ​ສອນ ໄດ້​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເປີດ​ເບິ່ງ​ທີ່ reliefsociety.lds.org.

ສັດ​ທາ, ຄອບ​ຄົວ, ສົງ​ເຄາະ

“ມັນ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ ໄດ້​ຮັບ​ການ​ກຳ​ເນີດ​ທາງ​ມະ​ຕະ ແລະ ມີ​ໂອ​ກາດ​ທີ່​ຈະ​ກ້າວ​ໜ້າ ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ,” ແອວເດີ ດາລິນ ເອັຈ ໂອກສ໌ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ສອນ. “ໃນ​ຈຸດ​ປະ​ສົງ​ອັນ​ສູງ​ສຸດ​ຂອງ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຊັບ​ສົມ​ບັດ​ອັນ​ສູງ​ສຸດ​ຢູ່​ໃນ​ໂລກ​ນີ້ ແລະ ໃນ​ສະ​ຫວັນ ແມ່ນ​ລູກໆ ແລະ ລູກ​ຫລານ​ທັງ​ຫລາຍ​ຂອງ​ເຮົາ.”1

ແອວເດີ ນຽວ ແອວ ແອນເດີເຊັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ​ວ່າ:

“ເຮົາ​ເຊື່ອ​ໃນ​ການ​ມີ​ຄອບ​ຄົວ, ແລະ ເຮົາ​ເຊື່ອ​​ໃນ​ການ​ມີ​ລູກໆ. …

“‘…​ພຣະ​ເຈົ້າ​ໄດ້ສັ່ງ [ອາ​ດາມ ແລະ ເອ​ວາ], ໃຫ້​ມີ​ລູກ​ເຕົ້າ​ແຜ່​ຂະ​ຫຍາຍ​ທະ​ວີ​ຄູນ, ແລະ ໃຫ້​ປົກ​ຄອງ​ແຜ່ນ​ດິນ​ໂລກ’ [ປະ​ຖົມ​ມະ​ການ 1:28]. …

“ພຣະ​ບັນ​ຍັດ​ຂໍ້​ນີ້​ຍັງ​ບໍ່​ໄດ້​ຖືກ​ລືມ ຫລື ຖືກ​ປ່ອຍ​ປະ​ລະ​ເລີຍ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.”2

ເຖິງ​ແມ່ນ ບໍ່​ແມ່ນ​ທຸກ​ຄົນ​ພວກ​ເຮົາ ຈະ​ໄດ້​ເປັນ​ພໍ່​ແມ່​ຢູ່​ໃນ​ຊີ​ວິດ​ນີ້, ແຕ່​ເຮົາ​ສາ​ມາດ​ຊ່ວຍ​ບຳ​ລຸງ​ລ້ຽງ​ເດັກ​ນ້ອຍ​ໃນ​ທຸກ​ໄວ​ທຸກ​ອາ​ຍຸ. ເຮົາ​ຊື່ນ​ຊົມ​ກັບ​ພອນ​ຂອງ​ການ​ເປັນ​ພາກ​ສ່ວນ​ໃນ​ຄອບ​ຄົວ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ແລະ ເຮົາ​ປະ​ສົບ​ກັບ​ຄວາມ​ສຸກ ແລະ ການ​ທ້າ​ທາຍ ໃນ​ຖາ​ນະ​ທີ່​ເປັນ​ພາກ​ສ່ວນ​​ຂອງ​ຄອບ​ຄົວ​ຢູ່​ໃນ​ໂລກ. ແລະ ສຳ​ລັບ​ຫລາຍ​ຄົນ, ການ​ເປັນ​ພໍ່​ແມ່​ຍັງ​ລໍ​ຖ້າ​ເຂົາ​ເຈົ້າ​ຢູ່ ໃນ​ນິ​ລັນ​ດອນ ທີ່​ຈະ​ມາ​ເຖິງ.

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

ເພງ​ສັນ​ລະ​ເສີນ 127:3; ມັດ​ທາຍ 18:3–5; 1 ນີ​ໄຟ 7:1; Moses 5:2–3

ເລື່ອງ​ຈິງ​ໃນ​ຊີ​ວິດ

“ຫລາຍ​ສຽງ​ຢູ່​ໃນ​ໂລກ​ນີ້ ບໍ່​ຄິດ​ວ່າ​ການ​ມີ​ລູກ​ເປັນ​ສິ່ງ​ສຳ​ຄັນ ຫລື ແນະ​ນຳ​ໃຫ້​ເລື່ອນ​ເວ​ລາ​ຂອງ​ການ​ມີ​ລູກ ຫລື ກຳ​ນົດ​ການ​ກຳ​ເນີດ​ຢູ່​ໃນ​ຄອບ​ຄົວ,” ​ແອວເດີ ແອນເດີເຊັນ ໄດ້​ກ່າວ. “ບໍ່​ດົນ​ມາ​ນີ້ ພວກ​ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ ໄດ້​ແນະ​ນຳ​ຂ້າ​ພະ​ເຈົ້າ​ໃຫ້​ໄປ​ເບິ່ງ​ບົດ​ຄວາມ​ຢູ່​ໃນ blog ກ່ຽວ​ກັບ​ຜູ້​ຍິງ​ຄົນ​ໜຶ່ງ (ຊຶ່ງ​ນັບ​ຖື​ສາດ​ສະ​ໜາ​​ຕ່າງ​ຈາກ​ພວກ​ເຮົາ) ​ທີ່​ມີ​ລູກ​ຫ້າ​ຄົນ. ນາງ​ໄດ້​ກ່າວ​ວ່າ: ‘[ການ​ເຕີບ​ໂຕ] ຂຶ້ນ​ໃນ​ວັດ​ທະ​ນະ​ທຳ​ນີ້, ມັນ​ເປັນ​ສິ່ງ​ຍາກ​ຫລາຍ​ທີ່​ຈະ​ສັງ​ເກດ​ເຫັນ​ການ​ເປັນ​ແມ່ ໃນ​ທາງ​ສາດ​ສະ​ໜາ. … ລູກໆ​ມີ​ລະ​ດັບ​ຕ່ຳ​ກວ່າ ການ​ຮຽນ​ໃນ​ວິ​ທະ​ຍາ​ໄລ. ຕ່ຳ​ກວ່າ​ການ​ໄປ​ທ່ຽວ​ທົ່ວ​ໂລກ ຢ່າງ​ແນ່​ນອນ. ຕ່ຳ​ກວ່າ​ຄວາມ​ສາ​ມາດ​ທີ່​ຈະ​ອອກ​ໄປ​ທ່ຽວ​ໃນ​ຕອນ​ກາງ​ຄືນ ຢ່າງ​ສະ​ບາຍ. ຕ່ຳ​ກວ່າ​ການ​ເຝິກ​ຮ່າງ​ກາຍ​ຢູ່​ສູນ​ອອກ​ກຳ​ລັງ​ກາຍ. ຕ່ຳ​ກວ່າ​ການ​ມີ​ການ​ງານ​ໃດໆ​ທີ່​ທ່ານ​ຫວັງ ຫລື ມີ.’ ແລ້ວ​ນາງ​ໄດ້​ກ່າວ​ຕື່ມ​ວ່າ: ‘ການ​ເປັນ​ແມ່ ບໍ່​ໄດ້​ເປັນ​ວຽກ​ທີ່​ເຮັດ​ໃນ​ເວ​ລາ​ຫວ່າງ, ມັນ​ເປັນ​ການ​ເອີ້ນ. ການ​ມີ​ລູກ ບໍ່​ແມ່ນ​ການ​ພຽງ​ແຕ່​ຄິດ​ວ່າ ເພາະ​ເຂົາ​ໜ້າ​ຮັກ​ເທົ່າ​ນັ້ນ. ມັນ​ບໍ່​ໄດ້​ເປັນ​ບາງ​ສິ່ງ​ທີ່​ຈະ​ເຮັດ ເມື່ອ​ທ່ານ​ພໍ​ມີ​ເວ​ລາ​ແບ່ງ​ໃຫ້. ພຣະ​ເຈົ້າ​ໄດ້​ປະ​ທານ​ເວ​ລາ​ໃຫ້​ທ່ານ ເພື່ອ​ເປັນ​ພໍ່​ແມ່​ນີ້​ແຫລະ.’”3

ແຫລ່ງ​ອ້າງ​ອີງ

  1. Dallin H. Oaks, “The Great Plan of Happiness,” Ensign, Nov. 1993, 72, 75.

  2. Neil L. Andersen, “Children,” Liahona, Nov. 2011, 28.

  3. Neil L. Andersen, “Children,” 28.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ໃນ​ທາງ​ໃດ​ແດ່ ທີ່​ຄອບ​ຄົວ​ຢູ່​ໃນ​ໂລກ​ຂອງ​ເຮົາ ຄ້າຍ​ຄື​ກັນ​ກັບ​ຄອບ​ຄົວ​ໃນ​ສະ​ຫວັນ​ຂອງ​ເຮົາ?

ພິມ