ຊາວໜຸ່ມ
ໄຟ ແລະ ບົດຮຽນແຫ່ງການເຊື່ອຟັງ
ຄັ້ງໜຶ່ງ ປະທານທອມມັສ ແອັສ ມອນສັນໄດ້ບອກກ່ຽວກັບຕອນເພິ່ນໄດ້ຮຽນຮູ້ ເຖິງຄວາມສຳຄັນຂອງການເຊື່ອຟັງ. ຕອນເພິ່ນມີອາຍຸໄດ້ແປດປີ, ຄອບຄົວຂອງເພິ່ນໄດ້ໄປພັກຢູ່ເຮືອນປ່າຂອງພວກເພິ່ນຢູ່ໃນພູ. ເພິ່ນ ກັບໝູ່ຂອງເພິ່ນ ຢາກຖາງປ່າຫຍ້າບ່ອນໜຶ່ງ ເພື່ອກໍ່ໄຟຝີງ. ພວກເພິ່ນໄດ້ພະຍາຍາມດຶງກໍຫຍ້າອອກດ້ວຍມື, ທັງຖົກ ທັງດຶງ ຢ່າງແຮງ ຈົນສຸດກຳລັງ, ແຕ່ສ່ວນທີ່ຂາດອອກມາແມ່ນປາຍຫຍ້າເທົ່ານັ້ນ. ປະທານມອນສັນ ໄດ້ອະທິບາຍວ່າ, “ແລ້ວ ຂ້າພະເຈົ້າໄດ້ຄິດຫາທາງແກ້ໄຂ ຕາມຄວາມຄິດຂອງເດັກນ້ອຍອາຍຸແປດປີ. ຂ້າພະເຈົ້າໄດ້ເວົ້າກັບແດນນີວ່າ, ‘ພວກເຮົາພຽງແຕ່ຈູດຫຍ້າເຫລົ່ານີ້. ພວກເຮົາຈະໃຫ້ມັນ ໄໝ້ ເປັນວົງເທົ່ານັ້ນ!’”
ເຖິງແມ່ນເພິ່ນຮູ້ວ່າ ເພິ່ນບໍ່ໄດ້ຮັບອະນຸຍາດໃຫ້ໃຊ້ໄມ້ຂີດໄຟ, ແຕ່ເພິ່ນໄດ້ແລ່ນກັບໄປເຮືອນ ໄປເອົາໄມ້ຂີດໄຟຈຳນວນໜຶ່ງ, ແລະ ເພິ່ນ ພ້ອມທັງ ແດນນີ ໄດ້ຈູດຫຍ້າໃນບ່ອນນັ້ນ. ພວກເພິ່ນຄິດວ່າ ໄຟຈະມອດເອງ, ແຕ່ກົງກັນຂ້າມ ມັນໄດ້ລາມໄປຢ່າງໃຫຍ່ ແລະ ອັນຕະລາຍຫລາຍ. ເພິ່ນກັບແດນນີ ໄດ້ແລ່ນໄປບອກຄົນໃຫ້ມາຊ່ວຍເຫລືອ, ແລະ ບໍ່ດົນ ພວກຜູ້ໃຫຍ່ກໍໄດ້ຟ້າວແລ່ນໄປມອດໄຟ ກ່ອນມັນຈະລາມໄປເຖິງຕົ້ນໄມ້.
ປະທານມອນສັນ ໄດ້ກ່າວຕໍ່ວ່າ, “ແດນນີກັບຂ້າພະເຈົ້າໄດ້ຮຽນບົດຮຽນທີ່ຍາກຫລາຍຢ່າງ ແຕ່ບົດຮຽນທີ່ສຳຄັນໃນມື້ນັ້ນ—ສ່ວນໃຫຍ່ແລ້ວ ແມ່ນຄວາມສຳຄັນຂອງການເຊື່ອຟັງ.” (ເບິ່ງ “Obedience Brings Blessings,” Liahona, May 2013, 89–90.)
ເຊັ່ນດຽວກັບປະທານມອນສັນ, ເຈົ້າເຄີຍໄດ້ຮຽນບົດຮຽນເລື່ອງການເຊື່ອຟັງ ໃນວິທີທີ່ຍາກບໍ? ເຈົ້າສາມາດຕັ້ງເປົ້າໝາຍອັນໃດແດ່ ເພື່ອຊ່ວຍເຈົ້າໃຫ້ປອດໄພ ຜ່ານການເຊື່ອຟັງ ໃນອະນາຄົດ?