​2016
ພອນ​ແຫ່ງ​ການ​ເຊື່ອ​ຟັງ
ຕຸລາ 2016


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ຕຸລາ 2016

ພອນ​ແຫ່ງ​ການ​ເຊື່ອ​ຟັງ

ປະທານ​ທອມມັສ​ ແອັສ ມອນສັນ ໄດ້​ສອນ​ວ່າ, “ບົດ​ຮຽນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ຮຽນ​ຮູ້​ໄດ້ ໃນ​ຊ່ວງ​ມະ​ຕະ ແມ່ນ​ຕອນ​ທີ່ ພຣະ​ເຈົ້າ​ກ່າວ ແລະ ເຮົາ​ເຊື່ອ​ຟັງ, ແລ້ວ​ເຮົາ​ຈະ​ຖືກ​ຕ້ອງ​ສະ​ເໝີ.”1

ເຮົາ​ຈະ​ໄດ້​ຮັບ​ພອນ​ນຳ​ອີກ. ດັ່ງ​ທີ່​ປະ​ທານມອນສັນ​ໄດ້​ກ່າວ ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເມື່ອ​ບໍ່​ດົນ​ມາ​ນີ້ ວ່າ: “​ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ, ຊີ​ວິດ​ຂອງ​ເຮົາ​ຈະ​ມີ​ຄວາມ​ສຸກ​ກວ່າ, ສົມ​ບູນ​ກວ່າ, ແລະ ຫຍຸ້ງ​ຍາກ​ໜ້ອຍ​ກວ່າ. ການ​ທ້າ​ທາຍ ແລະ ບັນ​ຫາ​ຂອງ​ເຮົາ ຈະ​ງ່າຍ​ຂຶ້ນ ທີ່​ຈະທົນ​ຕໍ່, ແລະ ເຮົາ​ຈະ​ໄດ້​ຮັບ​ພອນ​ທີ່ [ພຣະ​ເຈົ້າ] ໄດ້​ສັນ​ຍາ​ໄວ້.”2

ໃນ​ບົດ​ຄວາມ​ຕໍ່​ໄປ​ນີ້​ທີ່​ເອົາ​ມາ​ຈາກ​ຄຳ​ສອນ​ຂອງ​ປະທານ​ມອນສັນ ໃນ​ຖາ​ນະ​ທີ່​ເປັນ​ປະທານ​ຂອງ​ສາດ​ສະ​ໜາ​ຈັກ, ເພິ່ນ​ເຕືອນ​ເຮົາ​ວ່າ ພຣະ​ບັນ​ຍັດ​ເປັນ ຄຳ​ແນະ​ນຳ​ທີ່​ແນ່​ນອນ​ທີ່​ສຸດ ທີ່​ນຳ​ໄປ​ສູ່​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບ.

ຂໍ້​ແນະ​ນຳ​ສຳ​ລັບ​ການ​ເດີນ​ທາງ

“ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ບໍ່​ໄດ້​ຖືກ​ມອບ​ໃຫ້​ເພື່ອ​ເປັນ​ສິ່ງ​ເຮັດ​ໃຫ້​ເຮົາ​ທໍ້​ຖອຍ​ໃຈ ຫລື ເປັນ​ສິ່ງ​ກີດ​ກັນ​ເຮົາ ຈາກ​ການ​ມີ​ຄວາມ​ສຸກ. ແຕ່​ມັນ​ກົງ​ກັນ​ຂ້າມ. ພຣະອົງ​ຜູ້​ໄດ້​ສ້າງ​ເຮົາ ແລະ ຮັກ​ເຮົາ​ຢ່າງ​ແນ່ນອນ ຮູ້ວ່າ​ເຮົາ​ຕ້ອງ​ມີ​ຊີ​ວິດ​ແນວ​ໃດ ກ່ອນ​ຈະ​ມີ​ຄວາມ​ສຸກ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ພຣະ​ອົງ​ໄດ້​ຈັດ​ຫາ​ຄຳ​ແນະ​ນຳ​ໄວ້​ໃຫ້​ເຮົາ, ຖ້າ​ເຮົາ​ປະ​ຕິ​ບັດ​ຕາມ, ມັນ​ຈະ​ນຳ​ພາ​ເຮົາ​ໄປ​ຢ່າງ​ປອດ​ໄພ ໃນ​ການ​ເດີນ​ທາງ​ຊ່ວງ​ມະ​ຕະ​ທີ່​ກັນ​ດານ​ຫລາຍ​ນີ້. ເຮົາ​ຈື່​ຈຳ​ຂໍ້​ຄວາມ​ຂອງ​ເພງ​ສວດ ທີ່​ຮູ້​ຈັກ​ກັນ​ດີ ທີ່​ວ່າ: ‘ຈົ່ງ​ຮັກ​ສາ​ພຣະ​ບັນ​ຍັດ! ໃນ​ນີ້​ຄື​ຄວາມ​ປອດ​ໄພ, ໃນ​ນີ້​ຄື​ຄວາມ​ສະ​ຫງົບ’ [ເບິ່ງ “Keep the Commandments,” Hymns, no. 303].”3

ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ຮູ້

“ການ​ເຊື່ອ​ຟັງ​ເປັນ​ລັກ​ສະ​ນະ​ຂອງ​ສາດ​ສະ​ດາ​ທັງ​ຫລາຍ; ມັນ​ໃຫ້​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ຮູ້ ແກ່​ພວກ​ເພິ່ນ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ. ມັນ​ສຳ​ຄັນ​ຕໍ່​ເຮົາ​ທີ່​ຈະ​ຮູ້​ວ່າ, ເຊັ່ນ​ດຽວ​ກັນ ເຮົາ​ສາ​ມາດ​ໄດ້​ຮັບ​ແຫລ່ງ​ແຫ່ງ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ຮູ້​ເຫລົ່າ​ນີ້. ມັນ​ມີ​ໄວ້​ໃຫ້​ເຮົາ​ແຕ່​ລະ​ຄົນ​ໃນ​ເວ​ລາ​ນີ້ ເມື່ອ​ເຮົາ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. …

“ຄວາມ​ຮູ້​ທີ່​ເຮົາ​ສະ​ແຫວງ​ຫາ, ຄຳ​ຕອບ​ທີ່​ເຮົາ​ຢາກ​ໄດ້​ຮັບ, ແລະ ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ປາດ​ຖະ​ໜາ​ໃນ​ເວ​ລາ​ນີ້ ເພື່ອ​ຈະ​ສາ​ມາດ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢູ່​ໃນ​ໂລກ​ທີ່​ສັບ​ສົນ ແລະ ປ່ຽນ​ແປງ​ນີ້ ສາ​ມາດ​ເປັນ​ຂອງ​ເຮົາ​ໄດ້ ເມື່ອ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”4

ເລືອກ​ທີ່​ຈະ​ເຊື່ອ​ຟັງ

“ທ່າ​ທາງ​ທົ່ວ​ໄປ​ໃນ​ວັນ​ເວ​ລາ​ຂອງ​ເຮົາ ຄື​ທີ່​ຈະ​ເຮັດ​ຕາມ​ອຳ​ເພີ​ໃຈ. ວາ​ລະ​ສານ ແລະ ໂທ​ລະ​ພາບ ສະ​ແດງ​ຮູບ​ຂອງ ດາ​ລາ​ໜັງ, ຮູບ​ຂອງ​ນັກ​ກິ​ລາ​ທີ່​ເກັ່ງ​ກ້າ—ບຸກ​ຄົນ​ທີ່​ຄົນ​ໜຸ່ມ​ນັບ​ຖື​ເອົາ​ເປັນ​ແບບ​ຢ່າງ—ເຮັດ​ໃຫ້​ເຂົາ​ລະ​ເມີດ​ກົດ​ຂອງ​ພຣະ​ເຈົ້າ ​ແລະ ຫລົງ​ໄປ​ເຮັດ​ສິ່ງ​ທີ່​ເປັນ​ບາບ ຄື​ກັບ​ວ່າ ບໍ່​ມີ​ຜົນ​ສະ​ທ້ອນ​ແນວ​ໃດ​ເລີຍ. ຢ່າ​ເຊື່ອ! ຈະ​ມີ​ເວ​ລາ​ຂອງ​ການ​ຄິດ—ແມ່ນ​ແຕ່​ເວ​ລາ​ຄິດ​ໄລ່​ບັນ​ຊີ. ເຊັ່ນ​ດຽວ​ກັບ​ນາງ ຊິນ​ເດີ​ເຣ​ລາ ທຸກ​ຄົນ​ຈະ​ມີ​ທ່ຽງ​ຄືນ—ຖ້າ​ບໍ່​ແມ່ນ​ໃນ​ຊີ​ວິດ​ນີ້ ມັນ​ກໍ​ຈະ​ເປັນ​ໄປ​ໃນ​ຊີ​ວິດ​ໜ້າ. ວັນ​ພິ​ພາກ​ສາ ຈະ​ມາ​ເຖິງ​ທຸກ​ຄົນ. … ຂ້າ​ພະ​ເຈົ້າ​ຂໍ​ອ້ອນ​ວອນ​ພວກ​ທ່ານ​ໃຫ້​ເລືອກ​ທີ່​ຈະ​ເຊື່ອ​ຟັງ.”5

ຄວາມ​ຊື່ນ​ຊົມ ແລະ ຄວາມ​ສະ​ຫງົບ

“ມັນ​ອາດ​ປະ​ກົດ​ຕໍ່​ທ່ານ​ເປັນ​ບາງ​ຄັ້ງ​ວ່າ ຜູ້​ຄົນ​ທີ່​ອອກ​ໄປ​ໃນ​ໂລກ ມີ​ຄວາມ​ມ່ວນ​ຊື່ນ​ຫລາຍ​ກວ່າ​ທ່ານ. ພວກ​ທ່ານ​ບາງ​ຄົນ​ອາດ​ຮູ້​ສຶກ​ຖືກ​ຈຳ​ກັດ​ດ້ວຍ​ກົດ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ເຮົາ​ຍຶດ​ໝັ້ນ. ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ຕໍ່​ທ່ານ​ວ່າ ບໍ່​ມີ ສິ່ງ​ໃດ ທີ່​ຈະ​ນຳ​ຄວາມ​ສຸກ ຫລື ຄວາມ​ສະ​ຫງົບ​ມາ​ສູ່​ຈິດ​ວິນ​ຍານ​ຂອງ​ທ່ານ ຫລາຍ​ກວ່າ​ພຣະ​ວິນ​ຍານ ຊຶ່ງ​ສາ​ມາດ​ມາ​ສູ່​ເຮົາ ເມື່ອ​ເຮົາ​ເຮັດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຮັກ​ສາ​ພຣະ​ບັນ​ຍັດ.”6

ເດີນ​ໄປ​ຢ່າງ​ທ່ຽງ​ທຳ

“ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ພອນ​ທີ່​ສັນ​ຍາ​ໄວ້ ແມ່ນ​ເກີນ​ກວ່າ ທີ່​ຈະ​ວັດ​ແທກ​ໄດ້. ເຖິງ​ແມ່ນ​ມໍ​ລະ​ສຸມ​ຈະ​ຫລັ່ງ​ໄຫລ​ມາ, ເຖິງ​ແມ່ນ​ຟ້າ​ຝົນ​ຈະ​ຖອກ​ເທ​ລົງ​ມາ​ເທິງ​ເຮົາ, ແຕ່​ຄວາມ​ຮູ້​ຂອງ​ເຮົາ​ເຖິງ​ພຣະ​ກິດ​ຕິ​ຄຸນ ແລະ ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຈະ​ປອບ​ໂຍນ ແລະ ຄ້ຳ​ຊູ​ເຮົາ ແລະ ນຳ​ຄວາມ​ຊື່ນ​ບານ ແລະ ຄວາມ​ຊື່ນ​ຊົມ​ມາ​ໃຫ້​ຫົວ​ໃຈ​ຂອງ​ເຮົາ ໃນ​ຂະ​ນະ​ທີ່​ເຮົາ​ເດີນ​ໄປ​​ຢ່າງ​ທ່ຽງ​ທຳ ແລະ ຮັກ​ສາ​ພຣະ​ບັນ​ຍັດ. ບໍ່​ມີ​ສິ່ງ​ໃດ​ຢູ່​ໃນ​ໂລກ​ນີ້ ຈະ​ສາ​ມາດ​ເອົາ​ຊະ​ນະ​ເຮົາ​ໄດ້.”7

ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

“ຜູ້​ມີ​ຄວາມ​ໂສກ​ເສົ້າ ແລະ ລຶ້ງ​ເຄີຍ​ກັບ​ຄວາມ​ທຸກ​ທໍ​ລະ​ມານ ຄົນ​ນີ້​ເປັນ​ໃຜ? ກະ​ສັດ​ແຫ່ງ​ລັດ​ສະ​ໝີ​ພາບ, ​ຈອມ​ໂຍ​ທາ​ອົງ​ນີ້​ເປັນ​ໃຜ? ພຣະ​ອົງ​ເປັນ​ພຣະ​ອາ​ຈານ​ຂອງ​ເຮົາ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ເປັນ​ແຫລ່ງ​ກຳ​ເນີດ​ແຫ່ງ​ຄວາມ​ລອດ​ຂອງ​ເຮົາ. ພຣະ​ອົງ​ບອກ​ວ່າ, ‘ຈົ່ງ​ຕາມ​ເຮົາ​ມາ.’ ພຣະ​ອົງ​ແນະ​ນຳ​ວ່າ, ‘ຈົ່ງ​ໄປ, ແລະ ເຮັດ​ເຊັ່ນ​ດຽວ​ກັນ.’ ພຣະ​ອົງ​ອ້ອນ​ວອນ​ວ່າ, ‘ຈົ່ງ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ເຮົາ.’

ຂໍ​ໃຫ້​ເຮົາ​ຈົ່ງ​ຕິດ​ຕາມ​ພຣະ​ອົງ​ໄປ. ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ພຣະ​ອົງ. ຂໍໃຫ້​ເຮົາ​ຈົ່ງ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ອົງ. ໂດຍ​ການ​ເຮັດ​ເຊັ່ນ​ນັ້ນ, ເຮົາ​ຈະ​ມອບ​ຂອງ​ຂວັນ​ທີ່​ສູງ​ສົ່ງ ທີ່​ເປັນ​ຄວາມ​ກະ​ຕັນ​ຍູ​ໃຫ້​ແກ່​ພຣະ​ອົງ.”8

ແຫລ່ງ​ອ້າງ​ອີງ

  1. “They Marked the Path to Follow,” Liahona, Oct. 2007, 5.

  2. “Keep the Commandments,” Liahona, Nov. 2015, 83.

  3. “Keep the Commandments,” 83.

  4. “Obedience Brings Blessings,” Liahona, May 2013, 90, 92.

  5. “Believe, Obey, and Endure,” Liahona, May 2012, 129.

  6. “Stand in Holy Places,” Liahona, Nov. 2011, 83.

  7. “Be of Good Cheer,” Liahona, May 2009, 92.

  8. “Finding Joy in the Journey,” Liahona, Nov. 2008, 88.

ການ​ສອນ​ຈາກ​ຂ່າວ​ສານ​ນີ້

ປະທານ​ມອນສັນ​ສອນ​ເຮົາ​ເຖິງ​ພອນ​ຫລາຍ​ຢ່າງ ທີ່​ເຮົາ​ສາ​ມາດ​ໄດ້​ຮັບ ໂດຍ​ການ​ເປັນ​ຄົນ​ເຊື່ອ​ຟັງ, ຮ່ວມ​ທັງ​ຄວາມ​ເຂັ້ມ​ແຂງ, ຄວາມ​ຮູ້, ຄວາມ​ສຸກ, ແລະ ຄວາມ​ສະ​ຫງົບ. ໃຫ້​ຖາມ​ຄົນ​ທີ່​ທ່ານ​ສອນ ເຖິງ​ວິ​ທີ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ພອນ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ. ທ່ານ​ສາ​ມາດ​ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ຄິດ​ເຖິງ​ພອນ​ຂອງ​ເຂົາ​ເຈົ້າ​ຕໍ່​ໄປ ແລະ ຂຽນ​ຄວາມ​ຄິດ ແລະ ປະ​ສົບ​ການ​ເຫລົ່າ​ນັ້ນ ໄວ້​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ. ທ່ານ​ສາ​ມາດ​ຊຸກ​ຍູ້​ເຂົາ​ເຈົ້າ ໃຫ້​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ພຣະ​ເຈົ້າ​ນຳ​ອີກ ສຳ​ລັບ​ພອນ​ຂອງ​ເຂົາ​ເຈົ້າ ໂດຍ​ການ​ເປັນ​ຄົນ​ເຊື່ອ​ຟັງ​ເລື້ອຍ​ໄປ.

ພິມ