​2016
ຄອບ​ຄົວ​ແມ່ນ​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ເຈົ້າ
ຕຸລາ 2016


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ຕຸລາ 2016

ຄອບ​ຄົວ​ແມ່ນ​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ເຈົ້າ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ເພີ່ມ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ເຈົ້າ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ທີ່​ທ່ານ​ດູ​ແລ ຜ່ານ​ການ​ຢ້ຽມ​ສອນ ໄດ້​ແນວ​ໃດ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ໃຫ້​ເປີດ​ເບິ່ງ​ທີ່ reliefsociety.lds.org.

ສັດ​ທາ, ຄອບ​ຄົວ, ສົງ​ເຄາະ

“ໃນ​ເນື້ອ​ເພງ [ຂອງ​ຊັ້ນ​ປະ​ຖົມ​ໄວ] ຊື່​ວ່າ ‘The Family Is of God,’… ເຮົາ​ໄດ້​ຖືກ​ເຕືອນ​ໃຈ ເຖິງ​ຄຳ​ສອນ​ທີ່​ບໍ​ລິ​ສຸດ,” ແຄໂຣ ເອັມ ສະ​ຕີບ​ເວັນສ໌, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ​ໄດ້​ກ່າວ. “ເຮົາ​ບໍ່​ພຽງ​ແຕ່​ຮຽນ​ຮູ້​ວ່າ ຄອບ​ຄົວ​ມາ​ຈາກ​ພຣະ​ເຈົ້າ​ເທົ່າ​ນັ້ນ, ແຕ່​ເຮົາ​ຍັງ​ເປັນ​ພາກ​ສ່ວນ​ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ​ຄື​ກັນ. …

“… ແຜນ​ຂອງ​ພຣະ​ບິ​ດາ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ແມ່ນ​ແຜນ​ແຫ່ງ​ຄວາມ​ຮັກ. ມັນ​ເປັນ​ແຜນ​ທີ່​ເຕົ້າ​ໂຮມ​ລູກໆ​ຂອງ​ພຣະ​ອົງ​ເຂົ້າ​ກັນ—ຄອບ​ຄົວ​ຂອງ​ພຣະ​ອົງ—​ນຳ​ພຣະ​ອົງ.”1

ແອວເດີ ແອວ ທອມ ແພຣີ (1922–2015) ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ​ວ່າ: “ເຮົາ​ເຊື່ອ​ອີກ​ວ່າ ຄອບ​ຄົວ​ທີ່​ມີ​ສາ​ມີ​ພັນ​ລະ​ຍາ ແລະ ລູກໆ​ນັ້ນ ບໍ່​ພຽງ​ແຕ່​ເປັນ​ໜ່ວຍ​ພື້ນ​ຖານ​ຂອງ​ສັງ​ຄົມ ທີ່​ໝັ້ນ​ຄົງ, ເສດ​ຖະ​ກິດ​ທີ່​ໝັ້ນ​ຄົງ ແລະ ມາດ​ຕະ​ຖານ​ທາງ​ສິນ​ທຳ​ທີ່​ໝັ້ນ​ຄົງ​ເທົ່າ​ນັ້ນ—ແຕ່​ວ່າ​ມັນ​ຍັງ​ເປັນ​ໜ່ວຍ​ພື້ນ​ຖານ​ຂອງ​ຊົ່ວ​ນິ​ລັນ​ດອນ ແລະ ຂອງ​ອາ​ນາ​ຈັກ ແລະ ການ​ປົກ​ຄອງ​ຂອງ​ພຣະ​ເຈົ້າ​ນຳ​ອີກ.

“ເຮົາ​ເຊື່ອ​ວ່າ​ການ​ຈັດ​ຕັ້ງ ແລະ ການ​ປົກ​ຄອງ​ຂອງ​ສະ​ຫວັນ ຈະ​ຖືກ​ສ້າງ​ຂຶ້ນ​ຈາກ​ຄອບ​ຄົວ ແລະ ຍາດ​ຕິ​ພີ່​ນ້ອງ​ທັງ​ຫລາຍ.”2

“ທຸກ​ຄົນ, ບໍ່​ວ່າ​ສະ​ພາບ​ການ​ເລື່ອງ​ການ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ ຫລື ມີ​ລູກ​ຈັກ​ຄົນ, ກໍ​ສາ​ມາດ​ປົກ​ປ້ອງ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ຊຶ່ງ​ໄດ້​ບັນ​ຍາຍ​ໄວ້​ຢູ່​ໃນ​ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ນັ້ນ,” ບອນນີ ແອວ ໂອ​ສະ​ກາ​ສັນ, ປະທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ ໄດ້​ກ່າວ. “ຖ້າ​ມັນ​ເປັນ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ມັນ​ກໍ​ຄວນ​ເປັນ​ແຜນ​ຂອງ​ເຮົາ​ຄື​ກັນ!”3

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

Doctrine and Covenants 2:1–3; 132:19

ຄຳ​ສອນ​ກ່ຽວ​ກັບ​ຄອບ​ຄົວ

ຊິດ​ສະ​ເຕີ ຈູ​ລີ ບີ ແບັກ, ອະ​ດີດ​ປະທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ສອນ​ວ່າ ທິດ​ສະ​ດີ​ກ່ຽວ​ກັບ​ຄອບ​ຄົວ​ແມ່ນ​ອີງ​ຕາມ​ການ​ສ້າງ, ການ​ຕົກ, ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ:

“ການ​ສ້າງ​ແຜ່ນ​ດິນ​ໂລກ ໄດ້​ຈັດ​ສະ​ຖານ​ທີ່ ໃຫ້​ຄອບ​ຄົວ​ມາ​ອາ​ໄສ​ຢູ່. ພຣະ​ເຈົ້າ​ໄດ້​ສ້າງ​ຜູ້​ຊາຍ ແລະ ຜູ້​ຍິງ ຊຶ່ງ​ທັງ​ສອງ​ຝ່າຍ​ກໍ​ມີ​ຄວາມ​ສຳ​ຄັນ​ເຄິ່ງ​ໜຶ່ງ ໃນ​ຄອບ​ຄົວ. ມັນ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ອາ​ດາມ ແລະ ເອ​ວາ ຕ້ອງ​ຜະ​ນຶກ​ເຂົ້າ​ກັນ ແລະ ສ້າງ​ຄອບ​ຄົວ​ນິ​ລັນ​ດອນ.

“… ການ​ຕົກ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ມີ​ລູກ​ຊາຍ ແລະ ລູກ​ສາວ.

“ການ​ຊົດ​ໃຊ້​ [ຂອງ​ພຣະ​ຄຣິດ] ຊ່ວຍ​ໃຫ້​ຄອບ​ຄົວ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ. ມັນ​ຊ່ວຍ​ໃຫ້​ຄອບ​ຄົວ​ມີ​ຄວາມ​ເຕີບ​ໂຕ​ນິ​ລັນ​ດອນ ແລະ ດີ​ພ້ອມ​ທຸກ​ຢ່າງ. ແຜນ​ແຫ່ງ​ຄວາມ​ສຸກ, ຍັງ​ຖືກ​ເອີ້ນ​ອີກວ່າ ແຜນ​ແຫ່ງ​ຄວາມ​ລອດ, ເປັນ​ແຜນ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ສຳ​ລັບ​ຄອບ​ຄົວ. …

“… ນີ້​ຄື​ຄຳ​ສອນ​ຂອງ​ພຣະ​ຄຣິດ. … ປາດ​ສະ​ຈາກ​ຄອບ​ຄົວ, ກໍ​ບໍ່​ມີ​ແຜນ; ບໍ່​ມີ​ເຫດ​ຜົນ​ສຳ​ລັບ​ຊີ​ວິດ​ມະ​ຕະ.”4

ແຫລ່ງ​ອ້າງ​ອີງ

  1. Carole M. Stephens, “The Family Is of God,” Liahona, May 2015, 11, 13.

  2. L. Tom Perry, “Why Marriage and Family Matter—Everywhere in the World,” Liahona, May 2015, 41.

  3. Bonnie L. Oscarson, “Defenders of the Family Proclamation,” Liahona, May 2015, 15.

  4. Julie B. Beck, “Teaching the Doctrine of the Family,” Liahona, Mar. 2011, 32, 34.

ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ນີ້

ເປັນ​ຫຍັງ​ຄອບ​ຄົວ​ຈຶ່ງ​ເປັນ​ໜ່ວຍ​ທີ່​ສຳ​ຄັນ​ທີ່​ສຸດ ໃນ​ການ​ເວ​ລາ ແລະ ໃນ​ນິ​ລັນ​ດອນ?

ພິມ