​2016
ເສັ້ນ​ທາງ​ບໍ​ລິ​ບູນ​ທີ່​ພາ​ໄປ​ສູ່​ຄວາມ​ສຸກ
ພະຈິກ 2016


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ພະຈິກ 2016

ເສັ້ນ​ທາງ​ບໍ​ລິ​ບູນ​ທີ່​ພາ​ໄປ​ສູ່​ຄວາມ​ສຸກ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ເປັນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ສຳ​ລັບ​ເຮົາ. ມັນ​ເປັນ​ເສັ້ນ​ທາງ​ບໍ​ລິ​ບູນ​ເສັ້ນ​ດຽວ​ທີ່​ພາ​ໄປ​ສູ່​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ທັງ​ຢູ່​ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່​ນີ້ ແລະ ຕະ​ຫລອດ​ທົ່ວ​ໂລກ, ຊ່າງ​ເປັນ​ຄວາມ​ກະ​ຕັນ​ຍູ​ຢ່າງ​ຫລວງ​ຫລາຍ ທີ່​ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ມາ​ແບ່ງ​ປັນ​ຄວາມ​ຄິດ​ກັບ​ທ່ານ ໃນ​ເຊົ້າ​ມື້​ນີ້.

ເມື່ອ​ຫ້າ​ສິບ​ສອງ​ປີ​ກ່ອນ, ໃນ​ເດືອນ​ກໍລະກົດ ປີ 1964, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ມອບ​ໝາຍ ໃຫ້​ໄປ​ເມືອງ​ນິວຢອກ ຕອນ​ກຳ​ລັງ​ມີ​ງານ​ສະ​ແດງ​ສິນ​ລະ​ປະ​ຈາກ​ທົ່ວ​ໂລກ. ໃນ​ເຊົ້າ​ຂອງ​ມື້​ໜຶ່ງ ຂ້າ​ພະ​ເຈົ້າ​ໄດ້​ໄປ​ຊົມ​ຫໍ​ສະ​ແດງ​ຂອງ​ຊາວ​ມໍ​ມອນ ຢູ່​ໃນ​ງານ​ສະ​ແດງ​ສິນ​ລະ​ປະ. ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຖິງ​ພໍ​ດີ ກ່ອນ​ການ​ສາຍ​ໜັງ​ສັ້ນ​ຂອງ​ສາດ​ສະ​ໜາ​ຈັກ ເລື່ອງ ການ​ສະ​ແຫວງ​ຫາ​ຄວາມ​ສຸກ​ຂອງ​ມະ​ນຸດ, ຊຶ່ງ​ສະ​ແດງ​ເຖິງ​ແຜນ​ແຫ່ງ​ຄວາມ​ລອດ ແລະ ນັບ​ແຕ່​ນັ້ນ​ມາ ມັນ​ໄດ້​ກາຍ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ ໃນ​ສາດ​ສະ​ໜາ​ຈັກ. ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຢູ່​ທາງ​ຂ້າງ​ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ອາ​ຍຸ​ປະ​ມານ 35 ປີ. ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນ​ບຶດ​ໜຶ່ງ. ລາວ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ. ແລ້ວ​ໄຟ​ກໍ​ຖືກ​ປິດ, ແລະ ໜັງ​ກໍ​ເລີ່ມ​ຕົ້ນ.

ພວກ​ເຮົາ​ໄດ້​ຟັງ​ສຽງ​ຂອງ​ຜູ້​ບັນ​ຍາຍ ຊຶ່ງ​ໄດ້​ຖາມ​ຄຳ​ຖາມ​ທີ່​ສຳ​ຄັນ ແລະ ສຳ​ລັບ​ທຸກ​ຄົນ ມີ​ຄຳ​ວ່າ: ເຮົາ​ມາ​ຈາກ​ໃສ? ເປັນ​ຫຍັງ​ເຮົາ​ຈຶ່ງ​ມາ​ຢູ່​ນີ້? ເຮົາ​ຈະ​ໄປ​ໃສ ຫລັງ​ຈາກ​ຊີ​ວິດ​ນີ້? ທຸກ​ຄົນ​ກໍ​ລໍ​ຖ້າ​ຟັງ​ຄຳ​ຕອບ, ແລະ ເບິ່ງ​ຮູບ​ພາບ​ຢ່າງ​ຕັ້ງ​ໃຈ. ຊີ​ວິດ​ກ່ອນ​ເກີດ​ຂອງ​ເຮົາ​ໄດ້​ຖືກ​ບັນ​ຍາຍ, ພ້ອມ​ທັງ​ການ​ອະ​ທິ​ບາຍ​ເຖິງ​ຈຸດ​ປະ​ສົງ​ຂອງ​ເຮົາ​ຢູ່​ໃນ​ໂລກ​ນີ້. ພວກ​ເຮົາ​ໄດ້​ເຫັນ​ພາບ​ທີ່​ປະ​ທັບ​ໃຈ ຂອງຊາຍ​ຊະ​ລາ​ຄົນ​ໜຶ່ງ ຜູ້​ກຳ​ລັງ​ຈະ​ຈາກ​ໂລກ​ນີ້​ໄປ ແລະ ໄດ້​ເຫັນ​ພາບ​ທີ່​ລາວ​ມີ​ຄວາມ​ສຸກ​ຫລາຍ ເມື່ອ​ພົບ​ພໍ້​ຄົນ​ທີ່​ລາວ​ຮັກ ທີ່ໄດ້​ຕາຍ​ໄປ​ກ່ອນ​ລາວ ຢູ່​ໃນ​ໂລກ​ແຫ່ງ​ວິນ​ຍານ.

ຫລັງ​ຈາກ​ໄດ້​ເບິ່ງ​ການ​ສະ​ແດງ​ອັນ​ສວຍ​ງາມ​ນີ້ ກ່ຽວ​ກັບ​ແຜນ ຊຶ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ຕຽມ​ໄວ້​ສຳ​ລັບ​ພວກ​ເຮົາ, ທຸກ​ຄົນ​ໄດ້​ຍ່າງ​ອອກ​ຈາກ​ຫ້ອງ​ໄປ​ດ້ວຍ​ຄວາມ​ມິດ​ງຽບ, ຫລາຍ​ຄົນ​ໄດ້​ຖືກ​ປະ​ທັບ​ໃຈ​ຈາກ​ຂ່າວ​ສານ​ໃນ​ໜັງ​ເລື່ອງ​ນັ້ນ. ຊາຍ​ໜຸ່ມ​ຜູ້​ທີ່​ນັ່ງ​ຢູ່​ທາງ​ຂ້າງ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ລຸກ​ຂຶ້ນ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ລາວ​ວ່າ ລາວ​ມັກ​ໜັງ​ເລື່ອງ​ນັ້ນ​ຫລື​ບໍ່. ລາວ​ໄດ້​ຕອບ​ຢ່າງ​ມີ​ພະ​ລັງ​ວ່າ: “ນັ້ນ​ເປັນ​ຄວາມ​ຈິງ​ແທ້ໆ!”

ແຜນ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ​ສຳ​ລັບ​ຄວາມ​ສຸກ​ຂອງ​ເຮົາ ແມ່ນ​ຖືກ​ແບ່ງ​ປັນ​ໂດຍ​ຜູ້​ສອນ​ສາດ​ສະ​ໜາ​ຕະ​ຫລອດ​ທົ່ວ​ໂລກ. ບໍ່​ແມ່ນ​ທຸກ​ຄົນ​ທີ່​ໄດ້​ຍິນ​ຂ່າວ​ສານ​ທີ່​ປະ​ເສີດ​ນີ້ ຈະ​ຮັບ​ເອົາ​ມັນ. ແຕ່​ຊາຍ ແລະ ຍິງ​ໃນ​ທຸກ​ແຫ່ງ​ຫົນ, ຄື​ກັນ​ກັບ​ເພື່ອນ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ນີ້ ຜູ້​ຢູ່​ໃນ​ງານ​ສະ​ແດງ​ສິນ​ລະ​ປະ​ຈາກ​ທົ່ວ​ໂລກ ທີ່​ເມືອງ​ນິວ​ຢອກ, ໄດ້​ຮັບ​ຮູ້​ເຖິງ​ຄວາມ​ຈິງ​ຂອງ​ມັນ, ແລະ ເຂົາ​ເຈົ້າ​ໄດ້​ເຂົ້າ​ມາ​ສູ່​ເສັ້ນ​ທາງ​ທີ່​ຈະ​ພາ​ເຂົາ​ເຈົ້າ​ກັບ​ຄືນ​ໄປ​ບ້ານ​ດ້ວຍ​ຄວາມ​ປອດ​ໄພ. ຊີ​ວິດ​ຂອງ​ເຂົາ​ເຈົ້າ​ໄດ້​ປ່ຽນ​ໄປ​ຕະ​ຫລອດ​ການ.

ສິ່ງ​ສຳ​ຄັນ​ຕໍ່​ແຜນ​ນີ້ ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ. ປາດ​ສະ​ຈາກ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ທຸກ​ຄົນ​ຈະ​ບໍ່​ສາ​ມາດ​ກັບ​ບ້ານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ພຽງ​ແຕ່​ເຊື່ອ​ໃນ​ພຣະ​ອົງ ແລະ ເຊື່ອ​ໃນ​ພາ​ລະ​ກິດ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ ແມ່ນ​ບໍ່​ພຽງ​ພໍ. ເຮົາ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ ແລະ ຮຽນ​ຮູ້, ສະ​ແຫວງ​ຫາ ແລະ ອະ​ທິ​ຖານ, ກັບ​ໃຈ ແລະ ພັດ​ທະ​ນາ​ຕົນ. ເຮົາ​ຕ້ອງ​ຮູ້​ຈັກ​ກົດ​ຂອງ​ພຣະ​ເຈົ້າ ແລະ ດຳ​ລົງ​ຊີ​ວິດ​ຕາມ​ນັ້ນ. ເຮົາ​ຕ້ອງ​ໄດ້​ຮັບ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ອົງ. ພຽງ​ແຕ່​ໂດຍ​ການ​ເຮັດ​ຕາມ​ດັ່ງ​ທີ່​ກ່າວ​ມານີ້ ເຮົາ​ຈຶ່ງ​ຈະ​ໄດ້​ຮັບ​ຄວາມ​ສຸກ​ນິ​ລັນ​ດອນ ທີ່​ແທ້​ຈິງ.

ເຮົາ​ໄດ້​ຮັບ​ພອນ​ຫລາຍ ທີ່ ມີ ຄວາມ​ຈິງ. ເຮົາ​ໄດ້​ຮັບ​ບັນ​ຊາ​ໃຫ້ ແບ່ງ​ປັນ ຄວາມ​ຈິງ. ຂໍ​ໃຫ້​ເຮົາ ຈົ່ງ​ດຳ​ລົງ​ຊີ​ວິດ ຕາມ​ຄວາມ​ຈິງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ມີ​ສຳ​ລັບ​ເຮົາ. ພຣະ​ບິ​ດາ​ເຮັດ​ທຸກ​ສິ່ງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ. ພຣະ​ອົງ​ໄດ້​ບອກ​ເຮົາ​ວ່າ ນີ້​ຄື​ວຽກ​ງານ​ຂອງ​ພຣະ​ອົງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ—ຄື​ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.1

ຈາກ​ສ່ວນ​ເລິກ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ແລະ ດ້ວຍ​ຄວາມ​ຖ່ອມ​ຕົວ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຂອງ​ປະ​ທານ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ເປັນ​ແຜນ​ຂອງ​ພຣະ​ບິ​ດາ​ສຳ​ລັບ​ເຮົາ. ມັນ​ເປັນ​ເສັ້ນ​ທາງ​ທີ່​ບໍ​ລິ​ບູນ​ເສັ້ນ​ດຽວ ທີ່​ຈະ​ພາ​ໄປ​ຫາ​ຄວາມ​ສະ​ຫງົບ ແລະ ຄວາມ​ສຸກ ຢູ່​ໃນ​ໂລກ​ນີ້ ແລະ ໃນ​ໂລກ​ໜ້າ.

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ມອບ​ຄວາມ​ຮັກ ແລະ ພອນ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ແກ່​ທ່ານ ໃນ​ທ້າຍ​ສຸດ​ນີ້, ແລະ ຂ້າ​ພະ​ເຈົ້າ​ກະ​ທຳ​ໄປ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ພິມ