​2016
ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ວັນ​ຊະ​ບາ​ໂຕ
ພະຈິກ 2016


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ພະຈິກ 2016

ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ວັນ​ຊະ​ບາ​ໂຕ

ສຳ​ລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ວັນ​ຊະ​ບາ​ໂຕ ເປັນ​ວັນ​ແຫ່ງ​ຄວາມ​ກະ​ຕັນ​ຍູ ແລະ ຄວາມ​ຮັກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຢູ່​ຕະ​ຫລອດ​ທົ່ວ​ໂລກ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ ທີ່​ປະ​ທານ​ທອມ​ມັສ ແອັສ ມອນສັນ ໄດ້​ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ມາ​ກ່າວ ໃນ​ກອງ​ປະ​ຊຸມ ໃນ​ວັນ​ຊະ​ບາ​ໂຕ​ມື້​ນີ້. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ນຳ​ຖ້ອຍ​ຄຳ​ຂອງ​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ທ່ານ.

ມື້ນີ້ ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ໃຈ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ເນັ້ນ​ໜັກ ແມ່ນ​ຄວາມ​ກະ​ຕັນ​ຍູ—ໂດຍ​ສະ​ເພາະ​ກ່ຽວ​ກັບ ວັນ​ຊະ​ບາ​ໂຕ.

ເຮົາ​ຮູ້​ສຶກ​ກະ​ຕັນ​ຍູ​ສຳ​ລັບ​ຫລາຍ​ສິ່ງ ເຊັ່ນ: ຄວາມ​ດີ​ຂອງ​ຄົນ​ແປກ​ໜ້າ, ອາ​ຫານ​ການ​ກິນ​ຕອນ​ເຮົາ​ຫິວ​ໂຫຍ, ທີ່​ພັກ​ອາ​ໄສ​ເພື່ອ​ຫລົບ​ໄພ, ກະ​ດູກ​ຫັກ​ທີ່​ຫາຍ​ດີ, ແລະ ສຽງ​ເດັກ​ແດງ​ຮ້ອງ​ໄຫ້​ຢ່າງ​ແຮງ. ຫລາຍ​ຄົນ​ພວກ​ເຮົາ​ຈະ​ຈື່​ຈຳ​ຄວາມ​ຮູ້​ສຶກ​ກະ​ຕັນ​ຍູ ໃນ​ເວ​ລາ​ເຊັ່ນ​ນັ້ນ.

ສຳ​ລັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ວັນ​ຊະ​ບາ​ໂຕ ເປັນ​ເວ​ລາ, ແທ້​ຈິງ​ແລ້ວ ເປັນ​ວັນ​ແຫ່ງ​ຄວາມ​ກະ​ຕັນ​ຍູ ແລະ ຄວາມ​ຮັກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ໄພ່​ພົນ​ຢູ່​ໃນ​ເຂດ​ແຈ໊ກສັນ, ລັດ​ມີ​ເຊີ​ຣີ, ໃນ​ປີ 1831 ວ່າ ຄຳ​ອະ​ທິ​ຖານ ແລະ ຄວາມ​ຂອບ​ພຣະ​ໄທ ຂອງ​ເຂົາ​ເຈົ້າ​ຄວນ​ເປັນ​ສຳ​ລັບ​ພຣະ​ເຈົ້າ. ໄພ່​ພົນ​ລຸ້ນ​ທຳ​ອິດ ໄດ້​ຮັບ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ວິ​ທີ​ຮັກ​ສາ​ວັນ​ຊະ​ບາ​ໂຕ ແລະ ວິ​ທີ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ.1

ພຣະ​ເຈົ້າ​ກໍ​ໄດ້​ບອກ​ເຂົາ​ເຈົ້າ ແລະ ໄດ້​ບອກ​ເຮົາ​ນຳ​ອີກ ເຖິງວິ​ທີ​ນະ​ມັດ​ສະ​ການ ແລະ ຂອບ​ພຣະ​ໄທ​ໃນ​ວັນ​ຊະ​ບາ​ໂຕ. ດັ່ງ​ທີ່​ທ່ານ​ສາ​ມາດ​ຮູ້​ໄດ້, ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ ແມ່ນ​ຄວາມ​ຮັກ​ທີ່​ເຮົາ​ຮູ້​ສຶກ​ຕໍ່​ຜູ້​ມອບ​ຂອງ​ປະ​ທານ​ໃຫ້. ຕໍ່​ໄປ​ນີ້​ແມ່ນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສຳ​ລັບ​ວິ​ທີ​ຂອບ​ພ​ຣະ​ໄທ ແລະ ວິ​ທີ​ຖວາຍ​ຄວາມ​ຮັກ ໃນ​ວັນ​ຊະ​ບາ​ໂຕ​ວ່າ:

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ພຣະ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ເຮົາ, ບອກ​ໃຫ້​ເຮົາ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ​ດ້ວຍ​ສຸດ​ໃຈ​ຂອງ​ເຮົາ, ດ້ວຍ​ສຸດ​ພະ​ລັງ, ສຸດ​ຈິດ​ໃຈ, ແລະ ສຸດ​ກຳ​ລັງ​ຂອງ​ເຮົາ; ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃຫ້​ເຮົາ​ຮັບ​ໃຊ້​ພຣະ​ອົງ. …

ເຮົາ​ຄວນ​ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ ໃນ​ທຸກ​ສິ່ງ.

ເຮົາ​ຄວນ​ຖວາຍ​ເຄື່ອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຮົາ​ໃນ​ຄວາມ​ຊອບ​ທຳ, ແມ່ນ​ແຕ່​ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ.2

ແລະ ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ເຕືອນ​ເຖິງ​ຄວາມ​ອັນ​ຕະ​ລາຍ ຖ້າ​ຫາກ​ເຮົາ​ບໍ່​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ໃນ​ຖາ​ນະ​ທີ່​ເປັນ​ຜູ້​ມອບ​ຂອງ​ປະ​ທານ​ໃຫ້. ບໍ່​ມີ​ສິ່ງ​ໃດ​ທີ່​ມະ​ນຸດ​ຈະ​ເຮັດ​ໃຫ້​ພຣະ​ເຈົ້າ​ຂຸ່ນ​ເຄືອງ, ຫລື ເຮັດ​ໃຫ້​ພຣະ​ອົງ​ພຣະ​ພິ​ໂລດ, ຍົກ​ເວັ້ນ​ແຕ່​ຜູ້​ທີ່​ບໍ່​ສາ​ລະ​ພາບ​ວ່າ ທຸກ​ສິ່ງ​ທັງ​ປວງ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ, ແລະ ບໍ່​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.3

ຫລາຍ​ຄົນ​ພວກ​ທ່ານ​ທີ່​ຟັງ​ຢູ່​ຕອນ​ນີ້ ໄດ້​ພົບ​ຄວາມ​ສຸກ​ກັບ​ວັນ​ຊະ​ບາ​ໂຕ ວ່າ​ມັນ​ເປັນ​ວັນ​ທີ່​ຈະ​ລະ​ນຶກ​ເຖິງ ແລະ ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ພອນ​ຕ່າງໆ. ທ່ານ​ຍັງ​ຈື່​ເພງ​ທີ່​ຄຸ້ນ​ຫູ​ເພງ​ນີ້​ໄດ້ ທີ່​ວ່າ:

ເມື່ອ​ຄວາມ​ທຸກ​ລຳ​ບາກ ເກີດ​ຂຶ້ນ​ແກ່​ທ່ານ​ເມື່ອ​ໃດ,

ເມື່ອ​ໃດ​ທ່ານ​ທໍ້​ແທ້​ໃຈ ຄິດ​ວ່າ​ທຸກ​ຢ່າງ​ມະ​ລາຍ,

ມາ​ນັບ​ພຣະ​ພອນ​ຂອງ​ທ່ານ ນັບ​ເບິ່ງ​ເທື່ອ​ລະ​ອັນ,

ທ່ານ​ຈະ​ແປກ​ໃຈ ໃນ​ສິ່ງ​ທີ່​ພຣະ​ເຈົ້າ​ກະ​ທຳ.

ນັບ​ພຣະ​ພອນ​ຂອງ​ທ່ານ;

ເບິ່ງ​ທີ​ລະ​ອັນ.

ນັບ​ພຣະ​ພອນ​ຂອງ​ທ່ານ;

ເບິ່ງ​ສິ່ງ​ທີ່​ພຣະ​ເຈົ້າ​ກະ​ທຳ. …

ທ່ານ​ເກີດ​ອິດ​ເມື່ອຍ​ກັບ​ພາ​ລະ​ມາກ​ມາຍ​ຫລື​ບໍ່?

ກາງ​ແຂນ​ນັ້ນ​ເບິ່ງ​ໜັກ ເກີນ​ກວ່າ​ທ່ານ​ແບກ​ໄດ້​ບໍ່?

ນັບ​ພຣະ​ພອນ​ຂອງ​ທ່ານ ເບິ່ງ​ແລ້ວ​ຈະ​ໝົດ​ສົງ​ໄສ,

ແລະ ທ່ານ​ຈະ​ຮ້ອງ​ເພງ​ໄປ ຈົນ​ຕະ​ຫລອດ​ສິ້ນ​ການ.4

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ຫລາຍ​ສະ​ບັບ ແລະ ໄດ້​ຮັບ​ການ​ມາ​ຢ້ຽມ​ຢາມ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ​ຫລາຍ​ຄົນ ຜູ້​ຮູ້​ສຶກ​ອິດ​ເມື່ອຍ​ກັບ​ພາ​ລະ​ມາກ​ມາຍ. ຫລາຍ​ຄົນ​ກໍ​ຮູ້​ສຶກ, ຢ່າງ​ໜ້ອຍ​ສຳ​ລັບ​ເຂົາ​ເຈົ້າ, ເກືອບ​ສູນ​ເສຍ​ໝົດ​ທຸກ​ຢ່າງ. ຂ້າ​ພະ​ເຈົ້າ​ຫວັງ ແລະ ອະ​ທິ​ຖານ​ວ່າ ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ໄປ​ກ່ຽວ​ກັບ​ການ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່​ວັນ​ຊະ​ບາ​ໂຕ ຈະ​ຊ່ວຍ​ເຮັດ​ໃຫ້​ຄວາມ​ສົງ​ໄສ​ໝົດ​ໄປ ແລະ ໃຫ້​ມີ​ເພງ​ຢູ່​ໃນ​ໃຈ​ຂອງ​ທ່ານ.

ພອນ​ຢ່າງ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່ ແມ່ນ​ເຮົາ​ໄດ້​ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ, ເຕົ້າ​ໂຮມ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຫລາຍ​ກວ່າ​ສອງ​ສາມ​ຄົນ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ບາງ​ຄົນ​ບໍ່​ສາ​ມາດ​ລຸກ​ຈາກ​ຕຽງ​ນອນ​ຂອງ​ຕົນ​ໄປ​ໂບດ. ບາງ​ຄົນ​ຢາກ​ໄປ​ຢູ່​ບ່ອນ​ທີ່​ເຮົາ​ໄປ ແຕ່​ຕ້ອງ​ໄດ້​ທຳ​ງານ​ຢູ່​ໂຮງ​ໝໍ ແລະ ຊ່ວຍ​ຮັກ​ສາ​ຄວາມ​ສະ​ຫງົບ ຫລື ປົກ​ປ້ອງ​ເຮົາ​ດ້ວຍ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເອງ ຢູ່​ໃນ​ທະ​ເລ​ຊາຍ ຫລື ຢູ່​ໃນ​ປ່າ​ດົງ​ພົງ​ໄພ. ການ​ທີ່​ຮູ້​ວ່າ ເຮົາ​ສາ​ມາດ​ໄປ​ເຕົ້າ​ໂຮມ​ຢູ່​ກັບ​ໄພ່​ພົນ ແລະ ຮັບ​ສ່ວນ​ສິນ​ລະ​ລຶກ ນັ້ນ​ຄື​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ມີ​ຄວາມ​ກະ​ຕັນ​ຍູ ແລະ ມີ​ຄວາມ​ຮັກ​ສຳ​ລັບ​ຄວາມ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ເຈົ້າ.

ເປັນ​ຍ້ອນ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ, ພອນ​ອີກ​ຢ່າງ​ໜຶ່ງ​ທີ່​ເຮົາ​ສາ​ມາດ​ນັບ​ໄດ້ ແມ່ນ​ເຮົາ​ມີ​ໂອ​ກາດ​ທີ່​ຈະ​ຮັບ​ສ່ວນ​ສິນ​ລະ​ລຶກ​ທຸກ​ອາ​ທິດ—ຖືກ​ຕຽມ, ໃຫ້​ພອນ, ແລະ ຢາຍ​ໂດຍ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ ຜູ້​ໄດ້​ຮັບ​ສິດ​ອຳ​ນາດ. ເຮົາ​ສາ​ມາດ​ມີ​ຄວາມ​ກະ​ຕັນ​ຍູ​ເມື່ອ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢືນ​ຢັນ​ແກ່​ເຮົາ​ວ່າ ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ, ທີ່​ກ່າວ​ໂດຍ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ໄດ້​ຮັບ​ສິດ​ອຳ​ນາດ, ໄດ້​ຖືກ​ຮັບ​ຮູ້​ໂດຍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ໃນ​ບັນ​ດາ​ພອນ​ທັງ​ໝົດ​ທີ່​ເຮົາ​ສາ​ມາດ​ນັບ​ໄດ້, ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ແມ່ນ​ຄວາມ​ຮູ້​ສຶກ​ເຖິງ​ການ​ໃຫ້​ອະ​ໄພ​ທີ່​ມາ​ເຖິງ ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ. ເຮົາ​ຈະ​ຮູ້​ສຶກ​ເຖິງ​ພອນ​ອັນ​ຍິ່ງ​ໃຫຍ່ ແລະ ຮູ້​ບຸນ​ຄຸນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຊຶ່ງ​ການ​ເສຍ​ສະ​ລະ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ ທີ່​ຈະ​ຖືກ​ຊຳ​ລະ​ໃຫ້​ສະ​ອາດ​ຈາກ​ບາບ. ເມື່ອ​ເຮົາ​ຮັບ​ສ່ວນ​ເຂົ້າ​ຈີ່ ແລະ ນ້ຳ, ເຮົາ​ຈື່​ຈຳ​ວ່າ ພຣະ​ອົງ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເພື່ອ​ເຮົາ. ແລະ ເມື່ອ​ເຮົາ​ຮູ້​ສຶກ​ເຖິງ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ເຮົາ, ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ ແລະ ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ອົງ.

ພອນ​ຂອງ​ຄວາມ​ຮັກ​ທີ່​ເຮົາ​ໄດ້​ຮັບ, ຈະ​ຊ່ວຍ​ເຮັດ​ໃຫ້​ມັນ​ງ່າຍ​ຂຶ້ນ ສຳ​ລັບ​ເຮົາ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ ເພື່ອ “ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ.”5 ທ່ານ​ອາດ​ສາ​ມາດ​ຮູ້​ສຶກ​ມີ​ຄວາມ​ຮັກ ແລະ ມີ​ຄວາມ​ກະ​ຕັນ​ຍູ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ມີ​ຕໍ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຜູ້​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສັນ​ຍາ​ວ່າ ຈະ​ສະ​ຖິດ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ ຕາບ​ໃດ​ທີ່​ເຮົາ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ ທີ່​ເຮົາ​ໄດ້​ເຮັດ​ໄວ້. ເຮົາ​ສາ​ມາດ​ນັບ​ພຣະ​ພອນ​ທັງ​ໝົດ​ເຫລົ່າ​ນັ້ນ ທຸກ​ວັນ​ອາ​ທິດ ແລະ ຮູ້​ສຶກ​ເຖິງ​ຄວາມ​ກະ​ຕັນ​ຍູ.

ວັນ​ຊະ​ບາ​ໂຕ​ກໍ​ເປັນ​ເວ​ລາ​ທີ່​ດີ​ເລີດ​ນຳ​ອີກ ທີ່​ຈະ​ລະ​​ນຶກ​ເຖິງ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້ ຕອນ​ຢູ່​ໃນ​ນ້ຳ​ແຫ່ງ​ການ​ບັບ​ຕິ​ສະ​ມາ ວ່າ​ຈະ​ຮັກ ແລະ ຮັບ​ໃຊ້​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ການ​ບັນ​ລຸ​ຄຳ​ສັນ​ຍາ​ນັ້ນ​ໃນ​ວັນ​ຊະ​ບາ​ໂຕ ຄື​ການ​ມີ​ສ່ວນ​ຮ່ວມ​ໃນ​ຫ້ອງ​ຮຽນ ຫລື ໃນ​ກຸ່ມ ດ້ວຍ​ຄວາມ​ມຸ້ງ​ໝາຍ​ເຕັມ​ທີ່​ແຫ່ງ​ໃຈ ໃນ​ການ​ສ້າງ​ສັດ​ທາ ແລະ ສ້າງ​ຄວາມ​ຮັກ ໃນ​ບັນ​ດາ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ ຜູ້​ທີ່​ຢູ່​ກັບ​ເຮົາ. ຄຳ​ສັນ​ຍາ​ນັ້ນ​ແມ່ນ​ຮ່ວມ​ດ້ວຍ​ການ​ບັນ​ລຸ​ໜ້າ​ທີ່​ການ​ເອີ້ນ​ທີ່​ເຮົາ​ໄດ້​ຮັບ ດ້ວຍ​ຄວາມ​ເບີກ​ບານ.

ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ທີ່​ໄດ້​ສອນ​ກຸ່ມ​ມັກ​ຄະ​ນາ​ຍົກ​ໃນ​ວັນ​ອາ​ທິດ​ຫລາຍ​ເທື່ອ ຢູ່​ເມືອງ​ບາວ​ທີ​ຟູນ, ລັດ​ຢູ​ທາ, ແລະ ເຄີຍ​ໄດ້​ສອນ​ຫ້ອງ​ຮຽນ​ວັນ​ອາ​ທິດ​ນຳ​ອີກ ໃນ​ລັດ​ໄອ​ດາ​ໂຮ. ແລະ ຂ້າ​ພະ​ເຈົ້າ​ຈື່​ຕອນ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ຊ່ວຍ​ພັນ​ລະ​ຍາ​ຢູ່​ຫ້ອງ​ອະ​ນຸ​ບານ, ຊຶ່ງ​ໜ້າ​ທີ່​ສ່ວນ​ໃຫຍ່​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ເອົາ​ຂອງ​ຫລິ້ນ​ໃຫ້​ເດັກ​ນ້ອຍ ແລະ ເກັບ​ຂອງ​ຫລິ້ນ.

ມັນ​ເປັນ​ໄລ​ຍະ​ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ຮູ້​ຜ່ານ​ທາງ​ພຣະ​ວິນ​ຍານ​ວ່າ ການ​ຮັບ​ໃຊ້​ແບບ​ງ່າຍໆ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ສຳ​ຄັນ​ໃນ​ຊີ​ວິດ​ຂອງ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ ທີ່​ຫລາຍ​ຄົນ​ຍັງ​ຈື່ ແລະ ໄດ້​ຂອບ​ໃຈ​ຂ້າ​ພະ​ເຈົ້າ ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ແບບ​ມື​ໃໝ່​ຂອງ​ຂ້າ​ພະ​ເຈົ້າ ທີ່​ຈະ​ຮັບ​ໃຊ້​ເຂົາ​ເຈົ້າ​ແທນ​ພຣະ​ອາ​ຈານ ໃນ​ວັນ​ຊະ​ບາ​ໂຕ​ເຫລົ່າ​ນັ້ນ.

ບາງ​ເທື່ອ ເຮົາ​ຈະ​ບໍ່​ສາ​ມາດ​ເຫັນ​ຜົນ​ປະ​ໂຫຍດ​ຂອງ​ການ​ຮັບ​ໃຊ້​ຂອງ​ເຮົາ​ເອງ ທີ່​ເຮົາ​ໄດ້​ເຮັດ​ໃນ​ວັນ​ຊະ​ບາ​ໂຕ, ເຊັ່ນ​ດຽວ​ກັນ ເຮົາ​ອາດບໍ່​ສາ​ມາດ​ເຫັນ​ຜົນ​ກະ​ທົບ​ທີ່​ຮ່ວມ​ກັນ​ຂອງ​ຜູ້​ຮັບ​ໃຊ້​ຄົນ​ອື່ນໆ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເໝືອນ​ກັນ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ສ້າງ​ອາ​ນາ​ຈັ​ກ​ຂອງ​ພຣະ​ອົງ​ແບບ​ງຽບໆ ຜ່ານ​ຜູ້​ຮັບ​ໃຊ້​ທີ່​ຊື່​ສັດ ແລະ ຖ່ອມ​ຕົວ, ໂດຍ​ທີ່​ມີ​ຄົນ​ຮູ້​ພຽງ​ໜ້ອຍ​ດຽວ ໄປ​ສູ່​ອະ​ນາ​ຄົດ​ທີ່​ຮຸ່ງ​ເຫລື້ອມ​ໃນ​ຊ່ວງ​ໜຶ່ງ​ພັນ​ປີ. ເຮົາ​ຕ້ອງ​ມີ​ພຣະ​ວິນ​ຍານ​ສັກ​ສິດ​ສະ​ຖິດ​ຢູ່​ນຳ ກ່ອນ​ຈະ​ເຫັນ​ຄວາມ​ເຕີບ​ໂຕ​ຢ່າງ​ສະ​ຫງ່າ​ງາມ​ນັ້ນ​ໄດ້.

ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຢູ່​ສາ​ຂາ​ນ້ອຍໆ ໃນ​ລັດ​ນິວ​ເຈີ​ຊີ ຮ່ວມ​ກັບ​ສະ​ມາ​ຊິກ​ພຽງ​ສອງ​ສາມ​ຄົນ ແລະ ຄອບ​ຄົວ​ໜຶ່ງ, ຊຶ່ງ​ເປັນ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ເມື່ອ​ເຈັດ​ສິບ​ຫ້າ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຢູ່​ເມືອງ​ຟີ​ລາ​ແດວ​ເຟຍ ໃນ​ຕຶກ​ໂບດ​ແຫ່ງ​ດຽວ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ພວກ​ເຮົາ​ສາ​ມາດ​ໄປ​ເຖິງ ຢູ່​ລັດ​ເພັນ​ໂຊ​ເວ​ເນຍ ຫລື ລັດ​ນິວ​ເຈີ​ຊີ. ບ່ອນ​ທີ່​ເຄີຍ​ມີ​ສາ​ຂາ​ນ້ອຍ​ແຫ່ງ​ໜຶ່ງ ໃນ​ເມືອງ​ພິນ​ສະ​ເຕັນ, ລັດ​ນິວ​ເຈີ​ຊີ, ປະ​ຈຸ​ບັນ​ນີ້ ມີ​ຫວອດ​ຢູ່​ສອງ​ແຫ່ງ​ແລ້ວ. ແລະ ເມື່ອ​ບໍ່​ດົນ​ມາ​ນີ້, ກຸ່ມ​ຊາວ​ໜຸ່ມ​ຫລາຍ​ພັນ​ຄົນ ໄດ້​ຈັດ​ງານ​ສະ​ເຫລີມ​ສະ​ຫລອງ​ການ​ອຸ​ທິດ​ພຣະ​ວິ​ຫານ ຟີ​ລາ​ແດວ​ເຟຍ ໃນ​ລັດ​ເພັນ​ໂຊ​ເວ​ເນຍ.

ຕອນ​ຂ້າ​ພະ​ເຈົ້າ​ຍັງ​ໜຸ່ມ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ປະ​ຈຳ​ທ້ອງ​ຖິ່ນ ບ່ອນ​ທີ່​ພວກ​ເຮົາ​ໄດ້​ນະ​ມັດ​ສະ​ການ​ໃນ​ວັນ​ອາ​ທິດ ຢູ່​ໃນ​ຕຶກ​ໂບດ​ແຫ່ງ​ດຽວ ຢູ່​ເມືອງ​ອາວ​ເບີ​ເຄີ​ກີ, ລັດ​ນິວ​ແມັກ​ຊິ​ໂກ. ປະ​ຈຸ​ບັນ​ນີ້ ມີ​ພຣະ​ວິ​ຫານ​ແຫ່ງ​ໜຶ່ງ ແລະ ມີ​ສະ​ເຕກ​ຢູ່​ສີ່​ແຫ່ງ.

ຂ້າ​ພະ​ເຈົ້າ​ໄດ້​ຈາກ​ເມືອງ​ອາວ​ເບີ​ເຄີ​ກີ ໄປ​​ຮຽນ​ຢູ່​ເມືອງ​ເຄມບຣີຈ໌, ລັດ​ມາ​ຊາ​ຈູ​ເຊັດສ໌. ມັນ​ມີ​ຕຶກ​ໂບດ​ຢູ່​ແຫ່ງ​ໜຶ່ງ ແລະ ມີ​ໜຶ່ງ​ທ້ອງ​ຖິ່ນ ທີ່​ຂະ​ຫຍາຍ​ກວ້າງ​ອອກ​ໄປ​ຕະ​ຫລອດ​ທົ່ວ​ລັດ​ມາ​ຊາ​ຈູ​ເຊັດສ໌ ຈົນ​ເຖິງ ລັດ​ໂຣດ​ໄອ​ແລນ. ຂ້າ​ພະ​ເຈົ້າ​ໄດ້​ຂັບ​ລົດ​ຜ່ານ​ທົ່ງ​ທີ່​ສວຍ​ງາມ​ຂອງ​ເຂດ​ເຫລົ່າ​ນັ້ນ ໄປ​ຮ່ວມ​ສິນ​ລະ​ລຶກ​ນຳ​ສາ​ຂາ​ນ້ອຍ, ສ່ວນ​ຫລາຍ​ແລ້ວ​ໄດ້​ເປັນ​ຕຶກ​ເຊົ່າ​ຫ້ອງ​ນ້ອຍໆ ຫລື ເຮືອນ​ເກົ່າ​ທີ່​ໄດ້​ສ້ອມ​ແປງ​ໃໝ່. ປະ​ຈຸ​ບັນ​ນີ້ ມີ​ພຣະ​ວິ​ຫານ​ທີ່​ສັກ​ສິດ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ເມືງ​ແບວ​ໝ້ອນ, ລັດ​ມາ​ຊາ​ຈູ​ເຊັດສ໌ ແລະ ມີ​ສະ​ເຕກ​ຢາຍ​ຢູ່​ທົ່ວ​ເຂດ​ດັ່ງ​ກ່າວ.

ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຫລິງ​ເຫັນ​ຢ່າງ​ແຈ່ມ​ແຈ້ງ ໃນ​ເວ​ລາ​ນັ້ນ ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖອກ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ສູ່​ຜູ້​ຄົນ ຢູ່​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ນ້ອຍໆ​ເຫລົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຢູ່, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເຫັນ​ຂອບ​ເຂດ ແລະ ເວ​ລາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ມີ​ເຈດ​ຕະ​ນາ ທີ່​ຈະ​ສ້າງ ແລະ ເຮັດ​ໃຫ້​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຮຸ່ງ​ເຫລື້ອມ. ໂດຍ​ການ​ເປີດ​ເຜີຍ, ສາດ​ສະ​ດາ​ໄດ້​ເຫັນ ແລະ ໄດ້​ບັນ​ທຶກ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຫັນ​ດ້ວຍ​ຕົວ​ເອງ​ໃນ​ເວ​ລາ​ນີ້. ນີ​ໄຟ​ໄດ້​ກ່າ​ວ່າ ຈຳ​ນວນ​ຄົນ​ຂອງ​ພວກ​ເຮົາ​ຈະ​ບໍ່​ມີ​ຫລາຍ, ແຕ່​ອິດ​ທິ​ພົນ​ທີ່​ເພີ່ມ​ທະ​ວີ​ຂຶ້ນ ຈະ​ເປັນ​ໜ້າ​ປະ​ທັບ​ໃຈ​ຫລາຍ ທີ່​ວ່າ:

“ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ແລະ ມີ​ສະ​ມາ​ຊິກ​ພຽງ​ເລັກ​ໜ້ອຍ. …

“ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີ​ໄຟ​ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ລົງ​ມາ​ເທິງໄພ່​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ ແລະ ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ; ແລະ ພວກ​ເຂົາ​ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.”6

ໃນ​ຍຸກ​ນີ້, ກໍ​ມີ​ການ​ທຳ​ນາຍ​ທີ່​ຄ້າຍ​ຄື​ກັນ​ນັ້ນ ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ເຮົາ ແລະ ໂອ​ກາດ​ໃນ​ພາຍ​ໜ້າ ທີ່​ໄດ້​ມີ​ບັນ​ທຶກ​ໄວ້ ຢູ່​ໃນ​ພຣະ​ຄຳ​ພີ Doctrine and Covenants:

ເຮົາ​ຍັງ​ບໍ່​ເຂົ້າ​ໃຈ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ບິ​ດາ​ມີ​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ ແລະ ຕຽມ​ໄວ້​ໃຫ້​ເຮົາ​ເທື່ອ;

ແລະ ເຮົາ​ບໍ່​ສາ​ມາດ​ທົນ​ກັບ​ທຸກ​ສິ່ງ​ທັງ​ປວງ​ໄດ້​ໃນ​ຕອນ​ນີ້; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຄວນ​ເບີກ​ບານ, ເພາະ​ພຣະ​ເຈົ້າ​ຈະ​ນຳ​ພາ​ເຮົາ​ໄປ. ອາ​ນາ​ຈັກ​ເປັນ​ຂອງ​ເຮົາ ແລະ ພອນ​ໃນ​ນັ້ນ​ເປັນ​ຂອງ​ເຮົາ, ແລະ ຄວາມ​ຮັ່ງ​ມີ​ແຫ່ງ​ນິ​ລັນ​ດອນ​ກໍ​ເປັນ​ຂອງ​ເຮົາ.

ແລະ ຄົນ​ທີ່​ຮັບ​ເອົາ​ທຸກ​ສິ່ງ​ທັງ​ປວງ​ດ້ວຍ ຄວາມ​ຂອບ​ພຣະ​ຄຸນ ຈະ​ຖືກ​ເຮັດ​ໃຫ້​ຮຸ່ງ​ເຫລື້ອມ; ແລະ ສິ່ງ​ຂອງ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ຖືກ​ຕື່ມ​ໃຫ້​ເຂົາ, ແມ່ນ​ແຕ່​ຮ້ອຍ​ເທົ່າ, ແທ້​ຈິງ​ແລ້ວ, ຫລາຍ​ກວ່າ​ນັ້ນ.7

ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ການ​ປ່ຽນ​ແປງ​​ດັ່ງ​ກ່າວ ຂອງ​ການ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ຂຶ້ນ ສຳ​ລັບ​ພອນ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ທີ່​ຂະ​ຫຍາຍ​ໄປ​ທົ່ວ​ໂລກ. ເບິ່ງ​ຄື​ວ່າ ມັນ​ແຜ່​ລາມ​ໄປ​ຢ່າງ​ໄວ ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ເວ​ລາ ແລະ ສະ​ຖານ​ທີ່ ບ່ອນ​ທີ່​ມີ​ການ​ທົດ​ລອງ​ເລື່ອງ​ສັດ​ທາ​ຂອງ​ເຂົາ​ເຈົ້າ, ບ່ອນ​ທີ່​ເຂົາ​ເຈົ້າ​ຕ້ອງ​ອ້ອນ​ວອນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ ເພື່ອ​ຈະ​ໄດ້​ມີ​ຊີ​ວິດ​ຢູ່​ຕໍ່​ໄປ.

ເວ​ລາ​ທີ່​ເຮົາ​ມີ​ຊີ​ວິດ​ຢູ່​ນີ້ ຈະ​ນຳ​ການ​ທົດ​ລອງ​ທີ່​ຫຍຸ້ງ​ຍາກ​ມາ ຄື​ກັນ​ກັບ​ຕອນ​ທີ່​ຜູ້​ຄົນ​ຂອງ​ແອວ​ມາ​ໄດ້​ຮັບ ໃນ​ເວ​ລາ​ທີ່​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ ອາ​ມູ​ລອນ ທີ່​ໂຫດ​ຮ້າຍ​ນັ້ນ, ຜູ້​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ແບກ​ຫາບ​ພາ​ລະ​ອັນ​ໜັກ​ໜ່ວງ​ຢູ່​ບ່າ ຈົນ​ເກີນ​ກວ່າ​ຈະ​ທົນ​ໄດ້:

“ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ພວກ​ເຂົາ​ໃນ​ທ່າມ​ກາງ​ຄວາມ​ທຸກ​ຂອງ​ພວກ​ເຂົາ, ມີ​ຄວາມ​ວ່າ: ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ຈົ່ງ​ສະ​ບາຍ​ໃຈ​ເຖີດ, ເພາະວ່າ​ເຮົາ​ຮູ້​ຈັກ​ເຖິງ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ເຮັດ​ໄວ້​ກັບ​ເຮົາ; ແລະ ເຮົາ​ຈະ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ຜູ້​ຄົນ​ຂອງ​ເຮົາ ເພື່ອ​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ເປັນ​ທາດ.

“ແລະ ເຮົາ​ຈະ​ໃຫ້​ພາ​ລະ​ແບກ​ຫາບ​ຢູ່​ບ່າ​ຂອງ​ພວກ​ເຈົ້າ​ເບົາ​ບາງ​ລົງ​ຈົນ​ວ່າ​ພວກ​ເຈົ້າ​ບໍ່​ຮູ້​ສຶກ​ວ່າ ມີ​ຫຍັງ​ຢູ່​ເທິງ​ຫລັງ​ເລີຍ ເຖິງ​ແມ່ນ​ໃນ​ຂະ​ນະ​ທີ່​ພວກ​ເຈົ້າ​ເປັນ​ທາດ; ແລະ ເລື່ອງ​ນີ້​ເຮົາ​ຈະ​ເຮັດ​ໄປ​ເພື່ອ​ພວກ​ເຈົ້າຈະ​ໄດ້​ຢືນ​ເປັນ​ພະ​ຍານ​ໃຫ້​ເຮົາ​ໃນ​ພາຍ​ໜ້າ, ແລະ ເພື່ອ​ພວກ​ເຈົ້າ​ຈະ​ຮູ້​ຈັກ​ຢ່າງ​ແນ່​ນອນ​ວ່າ ເຮົາ​ຄື​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ມາ​ຢ້ຽມ​ຢາມ​ຜູ້​ຄົນ​ຂອງ​ເຮົາ​ໃນ​ຄວາມ​ທຸກ​ຂອງ​ພວກ​ເຂົາ.

“ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພາ​ລະ​ແບກ​ຫາບ​ຊຶ່ງ​ຢູ່​ເທິງ​ບ່າ​ຂອງ​ແອວ​ມາ​ກັບ​ພີ່​ນ້ອງ​ຂອງ​ເພິ່ນ​ຖືກ​ເຮັດ​ໃຫ້​ເບົາ​ບາງ​ລົງ; ແທ້​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເພີ່ມ​ພະ​ລັງ​ໃຫ້​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ທົນ​ຕໍ່​ພາ​ລະ​ແບກ​ຫາບ​ຢ່າງ​ງ່າຍ​ດາຍ, ແລະ ພວກ​ເຂົາ​ໄດ້​ຍອມ​ຮັບ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ ແລະ ດ້ວຍ​ຄວາມ​ອົດ​ທົນ​ຕໍ່​ພຣະ​ປະສົງ​ທັງ​ໝົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”8

ທ່ານ ແລະ ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ວ່າ ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ນຳ​ພຣະ​ເຈົ້າ, ໂດຍ​ສະ​ເພາະ​ຕອນ​ມີ​ຄວາມ​ຫຍຸ້ງ​ຍາກ, ພຣະ​ອົງ​ຈະ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອບ​ພຣະ​ຄຸນ​ຂອງ​ເຮົາ ສຳ​ລັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ເພື່ອ​ເຮົາ ແລະ ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ ເພື່ອ​ປະ​ທານ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຮົາ ເພື່ອ​ຈະ​ໄດ້​ອົດ​ທົນ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ຊື່​ສັດ. ແລະ ພຣະ​ອົງ​ໄດ້​ເຮັດ​ໃຫ້​ເຮົາ​ເບີກ​ບານ ແລະ ເຂັ້ມ​ແຂງ​ຫລາຍ​ກວ່າ​ໜຶ່ງ​ເທື່ອ.

ທ່ານ​ອາດ​ຢາກ​ຮູ້​ວ່າ ທ່ານ​ຄວນ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ໄດ້​ດຳ​ລົງ​ຊີ​ວິດ ແລະ ນະ​ມັດ​ສະ​ການ ໃນ​ວັນ​ຊະ​ບາ​ໂຕ ໃນ​ແບບ​ທີ່​ຈະ​ສະ​ແດງ​ຄວາມ​ກະ​ຕັນ​ຍູ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ຕົວ​ເອງ ແລະ ໃຫ້​ກັບ​ຄົນ​ອື່ນໆ ສຳ​ລັບ​ການ​ທົດ​ລອງ ທີ່​ຈະ​ມາ​ເຖິງ.

ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ໃນ​ມື້​ນີ້ ດ້ວຍ​ການ​ອະ​ທິ​ຖານ​ເປັນ​ສ່ວນ​ຕົວ ແລະ ເປັນ​ຄອບ​ຄົວ ເພື່ອ​ຂອບ​ພຣະ​ໄທ​ສຳ​ລັບ​ທຸກ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ເພື່ອ​ທ່ານ. ທ່ານ​ສາ​ມາດ​ອະ​ທິ​ຖານ ເພື່ອ​ຈະ​ໄດ້​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ມີ​ຫຍັງ​ໃຫ້​ທ່ານ​ເຮັດ ເພື່ອ​ຮັບ​ໃຊ້​ພຣະ​ອົງ ແລະ ຄົນ​ອື່ນ. ໂດຍ​ສະ​ເພາະ​ແລ້ວ ທ່ານ​ສາ​ມາດ​ອະ​ທິ​ຖານ​ຂໍ​ໃຫ້​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ບອກ​ທ່ານ​ວ່າ​ຄົນ​ໃດ​ເປົ່າ​ປ່ຽວ​ດຽວ​ດາຍ ຫລື ຂັດ​ສົນ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ໄປ​ຫາ.

ຂ້າ​ພະ​ເຈົ້າ​ສາ​ມາດ​ສັນ​ຍາ​ກັບ​ທ່ານ​ໄດ້​ວ່າ ຄຳ​ອະ​ທິ​ຖານ​ຂອງ​ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ, ແລະ ເມື່ອ​ທ່ານ​ເຮັດ​ຕາມ​ຄຳ​ຕອບ​ດັ່ງ​ກ່າວ ແລ້ວ​ທ່ານ​ຈະ​ພົບ​ຄວາມ​ສຸກ ໃນ​ວັນ​ຊະ​ບາ​ໂຕ ແລະ ໃຈ​ຂອງ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຂອບ​ພຣະ​ໄທ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ບິ​ດາ​ເຈົ້າ ຮູ້​ຈັກ ແລະ ຮັກ​ທ່ານ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ທ່ານ ດ້ວຍ​ຄວາມ​ຮັກ​ທີ່​ມີ​ຕໍ່​ທ່ານ. ພວກ​ພຣະ​ອົງ, ພຣະ​ບິ​ດາ ແລະ ພຣະ​ບຸດ, ຮູ້​ຈັກ​ຊື່​ຂອງ​ທ່ານ ດັ່ງ​ທີ່​ພວກ​ພຣະ​ອົງ​ຮູ້​ຈັກ​ຊື່​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຕອນ​ພວກ​ພຣະ​ອົງ​ໄດ້​ມາ​ປະ​ກົດ​ຕໍ່​ເພິ່ນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ນີ້​ຄື​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ວ່າ​ພຣະ​ອົງ​ຈະ​ຮັບ​ຮູ້​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ ແລະ ຕໍ່​ມັນ​ນຳ​ພຣະ​ເຈົ້າ. ທຳ​ມະ​ຊາດ​ຂອງ​ທ່ານ​ຈະ​ປ່ຽນ​ໄປ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ທ່ານ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຕ້ານ​ກັບ​ການ​ລໍ້​ລວງ ແລະ ຕ້ານ​ກັບ​ຄວາມ​ຮູ້​ສຶກ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ຈິງ. ທ່ານ​ຈະ​ພົບ​ຄວາມ​ສຸກ​ໃນ​ວັນ​ຊະ​ບາ​ໂຕ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາແມນ.

ພິມ