ຊາວໜຸ່ມ
ການອະທິຖານເພື່ອຄວາມສະຫງົບ
ຜູ້ຂຽນອາໄສຢູ່ລັດໄອດາໂຮ, ສະຫະລັດອາເມຣິກາ.
ພໍ່ແມ່ຂອງຂ້ານ້ອຍໄດ້ໄປຮ່ວມປະຊຸມເລື້ອຍໆຫລັງຈາກເລີກໂບດ, ແລະ ຂ້ານ້ອຍໄດ້ດູແລນ້ອງຊາຍສາມຄົນ ແລະ ໄດ້ຫາອາຫານທ່ຽງໃຫ້ເຂົາເຈົ້າກິນ—ສ່ວນຫລາຍເຂົາເຈົ້າຊິໃຈຮ້າຍໄວ ແລະ ກໍຫິວເຂົ້າຫລາຍ. ໂດຍປົກກະຕິແລ້ວ ຖ້າຫາກເຂົາເຈົ້າເລີ່ມຜິດຖຽງກັນ, ຂ້ານ້ອຍສາມາດແກ້ໄຂບັນຫາເລັກນ້ອຍໄດ້ຢ່າງວ່ອງໄວ. ແຕ່ບາງເທື່ອ ມັນກໍຍາກທີ່ຈະສ້າງຄວາມສະຫງົບໄດ້ ເມື່ອເຂົາເຈົ້າໄດ້ຜິດຖຽງກັນຢ່າງແຮງ ແລະ ຂ້ານ້ອຍໄດ້ເກີດຄວາມກັງວົນ.
ໃນຕອນບ່າຍຂອງມື້ໜຶ່ງ, ພວກນ້ອງຊາຍຂອງຂ້ານ້ອຍຫລິ້ນນຳກັນບໍ່ດີ. ຂ້ານ້ອຍພົບເຫັນວ່າ ຄວາມພະຍາຍາມທີ່ຈະສ້າງຄວາມສະຫງົບຂອງຂ້ານ້ອຍໄດ້ເຮັດໃຫ້ສະຖານະການຮ້າຍແຮງຂຶ້ນ ເພາະຂ້ານ້ອຍໃຈຮ້າຍ. ສະນັ້ນ ຂ້ານ້ອຍຈຶ່ງເຮັດອາຫານທ່ຽງໃຫ້ຕົວເອງ ແລະ ຢຸດເວົ້າ. ແລ້ວ, ຂ້ານ້ອຍໄດ້ປະກາດວ່າ, “ຂ້ອຍກຳລັງຊິອະທິຖານ. ໃຫ້ພວກເຈົ້າມິດງຽບຈັກນາທີໜຶ່ງໄດ້ບໍ?” ເມື່ອເຂົາເຈົ້າມິດງຽບແລ້ວ, ຂ້ານ້ອຍກໍໄດ້ອະທິຖານຂໍພອນໃຫ້ອາຫານ. ກ່ອນທີ່ຂ້ານ້ອຍກ່າວຈົບ, ຂ້ານ້ອຍໄດ້ກ່າວວ່າ, “ແລະ ຂໍໃຫ້ຊ່ວຍພວກຂ້ານ້ອຍ ໃຫ້ເປັນຄົນສ້າງຄວາມສະຫງົບດ້ວຍເທີ້ນ.”
ທຳອິດ, ເບິ່ງຄືວ່າ ເຂົາເຈົ້າບໍ່ໄດ້ຍິນ ແລະ ເລີ່ມຕົ້ນຜິດຖຽງກັນອີກ. ຂ້ານ້ອຍກໍໃຈຮ້າຍ ແຕ່ຂ້ານ້ອຍຮູ້ວ່າ ຕ້ອງຮັກ ແລະ ໃຈເຢັນໆ ເທົ່າທີ່ຂ້ານ້ອຍຈະເຮັດໄດ້ ເພາະຂ້ານ້ອຍຫາກໍໄດ້ອະທິຖານຂໍຄວາມສະຫງົບ. ຫລັງຈາກໜຶ່ງນາທີ, ຂ້ານ້ອຍຮູ້ສຶກສະຫງົບຈິດໃຈ. ຂ້ານ້ອຍນັ່ງກິນເຂົ້າ ແລະ ບໍ່ເວົ້າຫຍັງ, ແລະ ພວກນ້ອງຊາຍກໍເຊົາຜິດຖຽງກັນໃນທີ່ສຸດ. ຂ້ານ້ອຍຮູ້ວ່າ ຄວາມສະຫງົບທີ່ຂ້ານ້ອຍຮູ້ສຶກ ເປັນຄຳຕອບຕໍ່ຄຳອະທິຖານທີ່ລຽບງ່າຍນັ້ນ. ຂ້ານ້ອຍໄດ້ອະທິຖານແລ້ວ ເພື່ອຂໍເປັນຄົນສ້າງຄວາມສະຫງົບ, ແລະ ພຣະບິດາເທິງສະຫວັນຂອງຂ້ານ້ອຍ ໄດ້ຊ່ວຍຂ້ານ້ອຍ ໃຫ້ສະຫງົບຈິດໃຈ ໃນເວລາທີ່ຂ້ານ້ອຍຢາກຮ້ອງຂຶ້ນແຮງໆກໍຕາມ. ຂ້ານ້ອຍຮູ້ວ່າ ພຣະອົງສາມາດປະທານຄວາມສະຫງົບໃຫ້ເຮົາແທ້ໆ.