​2017
ດັ່ງ​ທີ່​ເຮົາ​ໄດ້​ຮັບ​ພວກ​ເຈົ້າ
February 2017


ຂ່າວສານຈາກຝ່າຍປະທານສູງສຸດ, ເດືອນກຸມພາ 2017

“ດັ່ງ​ທີ່​ເຮົາ​ໄດ້​ຮັບ​ພວກ​ເຈົ້າ”

ເມື່ອ​ຫລາຍ​ປີ​ກ່ອນ ເພື່ອ​ຄົນ​ໜຶ່ງ​ຊື່ ຫລຸຍ ໄດ້​ເລົ່າ​ເລື່ອງ​ລາວ​ທີ່​ປະ​ທັບ​ໃຈ​ໃຫ້​ຂ້າ​ພະ​ເຈົ້າ​ຟັງ ກ່ຽວ​ກັບ​ແມ່ ຜູ້​ອ່ອນ​ໂຍນ​ຂອງ​ລາວ. ຕອນ​ນາງ​ໄດ້​ເສຍ​ຊີ​ວິດ​ໄປ, ນາງ​ບໍ່​ໄດ້​ປະ​ເງິນ​ຄຳ​ໃຫ້​ພວກ​ລູກ​ຊາຍ ແລະ ລູກ​ສາວ​ຂອງ​ນາງ ແຕ່​ໄດ້​ປະ​ມໍ​​ລະ​ດົກ​ແຫ່ງ​ຄວາມ​ຮັ່ງ​ມີໃນ​ການ​ເປັນ​ຕົວ​ຢ່າງ, ໃນ​ການເສຍ​ສະ​ລະ, ໃນ​ການ​ເຊື່ອ​ຟັງ ໄວ້​ໃຫ້​ເຂົາ​ເຈົ້າ.

ຫລັງ​ຈາກ​ການ​ກ່າວ​ປາ​ໄສ​ຢູ່​ໃນ​ພິ​ທີ​ສົ່ງ​ສະ​ການ ແລະ ການ​ແຫ່​ສົບ ດ້ວຍ​ຄວາມ​ໂສກ​ເສົ້າ ໄປ​ຫາ​ປ່າ​ຊ້າ​ແລ້ວ, ຄອບ​ຄົວ​ໄດ້​ໄປ​ເກັບ​ທ້ອນ​ຊັບ​ສົມ​ບັດ​ຈຳ​ນວນ​ເລັກ​ນ້ອຍ​ທີ່​ແມ່​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ໄວ້​ໃຫ້. ໃນ​ບັນ​ດາ​ຊັບ​ສົມ​ບັດ​ເຫລົ່າ​ນັ້ນ, ຫລຸຍ ໄດ້​ພົບ​ເຫັນ​ຂໍ້​ຄວາມ ແລະ ກະ​ແຈ​ດວງ​ໜຶ່ງ. ຂໍ້​ຄວາມ​ບອກ​ວ່າ: “ຢູ່​ແຈ​ຫ້ອງນອນ, ຢູ່​ລີ້ນ​ຊັກ​ອັນ​ຕ່ຳ​ສຸດ​ຂອງ​ແມ່, ມີ​ກ່ອງ​ນ້ອຍ​ໜ່ວຍ​ໜຶ່ງ. ມັນ​ບັນ​ຈຸ​ຊັບ​ສົມ​ບັດ​ທີ່​ແມ່​ທະ​ນຸ​ຖະ​ໜອມ​ຫລາຍ​ທີ່​ສຸດ. ກະ​ແຈ​ດວງ​ນີ້ ຈະ​ເປີດ​ກ່ອງ​ໜ່ວຍ​ນັ້ນ.”

ທຸກ​ຄົນ​ກໍ​ຢາກ​ຮູ້​ວ່າ ແມ່​ຂອງ​ເຂົາ​ເຈົ້າ​ມີ​ຫຍັງ ທີ່​ມີ​ຄ່າ​ຫລາຍ​ແທ້ໆ ຈົນ​ເຖິງ​ກັບ​ຕ້ອງ​ລ໊ອກ​ໄວ້ ແລະ ມີ​ກະ​ແຈ.

ກ່ອງ​ດັ່ງ​ກ່າວ​ໄດ້​ຖືກ​ເອົາ​ອອກ​ມາ​ຈາກ​ບ່ອນ​ມ້ຽນ​ຂອງ​ມັນ ແລະ ໄດ້​ຖືກ​ເປີດ​ຢ່າງ​ລະ​ມັດ​ລະ​ວັງ ດ້ວຍ​ກະ​ແຈ. ເມື່ອຫລຸຍ ແລະ ຄົນ​ອື່ນໆ​ໄດ້​ກວດ​ເບິ່ງ​ສິ່ງ​ຂອງ​ທີ່​ຢູ່​ໃນ​ກ່ອງ, ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ຮູບ​ຂອງ​ຕົວ​ເອງ​ແຕ່​ລະ​ຄົນ, ພ້ອມ​ດ້ວຍ​ຊື່ ແລະ ວັນ​ເກີດ. ແລ້ວຫລຸຍ​ໄດ້​ຈັບ​ເອົາ​ໃບ​ວັນ​ວາ​ເລັນ​ທາຍ​ທີ່​ເຮັດ​ເອງ​ອອກ​ມາ. ລາວ​ເຫັນ​ລາຍ​ມື​ຂອງ​ເດັກ​ນ້ອຍ​ທີ່​ຂີ້​ເຮິ, ຊຶ່ງ​ລາວ​ຈື່​ໄດ້​ວ່າ ເປັນ​ລາຍ​ມື​ຂອງ​ລາວ​ເອງ, ລາວ​ໄດ້​ອ່ານ​ຖ້ອຍ​ຄຳ​ທີ່​ລາວ​ໄດ້​ຂຽນ ເມື່ອ 60 ປີ​ກ່ອນ ວ່າ: “ແມ່​ທີ່​ຮັກ, ລູກ​ຮັກ​ແມ່​ເດີ.”

ຫົວ​ໃຈ​ໄດ້​ອ່ອນ​ລົງ, ສຽງ​ກໍ​ນິ້ມ​ນວນ, ແລະ ຕາ​ກໍ​ປຽກ. ຊັບ​ສົມ​ບັດ​ຂອງ​ແມ່ ແມ່ນ​ຄອບ​ຄົວ​ນິ​ລັນ​ດອນ​ຂອງ​ນາງ. ຄວາມ​ເຂັ້ມ​ແຂງ​ມາ​ຈາກ​ຮາກ​ຖານ​ອັນ​ແຂງ​ແກ່ນ ຂອງ​ຄຳ​​ທີ່ວ່າ “​ລູກ​ຮັກແມ່​ເດີ.”

ໃນ​ໂລກ​ທຸກ​ວັນ​ນີ້, ບໍ່​ມີ​ບ່ອນ​ໃດ ທີ່​ຕ້ອງ​ການ​ຮາກ​ຖານ​ອັນ​ແຂງ​ແກ່ນ​ຫລາຍ​ເທົ່າ​ກັບ​ຢູ່​ໃນ​ບ້ານ​ເຮືອນ. ແລະ ບໍ່​ມີ​ບ່ອນ​ໃດ​ຢູ່​ໃນ​ໂລກ​ນີ້ ທີ່​ຈະ​ພົບ​ເຫັນ​ຕົວ​ຢ່າງ​ຂອງ​ຮາກ​ຖານ​ທີ່​ດີ​ໄປ​ກວ່າ ຢູ່​ໃນ​ບ້ານ​ເຮືອນ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຜູ້​ໄດ້​ເຮັດ​ໃຫ້​ຄວາມ​ຮັກ​ເປັນ​ຫົວ​ໃຈ​ຂອງ​ຊີ​ວິດ​ຂອງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

ຕໍ່​ພວກ​ເຮົາ​ຜູ້​ຍອມ​ຮັບ​ວ່າ​​ຕົນ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ, ພຣະ​ອົງ​ໄດ້​ໃຫ້​ຄຳ​ແນະ​ນຳ​ທີ່​ແຜ່​ໄປ​ໄກ ດັ່ງ​ຕໍ່​ໄປ​ນີ້:

“ເຮົາ​ມອບ​ກົດ​ບັນ​ຍັດ​ຂໍ້​ໃໝ່​ໃຫ້​ພວກ​ເຈົ້າ​ຄື ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ; ເຮົາ​ຮັກ​ພວກ​ເຈົ້າ​ຢ່າງ​ໃດ, ພວກ​ເຈົ້າ​ກໍ​ຈົ່ງ​ຮັກ​​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ນັ້ນ.

“ຖ້າ​ພວກ​ເຈົ້າ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ທຸກ​ຄົນ​ກໍ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ສາ​ວົກ​ຂອງ​ເຮົາ.”1

ຖ້າ​ຫາກ​ເຮົາ​ຮັກ​ສາ​ພຣະ​ບັນ​​ຍັດ ທີ່​ຈະ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ແລ້ວ​ເຮົາ​ກໍ​ຈະ​ປະ​ຕິ​ບັດ​ຕໍ່​ກັນ​ແລະ​ກັນ ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ດ້ວຍ​ຄວາມ​ເຄົາ​ລົບ, ໂດຍ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ໃນ​ການ​ປະ​ຕິ​ບັດ​ຕໍ່​ກັນ​ແຕ່​ລະ​ວັນ. ຄວາມ​ຮັກ​ຄື​ຖ້ອຍ​ຄຳ​ທີ່​ດີ, ການ​ຕອບ​ຮັບ​ດ້ວຍ​ຄວາມ​ອົດ​ທົນ, ການ​ກະ​ທຳ​ທີ່​ບໍ່​ເຫັນ​ແກ່​ຕົວ, ການ​ຮັບ​ຟັງ​ດ້ວຍ​ຄວາມ​ເຂົ້າ​ໃຈ, ການ​ໃຫ້​ອະ​ໄພ​ດ້ວຍ​ໃຈ​ຈິງ. ໃນ​ຄວາມ​ສຳ​ພັນ​ທັງ​ໝົດ​ຂອງ​ເຮົາ, ການ​ກະ​ທຳ​ທີ່​ກ່າວ​ມາ​ນັ້ນ ພ້ອມ​ທັງ​ການ​ກະ​ທຳ​ອື່ນໆ ຈະ​ເປັນ​ຫລັກ​ຖານ​ເຖິງ​ຄວາມ​ຮັກ​ທີ່​ມີ​ຢູ່​ໃນ​ໃຈ​ຂອງ​ເຮົາ.

ປະທານ​ກໍດອນ ບີ ຮິງລີ (1910–2008) ໄດ້​ສັງ​ເກດ​ວ່າ: “ຄວາມ​ຮັກ … ເປັນ​ໄຫ​ຊັບ​ທີ່​ຢູ່​ສົ້ນ​ຂອງ​ຮຸ້ງ​ກິນ​ນ້ຳ. ແຕ່​ມັນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ສົ້ນ​ຂອງ​ຮຸ້ງ​ກິນ​ນ້ຳ. ຄວາມ​ຮັກ​ກໍ​ມີ​ຢູ່​ໃນ​ບ່ອນ​ເລີ່ມ​ຕົ້ນ​ຄື​ກັນ, ແລະ ຈາກ​ບ່ອນ​ນັ້ນ ມັນ​ໄດ້​ນຳ​ຄວາມ​ສວຍ​ງາມ​ທີ່​ເປັນ​ວົງ​ໂຄ້ງ​ໃຫຍ່​ປະ​ກົດ​ຢູ່​ໃນ​ທ້ອງ​ຟ້າ ຫລັງ​ຈາກ​ລົມ​ຝົນ. ຄວາມ​ຮັກ​ເປັນ​ສິ່ງ​ປ້ອງ​ກັນ ຊຶ່ງ​ເດັກ​ນ້ອຍ​ຮ້ອງ​ໄຫ້​ຫາ, ຊຶ່ງ​ຊາວ​ໜຸ່ມ​ສະ​ແຫວງ​ຫາ, ເປັນ​ກາວ​ຕິດ​ການ​ແຕ່ງ​ງານ, ແລະ ເປັນ​ນ້ຳ​ມັນ​ຂັດ​ຖູ​ບ້ານ​ເຮືອນ​ບໍ່​ໃຫ້​ເສົ້າ​ໝອງ; ມັນ​ເປັນ​ຄວາມ​ສະຫງົບ​ຂອງ​ຄົນ​ໄວ​ຊະ​ລາ, ເປັນ​ຄວາມ​ສະ​ຫວ່າງ​ຂອງ​ຄວາມ​ຫວັງ ສ່ອງ​ຜ່ານ​ຄວາມ​ຕາຍ. ຜູ້​ທີ່​ຊື່ນ​ຊົມ​ກັບ​ຄວາມ​ຮັກ ໃນ​ຄວາມ​ສຳ​ພັນ​ຂອງ​ເຂົາ​ເຈົ້າ​ນຳ​ຄອບ​ຄົວ, ໝູ່​ເພື່ອນ, ສາດ​ສະ​ໜາ​ຈັກ, ແລະ ເພື່ອນ​ບ້ານ​ຂອງ​ຕົນ ຈະ​ມີ​ຄວາມ​ສຸກ​ຫລາຍ​ພຽງ​ໃດ​ນໍ.”2

ຄວາມ​ຮັກ​ເປັນ​ແກ່ນ​ສານ​ຂອງ​ພຣະ​ກິດ​ຕິ​ຄຸນ, ເປັນ​ຄຸນ​ສົມ​ບັດ​ທີ່​ປະ​ເສີດ​ທີ່​ສຸດ​ຂອງ​ຈິດ​ວິນ​ຍານ​ຂອງ​ມະ​ນຸດ. ຄວາມ​ຮັກ​ເປັນ​ຫວ້ານ​ຢາ​ສຳ​ລັບ​ຄອບ​ຄົວ​ທີ່​ປ່ວຍ​ໂຊ, ຊຸມ​ຊົນ​ທີ່​ປ່ວຍ​ໂຊ, ແລະ ປະ​ຊາ​ຊາດ​ທີ່​ປ່ວຍ​ໂຊ. ຄວາມ​ຮັກ​ຄື​ຮອຍ​ຍິ້ມ, ການ​ທັກ​ທາຍ, ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ດີ, ແລະ ຄຳ​ຍ້ອງ​ຍໍ. ຄວາມ​ຮັກ​ຄື​ການ​ເສຍ​ສະ​ລະ, ການ​ຮັບ​ໃຊ້, ແລະ ຄວາມ​ບໍ່​ເຫັນ​ແກ່​ຕົວ.

ສາ​ມີ​ທັງ​ຫລາຍ, ຈົ່ງ​ຮັກ​ພັນ​ລະ​ຍາ​ຂອງ​ທ່ານ​ເດີ. ຈົ່ງ​ປະ​ຕິ​ບັດ​ຕໍ່​ເຂົາ​ເຈົ້າ​ດ້ວຍ​ການ​ໃຫ້​ກຽດ ແລະ ການ​ຮູ້​ບຸນ​ຄຸນ. ເອື້ອຍ​ນ້ອງ​ທັງ​ຫລາຍ, ຈົ່ງ​ຮັກ​ສາ​ມີ​ຂອງ​ທ່ານ​ເດີ. ຈົ່ງ​ປະ​ຕິ​ບັດ​ຕໍ່​ເຂົາ​ເຈົ້າ​ດ້ວຍ​ການ​ໃຫ້​ກຽດ ແລະ ການ​ຊຸກ​ຍູ້.

ພໍ່​ແມ່​ທັງ​ຫລາຍ, ຈົ່ງ​ຮັກ​ລູກໆ​ຂອງ​ທ່ານ​ເດີ. ຈົ່ງ​ອະ​ທິ​ຖານ​ເພື່ອ​ພວກ​ເຂົາ, ສອນ​ພວກ​ເຂົາ, ແລະ ເປັນ​ພະ​ຍານ​ຕໍ່​ພວກ​ເຂົາ. ລູກໆ​ທັງ​ຫລາຍ, ຈົ່ງ​ຮັກ​ພໍ່​ແມ່​ຂອງ​ພວກ​ເຈົ້າ​ເດີ. ຈົ່ງ​ປະ​ພຶດ​ຕົນ​ດ້ວຍ​ຄວາມ​ຄາ​ລະ​ວະ, ​ຄວາມກະ​ຕັນ​ຍູ, ແລະ ​ການເຊື່ອ​ຟັງ.

ປາດ​ສະ​ຈາກ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ, ມໍ​ມອນ​ແນະ​ນຳ​ວ່າ, “[ເຮົາ] ບໍ່​ເປັນ​ອັນ​ໃດ​ເລີຍ.”3 ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ມໍ​ມອນ ທີ່​ຈະ​ “ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ໃຈ, ເພື່ອ​ [ເຮົາ]​ ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ນີ້, ຊຶ່ງ​ພຣະ​ອົງ​ປະ​ທານ​ໃຫ້​ທຸກ​ຄົນ​ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ອົງ; ເພື່ອ ​[ເຮົາ] ​ຈະ​ໄດ້​ກາຍ​ມາ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ; ເມື່ອ​ພຣະ​ອົງ​ສະ​ເດັດ​ມາ ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ.”4

ພິມ