​2017
ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ເປັນ​ຫລັກ​ຖານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ
February 2017


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ກຸມພາ 2017

ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ເປັນ​ຫລັກ​ຖານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ.

ຮູບ​ພາບ
ກາ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ສັດທາ, ຄອບຄົວ, ສົງເຄາະ

ການ​ເຂົ້າ​ໃຈ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ເປັນ​ອະ​ມະ​ຕະ ແລະ ສາ​ມາດ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ອັນ​ເປັນ​ນິດ ແລະ ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້ ຂອງ​ພຣະ​ເຈົ້າ ທີ່​ມີ​ຕໍ່​ເຮົາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ກໍ​ຮັກ​ເຮົາ​ຄື​ກັນ.

“ຜູ້​ໃດ​ຈະ​ແຍກ​ຄວາມ​ຮັກ​ຂອງ​ເຮົາ​ຈາກ​ພຣະ​ຄຣິດ​ໄດ້? …

“ເພາະ​ເຮົາ​ເຊື່ອ​ແນ່​ວ່າ ບໍ່​ມີ​ສິ່ງ​ໃດ​ແຍກ​ພວກ​ເຮົາ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ອົງ​ໄດ້, ຄວາມ​ຕາຍ​ຫລື​ຊີ​ວິດ​ກໍ​ດີ, ທູດ ຫລື ຜູ້​ປົກ​ຄອງ​ກໍ​ດີ, ຫລື ບັນ​ດາ​ອຳ​ນາດ​ຢູ່​ເທິງ​ຊັ້ນ​ຟ້າ​ສະ​ຫວັນ​ກໍ​ດີ, ສິ່ງ​ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ ຫລື ສິ່ງ​ທີ່​ຈະ​ມີ​ມາ ໃນ​ອະ​ນາ​ຄົດ​ກໍ​ດີ, ຫລື ລິດ​ເດດ​ທັງ​ຫລາຍ,

“ຄວາມ​ສູງ ຫລື ຄວາມ​ເລິກ​ກໍ​ດີ, ຫລື ສິ່ງ​ອື່ນ​ໃດ ທີ່​ໄດ້​ຖືກ​ສ້າງ​ແລ້ວ​ກໍ​ດີ, ຈະ​ບໍ່​ສາ​ມາດ​ແຍກ​ພວກ​ເຮົາ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ມີ​ຢູ່​ໃນ​ພຣະ​ເຢ​ຊູ​ຄຣິດ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ” (ໂຣມ 8:35, 38–39).

ແອວເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ວ່າ: “ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ເຄັດ​ເຊ​ມາ​ເນ ແລະ ການ​ຮັບ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ​ຢູ່​ເທິງ​ໄມ້​ກາງ​ແຂນ ໄດ້​ໄຖ່​ເຮົາ​ຈາກ​ບາບ ໂດຍ​ການ​ສະ​ໜອງ​ຄວາມ​ຍຸດ​ຕິ​ທຳ ທີ່​ຮຽກ​ຮ້ອງ​ຈາກ​ເຮົາ. ພຣະ​ອົງ​ໄດ້​ປະ​ທານ​ຄວາມ​ເມດ​ຕາ ແລະ ການ​ອະ​ໄພ​ໃຫ້​ແກ່​ຜູ້​ທີ່​ກັບ​ໃຈ. ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ກໍ​ຍັງ​ສະ​ໜອງ​ຄວາມ​ຍຸດ​ຕິ​ທຳ ທີ່​ເຮົາ​ເປັນ​ໜີ້​ນຳ​ອີກ ໂດຍ​ການ​ປິ່ນ​ປົວ ແລະ ຊົດ​ໃຊ້​ແທນ​ເຮົາ ສຳ​ລັບ​ຄວາມ​ທຸກ​ທໍ​ລະ​ມານ​ໃດໆ​ກໍ​ຕາມ ທີ່​ເຮົາ​ຕ້ອງ​ອົດ​ທົນ​ຕໍ່ ໂດຍ​ທີ່​ບໍ່​ມີ​ຄວາມ​ຜິດ. ‘ເພາະ​ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ທົນ​ຮັບ​ຄວາມ​ເຈັບ​ປວດ​ຂອງ​ມະ​ນຸດ​ທັງ​ປວງ, ແທ້​ຈິງ​ແລ້ວ, ຄວາມ​ເຈັບ​ປວດ​ຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ທີ່​ຖືກ​ສ້າງ​ຂຶ້ນ​ທຸກ​ຢ່າງ ທັງ​ຊາຍ​ຍິງ ແລະ ເດັກ​ນ້ອຍ​ທີ່​ເປັນ​ຄອບ​ຄົວ​ຂອງ​ອາ​ດາມ’ (2 ນີ​ໄຟ 9:21; ເບິ່ງ ແອວ​ມາ 7:11–12) ນຳ​ອີກ.”1

ພຣະ​ຄຣິດ “ໄດ້​ຈາ​ລຶກ​ [ເຮົາ] ໄວ້​ໃນ​ພຣະ​ຫັດ​ຂອງ [ພຣະ​ອົງ]” (ເອ​ຊາ​ຢາ 49:16). ລິນ​ດາ ເຄ ເບີ​ຕັນ, ປະທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ກ່າວ​ວ່າ, “ການ​ກະ​ທຳ​ທີ່​ສູງ​ສຸດ​ເຖິງ​ຄວາມ​ຮັກ ທີ່​ເຮັດ​ໃຫ້​ເຮົາ​ຕ້ອງ​ຄຸ​ເຂົ່າ​ລົງ​ອະ​ທິ​ຖານ​ດ້ວຍ​ຄວາມ​ຖ່ອມ​ຕົວ ເພື່ອ​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ສຳ​ລັບ​ການ​ຮັກ​ເຮົາ​ຫລາຍ​ພໍ ຈົນ​ວ່າ​ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ທີ່​ດີ​ພ້ອມ​ທຸກ​ຢ່າງຂອງ​ພຣະ​ອົງ ມາ​ຮັບ​ທຸກ​ທໍ​ລະ​ມານ​ແທນ​ຄວາມ​ຜິດ​ບາບ​ຂອງ​ເຮົາ, ​ຄວາມ​ເຈັບ​ປວດ​ໃຈ​ຂອງ​ເຮົາ, ແລະ ທຸກ​ສິ່ງ​ທີ່​ເບິ່ງ​ຄື​ວ່າ ບໍ່​ຍຸດ​ຕິ​ທຳ​ໃນ​ຊີ​ວິດ​ຂອງ​ເຮົາ​ແຕ່​ລະ​ຄົນ.”2

ຂໍ້​ພຣະ​ຄຳ​ພີ ແລະ ຂໍ້​ມູນ​ເພີ່ມ​ເຕີມ

ໂຢ​ຮັນ 3:16; 2 ນີ​ໄຟ 2:6–7, 9; reliefsociety.lds.org

ແຫລ່ງ​ອ້າງ​ອີງ

  1. D. Todd Christofferson, “Redemption,” Liahona, May 2013, 110.

  2. ລິນ​ດາ ເຄ ເບີຕັນ, “ສັດ​ທາ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ເຮົາ​ບໍ?” Liahona, Nov. 2012, 114.

ພິມ