​2017
ຂ້າ​ນ້ອຍ​ໄດ້​ຕັດ​ສິນ​ໃຈ​ແລ້ວ
March 2017


ຊາວ​ໜຸ່ມ

ຂ້າ​ນ້ອຍ​ໄດ້​ຕັດ​ສິນ​ໃຈ​ແລ້ວ

ຜູ້​ຂຽນ​ອາໄສ​ຢູ່​ລັດ​ຢູ​ທາ, ສະຫະລັດ​ອາ​ເມ​ຣິ​ກາ.

ຄັ້ງ​ໜຶ່ງ ຂ້າ​ນ້ອຍ​ໄດ້​ຮັບ​ບົດ​ຮຽນ​ທີ່​ມີ​ຄ່າ ຢູ່​ໃນ​ຫ້ອງ​ຮຽນ​ກຸ່ມ​ຍິງ​ໜຸ່ມ ກ່ຽວ​ກັບ​ຄວາມ​ບໍ​ລິ​ສຸດ​ທາງ​ເພດ—ເປັນ​ຫົວ​ຂໍ້​ທີ່​ເຮັດ​ໃຫ້​ຊາວ​ໜຸ່ມ​ຫລາຍ​ຄົນ ນັ່ງ​ກະ​ດຸກ​ກະ​ດິກ​ບໍ່​ສະ​ບາຍ​ໃຈ ຢູ່​ຕັ່ງ​ຂອງ​ຕົນ. ຂ້າ​ນ້ອຍ​ບໍ່​ຈື່​ທຸກ​ສິ່ງ ທີ່​ຂ້າ​ນ້ອຍ​ໄດ້​ຮຽນ​ໃນ​ມື້ນັ້ນ, ແຕ່​ຂ້າ​ນ້ອຍ​ຈື່​ວ່າ ຄູ​ສອນ​ຂອງ​ຂ້າ​ນ້ອຍ​ໄດ້​ກ່າວ​ກ່ຽວ​ກັບ​ມາດ​ຕະ​ຖານ​ສ່ວນ​ຕົວ​ຢ່າງ​ໜຶ່ງ​ຂອງ​ເພິ່ນ—​ທີ່​ຈະ​ບໍ​ລິ​ສຸດ​ທາງ​ເພດ​ສະ​ເໝີ. ຖ້ອຍ​ຄຳ​ຂອງ​ເພິ່ນ​ໄດ້​ຝັງ​ຢູ່​ໃນ​ໃຈ​ຂອງ​ຂ້າ​ນ້ອຍ, ແລ້ວ​ຂ້າ​ນ້ອຍ​ໄດ້​ຕັດ​ສິນ​ໃຈ ຮັບ​ເອົາ​ມາດ​ຕະ​ຖານ​ຂໍ້​ນີ້ ມາ​ຮ່ວມ​ໃສ່​ກັບ​ຄວາມ​ເຊື່ອ​ຖື​ສ່ວນ​ຕົວ​ຂອງ​ຂ້າ​ນ້ອຍ.

ມື້​ໜຶ່ງ ໃນ​ຂະ​ນະ​ທີ່​ຂ້າ​ນ້ອຍ​ຂີ່​ລົດ​ເມ​ກັບ​ເມືອ​ບ້ານ ຈາກ​ການ​ຫລິ້ນ​ກິ​ລາ, ບາງ​ຄົນ​ຢູ່​ໃນ​ລົດ​ເມ ໄດ້​ເລີ່ມ​ຕົ້ນ​ຫລິ້ນ​ເກມ ບອກ​ຄວາມ​ຈິງ ຫລື ທ້າ​ໃຫ້​ເຮັດ. ໂດຍ​ທີ່​ບໍ່​ມີ​ຫຍັງ​ເຮັດ, ​ໝູ່​ຫລາຍ​ຄົນ​ກັບ​ຂ້າ​ນ້ອຍ ໄດ້​ເຂົ້າ​ຫລິ້ນ. ເມື່ອ​ມັນ​ເຖິງ​ທີ​ຂອງ​ຂ້າ​ນ້ອຍ, ຂ້າ​ນ້ອຍ​ໄດ້​ຖືກ​ທ້າ​ໃຫ້​ເຮັດ​ບາງ​ສິ່ງ​ທີ່​ຂ້າ​ນ້ອຍ​ຮູ້​ວ່າ ເປັນ​ສິ່ງ​ທີ່​ບໍ່​ຄວນ​ເຮັດ. ມັນ​ອາດ​ເປັນ​ສິ່ງ​ຍາກ​ທີ່​ຈະ​ຕັດ​ສິນ​ໃຈ​ສຳ​ລັບ​ຂ້າ​ນ້ອຍ, ແຕ່​ຖ້ອຍ​ຄຳ​ຂອງ​ຄູ​ສອນ​ໃນ​ຫ້ອງ​ຮຽນ​ຂອງ​ກຸ່ມ​ຍິງ​ໜຸ່ມ ໄດ້​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ຂ້າ​ນ້ອຍ, ແລະ ການ​ເລືອກ​ນັ້ນ ກໍ​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ເຮັດ. ຂ້າ​ນ້ອຍ​ໄດ້​ບອກ​ປະ​ຕິ​ເສດ​ທັນ​ທີ. ຂ້າ​ນ້ອຍ​ໄດ້​ຕັດ​ສິນ​ໃຈ​ແລ້ວ ວ່າ​ຂ້າ​ນ້ອຍ​ຈະ​ເຮັດ​ແນວ​ໃດ ເມື່ອ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ແບບ​ນັ້ນ.

ຂ້າ​ນ້ອຍ​ຮູ້​ວ່າ ເມື່ອ​ເຮົາ​ໄປ​ໂບດ ແລະ ຮັບ​ເອົາ​ສິ່ງ​ທີ່​ເຮົາ​ໄດ້​ຖືກ​ສິດ​ສອນ​ຢູ່​ທີ່​ໂບດ, ແລ້ວ​ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ພະ​ລັງ​ທາງ​ວິນ​ຍານ​ອັນ​ຍິ່ງ​ໃຫຍ່ ແລະ ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ການ​ລໍ້​ລວງ​ຂອງ​ໂລກ.

ພິມ