​2017
ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ
March 2017


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ມິນາ 2017

ມີ​ອາ​ວຸດ​ຄື ຄວາມ​ຊອບ​ທຳ

ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ໂລກ​ນີ້, ປະທານ​ທອມ​ມັສ ແອັສ ມອນສັນ ໄດ້​ສອນ​ວ່າ, “ທຸກວັນ​ນີ້, ເຮົາ​ໄດ້​ຕັ້ງ​ຄ້າຍ ເພື່ອ​ຕໍ່​ສູ້​ກັບ​ຂະ​ບວນ​ການ​ຂອງ​ຄວາມ​ຜິດ​ບາບ, ຄວາມ​ເສື່ອມ​ຊາມ, ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ທີ່​ສຸດ ທີ່​ເຄີຍ​ເຕົ້າ​ໂຮມ​ຕົວ​ເຂົ້າ​ກັນ​ຢູ່​ຕໍ່​ໜ້າ​ເຮົາ.”1

ທ່ານ​ແປກ​ໃຈ​ບໍ ກັບ​ຖ້ອຍ​ຄຳ​ທີ່​ປະທານ​ມອນສັນ​ໄດ້​ກ່າວ ເມື່ອ 50 ປີ​ກ່ອນ? ຖ້າ​ຫາກ​ເຮົາ​ໄດ້​ຕັ້ງ​ຄ້າຍ​ເພື່ອ​ຕໍ່​ສູ້​ກັບ​ຂະ​ບວນ​ການ​ຂອງ​ຄວາມ​ຊົ່ວ​ຮ້າຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ໃນ​ເວ​ລາ​ນັ້ນ, ແລ້ວ​ຈະ​ມີ​ຄວາມ​ຊົ່ວ​ຮ້າຍ​ຫລາຍ​ພຽງ​ໃດ ທີ່​ຂູ່​ເຂັນ​ເຮົາ​ໃນ​ທຸກ​ວັນ​ນີ້? ດ້ວຍ​ເຫດ​ຜົນ​ທີ່​ດີ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ກ່ຽວ​ກັບ​ຍຸກ​ສະ​ໄໝ​ຂອງ​ເຮົາ​ວ່າ, ສັດ​ຕູ​ໄດ້​ເຕົ້າ​ໂຮມ​ຕົວ​ເຂົ້າ​ກັນ (ເບິ່ງ D&C 38:12).

ສົງ​ຄາມ​ທີ່ “ເຮົາ​ເຂົ້າ​ຮ່ວມ”2 ໄດ້​ເລີ່ມ​ຕົ້ນ​ກ່ອນ​ເຮົາ​ມາ​ເກີດ​ຢູ່​ໃນ​ໂລກ​ນີ້. ມັນ​ໄດ້​ເລີ່ມ​ຕົ້ນ​ແມ່ນ​ແຕ່​ກ່ອນ​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ. ມັນ​ໄດ້​ເລີ່ມ​ຕົ້ນ​ເມື່ອ​ຫລາຍ​ພັນ​ປີ​ກ່ອນ ຢູ່​ໃນ​ໂລກ​ກ່ອນ​ເກີດ, ບ່ອນ​ທີ່​ຊາ​ຕານ​ໄດ້​ກະ​ບົດ ແລະ ໄດ້​ພະ​ຍາ​ຍາມ​ທຳ​ລາຍ​ອຳ​ເພີ​ໃຈ​ຂອງ​ມະ​ນຸດ (ເບິ່ງ Moses 4:3).

ຊາ​ຕານ​ໄດ້​ເສຍ​ໄຊ​ໃນ​ການ​ຕໍ່​ສູ້​ນັ້ນ​ ແລະ “ໄດ້​ຖືກ​ຊັດ​ຖິ້ມ​ລົງ​ເທິງ​ແຜ່ນ​ດິນ​ໂລກ” (ພຣະ​ນິ​ມິດ 12:9), ບ່ອນ​ທີ່​ມັນ​ຈະ​ສືບ​ຕໍ່​ເຮັດ​ສົງ​ຄາມ​ຂອງ​ມັນ ໃນ​ທຸກ​ວັນ​ນີ້. ຢູ່​ໃນ​ໂລກ​ນີ້ ມັນ​ຈຶ່ງ​ເຮັດ​ສົງ​ຄາມ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ແລະ ອ້ອມ​ພວກ​ເຂົາ​ໄວ້​ທຸກ​ດ້ານ (ເບິ່ງ D&C 76:29) ດ້ວຍ​ຄວາມ​ຕົວະ, ຄວາມ​ຫລອກ​ລວງ, ແລະ ການ​ລໍ້​ລວງ.

ມັນ​ຕໍ່​ຕ້ານ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ. ມັນ​ຕໍ່​ຕ້ານ​ກົດ​ພົມ​ມະ​ຈັນ ແລະ ຄວາມ​ສັກ​ສິດ​ຂອງ​ການ​ແຕ່ງ​ງານ. ມັນ​ຕໍ່​ຕ້ານ​ຄອບ​ຄົວ ແລະ ພຣະ​ວິ​ຫານ. ມັນ​ເຮັດ​ສົງ​ຄາມ​ຕໍ່​ຕ້ານ​ຄວາມ​ດີ, ຄວາມ​ບໍ​ລິ​ສຸດ, ແລະ ຄວາມ​ສັກ​ສິດ.

ເຮົາ​ຈະ​ຕໍ່​ສູ້​ສັດ​ຕູ​ເຊັ່ນ​ນັ້ນ​ໄດ້​ແນວ​ໃດ? ເຮົາ​ຈະ​ຕໍ່​ສູ້​ຕ້ານ​ທານ​ຄວາມ​ຊົ່ວ​ຮ້າຍ ທີ່​ປະ​ກົດ​ວ່າ ປົກ​ຄຸມ​ໂລກ​ຂອງ​ເຮົາ​ຢູ່​ໄດ້​ແນວ​ໃດ? ຍຸດ​ທະ​ພັນ​ຂອງ​ເຮົາ​ຄື​ຫຍັງ? ໃຜ​ຄື​ພັນ​ທະ​ມິດ​ຂອງ​ເຮົາ?

ອຳ​ນາດ​ຂອງ​ພຣະ​ເມ​ສາ​ນ້ອຍ

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສອນວ່າ ຊາ​ຕານ ມີ​ອຳ​ນາດ​ເໜືອ​ເຮົາ ພຽງ​ແຕ່​ເມື່ອ​ເຮົາ​ຍອມ​ຕໍ່​ມັນ​ເທົ່າ​ນັ້ນ.3

ໃນ​ການ​ເຫັນ​ວັນ​ເວ​ລາ​ຂອງ​ເຮົາ, ນີ​ໄຟ “ໄດ້​ເຫັນ​ອຳນາດ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ ລົງ​ມາ​ເທິງ​ໄພ່​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມ​ສາ​ນ້ອຍ, ແລະ ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຊຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ; ແລະ ພວກ​ເຂົາ​ມີ​ອາວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ​ອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະໝີ​ພາບ​ອັນ​ຍິ່ງ​ໃຫຍ່” (1 ນີ​ໄຟ 14:14; ເນັ້ນ​ຄຳ​ເນີ້ງ).

ເຮົາ​ຈະ​ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ແລະ ອຳ​ນາດ​ໄດ້​ແນວ​ໃດ? ເຮົາ​ຮັກ​ສາ​ວັນ​ຊະ​ບາ​ໂຕ​ໃຫ້​ສັກ​ສິດ ແລະ ໃຫ້​ກຽດ​ແກ່​ຖາ​ນະ​ປະ​ໂລ​ຫິດ. ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ, ເຮັດ​ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ​ຂອງ​ເຮົາ, ແລະ ໄປ​ພຣະ​ວິ​ຫານ. ເຮົາ​ພະ​ຍາ​ຍາມ​ສະ​ເໝີ​ທີ່​ຈະ​ກັບ​ໃຈ ແລະ ອ້ອນວອນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ​ທີ່​ຈະ “ໃຊ້​ໂລ​ຫິດ​ທີ່​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ເພື່ອ​ພວກ​ຂ້າ​ນ້ອຍ​ຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ພວກ​ຂ້າ​ນ້ອຍ” (ໂມ​ໄຊ​ຢາ 4:2). ເຮົາ​ອະ​ທິ​ຖານ ແລະ ຮັບ​ໃຊ້ ແລະ ເປັນ​ພະ​ຍານ ແລະ ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄ​ຣິດ.

ເຮົາ​ກໍ​ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ແລະ ອຳ​ນາດ​ນຳ​ອີກ ເມື່ອ​ເຮົາ​ສະ​ສົມ​ຖ້ອຍ​ຄຳ​ແຫ່ງ​ຊີ​ວິດ​ໄວ້​ໃນ​ຈິດ​ໃຈ​ຂອງ​ເຮົາ​ເລື້ອຍ​ໄປ (ເບິ່ງ D&C 84:85). ເຮົາ​ສະ​ສົມ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ ໂດຍ​ການ​ສຶກ​ສາ​ພຣະ​ຄຳ​ພີ​ທີ່​ສັກ​ສິດ ແລະ ຖ້ອຍ​ຄຳ​ຂອງ​ຜູ້​ຮັບ​ໃຊ້​ທີ່​ຖືກ​ເລືອກ​ໄວ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ທີ່​ຈະ​ບອກ​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ຄວາມ​ຄິດ, ແລະ ສຸ​ລະ​ສຽງ​ຂອງ​ພຣະ​ອົງ (ເບິ່ງ D&C 68:4) ໃນ​ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ໃນ​ເດືອນ​ໜ້າ​ນີ້.

ໃນ​ການ​ສູ້​ຮົບ​ຕໍ່​ຕ້ານ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຮົາ​ນັ້ນ, ເຮົາ​ຕ້ອງ​ຈື່​ຈຳ​ສະ​ເໝີ​ວ່າ ເຮົາ​ມີ​ກຳ​ລັງ​ຊ່ວຍ​ເຫລືອ ທັງ​ຢູ່​ໃນ​ໂລກ​ນີ້ ແລະ ຈາກ​ສະ​ຫວັນ. ພັນ​ທະ​ມິດ​ຂອງ​ເຮົາ​ແມ່ນ​ຮ່ວມ​ດ້ວຍ ພຣະ​ເຈົ້າ ພຣະ​ບິ​ດາ​ນິລັນດອນ, ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພັນ​ທະ​ມິດ​ຂອງ​ເຮົາ ກໍ​ຍັງ​ຮ່ວມ​ດ້ວຍ​ກອງ​ທັບ​ຂອງ​ສະ​ຫວັນ​ທີ່​ຕາ​ຫລຽວ​ບໍ່​ເຫັນ​ນຳ​ອີກ. “ບໍ່​ຕ້ອງ​ຢ້ານ,” ເອ​ລີ​ຊາ ໄດ້​ບອກ​ຊາຍ​ໜຸ່ມ​ທີ່​ຢ້ານ​ກົວ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ກອງ​ທັບ​ແຫ່ງ​ຄວາມ​ຊົ່ວ​ຮ້າຍວ່າ, “​ຝ່າຍ​ຂອງ​ພວກ​ເຮົາ ມີ​ຫລາຍ​ກວ່າ​ຝ່າຍ​ຂອງ​ພວກ​ເຂົາ” (ເບິ່ງ 2 ກະ​ສັດ 6:15 16).

ເຮົາບໍ່ຕ້ອງຢ້ານ. ພຣະ​ເຈົ້າ​ຮັກ​ໄພ່​ພົນ​ຂອງ​ພຣະ​ອົງ. ພຣະ​ອົງ​ຈະ​ບໍ່​ມີ​ວັນ​ປະ​ຖິ້ມ​ເຮົາ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ໃນ​ການ​ຕອບ​ຄຳ​ອະ​ທິ​ຖານ, ພຣະ​ເຈົ້າ​ໄດ້​ຕອບ​ຄຳ​ອ້ອນ​ວອນ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ປົດ​ປ່ອຍ​ຂ້າ​ພະ​ເຈົ້າ​ຈາກ​ຄວາມ​ຊົ່ວ​ຮ້າຍ​ນັ້ນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ, ແລະ ພຣະ​ວິນ​ຍານບໍ​ລິ​ສຸດ, ເຮົາ​ສາ​ມາດ​ແນ່​ໃຈ​ໄດ້​ວ່າ ເຮົາ​ຈະ​ໄດ້​ຮັບ​ພະ​ລັງ​ທີ່​ເກີນ​ກວ່າ​ເຮົາ​ຕ້ອງ​ການ ເພື່ອ​ຕ້ານ​ທານ​ກັບ​ພະ​ລັງ​ຂອງ​ຄວາມ​ຊົ່ວ​ຮ້າຍ ທີ່​ເຮົາ​ປະ​ເຊີນ.

ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ໝັ້ນ​ໃຈ​ໄດ້ ໃນ​ໄຊ​ຊະ​ນະ​ທີ່​ສູງ​ສຸດ.

ແຫລ່ງ​ອ້າງ​ອີງ

  1. Thomas S. Monson,Correlation Brings Blessings,Relief Society Magazine, Apr. 1967, 247.

  2. We Are All Enlisted,” Hymns, no. 250.

  3. ເບິ່ງ Teachings of Presidents of the Church: Joseph Smith (2007), 214.

ພິມ