​2017
ອຳ​ນາດ​ທີ່​ມີ​ລິດ​ທາ​ນຸ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ
March 2017


ຂ່າວ​ສານ​ການ​ຢ້ຽມ​ສອນ ເດືອນ​ມິນາ 2017

ອຳ​ນາດ​ທີ່​ມີ​ລິດ​ທາ​ນຸ​ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຊ່ວຍ​ຕຽມ​ທິ​ດາ​ຂອງ​ພຣະ​ເຈົ້າ ສຳ​ລັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ແນວ​ໃດ?

ຮູບ​ພາບ
Relief Society seal

ສັດທາ, ຄອບຄົວ, ສົງເຄາະ

“ເຮົາ​ສາ​ມາດ​ສູ້​ກັບ​ທຸກ​ສິ່ງ​ໄດ້ ຜ່ານ​ທາງ​ພຣະ​ຄຣິດ ທີ່​ຊູ​ກຳ​ລັງ​ເຮົາ” (ຟີ​ລິບ​ປອຍ 4:13). “ເຖິງ​ແມ່ນ​ເຮົາ​ທຸກ​ຄົນ​ມີ​ຄວາມ​ອ່ອນ​ແອ, ແຕ່​ເຮົາ​ກໍ​ສາ​ມາດ​ເອົາ​ຊະ​ນະ​ມັນ​ໄດ້,” ປະທານ​ດີເດີ ແອັຟ ອຸກດອບ, ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ​ໄດ້​ກ່າວ. “ແນ່​ນອນ​ວ່າ ມັນ​ເປັນ​ເພາະ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ທີ່​ຖ້າ​ຫາກ​ເຮົາ​ຖ່ອມ​ຕົວ​ລົງ ແລະ ມີ​ສັດ​ທາ, ຄວາມ​ອ່ອນ​ແອ​ນັ້ນ ຈະ​ກັບ​ກາຍ​ເຂັ້ມ​ແຂງ​ຂຶ້ນ.”1

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ໃນ​ພຣະ​ຄຳ​ພີ Doctrine and Covenants ກ່າວວ່າ, ພຣະ​ອົງ​ຈະ​ເດີນ​ອອກ​ໜ້າ​ເຮົາ. ພຣະ​ອົງ​ຈະ​ຢູ່​ທາງ​ຂວາ​ມື​ເຮົາ ແລະ ທາງ​ຊ້າຍ​ມື​ເຮົາ, ແລະ ວິນ​ຍານ​ຂອງ​ພຣະ​ອົງ​ຈະ​ຢູ່​ໃນ​ໃຈ​ຂອງ​ເຮົາ, ແລະ ທູດ​ຂອງ​ພຣະ​ອົງ​ຈະ​ອ້ອມ​ຮອບ​ເຮົາ​ໄວ້, ເພື່ອ​ຄ້ຳ​ຊູ​ເຮົາ (ເບິ່ງ D&C 84:88).

“ນີ​ໄຟ​ເປັນ​ຕົວ​ຢ່າງ​ຂອງ​ຜູ້​ທີ່​ຮູ້, ເຂົ້າ​ໃຈ, ແລະ ເພິ່ງ​ອຳ​ນາດ​ທີ່​ມີ​ລິດ​ທາ​ນຸ​ພາບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ,” ແອວເດີ ເດວິດ ເອ ແບ໊ດນາ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ກ່າວ. “ພວກ​ອ້າຍ​ຂອງ​ນີ​ໄຟ ໄດ້​ມັດ​ເພິ່ນ​ດ້ວຍ​ເຊືອກ ແລະ ໄດ້​ວາງ​ແຜນ​ທຳ​ຮ້າຍ​ເພິ່ນ. ໃຫ້​ສັງ​ເກດ​ເບິ່ງ​ຄຳ​ອະ​ທິ​ຖານ​ຂອງ​ນີ​ໄຟ ທີ່​ວ່າ: ‘ໂອ້ ພຣະ​ອົງ​ເຈົ້າ​ເອີຍ, ຕາມ​ສັດ​ທາ​ຂອງ​ຂ້າ​ນ້ອຍ​ທີ່​ມີ​ຢູ່​ໃນ​ພຣະ​ອົງ, ຂໍ​ພຣະ​ອົງ​ຈົ່ງ​ປົດ​ປ່ອຍ​ຂ້າ​ນ້ອຍ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເທີ້ນ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ ປະ​ທານ​ກຳ​ລັງ​ໃຫ້​ຂ້າ​ນ້ອຍ​ເພື່ອ​ຈະ​ເຮັດ​ໃຫ້​ເຊືອກ ທີ່​ຜູກ​ຂ້າ​ນ້ອຍ​ຂາດ​ອອກ’ (1 ນີ​ໄຟ 7:17; ເນັ້ນ​ຄຳ​ເນີ້ງ).

“… ນີ​ໄຟ​ບໍ່​ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ສະ​ຖາ​ນະ​ການ​ຂອງ​ເພິ່ນ​ປ່ຽນ​ໄປ. ແຕ່​ເພິ່ນ​ໄດ້​ອະ​ທິ​ຖານ​ທູນ​ຂໍ​ຄວາມ​ເຂັ້ມ​ແຂງ ເພື່ອ​ຈະ​ປ່ຽນ​ສະ​ຖາ​ນະ​ການ​ຂອງ​ເພິ່ນ. ແລະ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ເພິ່ນ​ໄດ້​ອະ​ທິ​ຖານ​ໃນ​ວິ​ທີ​ນີ້​ແທ້ໆ ເພາະ​ເພິ່ນ​ໄດ້​ຮູ້, ໄດ້​ເຂົ້າ​ໃຈ, ແລະ ໄດ້ເຄີຍ​ປະ​ສົບ​ກັບ​ອຳ​ນາດ​ທີ່​ມີ​ລິດ​ທາ​ນຸ​ພາບ​ແຫ່ງ​ການ​ຊົດ​ໃຊ້​ມາ​ກ່ອນ.

“ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ເຊືອກ​ທີ່​ນີ​ໄຟ​ໄດ້​ຖືກ​ມັດ ໄດ້​ຫລຸດ​ອອກ​ຈາກ​ມື ແລະ ຂໍ້​ມື​ຂອງ​ເພິ່ນ ຢ່າງ​ປະ​ຕິ​ຫານ. ແຕ່​ຂ້າ​ພະ​ເຈົ້າ​ສົງ​ໄສ​ວ່າ ເພິ່ນ​ໄດ້​ຮັບ​ພອນ ດ້ວຍ​ກຳ​ລັງ​ຕໍ່​ຕ້ານ ແລະ ກຳ​ລັງ​ສ່ວນ​ຕົວ ເກີນ​ກຳ​ລັງ​ຂອງ​ຕົນ​ເອງ, ຈົນ​ວ່າ​ເພິ່ນ ‘ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ’ (ໂມ​ໄຊ​ຢາ 9:17) ໄດ້​ພະ​ຍາ​ຍາມ ແລະ ໄດ້​ບິດ ແລະ ໄດ້ດຶງເຊືອກ, ແລະ ໃນ​ທີ່​ສຸດ ແລະ ແທ້ໆ​ແລ້ວ ໄດ້​ສາ​ມາດ​ເຮັດ​ໃຫ້​ເຊືອກ​ຂາດ​ອອກ.”2

ຂໍ້​ພຣະ​ຄຳ​ພີ ແລະ ຂໍ້​ມູນ​ເພີ່ມ​ເຕີມ

ເອ​ຊາ​ຢາ 41:10; ອີ​ເທີ 12:27; reliefsociety.lds.org

ແຫລ່ງ​ອ້າງ​ອີງ

  1. Dieter F. Uchtdorf, “The Gift of Grace,Liahona, May 2015, 108.

  2. David A. Bednar,Strength beyond Our Own,New Era, Mar. 2015, 4.

ພິມ