​2017
ສາດ​ສະ​ດາ​ເພື່ອ​ນຳ​ພາ​ເຮົາ
September 2017


ຂ່າວ​ສານ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ, ເດືອນ​ກັນຍາ 2017

ສາດ​ສະ​ດາ​ເພື່ອ​ນຳ​ພາ​ເຮົາ

ເມື່ອ​ສອງ​ສາມ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຢູ່​ຫ້ອງ ໃນ​ພຣະ​ວິ​ຫານ ບ່ອນ​ທີ່​ຝ່າຍ​ປະທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ປະ​ຊຸມ​ກັນ​ອາ​ທິດ​ລະ​ເທື່ອ. ​ຂ້າ​ພະ​ເຈົ້າ​ໄດ້​ຈ້ອງ​ເບິ່ງ​ຝາ ທີ່​ຢູ່​ຕໍ່​ໜ້າ​ຝ່າຍ​ປະ​ທານ​ສູງ​ສຸດ, ແລະ ໄດ້​ສັງ​ເກດ​ເບິ່ງ​ຮູບ​ຂອງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ແຕ່​ລະ​ຄົນ.

ຂ້າ​ພະ​ເຈົ້າ​ໄດ້​ຈ້ອງ​ເບິ່ງ​ພວກ​ເພິ່ນ, ຜູ້​ມາ​ກ່ອນ​ຂ້າ​ພະ​ເຈົ້າ—ຈາກ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ (1805–44) ເຖິງ​ປະທານ ກໍດອນ ບີ ຮິງລີ (1910–2008)—ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ, “ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບການ​ຊີ້​ນຳ​ຂອງ​ພວກ​ເພິ່ນ​ແຕ່​ລະ​ຄົນ.”

ພວກ​ເພິ່ນ​ເປັນ​ຄົນ​ດີ ຜູ້ບໍ່​ເຄີຍ​ຄົດ​ຄ້ຽວ, ບໍ່​ເຄີຍ​ຫວັ່ນ​ໄຫວ, ແລະ ບໍ່​ເຄີຍ​ທໍ້​ຖອຍ. ພວກ​ເພິ່ນ​ເປັນ​ຄົນ​ຂອງ​ພຣະ​ເຈົ້າ. ເມື່ອ​ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ສາດ​ສະ​ດາ​ຂອງ​ສະ​ໄໝ​ໃໝ່ ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ຮູ້ ແລະ ຮັກ, ຂ້າ​ພະ​ເຈົ້າ​ກໍ​ນຶກ​ເຖິງ​ຊີ​ວິດ​ຂອງ​ພວກ​ເພິ່ນ, ຄຸນ​ສົມ​ບັດ​ຂອງ​ພວກ​ເພິ່ນ, ແລະ ຄຳ​ສອນ​ທີ່​ດົນ​ໃຈ​ຂອງ​ພວກ​ເພິ່ນ.

ປະທານຮີເບີ ເຈ ແກຣນ (1856–1945) ໄດ້​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ ຕອນ​ຂ້າ​ພະ​ເຈົ້າ​ເກີດ. ເມື່ອ​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ກ່ຽວ​ກັບ​ຊີ​ວິດ ແລະ ຄຳ​ສອນ​ຂອງ​ເພິ່ນ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ລັກ​ສະ​ນະ​ພິ​ເສດ​ທີ່​ປະ​ທານ​ແກຣນ ມັກ​ເຮັດ​ເປັນ​ຕົວ​ຢ່າງ​ຕະ​ຫລອດ ແມ່ນ​ການ​ບໍ່​ຍອມ​ລົດ​ລະ—ບໍ່​ລົດ​ລະ​ໃນ​ສິ່ງ​ທີ່​ດີ ແລະ ມີ​ກຽດ.

ປະທານ​ໂຈດ ອາເບີດ ສະມິດ (1870–1951) ໄດ້​ເປັນ​ປະທານ​ຂອງ​ສາດ​ສະ​ໜາ​ຈັກ ຕອນ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃຊ້​ເປັນ​ອະ​ທິ​ການ​ຢູ່​ຫວອດ​ຂອງ​ຂ້າ​ພະ​ເຈົ້າ ໃນ​ເມືອງ​ເຊົາ​ເລັກ. ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ ມັນ​ມີ​ສົງ​ຄາມ​ໃຫຍ່​ເກີດ​ຂຶ້ນ​ຢູ່ ລະ​ຫວ່າງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຜູ້​ປໍ​ລະ​ປັກ. ເພິ່ນ​ໄດ້​ສອນ​ວ່າ, “ຖ້າ​ຫາກ​ທ່ານ​ຢູ່​ຝ່າຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ທ່ານ​ຈະ​ຢູ່​ໃຕ້​ອິດ​ທິ​ພົນ​ຂອງ​ພຣະ​ອົງ ແລະ ຈະ​ບໍ່​ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ເຮັດ​ສິ່ງ​ທີ່​ຜິດ.”1

ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້ ເປັນ​ສະ​ມາ​ຊິກ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໃນ​ປີ 1963 ໂດຍ​ປະທານ​ເດວິດ ໂອ ມັກເຄ (1873–1970). ເພິ່ນ​ໄດ້​ສອນ​ເຖິງ​ການ​ຮູ້​ຈັກ​ເຫັນ​ໃຈ​ຄົນ​ອື່ນ ໂດຍ​ວິ​ທີ​ທີ່​ເພິ່ນ​ດຳ​ລົງ​ຊີ​ວິດ. ເພິ່ນ​ໄດ້​ກ່າວ​ວ່າ, “ການ​ເປັນ​ຊາວ​ຄຣິດ​ທີ່​ແທ້​ຈິງ ຄື​ຄວາມ​ຮັກ​ໃນ​ພາກ​ປະ​ຕິ​ບັດ.”2

ປະທານ​ໂຈເຊັບ ຟຽວດິງ ສະມິດ (1876–1972), ຊຶ່ງ​ເປັນ​ນັກ​ຂຽນ​ທີ່​ເກັ່ງ​ກ້າ​ຄົນ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ, ​ມີ​ຫລັກ​ທຳ​ເປັນ​ສິ່ງ​ນຳ​ພາ ໃນ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ ຕະ​ຫລອດ​ຊີ​ວິດ​ຂອງ​ເພິ່ນ. ເພິ່ນ​ໄດ້​ອ່ານ​ພຣະ​ຄຳ​ພີ​ຕະ​ຫລອດ​ເວ​ລາ ແລະ ກໍ​ຄຸ້ນ​ເຄີຍ​ກັບ​ຄຳ​ສິດ​ສອນ ແລະ ຄຳ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ເຫລົ່າ​ນັ້ນ ຫລາຍ​ກວ່າ​ທຸກ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ຮູ້​ຈັກ.

ປະທານ​ແຮໂຣນ ບີ ລີ (1899–1973) ເຄີຍ​ໄດ້​ຮັບ​ໃຊ້​ເປັນ​ປະ​ທານ​ສະ​ເຕກ​ຂອງ​ຂ້າ​ພະ​ເຈົ້າ ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ. ຂໍ້​ອ້າງ​ອີງ​ທີ່​ເພິ່ນ​ມັກ​ກ່າວ​ເຖິງ​ແມ່ນ ໃຫ້​ເຮົາ​ຢືນ​ຢູ່​ໃນ​ບ່ອນ​ສັກ​ສິດ ແລະ ບໍ່​ຫວັ່ນ​ໄຫວ.3 ເພິ່ນ​ໄດ້​ຊຸກ​ຍູ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ ໃຫ້​ຕັ້ງ​ໃຈ​ຟັງ ແລະ ຕອບ​ຮັບ ຕໍ່​ການ​​ກະ​ຊິບ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຫລັກ​ທຳ​ແຫ່ງ​ການ​ນຳ​ພາ​ໃນ​ຊີ​ວິດ​ຂອງ​ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມໂບ (1895–1985) ​ຄື​ການ​ອຸ​ທິດ​ຕົນ. ເພິ່ນ​ໄດ້​ອຸ​ທິດ​ຕົນ​ແທ້ໆ ຢ່າງ​ບໍ່​ມີ​ຂໍ້​ສົງ​ໄສ ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ກໍ​ອຸ​ທິດ​ຕົນ​ຕໍ່​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ນຳ​ອີກ.

ຕອນ​ປະທານ​ເອສະຣາ ແທັບ ເບັນສັນ (1899–1994) ໄດ້​ກາຍ​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ເພິ່ນ​ໄດ້​ເອີ້ນ​ຂ້າ​ພະ​ເຈົ້າ ໃຫ້​ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ທີ​ສອງ​ຂອງ​ເພິ່ນ ໃນ​ຝ່າຍ​ປະທານ​ສູງ​ສຸດ. ຄວາມ​ຮັກ​ຄື​ຫລັກ​ທຳ​ແຫ່ງ​ການ​ນຳ​ພາ​ຂອງ​ເພິ່ນ, ຊຶ່ງ​ສະ​ແດງ​ອອກ​ຢູ່​ໃນ​ຂໍ້​ອ້າງ​ອີງ​ຂອງ​ເພິ່ນ, ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ: “ເຈົ້າ​ຄວນ​ເປັນ​ຄົນ​ແນວ​ໃດ? ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຖິງ​ແມ່ນ​ດັ່ງ​ທີ່​ເຮົາ​ເປັນ.”4

ປະທານ​ຮາວເວີດ ດັບ​ເບິນ​ຢູ ຮັນເທີ (1907–95) ເປັນ​ຜູ້​ໜຶ່ງ​ທີ່​ມັກ​ເບິ່ງ​ຄວາມ​ດີ​ຂອງ​ຜູ້​ຄົນ​ສະ​ເໝີ. ເພິ່ນ​ສຸ​ພາບ ແລະ ຖ່ອມ​ຕົວ​ຂະ​ໜາດ. ມັນ​ເປັນ​ສິດ​ທິ​ພິ​ເສດ​ຂອງ​ຂ້າ​ພະ​ເຈົ້າ ທີ່​ໄດ້​ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ທີ​ສອງ​ຂອງ​ເພິ່ນ.

ປະທານ​ກໍ​ດອນ ບີ ຮິງ​ລີ ໄດ້​ສອນ​ເຮົາ​ໃຫ້​ເຮັດ​ດີ​ທີ່​ສຸດ. ເພິ່ນ​ໄດ້​ສະ​ແດງ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຖິງ​ພາ​ລະ​ກິດ​ຂອງ​ພຣະ​ອົງ. ເພິ່ນ​ໄດ້​ສອນ​ເຮົາ​ດ້ວຍ​ຄວາມ​ຮັກ. ການ​ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ທີ​ໜຶ່ງ​ຂອງ​ເພິ່ນ ນັບ​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ ແລະ ເປັນ​ພອນ​ສຳ​ລັບ​ຂ້າ​ພະ​ເຈົ້າ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສົ່ງ​ສາດ​ສະ​ດາ​ມາ​ໃຫ້​ເຮົາ ເພາະ​ພຣະ​ອົງ​ຮັກ​ເຮົາ. ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ໃນ​ເດືອນ​ຕຸລາ​ທີ່​ຈະ​ມາ​ເຖິງ​ນີ້, ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ອີກ​ເທື່ອ​ໜຶ່ງ ເພື່ອ​ແບ່ງ​ປັນ​ພຣະ​ຄຳ​ຂອງ​ພຣະ​ອົງ. ພວກ​ເຮົາ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້ ດ້ວຍ​ຄວາມ​ເອົາ​ຈິງ​ເອົາ​ຈັງ ແລະ ດ້ວຍ​ຄວາມ​ຖ່ອມ​ຕົວ.

ເຮົາ​ໄດ້​ຮັບ​ພອນ​ຫລາຍ​ແທ້ໆ ທີ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່ ຕັ້ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ແລະ ວ່າ​ສາດ​ສະ​ໜາ​ຈັກ​ຖືກ​ຈັດ​ຕັ້ງ​ຂຶ້ນ​ເທິງ​ດານ​ຫີນ​ແຫ່ງ​ການ​ເປີດ​ເຜີຍ. ການ​ເປີດ​ເຜີຍ​ທີ່​ຕໍ່​ເນື່ອງ ເປັນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຂໍ​ໃຫ້​ເຮົາ​ຈົ່ງ​ຕຽມ​ທີ່​ຈະ​ຮັບ​ເອົາ​ການ​ເປີດ​ເຜີຍ​ສ່ວນ​ຕົວ ຢ່າງ​ຫລວງ​ຫລາຍ ທີ່​ມາ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ຂໍ​ໃຫ້​ຈິດ​ໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ຕັ້ງ​ໃຈ​ອັນ​ແນວ​ແນ່ ເມື່ອ​ເຮົາ​ຍົກ​ມື​ຂຶ້ນ​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ ​ແລະ ອັກ​ຄະ​ສາ​ວົກ ທີ່​ມີ​ຊີ​ວິດ​ຢູ່. ຂໍ​ໃຫ້​ເຮົາ​ຈົ່ງ​ໄດ້​ຮັບ​ຄວາມ​ຮູ້, ​ຄວາມ​ເຊີດ​ຊູ​ໃຈ, ຄວາມ​ປອບ​ໂຍນ, ແລະ ຄວາມ​ເຂັ້ມ​ແຂງ ໃນ​ຂະ​ນະ​ທີ່​ເຮົາ​ຮັບ​ຊົມ​ຮັບ​ຟັງ ຂ່າວ​ສານ​ຂອງ​ພວກ​ເພິ່ນ. ແລະ ຂໍ​ໃຫ້​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ອີກ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ—​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ວຽກ​ງານ​ຂອງ​ພຣະ​ອົງ—ແລະ ດຳ​ລົງ​ຊີ​ວິດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.