​2017
ການ​ມີ​ໃຈ​ດຽວ
September 2017


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ກັນຍາ 2017

ການ​ມີ​ໃຈ​ດຽວ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະ​ທິ​ຖານ ແລະ ສະ​ແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ຕຽມ​ທິ​ດາ​ຂອງ​ພຣະ​ເຈົ້າ ສຳ​ລັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ແນວ​ໃດ?

ຮູບ​ພາບ
ກາ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ສັດທາ ຄອບຄົວ ສົງເຄາະ

ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຜູ້​ຄົນ​ຂອງ​ພຣະ​ອົງ​ວ່າ ຊີ​ໂອນ, ເພາະ​ວ່າ​ພວກ​ເຂົາ​ມີ​ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ, ແລະ ໄດ້​ດຳ​ລົງ​ຢູ່​ໃນ​ຄວາມ​ຊອບ​ທຳ, ແລະ ບໍ່​ມີ​ຄົນ​ຍາກ​ຈົນ​ໃນ​ບັນ​ດາ​ພວກ​ເຂົາ (ເບິ່ງ Moses 7:18). ເຮົາ​ຈະ​ເປັນ​ໜຶ່ງ​ໄດ້​ແນວ​ໃດ?

ແອວເດີ ເອັມ ຣະໂຊ ບາເລີດ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ກ່າວ​ວ່າ: “ຢູ່​ໃຈ​ກາງ​ຂອງ​ຄຳ​ວ່າ atonement ມີ​ຄຳ​ວ່າ one ຊຶ່ງ​ໝາຍ​ຄວາມ​ວ່າ ໜຶ່ງ. ຖ້າ​ຫາກ​ມວນ​ມະ​ນຸດ​ເຂົ້າ​ໃຈ​ຄຳ​ນີ້, ຄົງ​ຈະ​ບໍ່​ມີ​ຄົນ​ໃດ ທີ່​ເຮົາ​ບໍ່​ສົນ​ໃຈ​ນຳ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​ອາ​ຍຸ, ເຊື້ອ​ຊາດ, ເພດ, ສາດ​ສະ​ໜາ, ຫລື ຖາ​ນະ​ໃນ​ສັງ​ຄົມ ແລະ ເສດ​ຖະ​ກິດ. ເຮົາ​ຈະ​ພະ​ຍາ​ຍາມ​ເອົາ​ແບບ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຈະ​ບໍ່​ປະ​ພຶດ​ໃນ​ທາງ​ທີ່​ບໍ່​ມີ​ຄວາມ​ກະ​ລຸ​ນາ, ບໍ່​ສົນ​ໃຈ, ຫລື ບໍ່​ມີ​ຄວາມ​ຮູ້​ສຶກ ຕໍ່​ຄົນ​ອື່ນ.”1

ປະທານ​ເຮັນຣີ ບີ ໄອຣິງ, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ໄດ້​ສອນ​ວ່າ: “ບ່ອນ​ໃດ​ທີ່​ຜູ້​ຄົນ​ມີ​ພຣະ​ວິນ​ຍານ​ສະ​ຖິດ​ຢູ່​ກັບ​ເຂົາ​ເຈົ້າ, ບ່ອນ​ນັ້ນ [ເຂົາ​ເຈົ້າ] ​ຈະ​ມີ​ຄວາມ​ຖືກ​ຕ້ອງ​ປອງ​ດອງ. … ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ບໍ່​ເຄີຍ​ຂະ​ຫຍາຍ​ຄວາມ​ຂັດ​ແຍ້ງ (ເບິ່ງ 3 ນີ​ໄຟ 11:29). … ມັນ​ຈະ​ນຳ​ຄວາມ​ສະ​ຫງົບ​ສ່ວນ​ຕົວ ແລະ ​ນຳ​ຄວາມ​ຮູ້​ສຶກ​ທີ່​ເປັນ​ອັນ​ໜຶ່ງ​ດຽວ​ກັນ ກັບ​ຄົນ​ອື່ນ​ມາ​ໃຫ້​ບຸກ​ຄົນ.”2

ເມື່ອ​ກ່າວ​ເຖິງ​ການ​ທ້າ​ທາຍ​ຂອງ​ຄອບ​ຄົວ, ແຄວໂຣ ເອັມ ສະຕີເວັນສ໌, ຜູ້​ໄດ້​ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ທີ​ໜຶ່ງ ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຜ່ານ​ການ​ຢ່າ​ຮ້າງ, ບໍ່​ເຄີຍ​ມີ​ຄວາມ​ເຈັບ​ປວດ ແລະ ຄວາມບໍ່​ໝັ້ນ​ໃຈ ທີ່​ມາ​ຈາກ​ການ​ຖືກ​ປະ​ຖິ້ມ, ຫລື ມີ​ຄວາມ​ຮັບ​ຜິດ​ຊອບ ທີ່​ເປັນ​ແມ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ປະ​ສົບ​ກັບ​ການ​ຕາຍ​ຂອງ​ລູກ, ບໍ່​ເຄີຍ​ເປັນ​ໝັນ, ຫລື ບໍ່​ເຄີຍ​ມັກ​ຮັກ​ຄົນ​ເພດ​ດຽວ​ກັນ. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຕ້ອງ​ໄດ້​ອົດ​ທົນ​ກັບ​ການ​ຂົ່ມ​ເຫັງ, ຫລື ບໍ່​ເຄີຍ​ມີ​ພະ​ຍາດ​ຊຳ​ເຮື້ອ, ຫລື ການ​ຕິດ​ແສດ. ສິ່ງ​ດັ່ງ​ກ່າວ​ບໍ່​ໄດ້​ເປັນ​ໂອ​ກາດ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຕ້ອງ​ສູ້​ຊົນ.

“… ແຕ່​ຜ່ານ​ການ​ທົດ​ສອບ ແລະ ຄວາມ​ຫຍຸ້ງ​ຍາກ​ຕ່າງໆ ຂອງ​ຂ້າ​ພະ​ເຈົ້າ … ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ຈັກ​ຜູ້​ທີ່​ເຂົ້າ​ໃຈ ເປັນ​ຢ່າງ​ດີ. … ແລະ ນອກ​ເໜືອ​ຈາກ​ນີ້, ຂ້າ​ພະ​ເຈົ້າ​ເຄີຍ​ປະ​ສົບ​ກັບ​ການ​ທົດ​ສອບ ໃນ​ທຸກ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ມາ​ນັ້ນ ຈາກ​ມຸມ​ມອງ​ຂອງ​ຜູ້​ເປັນ​ລູກ​ສາວ, ແມ່, ແມ່​ຕູ້, ເອື້ອຍ​ນ້ອງ, ປ້າ​ນ້າ​ອາ, ແລະ ໝູ່​ເພື່ອນ.

“ໂອ​ກາດ​ຂອງ​ເຮົາ ໃນ​ຖາ​ນະ​ທີ່​ເປັນ​ທິ​ດາ​ຜູ້​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ຮຽນ​ຮູ້​ຈາກ​ການ​ທ້າ​ທາຍ​ຂອງ​ເຮົາ​ເທົ່າ​ນັ້ນ, ແຕ່​ເພື່ອ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ຄວາມ​ຮູ້​ສຶກ​ຂອງ​ຄົນ​ອື່ນ ແລະ ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ກັນ​ໃຫ້​ເປັນ​ອັນ​ໜຶ່ງ​ດຽວ​ກັນ ເມື່ອ​ເຮົາ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ຄົນ​ອື່ນໆ ໃນ​ຄອບ​ຄົວ​ຂອງ​ພຣະ​ເຈົ້າ ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ດີ້ນ​ລົນ.”3

ຂໍ້​ພຣະ​ຄຳ​ພີ ແລະ ຂໍ້​ມູນ​ເພີ່ມ​ເຕີມ

ໂຢ​ຮັນ 17:20–23; ເອ​ເຟ​ໂຊ 4:15; ໂມ​ໄຊ​ຢາ 18:21–22; 4 ນີ​ໄຟ 1:15;

reliefsociety.lds.org

ແຫລ່ງ​ອ້າງ​ອີງ

  1. M. Russell Ballard, “The Atonement and the Value of One Soul,” Liahona, May 2004, 86.

  2. Henry B. Eyring, “That We May Be One,” Ensign, May 1998, 67.

  3. Carole M. Stephens, “The Family Is of God,” Liahona, May 2015, 11–12.

ພິມ