​2017
ການ​ສະແຫວງ​ຫາ​ພຣະ​ຄຣິດ​ໃນ​ຍາມ​ເທດ​ສະການ​ຄຣິດ​ສະມັດ
December 2017


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ທັນວາ 2017

ການ​ສະແຫວງ​ຫາ​ພຣະ​ຄຣິດ​ໃນ​ຍາມ​ເທດ​ສະການ​ຄຣິດ​ສະມັດ

ຕໍ່​ທຸກ​ຄົນ​ທີ່​ຢາກ​ເຂົ້າ​ໃຈ​ວ່າ​ພວກ​ເຮົາ​ເປັນ​ໃຜ ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຂ້າ​ພະ​ເຈົ້າ​ຢາກ​ສະເໜີ​ຈຸດ​ເລີ່ມ​ຕົ້ນ ທີ່​ອະທິ​ບາຍ​ໂດຍ​ສາມ​ຄຳ​ເຫລົ່າ​ນີ້: ພວກ​ເຮົາ​ສະແຫວງ​ຫາ​ພຣະ​ຄຣິດ.

ພວກ​ເຮົາ​ສະແຫວງ​ຫາ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ. ທີ່​ຈະ​ຕິດ​ຕາມ​ພຣະ​ອົງ. ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ກວ່າ​ເກົ່າ.

ທຸກ​ວັນ ຕະຫລອດ​ປີ, ພວກ​ເຮົາ​ສະແຫວງ​ຫາ​ພຣະ​ອົງ. ແຕ່​ໂດຍ​ສະເພາະ​ໃນ​ລະຫວ່າງ​ຍາມ​ນີ້​ຂອງ​ປີ—ຄຣິດ​ສະມັດ, ເມື່ອ​ພວກ​ເຮົາ​ສະເຫລີມ​ສະຫລອງ​ວັນ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັກ​ຂອງ​ພວກ​ເຮົາ—​ເຮົາ​ມັກ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ອົງ​ຫລາຍ​ກວ່າ​ເວລາ​ອື່ນ.

ໃນ​ພາກ​ສ່ວນ​ຂອງ​ການ​ຕຽມ​ສຳ​ລັບ​ການ​ສະເຫລີມ​ສະຫລອງ​ບຸນ​ຄຣິດ​ສະມັດ, ຂໍ​ໃຫ້​ພວກ​ເຮົາ​ໄຕ່​ຕອງ​ກ່ຽວ​ກັບ​ວິ​ທີ​ທີ່​ຜູ້​ຄົນ ຜູ້​ມີ​ຊີ​ວິດ​ຢູ່​ເມື່ອ​ສອງ​ພັນ​ປີ​ກ່ອນ ໄດ້​ຕຽມ​ຕ້ອນ​ຮັບ​ການ​ສະເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ.

ຄົນ​ລ້ຽງ​ແກະ

ພວກ​ເຮົາ​ບໍ່​ຮູ້​ຫຍັງ​ຫລາຍ​ກ່ຽວ​ກັບ​ຄົນ​ລ້ຽງ​ແກະ, ພຽງ​ແຕ່​ຮູ້​ວ່າ ພວກ​ເຂົາ “ຢູ່​ຕາມ​ທົ່ງ ນອນ​ເຝົ້າ​ຝູງ​ແກະ​ຂອງ​ພວກ​ເຂົາ​ໃນ​ເວລາ​ກາງ​ຄືນ.”1 ຄົນ​ລ້ຽງ​ແກະ ຄົງ​ເປັນ​ຄົນ​ທຳ​ມະດາ​ສາ​ມັນ, ຄື​ກັນ​ກັບ​ຜູ້​ຄົນ​ອື່ນໆ ທີ່​ອອກ​ໄປ​ເຮັດ​ວຽກ​ງານ​ຫາ​ລ້ຽງ​ຊີບ.

ພວກ​ເຂົາ​ສາມາດ​ເປັນ​ຕົວ​ແທນ​ໃຫ້​ແກ່ ບຸກ​ຄົນ ທີ່​ຄັ້ງ​ໜຶ່ງ​ເຄີຍ ບໍ່​ສົນ​ໃຈ​ກັບ​ການ​ສະແຫວງ​ຫາ​ພຣະ​ຄຣິດ, ແຕ່​ໃຈ​ຂອງ​ພວກ​ເຂົາ​ໄດ້​ປ່ຽນ​ໄປ ເມື່ອ​ຟ້າ​ສະຫວັນ​ເປີດ​ອອກ ແລະ ພຣະ​ຄຣິດ​ໄດ້​ຖືກ​ປະກາດ​ແກ່​ພວກ​ເຂົາ.

ພວກ​ເຂົາ​ຄື​ຜູ້​ທີ່, ຫລັງ​ຈາກ​ໄດ້​ຍິນ​ສຽງ​ຂອງ​ອັກ​ຄະທູດ​ຈາກ​ສະຫວັນ, ກໍ​ໄດ້​ໄປ​ຍັງ​ເມືອງ​ເບັດເລເຮັມ​ທັນ​ທີ ເພາະ​ຢາກ​ເຫັນ.2

ພວກ​ໂຫລາ​ຈານ

ພວກ​ໂຫລາ​ຈານ ເປັນ​ນັກ​ປາດ​ອາຈານ ທີ່​ໄດ້​ສຶກ​ສາ​ເລື່ອງ​ພຣະ​ເມຊີອາ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ຜ່ານ​ການ​ຮຽນ​ຮູ້​ຂອງ​ພວກ​ເພິ່ນ, ພວກ​ເພິ່ນ​ໄດ້​ພົບ​ເຫັນ​ເຄື່ອງ​ໝາຍ​ສຳ​ຄັນ ທີ່​ບົ່ງ​ບອກ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ອົງ. ເມື່ອ​ພວກ​ເພິ່ນ​ໄດ້​ພົບ​ເຫັນ​ແລ້ວ, ພວກ​ເພິ່ນ​ກໍ​ໄດ້​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເພິ່ນ ແລະ ໄດ້​ເດີນ​ທາງ​ໄປ​ຍັງ​ເຢຣູ​ຊາເລັມ, ໂດຍ​ຖາມ​ວ່າ, “ເດັກ​ທີ່​ຫາ​ກໍ​ເກີດ​ມາ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ນັ້ນ​ຢູ່​ໃສ?”3

ຄວາມ​ຮູ້​ຂອງ​ພວກ​ເພິ່ນ ບໍ່​ໄດ້​ເປັນ​ພຽງ​ການ​ສຶກ​ສາ​ສູງ​ເທົ່າ​ນັ້ນ. ເມື່ອ​ພວກ​ເພິ່ນ​ໄດ້​ເຫັນ​ເຄື່ອງ​ໝາຍ​ສຳ​ຄັນ​ເຖິງ​ການ​ກຳເນີດ​ຂອງ​ພຣະ​ອົງ, ພວກ​ເພິ່ນ​ກໍ​ໄດ້​ລົງ​ມື​ປະຕິ​ບັດ​ທັນ​ທີ. ພວກ​ເພິ່ນ​ໄດ້​ອອກ​ໄປ​ຊອກ​ຫາ​ພຣະ​ຄຣິດ.

ພວກ​ໂຫລາ​ຈານ​ສາ​ມາດ​ເປັນ​ຕົວ​ແທນ​ໃຫ້​ແກ່ ບຸກ​ຄົນ​ທີ່​ສະແຫວງ​ຫາ​ພຣະ​ຄຣິດ ຜ່ານ​ທາງ​ການ​ຮຽນ​ຮູ້ ແລະ ການ​ສຶກ​ສາ​ສູງ. ໃນ​ທີ່​ສຸດ ການ​ອຸທິດ​ຕົນ​ຂອງ​ພວກ​ເພິ່ນ​ຕໍ່​ຄວາມ​ຈິງ ໄດ້​ພາ​ພວກ​ເພິ່ນ​ໄປ​ຊອກ​ຫາ​ພຣະ​ຄຣິດ ແລະ ນະມັດ​ສະການ​ພຣະ​ອົງ ໃນ​ຖານະ​ເປັນ​ຈອມ​ເຈົ້າ​ກະສັດ, ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ມວນ​ມະນຸດ.4

ຊີເມໂອນ ແລະ ອານາ

ຊີເມໂອນ ແລະ ອານາ ສາມາດ​ເປັນ​ຕົວ​ແທນ​ໃຫ້​ແກ່ ບຸກ​ຄົນ​ທີ່​ສະແຫວງ​ຫາ​ພຣະ​ຄຣິດ ຜ່ານ​ທາງ​ພຣະ​ວິນຍານ. ບຸກ​ຄົນ​ທີ່​ດີ​ເລີດ​ເຫລົ່າ​ນີ້ ໄດ້​ອຸທິດ​ຕົນ​ຕໍ່​ສາດ​ສະ​ໜາ ແລະ ໂດຍ​ການ​ຖື​ສິນ​ອົດ​ເຂົ້າ ແລະ ອະທິ​ຖານ ແລະ ໂດຍ​ການ​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ອຸທິດ​ຕົນ ແລະ ເຊື່ອ​ຟັງ, ໄດ້​ລໍ​ຄອຍ​ດ້ວຍ​ຄວາມ​ກໍຕື​ລືລົ້ນ ສຳ​ລັບ​ວັນ​ແຫ່ງ​ການ​ສະເດັດ​ມາ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ໂດຍ​ຄວາມ​ຊື່​ສັດ, ຄວາມ​ຖ່ອມ​ຕົວ, ແລະ ສັດ​ທາ, ພວກ​ເພິ່ນ​ໄດ້​ເຝົ້າ​ເບິ່ງ​ດ້ວຍ​ຄວາມ​ອົດ​ທົນ ສຳ​ລັບ​ການ​ສະເດັດ​ມາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໃນ​ທີ່​ສຸດ, ຄວາມ​ຊື່​ສັດ​ຂອງ​ພວກ​ເພິ່ນ ກໍ​ໄດ້​ຮັບ​ບຳ​ເນັດ ແລ້ວ ເມື່ອ​ນາງ​ມາຣີ ແລະ ໂຢເຊັບ ໄດ້​ນຳ​ກຸມ​ມານ​ນ້ອຍ ຜູ້​ຊຶ່ງ​ມື້​ໜຶ່ງ ພຣະ​ອົງ​ເອງ​ຈະ​ຮັບ​ເອົາ​ບາບ​ຂອງ​ມວນ​ມະ​ນຸດ ມາ​ສະເໜີ​ຕໍ່​ພວກ​ເພິ່ນ.5

ຜູ້​ທີ່​ເຊື່ອ​ໃນ​ບັນ​ດາ​ຊາວ​ນີໄຟ ແລະ ຊາວ​ເລມັນ

ເລື່ອງ​ລາວ​ທີ່​ໜ້າ​ປະທັບ​ໃຈ ເຖິງ​ວິ​ທີ​ທີ່​ຜູ້​ທີ່​ເຊື່ອ ຢູ່​ໃນ​ໂລກ​ໃໝ່ ໄດ້​ຄອຍ​ຖ້າ​ສຳ​ລັບ​ເຄື່ອງ​ໝາຍ​ສຳ​ຄັນ ເຖິງ​ການ​ກຳເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ມີ​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ.

ທ່ານ​ຄົງ​ຈື່​ຈຳ​ໄດ້​ວ່າ ຜູ້​ທີ່​ມີ​ສັດ​ທາ​ໃນ​ພຣະ​ຄຣິດ ໄດ້​ຖືກ​ເຍາະ​ເຍີ້ຍ ແລະ ຖືກ​ຂົ່ມ​ເຫັງ. ຜູ້​ມີ​ຄວາມ​ຮູ້​ຫລາຍ​ເລື່ອງ​ທາງ​ໂລກ​ໃນ​ສະ​ໄໝ​ນັ້ນ ໄດ້​ກ່າວ​ຫາ​ຜູ້​ທີ່​ເຊື່ອ ວ່າ​ເປັນ​ຄົນ​ໂງ່​ຈ້າ​ທີ່​ເຊື່ອ​ເລື່ອງ​ງົມ​ງາຍ. ຕາມ​ຈິງ​ແລ້ວ, ຜູ້​ທີ່​ບໍ່​ເຊື່ອ ໄດ້​ເວົ້າ​ເຍາະ​ເຍີ້ຍ ຈົນ​ເຖິງ​ຂັ້ນ​ທີ່ “ໄດ້​ຮ້ອງ​ປ່າວ” ໄປ​ທົ່ວ​ແຜ່ນ​ດິນ (3 ນີໄຟ 1:7). ພວກ​ເຂົາ​ໄດ້​ເຍາະ​ເຍີ້ຍ ຜູ້​ທີ່​ເຊື່ອ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ມາ​ກຳ​ເນີດ.

ຄວາມ​ໂມ​ໂຫ ແລະ ຄວາມ​ໂຫດ​ຮ້າຍ​ຂອງ​ພວກ​ເຂົາ ຮ້າຍ​ແຮງ​ຂຶ້ນ ຈົນ​ວ່າ​ພວກ​ເຂົາ​ຕັ້ງ​ໃຈ​ທີ່​ຈະ​ກຳ​ຈັດ​ຜູ້​ທີ່​ເຊື່ອ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃຫ້​ໝົດ​ສິ້ນ. ພຣະ​ຄຳ​ພີ​ມໍມອນ ມີ​ບັນ​ທຶກ​ກ່ຽວ​ກັບ​ການ​ແກ້​ບັນ​ຫາ​ທີ່​ໜ້າ​ຫົດ​ຫູ່​ໃຈ​ນັ້ນ.6

ຜູ້​ທີ່​ເຊື່ອ​ທີ່​ໄດ້​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ ສາ​ມາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ບຸກ​ຄົນ​ທີ່​ສະແຫວງ​ຫາ​ພຣະ​ຄຣິດ ແມ່ນ​ແຕ່​ຕອນ​ຄົນ​ອື່ນ​ຫົວ​ຂວັນ, ເຍາະເຍີ້ຍ, ແລະ ຍຸແຍ່. ເຂົາ​ເຈົ້າ​ສະແຫວງ​ຫາ​ພຣະ​ຄຣິດ ແມ່ນ​ແຕ່​ຕອນ​ຄົນ​ອື່ນ​ພະຍາ​ຍາມ​ລໍ້​ລຽນ​ເຂົາ​ເຈົ້າ​ວ່າ​ເປັນ​ຄົນ​ໂງ່​ຈ້າ, ບໍ່​ມີ​ຄວາມ​ຮູ້​ຫລາຍ​ເລື່ອງ​ທາງ​ໂລກ, ຫລື ຖືກ​ຫລອກ​ງ່າຍ ກໍ​ຕາມ.

ແຕ່​ຄວາມ​ໝິ່ນ​ປະໝາດ​ຂອງ​ຄົນ​ອື່ນ ບໍ່​ໄດ້​ເຮັດ​ໃຫ້​ຜູ້​ທີ່​ເຊື່ອ ທໍ້​ຖອຍ​ຈາກ​ການ​ສະແຫວງ​ຫາ​ພຣະ​ຄຣິດ​ເລີຍ.

ພວກ​ເຮົາ​ສະແຫວງ​ຫາ​ພຣະ​ຄຣິດ

ຕະຫລອດ​ທັງ​ປີ, ແລະ ບາງ​ທີ​ໂດຍ​ສະເພາະ​ໃນ​ຊ່ວງ​ເທດ​ສະການ​ບຸນ​ຄຣິດ​ສະມັດ​ນີ້, ມັນ​ຄົງ​ເປັນ​ຜົນ​ດີ​ສຳ​ລັບ​ພວກ​ເຮົາ​ທີ່​ຈະ ຖາມ​ຄຳ​ຖາມ​ນີ້​ອີກ​ເທື່ອ​ໜຶ່ງ ທີ່​ວ່າ “ເຮົາ​ສະແຫວງ​ຫາ​ພຣະ​ຄຣິດ​ໃນ​ວິ​ທີ​ໃດ?”

ໃນ​ໄລຍະ​ທີ່​ຫຍຸ້ງ​ຍາກ​ຂອງ​ຊີ​ວິດ​ເພິ່ນ, ກະສັດ​ດາວິດ​ທີ່​ຍິ່ງ​ໃຫຍ່ ໄດ້​ຂຽນ​ວ່າ, “ຂ້າ​ແດ່​ພຣະ​ເຈົ້າ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ນ້ອຍ ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ຫິວ​ກະຫາຍ​ຫາ​ພຣະ​ອົງ ດັ່ງ​ດິນ​ແຫ້ງ​ແລ້ງ​ທີ່​ຂາດ​ນ້ຳ​ລໍ່​ລ້ຽງ​ສັນ​ໃດ, ເນື້ອ​ໜັງ​ຂອງ​ຂ້າ​ນ້ອຍ​ກໍ​ຫິວ​ກະຫາຍ​ຫາ​ພຣະ​ອົງ​ສັນ​ນັ້ນ.”7

ບາງ​ທີ​ທັດ​ສະນະ​ຂອງ​ການ​ສະແຫວງ​ຫາ​ພຣະ​ເຈົ້າ ອາດ​ເປັນ​ເຫດ​ຜົນ​ໜຶ່ງ​ທີ່​ດາວິດ​ໄດ້​ຖືກ​ບັນ​ຍາຍ​ວ່າ​ເປັນ​ຄົນ​ທີ່​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ.8

ໃນ​ຊ່ວງ​ເທດ​ສະການ​ບຸນ​ຄຣິດ​ສະມັດ​ນີ້ ແລະ ຕະ​ຫລອດ​ທັງ​ປີ, ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ສະແຫວງ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຮັກ​ຂອງ​ເຮົາ, ອົງ​ສັນ​ຕິລາດ, ແລະ ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ ດ້ວຍ​ໃຈ ແລະ ຈິດ​ວິນ​ຍານ. ສຳ​ລັບ​ຄວາມ​ປາດ​ຖະໜາ​ນີ້, ສ່ວນ​ໃຫຍ່​ແລ້ວ, ມັນ​ບໍ່​ພຽງ​ແຕ່​ບົ່ງ​ບອກ​ວ່າ​ເຮົາ​ເປັນ​ໃຜ ໃນ​ຖາ​ນະ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເທົ່າ​ນັ້ນ, ແຕ່​ບົ່ງ​ບອກ​ຫລາຍ​ກວ່າ​ນັ້ນ ວ່າ​ເຮົາ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ແນວ​ໃດ.

ພິມ