​2017
ຄວາມ​ເຕັມ​ໃຈ​ທີ່​ຈະ​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ
December 2017


ຂ່າວ​ສານ​ການ​ຢ້ຽມ​ສອນ, ເດືອນ​ທັນວາ 2017

ຄວາມ​ເຕັມ​ໃຈ​ທີ່​ຈະ​ແບກ​ຫາບ​ພາລະ​ຂອງ​ກັນ​ແລະ​ກັນ

ໃຫ້​ສຶກ​ສາ​ຂ່າວ​ສານ​ນີ້​ດ້ວຍ​ການ​ອະທິ​ຖານ ແລະ ສະແຫວງ​ຫາ​ການ​ດົນ​ໃຈ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ສິ່ງ​ທີ່​ຄວນ​ແບ່ງ​ປັນ. ການ​ເຂົ້າ​ໃຈ​ຈຸດ​ປະສົງ​ຂອງ​ສະມາຄົມ​ສະຕີ​ສົງ​ເຄາະ ຕຽມ​ທິດາ​ຂອງ​ພຣະ​ເຈົ້າ ສຳ​ລັບ​ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ​ແນວ​ໃດ?

ສັດທາ ຄອບຄົວ ສົງເຄາະ

“ເຮົາ​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ຕ້ອງ​ການ​ຄວາມ​ສົນ​ໃຈ, ຄວາມ​ກ້າ​ຫານ, ກຳ​ລັງ​ໃຈ, ການ​ປອບ​ໂຍນ, ຄວາມ​ເມດ​ຕາ ຈາກ​ເຮົາ,” ປະທານ​ທອມມັສ ແອັສ ມອນສັນ ໄດ້​ກ່າວ. “ເຮົາ​ເປັນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ​ໂລກ​ນີ້, ໂດຍ​ຖືກ​ສັ່ງ​ໃຫ້​ຮັບ​ໃຊ້ ແລະ ໃຫ້​ຊ່ວຍ​ຊູ​ລູກໆ​ຂອງ​ພຣະ​ອົງ​ຂຶ້ນ. ພຣະ​ອົງ​ເພິ່ງ​ອາ​ໄສ​ເຮົາ​ແຕ່​ລະຄົນ.”1

ປະທານ​ເຮັນຣີ ບີ ໄອຣິງ, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສູງ​ສຸດ, ໄດ້​ກ່າວ​ວ່າ: “ຄວາມ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ແມ່ນ​ເລີ່ມ​ຈາກ​ຈິດ​ໃຈ​ຂອງ​ທ່ານ ເມື່ອ​ທ່ານ​ເຂົ້າ​ມາ​ໃນ​ສາດ​ສະ​ໜາ​ຈັກ. ທ່ານ​ໄດ້​ເຮັດ​ພັນທະ​ສັນ​ຍາ, ແລະ ທ່ານ​ໄດ້​ຮັບ​ຄຳ​ສັນ​ຍາ ທີ່​ເລີ່ມ​ຕົ້ນ​ປ່ຽນ​ແປງ​ທຳ​ມະຊາດ​ຂອງ​ທ່ານ. …

“… ທ່ານ​ໄດ້​ສັນ​ຍາ​ວ່າ ທ່ານ​ຈະ​ຊ່ວຍ​ເຫລືອ​ພຣະ​ຜູ້​ເປັນ​ເຈົ້າ ແບ່ງ​ເບົາ​ພາລະ​ຂອງ [ຄົນ​ອື່ນ] ໃຫ້​ເບົາ​ບາງ​ລົງ ແລະ ສະບາຍ​ຂຶ້ນ. ທ່ານ​ໄດ້​ຮັບ​ພະລັງ​ທີ່​ຈະ​ຊ່ວຍ​ແບ່ງ​ເບົາ​ພາລະ​ເຫລົ່າ​ນັ້ນ ເມື່ອ​ທ່ານ​ໄດ້​ຮັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”2

“ເຮົາ​ຢາກ​ໃຊ້​ຄວາມ​ສະຫວ່າງ​ຂອງ​ພຣະ​ກິດ​ຕິ​ຄຸນ ເພື່ອ​ເບິ່ງ​ຄົນ​ອື່ນ ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະທຳ—ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ,” ຈີນ ບີ ບິງກຳ, ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ສາ​ມັນ ໄດ້​ກ່າວ. “ມື້​ນັ້ນ​ຈະ​ມາ​ເຖິງ ເມື່ອ​ເຮົາ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ສົມ​ບູນ ເຖິງ​ຄວາມ​ຄິດ​ຂອງ​ຄົນ​ອື່ນ ແລະ ຈະ​ມີ​ຄວາມ​ກະຕັນ​ຍູ​ຫລາຍ ທີ່​ເຮົາ​ຈະ​ໄດ້​ຮັບ​ຄວາມ​ເມດ​ຕາ—ຄື​ກັນ​ກັບ​ເມື່ອ​ເຮົາ​ຄິດ ແລະ ກ່າວ​ເຖິງ​ຄົນ​ອື່ນ​ໃນ​ທາງ​ທີ່​ມີ​ຄວາມ​ໃຈ​ບຸນ. …

“ໜ້າ​ທີ່​ ແລະ ​ສິດທິ​ພິເສດ​ຂອງ​ເຮົາ ແມ່ນ​ທີ່​ຈະ​ຮັບ​ເອົາ​ການ​ພັດ​ທະນາ​ຕົນ ໃນ ແຕ່​ລະ​ຄົນ ເມື່ອ​ເຮົາ​ພະຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.”3

ເມື່ອ​ເຮົາ​ແບ່ງ​ເບົາ​ພາລະ​ຂອງ​ກັນ​ແລະ​ກັນ ແລະ ຮັກ​ສາ​ພັນທະ​ສັນ​ຍາ​ຂອງ​ເຮົາ, ແລ້ວ​ເຮົາ​ຈະ​ເປີດ​ທາງ​ໃຫ້​ພຣະ​ເຢຊູ​ຄຣິດ ເພື່ອ​ປິ່ນ​ປົວ​ຄົນ​ອື່ນ. ແອວເດີ ແຈັບຟະຣີ ອາ ຮໍແລນ ແຫ່ງ​ກຸ່ມ​ອັກຄະ​ສາ​ວົກ​ສິບ​ສອງ ໄດ້​ສອນ​ວ່າ: “ໂດຍ​ການ​ພິຈາ​ລະນາ​ເຖິງ​ລາຄາ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ຄຶງ​ທີ່​ໄມ້​ກາງ​ແຂນ ແລະ ການ​ຊົດ​ໃຊ້​ທີ່​ເຮົາ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້, ຂ້າ​ພະ​ເຈົ້າ​ສາ​ມາດ​ສັນ​ຍາ​ກັບ​ທ່ານ​ວ່າ ບັດ​ນີ້​ພຣະ​ອົງ​ຈະ​ບໍ່​ປະຕິ​ເສດ​ທີ່​ຈະ​ຊ່ວຍ​ເຮົາ. ເມື່ອ​ພຣະ​ອົງ​ກ່າວ​ຕໍ່​ຜູ້​ທຸກ​ຍາກ​ທາງ​ວິນ​ຍານ​ວ່າ, ‘ຈົ່ງ​ມາ​ຫາ​ເຮົາ,’ ພຣະ​ອົງ​ໝາຍ​ຄວາມ​ວ່າ ພຣະ​ອົງ​ຮູ້​ທາງ​ອອກ ແລະ ພຣະ​ອົງ​ຮູ້​ທາງ​ຂຶ້ນ. ພຣະ​ອົງ​ຮູ້​ທາງ ເພາະ​ພຣະ​ອົງ​ເຄີຍ​ຍ່າງ​ເທິງ​ມັນ. ພຣະ​ອົງ​ຮູ້​ທາງ ເພາະ​ພຣະ​ອົງ ຄື ເສັ້ນ​ທາງ.”4

ຂໍ້​ພຣະ​ຄຳ​ພີ​ເພີ່ມ​ເຕີມ

ມັດທາຍ 25:40; ຄາລາເຕຍ 6:2; ໂມໄຊຢາ 2:17; 18:8–9

ແຫລ່ງ​ອ້າງ​ອີງ

  1. Thomas S. Monson, “Serve the Lord with Love,” Liahona, Feb. 2014, 4.

  2. Henry B. Eyring, “The Comforter,” Liahona, May 2015, 18.

  3. Jean B. Bingham, “I Will Bring the Light of the Gospel into My Home,” Liahona, Nov. 2016, 6, 8.

  4. Jeffrey R. Holland, “Broken Things to Mend,” Liahona, May 2006, 71.

ພິມ