ເດັກນ້ອຍ
ການກັບໃຈເປັນຂອງປະທານ
ຂອງປະທານແຫ່ງການກັບໃຈ ບໍ່ໄດ້ເປັນຂອງປະທານ ທີ່ເຈົ້າສາມາດຫລຽວເຫັນ ຫລື ແຕະຕ້ອງໄດ້. ແຕ່ມັນເປັນຂອງປະທານ ທີ່ເຈົ້າສາມາດຮູ້ສຶກໄດ້. ນີ້ໝາຍຄວາມວ່າ ເມື່ອເຮົາເຮັດສິ່ງທີ່ບໍ່ຖືກຕ້ອງ, ເຮົາສາມາດກັບໃຈ ແລະ ຮູ້ສຶກສະຫງົບ ແລະ ມີຄວາມສຸກຄືນອີກ.
ພຣະບິດາເທິງສະຫວັນ ແລະ ພຣະເຢຊູ ຈະຊ່ວຍເຮົາກັບໃຈສະເໝີ. ໃຫ້ແຕ້ມຮູບທີ່ເຂົ້າກັບຂັ້ນຕອນແຕ່ລະຢ່າງທີ່ແຕກຕ່າງກັນຂອງການກັບໃຈ.
ເຮົາຮູ້ສຶກເສຍໃຈ.
ເຮົາອະທິຖານຫາພຣະບິດາເທິງສະຫວັນ, ບອກພຣະອົງເຖິງສິ່ງທີ່ໄດ້ເກີດຂຶ້ນ, ແລະ ຂໍໃຫ້ພຣະອົງຊ່ວຍເຮົາເຮັດສິ່ງທີ່ດີກວ່າ ໃນເທື່ອໜ້າ.
ເຮົາຂໍໂທດ ແລະ ພະຍາຍາມເຮັດໃຫ້ດີກວ່າເກົ່າ.
ເຮົາຮູ້ສຶກສະຫງົບ ແລະ ຮູ້ວ່າ ເຮົາໄດ້ຮັບການອະໄພແລ້ວ.