​2018
ຂອງ​ປະທານ​ແຫ່ງ​ການ​ກັບ​ໃຈ
January 2018


ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ມັງກອນ 2018

ຂອງ​ປະທານ​ແຫ່ງ​ການ​ກັບ​ໃຈ

“ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ຄື​ທີ່​ຈະ​ຍົກ​ລະ​ດັບ​ຈາກ​ຄຸນ​ນະ​ພາບ​ທີ່​ປານ​ກາງ ໄປ​ສູ່​ລະ​ດັບ​ຄວາມ​ຊຳ​ນານ, ຈາກ​ຄວາມ​ລົ້ມ​ເຫລວ ໄປ​ສູ່​ຄວາມ​ສຳ​ເລັດ​ຜົນ,” ປະທານ​ທອມມັສ ແອັສ ມອນສັນ ໄດ້​ສອນ. “ໜ້າ​ທີ່​ຂອງ​ເຮົາ​ຄື​ທີ່​ຈະ​ກາຍ​ເປັນ​ຄົນ​ດີ​ທີ່​ສຸດ. ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ຢ່າງ​ໜຶ່ງ​ຂອງ​ພ​ຣະ​ເຈົ້າ​ສຳ​ລັບ​ເຮົາ ຄື​ຄວາມ​ສຸກ​ຂອງ​ການ​ລອງ​ເຮັດ​ອີກ, ເພາະ​ຄວາມ​ລົ້ມ​ເຫລວ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ປ່ຽນ​ແປງ​ບໍ່​ໄດ້.”1

ສ່ວນ​ຫລາຍ​ແລ້ວ ເຮົາ​ມັກ​ຈະ​ພົວ​ພັນ​ການ​ມາ​ເຖິງ​ຂອງ​ປີ​ໃໝ່ ກັບ​ການ​ຕັດ​ສິນ​ໃຈ​ຢ່າງ​ແນ່ວ​ແນ່ ແລະ ກັບ​ເປົ້າ​ໝາຍ. ເຮົາ​​ຕັດ​ສິນໃຈ​ທີ່​ຈະ​ພັດ​ທະ​ນາ, ທີ່​ຈະ​ປ່ຽນ, ທີ່​ຈະ​ພະ​ຍາ​ຍາມ​ຄືນ​ອີກ. ບາງ​ທີ ວິ​ທີ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ເຮົາ​ສາ​ມາດ​ພະ​ຍາ​ຍາມ​ຄືນ​ອີກ ແມ່ນ​ໂດຍ​ການ​ຮັບ​ເອົາ​ສິ່ງ​ທີ່​ປະທານ​ມອນສັນ​ເອີ້ນ​ວ່າ “ຂອງ​ປະ​ທານ​ແຫ່ງ​ການ​ກັບ​ໃຈ.”2

ໃນ​ຂໍ້​ຄວາມ​ດັ່ງ​ຕໍ່​ໄປ​ນີ້ ທີ່​ຄັດ​ເລືອກ​ເອົາ​ມາ​ຈາກ​ຄຳ​ສອນ​ຂອງ​ເພິ່ນ ນັບ​ຕັ້ງ​ແຕ່​ເພິ່ນ​ໄດ້​ກາຍ​ເປັນ​ປະທານ​ຂອງ​ສາດ​ສະ​ໜາ​ຈັກ, ປະທານ​ມອນສັນ ແນະ​ນຳ​ເຮົາ​ໃຫ້ “ນຳ​ໃຊ້​ໂລ​ຫິດ​ທີ່​ຊົດ​ໃຊ້​ຂອງ​ພຣະ​ຄຣິດ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ​ສຳ​ລັບ​ບາບ​ຂອງ​ເຮົາ, ແລະ ເພື່ອ​ວ່າ​ໃຈ​ຂອງ​ເຮົາ​ຈະ​ຖືກ​ເຮັດ​ໃຫ້​ບໍ​ລິ​ສຸດ.”3

ການ​ມະ​ຫັດ​ສະ​ຈັນ​ຂອງ​ການ​ໃຫ້​ອະ​ໄພ

“ເຮົາ​ທຸກ​ຄົນ​ກໍ​ເຄີຍ​ເຮັດ​ຄວາມ​ຜິດ. ຖ້າ​ເຮົາ​ບໍ່​ໄດ້​ດັດ​ແປງ​ການ​ເລືອກ​ເຫລົ່າ​ນັ້ນ​ເທື່ອ, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ມັນ​ມີ​ທາງ​ຢູ່. ຂັ້ນ​ຕອນ​ນັ້ນ​ເອີ້ນ​ວ່າ ການ​ກັບ​ໃຈ. ຂ້າ​ພະ​ເຈົ້າ​ຂໍ​ອ້ອນ​ວອນ​ໃຫ້​ທ່ານ​ດັດ​ແປງ​ຄວາມ​ຜິດ​ຂອງ​ທ່ານ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ສິ້ນ​ພຣະ​ຊົນ ເພື່ອ​ວ່າ​ທ່ານ ແລະ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ນັ້ນ. ເຖິງ​ແມ່ນ​ເສັ້ນ​ທາງ​ຈະ​ຫຍຸ້ງ​ຍາກ, ແຕ່​ຄຳ​ສັນ​ຍາ​ນັ້ນ​ຈິງ​ແທ້ ທີ່​ວ່າ: ‘ເຖິງ​ແມ່ນ​ບາບ​ຂອງ​ພວກ​ເຈົ້າ​ນັ້ນ​ເປັນ​ສີ​ແດງ​ເຂັ້ມ ແຕ່​ເຮົາ​ກໍ​ຈະ​ຊຳ​ລະ​ໃຫ້​ມັນ​ຂາວ​ສະ​ອາດ​ດັ່ງ​ຫິ​ມະ’ [ເອຊາຢາ 1:18]. ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ຈື່​ຈຳ​ມັນ​ອີກ​ຕໍ່​ໄປ [ເບິ່ງ D&C 58:42]. ຢ່າ​ປ່ອຍ​ໃຫ້​ຊີ​ວິດ​ນິ​ລັນ​ດອນ​ຂອງ​ທ່ານ​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ. ຖ້າ​ທ່ານ​ໄດ້​ເຮັດ​ບາບ, ເມື່ອ​ທ່ານ​ໄດ້​ຫວນ​ກັບ​ຄືນ​ມາ​ໄວ​ເທົ່າ​ໃດ, ທ່ານ​ຈະ​ພົບ​ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ​ໄວ​ເທົ່າ​ນັ້ນ ຊຶ່ງ​ມາ​ນຳ​ຄວາມ​ມະ​ຫັດ​ສະ​ຈັນ​ຂອງ​ການ​ໃຫ້​ອະ​ໄພ.”4

ກັບ​ຄືນ​ສູ່​ເສັ້ນ​ທາງ

“ເຖິງ​ແມ່ນ​ເປັນ​ສິ່ງ​ຈຳ​ເປັນ​ທີ່​ສຸດ ທີ່​ເຮົາ​ຕ້ອງ​ເລືອກ​ຢ່າງ​ສະ​ຫລາດ, ແຕ່​ບາງ​ເທື່ອ ເຮົາ​ຈະ​ເຫັນ​ວ່າ ເຮົາ​ໄດ້​ເລືອກ​ຢ່າງ​ໂງ່​ຈ້າ. ຂອງ​ປະທານ​ແຫ່ງ​ການ​ກັບ​ໃຈ, ຊຶ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຈັດ​ຕຽມ​ໄວ້, ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ດັດ​ແປງ​ຊີ​ວິດ​ຂອງ​ເຮົາ​ໄດ້, ເພື່ອ​ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ສູ່​ເສັ້ນ​ທາງ ທີ່​ຈະ​ພາ​ເຮົາ​ໄປ​ສູ່​ລັດ​ສະ​ໝີ​ພາບ​ແຫ່ງ​ຊັ້ນ​ສູງ ທີ່​ເຮົາ​ສະແຫວງ​ຫາ​ນັ້ນ.”5

ທາງ​ກັບ​ຄືນ

“ຖ້າ​ຫາກ​ຄົນ​ໃດ​ໃນ​ພວກ​ທ່ານ​ມີ​ບັນ​ຫາ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້, ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ມີ​ທາງ​ໜີ​ອອກ​ມາ​ໄດ້. ຂັ້ນ​ຕອນ​ນັ້ນ​ເອີ້ນ​ວ່າ ການ​ກັບ​ໃຈ. ເຖິງ​ແມ່ນ​ມັນ​ຈະ​ເປັນ​ສິ່ງ​ຍາກ, ແຕ່​ຄວາມ​ລອດ​ນິ​ລັນ​ດອນ​ຂອງ​ທ່ານ ຂຶ້ນ​ຢູ່​ກັບ​ການ​ກັບ​ໃຈ​ນີ້. ມີ​ສິ່ງ​ໃດ​ແດ່​ທີ່​ທ່ານ​ເຮັດ​ໄດ້ ທີ່​ດີ​ໄປ​ກວ່າ​ນີ້? ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ທ່ານ ໃຫ້​ພິ​ຈາ​ລະ​ນາ​ໃນ​ເວລາ​ນີ້ ທີ່​ຈະ​ໃຊ້​ຂັ້ນ​ຕອນ​ອັນ​ຈຳ​ເປັນ ເພື່ອ​ຈະ​ໄດ້​ກັບ​ໃຈ​ຢ່າງ​ສົມ​ບູນ. ເມື່ອ​ທ່ານ​ເຮັດ​ໄວ​ຂຶ້ນ​ເທົ່າ​ໃດ, ທ່ານ​ກໍ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົບ​ງຽບ ແລະ ຄຳ​ສັນ​ຍາ​ທີ່​ເອ​ຊາ​ຢາ ໄດ້​ກ່າວ​ເຖິງ​ໄວ​ຂຶ້ນ​ເທົ່າ​ນັ້ນ [ເບິ່ງ ເອຊາຢາ 1:18].”6

ຜູ້​ຄົນ​ສາ​ມາດ​ປ່ຽນ​ໄດ້

“ເຮົາ​ຕ້ອງ​ຄິດ​ວ່າ ຜູ້​ຄົນ​ສາ​ມາດ​ປ່ຽນ​ໄດ້. ເຂົາ​ເຈົ້າ​ສາ​ມາດ​ຖິ້ມ​ໃຈ​ເກົ່າ. ເຂົາ​ເຈົ້າ​ສາ​ມາດ​ກັບ​ໃຈ​ຈາກ​ການ​ລ່ວງ​ລະ​ເມີດ. ເຂົາ​ເຈົ້າ​ສາ​ມາດ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຢ່າງ​ມີ​ຄ່າ​ຄວນ. ແລະ ເຂົາ​ເຈົ້າ​ສາ​ມາດ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ພາກ​ພຽນ.”7

ກາຍ​ເປັນ​ຄົນ​ສະ​ອາດ​ຄືນ​ອີກ

“ຖ້າ​ຫາກ​ມີ​ສິ່ງ​ໃດ​ທີ່​ບໍ່​ຖືກ​ຕ້ອງ​ໃນ​ຊີ​ວິດ​ຂອງ​ທ່ານ, ມັນ​ມີ​ທາງ​ອອກ​ສຳ​ລັບ​ທ່ານ​ຢູ່. ໃຫ້​ເຊົາ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ບໍ່​ຊອບ​ທຳ. ໃຫ້​ເວົ້າ​ລົມ​ກັບ​ອະ​ທິ​ການ​ຂອງ​ທ່ານ. ບໍ່​ວ່າ​ຈະ​ເປັນ​ບັນ​ຫາ​ໃດ​ກໍ​ຕາມ, ມັນ​ສາ​ມາດ​ແກ້​ໄຂ​ໄດ້ ຜ່ານ​ການ​ກັບ​ໃຈ​ທີ່​ຖືກ​ຕ້ອງ. ​ທ່ານ​ສາ​ມາດ​ກາຍ​ເປັນ​ຄົນ​ສະ​ອາດ​ຄືນ​ອີກ.”8

ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

“ສິ່ງ​ສຳ​ຄັນ​ຕໍ່​ແຜນ [ແຫ່ງ​ຄວາມ​ລອດ] ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ. ປາດ​ສະ​ຈາກ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ທຸກ​ຄົນ​ຈະ​ຫລົງ​ທາງ​ໄປ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ພຽງ​ແຕ່​ເຊື່ອ​ໃນ​ພຣະ​ອົງ ແລະ ເຊື່ອ​ໃນ​ພາ​ລະ​ກິດ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ ແມ່ນ​ບໍ່​ພຽງ​ພໍ. ເຮົາ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ ແລະ ຮຽນ​ຮູ້, ສະ​ແຫວງ​ຫາ ແລະ ອະ​ທິ​ຖານ, ກັບ​ໃຈ ແລະ ພັດ​ທະ​ນາ​ຕົນ. ເຮົາ​ຕ້ອງ​ຮູ້​ຈັກ​ກົດ​ຂອງ​ພຣະ​ເຈົ້າ ແລະ ດຳ​ລົງ​ຊີ​ວິດ​ຕາມ​ນັ້ນ. ເຮົາ​ຕ້ອງ​ໄດ້​ຮັບ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ອົງ. ພຽງ​ແຕ່​ໂດຍ​ການ​ເຮັດ​ຕາມ​ດັ່ງ​ທີ່​ກ່າວ​ມາ​ນີ້ ເຮົາ​ຈຶ່ງ​ຈະ​ໄດ້​ຮັບ​ຄວາມ​ສຸກ​ນິ​ລັນ​ດອນ ທີ່​ແທ້​ຈິງ.”9

ແຫລ່ງ​ອ້າງ​ອີງ

  1. “The Will Within,” Ensign, May 1987, 68.

  2. “Choices,” Liahona, May 2016, 86.

  3. ໂມໄຊຢາ 4:2.

  4. “The Three Rs of Choice,” Liahona, Nov. 2010, 69.

  5. “Choices,” 86.

  6. “Keep the Commandments,” Liahona, Nov. 2015, 85.

  7. “See Others as They May Become,” Liahona, Nov. 2012, 68.

  8. “Priesthood Power,” Liahona, May 2011, 67.

  9. “The Perfect Path to Happiness,” Liahona, Nov. 2016, 80–81.

ພິມ