ຊາວໜຸ່ມ
ການຕັດສິນໃຈທີ່ຈະກັບໃຈ
ປະທານມອນສັນອະທິບາຍວ່າ “ໜ້າທີ່ຮັບຜິດຊອບຂອງເຮົາຄືທີ່ຈະຍົກລະດັບຈາກຄຸນນະພາບທີ່ປານກາງ ໄປສູ່ລະດັບຄວາມຊຳນານ, ຈາກຄວາມລົ້ມເຫລວ ໄປສູ່ຄວາມສຳເລັດຜົນ. ໜ້າທີ່ຂອງເຮົາຄືທີ່ຈະກາຍເປັນຄົນດີທີ່ສຸດ.” ຫລາຍຄົນໄດ້ອຸທິດເດືອນມັງກອນ ໃນການຈັດຕັ້ງເປົ້າໝາຍ ແລະ ການຕັດສິນໃຈຢ່າງແນ່ວແນ່ ເພື່ອພັດທະນາຕົນ: ທີ່ຈະຍິ້ມຫລາຍກວ່າເກົ່າ, ບໍລິໂພກອາຫານທີ່ດີກວ່າເກົ່າ, ຫລື ຮຽນຮູ້ຄວາມຊຳນານຢ່າງໃໝ່. ເຖິງແມ່ນວ່າເປົ້າໝາຍເຫລົ່ານີ້ສາມາດຊ່ວຍເຈົ້າປ່ຽນແປງໃຫ້ດີຂຶ້ນກວ່າເກົ່າ, ແຕ່ວິທີທີ່ດີທີ່ສຸດ ທີ່ຈະປ່ຽນແປງ ແມ່ນຜ່ານທາງການກັບໃຈ.
ເຖິງແມ່ນວ່າການກັບໃຈເປັນສິ່ງຍາກທີ່ຈະເຮັດ, ແຕ່ມັນເປັນຂອງປະທານ! ເມື່ອເຮົາເພິ່ງອາໄສພຣະເຢຊູຄຣິດ ໂດຍການກັບໃຈຈາກບາບຂອງເຮົາ, ເຮົາຈະສາມາດເຕີບໂຕ ແລະ ກ້າວໜ້າໄດ້. ປະທານມອນສັນ ໄດ້ກ່າວວ່າ, “ສິ່ງສຳຄັນຕໍ່ແຜນ [ແຫ່ງຄວາມລອດ] ແມ່ນພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ. ປາດສະຈາກການເສຍສະລະຊົດໃຊ້ຂອງພຣະອົງ, ເຮົາທຸກຄົນຈະຫລົງທາງໄປ.” ຜ່ານການກັບໃຈ, ເຈົ້າສາມາດຖືກຊຳລະລ້າງໃຫ້ສະອາດຈາກບາບຂອງເຈົ້າ ແລະ ກ້າວໜ້າໄດ້ ເພື່ອກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
ໃຫ້ຄິດເບິ່ງວ່າ ມີສິ່ງໃດແດ່ ທີ່ກີດກັນເຈົ້າ ຈາກການກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດ. ມັນແມ່ນການໃຊ້ພາສາຂອງເຈົ້າບໍ? ມັນແມ່ນການປະຕິບັດຕໍ່ໝູ່ເພື່ອນ ຫລື ຄອບຄົວຂອງເຈົ້າບໍ? ຫລັງຈາກຄິດກ່ຽວກັບສິ່ງທີ່ເຈົ້າສາມາດພັດທະນາຕົນ, ໃຫ້ອະທິຖານຫາພຣະບິດາເທິງສະຫວັນ ແລະ ສະແດງຄວາມປາດຖະໜາຂອງເຈົ້າ ທີ່ຈະປ່ຽນແປງ. ໃຫ້ຈື່ຈຳໄວ້ວ່າ ຜ່ານທາງອຳນາດຂອງການຊົດໃຊ້ຂອງພຣະອົງ, ພຣະເຢຊູຄຣິດ ສາມາດຊ່ວຍເຈົ້າໃຫ້ເອົາຊະນະຄວາມອ່ອນແອຂອງເຈົ້າໄດ້. ດັ່ງທີ່ປະທານມອນສັນ ໄດ້ສອນວ່າ, “ຂອງປະທານແຫ່ງການກັບໃຈ, ຊຶ່ງພຣະຜູ້ຊ່ວຍໃຫ້ລອດໄດ້ຈັດຕຽມໄວ້, ສາມາດຊ່ວຍເຮົາໃຫ້ດັດແປງຊີວິດຂອງເຮົາໄດ້.”
ເບິ່ງ “Eight Myths about Repentance” ໃນ lds.org/go/1186 ນຳອີກ.