​2018
ພາກ​ສ່ວນຂອງ​ເອື້ອຍ​ນ້ອງ ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ
ເດືອນ​ພະຈິກ 2018


ຮູບ​ພາບ
ministering

ຂ່າວ​ສານ​ຈາກ​ຝ່າຍ​ປະທານ​ສູງ​ສຸດ, ເດືອນ​ພະຈິກ 2018

ພາກ​ສ່ວນຂອງ​ເອື້ອຍ​ນ້ອງ ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ

ຄ່ຳຄືນນີ້​ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຄຳ​ອ້ອນວອນ​ຂອງ​ສາດ​ສະ​ດາ​ຕໍ່​ທ່ານ, ສະ​ຕີ​ໃນ​ສາດ​ສະ​ໜາ​ຈັກ, ໃຫ້​ຫລໍ່​ຫລອມ​ອະ​ນາ​ຄົດ ໂດຍ​ການ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ທີ່​ໄດ້​ກະ​ຈັດ​ກະ​ຈາຍ​ໄປ.

ຊ່າງ​ເປັນ​ໂອ​ກາດ​ທີ່​ປະ​ເສີດ​ທີ່​ໄດ້​ມາ​ຮ່ວມ​ກັບ​ທ່ານ, ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ. ບາງ​ທີ​ປະ​ສົບ​ການ​ເມື່ອບໍ່​ດົນ​ມານີ້ ຈະ​ອະ​ທິ​ບາຍ​ໃຫ້​ທ່ານ​ຮັບ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ທ່ານ ແລະ ຄວາມ​ສາ​ມາດ​ແຫ່ງ​ສະ​ຫວັນ​ທີ່​ທ່ານ​ໄດ້​ຮັບ​ມາ.

ມື້​ໜຶ່ງ ຕອນ​ກ່າວ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ທີ່​ອາ​ເມ​ຣິ​ກາ​ໃຕ້, ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ​ຫລາຍກ່ຽວ​ກັບ​ຫົວ​ຂໍ້​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໃນ​ວິ​ນາ​ທີທີ່​ສຳ​ຄັນ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ອອກ​ວ່າ, “ໃນ​ຖາ​ນະ ແມ່ ຂອງ​ລູກ 10 ຄົນ, ຂ້າ​ພະ​ເຈົ້າ​ບອກທ່ານ​ໄດ້​ວ່າ …” ແລະ ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ກ່າວຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ໄປ.

ຂ້າ​ພະ​ເຈົ້າ​ບໍ່​ໄດ້ຮູ້​ເລີຍ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຄຳ​ວ່າ ແມ່. ນາຍ​ພາ​ສາ​ຂອງ​ຂ້າ​ພະ​ເຈົ້າ, ໂດຍ​ທີ່ຄິດ​ວ່າ​ຂ້າ​ພະ​ເຈົ້າໄດ້​ກ່າວ​ຜິດ​ຄຳ, ກໍ​ໄດ້​ປ່ຽນ​ຄຳ​ວ່າ ແມ່ ໄປເປັນ ພໍ່, ສະ​ນັ້ນ​ຜູ້​ຄົນ​ໃນ​ກອງ​ປະ​ຊຸມບໍ່​ໄດ້​ຮູ້​ເລີຍ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ອ້າງ​ເຖິງ​ຕົວ​ເອງວ່າ ແມ່. ແຕ່ ເວັນ​ດີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ, ແລະ ນາງ​ກໍ​ດີ​ໃຈ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຜິດ ເຖິງ​ຄວາມ​ຮູ້​ສຶກ​ຈາກ​ຈິດ​ສຳ​ນຶກ.

ໃນວິ​ນາ​ທີນັ້ນ, ຄວາມ​ປະ​ສົງ​ເລິກໆ​ໃນ​ໃຈຂອງ​ຂ້າ​ພະ​ເຈົ້າ ແມ່ນ​ຢາກ​ເຮັດຄວາມ​ແຕກ​ຕ່າງ​ໃນ​ໂລກ—ທີ່​ພຽງ​ແຕ່​ແມ່​ເທົ່າ​ນັ້ນ​ທີ່​ເຮັດ​ໄດ້—​ໄດ້​ເປັນ​ຝອດ​ຂຶ້ນ​ມາ​ຈາກ​ຈິດ​ໃຈ​ຂອງ​ຂ້າ​ພະເຈົ້າ. ຕະ​ຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ, ເມື່ອ​ໃດ​ມີ​ຄົນ​ຖາມຂ້າ​ພະ​ເຈົ້າ​ວ່າ​ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງໄດ້ ​ເລືອກ ທີ່​ຈະເປັນ​ທ່ານໝໍ, ຄຳ​ຕອບ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເໝືອນ​ເດີມ: “ເພາະ​ຂ້າ​ພະ​ເຈົ້າ ເລືອກ ທີ່​ຈະເປັນ​ແມ່ບໍ່​ໄດ້.”

ຂໍ​ໃຫ້​ສັງ​ເກດ​ເຫັນ​ວ່າ ເມື່ອ​ໃດທີ່​ຂ້າ​ພະ​ເຈົ້າ​ໃຊ້​ຄຳ​ວ່າ ແມ່, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ພຽງ​ແຕ່​ກ່າວ​ເຖິງ​ຜູ້​ຍິງ​ທີ່​ໃຫ້​ກຳ​ເນີດ​ລູກໆ ຫລື ລ້ຽງ​ເດັກ​ເປັນ​ລູກ​ບຸນ​ທຳ​ໃນ​ຊີ​ວິດນີ້​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ກ່າວ​ເຖິງທິ​ດາ​ຜູ້​ໃຫຍ່​ຂອງ​ພຣະ​ບິ​ດາ​ມານ​ດາ​ໃນ​ສະ​ຫວັນ​ຂອງ​ເຮົາ ທຸກ​ຄົນ. ຜູ້​ຍິງທຸກ​ຄົນ ກໍເປັນ​ແມ່ ອີງ​ຕາມ​ທຳ​ມະ​ຊາດ​ທີ່ສູງ​ສົ່ງ​ນິ​ລັນ​ດອນ​ຂອງ​ນາງ.

ສະນັ້ນ ໃນຄ່ຳຄືນນີ້, ໃນ​ຖາ​ນະ ພໍ່ ຂອງ​ລູກ 10 ຄົນ—​ເກົ້າ​ຄົນເປັນ​ລູກ​ສາວ ແລະ ໜຶ່ງ​ຄົນ​ເປັນ​ລູກ​ຊາຍ—ແລະ ໃນ​ຖາ​ນະ​ປະ​ທານ​ຂອງ​ສາດ​ສະ​ໜາຈັກ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ຮັບ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແນວ​ໃດ​ແທ້ໆ​ກ່ຽວ​ກັບ​ທ່ານ—ກ່ຽວ​ກັບ​ວ່າ​ທ່ານ​ເປັນ​ໃຜ ແລະ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ດີ​ງາມ​ທີ່​ທ່ານ​ເຮັດ. ບໍ່​ມີ​ໃຜສາ​ມາດ​ເຮັດ​ສິ່ງ​ທີ່​ຜູ້​ຍິງ​ທີ່​ຊອບ​ທຳ​ສາ​ມາດ​ເຮັດ​ໄດ້. ບໍ່​ມີ​ໃຜ​ສາ​ມາດ​ລອກ​ແບບ​ອິດ​ທິ​ພົນ​ຂອງ​ແມ່​ໄດ້.

ຜູ້​ຊາຍ​ສາ​ມາດ ແລະ ສ່ວນ​ຫລາຍ​ກໍ​ຈະ​ສື່​ສານ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ຄົນ​ອື່ນ​ໄດ້. ແຕ່​ຜູ້​ຍິງ​ມີ​ຂອງ​ປະ​ທານ​ພິ​ເສດ​ສຳ​ລັບ​ສິ່ງນີ້—ຂອງ​ປະ​ທານ​ສັກ​ສິດ​ຈາກ​ສະ​ຫວັນ. ທ່ານ​ມີ​ຄວາມ​ສາມາດ​ທີ່​ຈະ​ຮູ້​ສຶກ​ເຖິງ​ສິ່ງ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຕ້ອງ​ການ—ແລະ ເມື່ອໃດ ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ມັນ. ທ່ານ​ສາ​ມາດ​ເອື້ອມ​ອອກ​ໄປ​ຫາ, ປອບ​ໂຍນ, ສິດ​ສອນ, ແລະ ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ວິ​ນາ​ທີ​ທີ່​ເຂົາ​ມີ​ຄວາມ​ຕ້ອງ​ການ.

ຜູ້​ຍິງ​ເຫັນ​ໄດ້​ແຕກ​ຕ່າງ​ຈາກ​ຜູ້​ຊາຍ, ແລະ ໂອ້ຍ, ພວກ​ເຮົາ​ກໍ​ຕ້ອງ​ການ​ທັດ​ສະ​ນະ​ຂອງ​ທ່ານ​ແທ້ໆ! ທຳ​ມະ​ຊາດ​ຂອງ​ທ່ານ​ນຳ​ພາ​ໃຫ້​ທ່ານ​ຄິດ​ເຖິງ​ຄົນ​ອື່ນ ກ່ອນ, ເພື່ອ​ພິ​ຈາ​ລະ​ນາ​ເຖິງ​ຜົນ​ກະ​ທົບ ທີ່​ການ​ກະ​ທຳ​ໃດ​ໜຶ່ງ​ຈະ​ມີ​ຕໍ່​ຄົນ​ອື່ນ.

ດັ່ງ​ທີ່​ປະ​ທານ​ໄອ​ຣິງ​ ໄດ້​ຊີ້ບອກ, ແມ່ນ​ມານ​ດາ​ເອ​ວາ​ທີ່​ຮຸ່ງ​ໂລດ​ຂອງ​ເຮົາ—ພ້ອມ​ດ້ວຍ​ວິ​ໄສ​ທັດ​ທີ່ກວ້າງ​ໄກ​ຂອງ​ນາງ ເຖິງ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ—ເປັນ​ຜູ້​ທີ່​ໄດ້​ລິ​ເລີ່ມ​ສິ່ງ​ທີ່​ເຮົາ​ເອີ້ນ​ວ່າ ‘‘ການ​ຕົກ.” ການ​ເລືອກ​ທີ່​ສະ​ຫລາດ ແລະ ກ້າ​ຫານ​ຂອງ​ນາງ ແລະ ການ​ຕັດ​ສິນ​ໃຈ​ທີ່​ອາ​ດາມ​ໄດ້​ສະ​ໜັບ​ສະ​ໜູນ ກໍ​ໄດ້ຜັກ​ດັນ​ແຜນ​ແຫ່ງ​ຄວາມສຸກ​ຂອງ​ພຣະ​ເຈົ້າ​ໄປ​ໜ້າ. ມັນ​ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ ທີ່​ຈະ​ລົງ​ມາ​ເທິງ​ແຜ່ນ​ດິນ​ໂລກ, ເພື່ອ​ຮັບ​ເອົາ​ຮ່າງ​ກາຍ, ແລະ ພິ​ສູດ​ວ່າ​ເຮົາ​ຈະ​ເລືອກ​ທີ່​ຈະ​ສະ​ໜັບ​ສະ​ໜູນ​ພຣະ​ເຢ​ຊູ​ຄຣິດ ໃນ​ວັນເວ​ລານີ້, ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ໃນ​ຊີ​ວິດ​ກ່ອນ​ເກີດ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານ​ມີ​ຂອງ​ປະ​ທານ ແລະ ແນວ​ໂນ້ມ​ພິ​ເສດ​ທາງວິນ​ຍານ. ໃນ​ຄ່ຳ​ຄືນນີ້ ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ, ດ້ວຍ​ຄວາມ​ຫວັງ​ທັງ​ໝົດ​ຈາກ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ໃຫ້​ອະ​ທິ​ຖານ​ເພື່ອ​ຈະ​ເຂົ້າ​ໃຈ ຂອງ​ປະ​ທານ​ທາງວິນ​ຍານ​ຂອງ​ທ່ານ—ທີ່​ຈະ​ປູກ​ຝັງ, ນຳ​ໃຊ້, ແລະ ຂະ​ຫຍາຍ​ມັນ​ອອກ​ໄປ, ແມ່ນ​ແຕ່​ຫລາຍກວ່າ​ທີ່​ທ່ານ​ເຄີຍ​ໄດ້​ເຮັດ​ມາ​ກ່ອນ. ທ່ານ​ຈະ​ປ່ຽນ​ແປງ​ໂລກ​ໃນ​ຂະ​ນະ​ທີ່​ທ່ານ​ເຮັດ​ດັ່ງ​ນີ້.

ໃນ​ຖາ​ນະ​ຜູ້​ຍິງ, ທ່ານ​ດົນ​ໃຈ​ຄົນ​ອື່ນ ແລະ ຈັດ​ມາດ​ຕະ​ຖານ​ອັນ​ສົມ​ຄວນ​ທີ່​ຈະ​ເອົາ​ເປັນ​ແບບ​ຢ່າງ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ພື້ນ​ຖານ​ຂອງ​ການ​ປະ​ກາດ​ສຳ​ຄັນ​ສອງ​ຢ່າງ ທີ່​ຖືກ​ປະ​ກາດ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເທື່ອ​ແລ້ວນີ້. ເອື້ອຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ທ່ານໄດ້​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ແຕ່​ລະ​ຢ່າງ.

ທຳ​ອິດ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ມາດ​ຕະ​ຖານ​ທີ່​ສູງ​ສົ່ງ​ສຳ​ລັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ກໍ​ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ໂດຍ​ທົ່ວ​ໄປ​ແລ້ວ, ຜູ້​ຍິງ​ຢູ່​ໃກ້​ມາດ​ຕະ​ຖານນັ້ນ, ແລະ ໄດ້ຢູ່​ໃກ້​ສະ​ເໝີ​ມາ, ຫລາຍກວ່າ​ຜູ້​ຊາຍ. ເມື່ອ​ທ່ານ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແທ້ໆ, ທ່ານ​ກໍ​ເຮັດ​ຕາມ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ທີ່​ຈະຊ່ວຍ​ຄົນ​ອື່ນ​ໃຫ້​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ. ແນວ​ໂນ້ມ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແມ່ນ​ຝັງ​ຕິດ​ຢູ່​ໃນ​ຕົວ​ຂອງ​ຜູ້​ຍິງ​ທີ່​ຊອບ​ທຳ. ຂ້າ​ພະ​ເຈົ້າ​ຮູ້​ຈັກ​ຜູ້​ຍິງ​ທີ່​ອະ​ທິ​ຖານ​ທຸກໆ​ມື້​ວ່າ, “ພຣະ​ອົງ​ປະ​ສົງ​ໃຫ້​ຂ້າ​ນ້ອຍ​ຊ່ວຍ​ເຫລືອ​ໃຜ​ແດ່ມື້ນີ້?”

ກ່ອນ​ການ​ປະ​ກາດໃນ​ເດືອນ​ເມ​ສາ ປີ 2018 ກ່ຽວ​ກັບ​ວິ​ທີ​ທາງ​ທີ່​ສູງກວ່າ ແລະ ສັກ​ສິດກວ່າ ຂອງ​ການ​ດູ​ແລ​ຄົນ​ອື່ນ, ແນວ​ໂນ້ມ​ຂອງ​ຜູ້​ຊາຍ​ບາງ​ຄົນ​ແມ່ນ​ທີ່​ຈະ​ຂີດ​ໝາຍ​ໜ້າ​ທີ່ມອບ​ໝາຍ​ຂອງ​ການ​ສອນ​ປະ​ຈຳ​ບ້ານວ່າ “ສຳ​ເລັດ​ແລ້ວ” ແລະ ປ່ຽນ​ໄປ​ເຮັດ​ໜ້າ​ທີ່​ຕໍ່​ໄປ.

ແຕ່ເມື່ອ ທ່ານ ໄດ້​ຮູ້​ສຶກວ່າ​ເອື້ອຍ​ນ້ອງ​ທີ່​ທ່ານ​ໄດ້ຢ້ຽມ​ສອນ ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ, ທ່ານ​ກໍ​ໄດ້​ຕອບ​ຮັບ​ທັນ​ທີ ແລະ ເຮັດ​ສິ່ງນັ້ນ​ຕະ​ຫລອດ​ທັງ​ເດືອນ. ສະນັ້ນ, ວິ​ທີ ທີ່​ທ່ານ​ໄດ້​ຢ້ຽມ​ສອນ​ກໍ​ໄດ້​ດົນ​ໃຈ​ການ​ປ່ຽນ​ແປງ ໃຫ້​ຂຶ້ນ​ມາ​ເປັນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາກິດ.

ທີ​ສອງ, ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເທື່ອ​ແລ້ວນີ້, ພວກ​ເຮົາ​ກໍ​ໄດ້​ຈັດ​ໂຄງ​ຮ່າງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກແບບ​ໃໝ່. ເມື່ອ​ພວກ​ເຮົາ​ໄດ້​ຄິດ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ຊ່ວຍ​ເຫລືອພວກ​ຜູ້​ຊາຍ​ໃນ​ສາດ​ສະ​ໜາ​ຈັກ​ໃຫ້​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ, ພວກ​ເຮົາ​ກໍ​ໄດ້​ພິ​ຈາ​ລະ​ນາ​ຢ່າງ​ຮອບ​ຄອບ ເຖິງ​ແບບ​ຢ່າງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.

ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ຜູ້​ຍິງ​ທີ່​ຢູ່​ໃນ​ໄວ​ທີ່​ແຕກ​ຕ່າງ ແລະ ຈຸດ​ຕ່າງໆ​ໃນ​ຊີ​ວິດ​ກໍ​ປະ​ຊຸມ​ນຳ​ກັນ. ແຕ່​ລະ​ທົດ​ສະ​ວັດ​ຂອງ​ຊີ​ວິດ ກໍ​ນຳ​ການ​ທ້າ​ທາຍ​ພິ​ເສດມາໃຫ້, ແຕ່ ​ທ່ານ ກໍ​ຍັງ​ຢູ່​ທີ່ນັ້ນ, ທຸກໆ​ອາ​ທິດ, ເວົ້າ​ລົມ​ຊຸມ​ນຸມ​ກັນ, ເຕີບ​ໂຕ ແລະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໄປ​ນຳ​ກັນ, ແລະ ເຮັດ​ຄວາມ​ແຕກ​ຕ່າງ​ທີ່​ແທ້​ຈິງ​ຢູ່​ໃນ​ໂລກ.

ບັດ​ນີ້, ໂດຍ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ທ່ານ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ ກໍ​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ແອວ​ເດີ. ຜູ້​ຊາຍ​ເຫລົ່າ​ນີ້ ມີ​ອາ​ຍຸ​ຈາກ 18 ເຖິງ 98 ປີ (ຫລື ແກ່ກວ່ານັ້ນ), ທັງ​ໝົດ​ກໍ​ມີ​ປະ​ສົບ​ການ​ທີ່ກວ້າງ​ໄກ​ກັບ​ຖາ​ນະ​ປະ​ໂລ​ຫິດ ແລະ ສາດ​ສະ​ໜາ​ຈັກ. ບັດ​ນີ້ ອ້າຍ​ນ້ອງ​ເຫລົ່າ​ນີ້​ສາ​ມາດ​ສ້າງ​ຄວາມ​ສຳ​ພັນ​ສັນ​ອ້າຍ​ນ້ອງ​ໃຫ້​ເຂັ້ມ​ແຂງ​ຂຶ້ນ, ຮຽນ​ຮູ້​ນຳ​ກັນ, ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ ດ້ວຍ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ.

ທ່ານ​ຄົງ​ຈື່​ຈຳ​ໄດ້​ວ່າ ເດືອນ​ມິ​ຖຸ​ນາ​ແລ້ວນີ້, ຊິດ​ສະ​ເຕີ ແນວ​ສັນ ແລະ ຂ້າ​ພະ​ເຈົ້າ ໄດ້​ກ່າວ​ນຳ​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ. ພວກ​ເຮົາ​ໄດ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ຮ່ວມກອງ​ທັບ​ຊາວ​ໜຸ່ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ທັງ​ໃນ​ສອງ​ຟາກ​ມ່ານ. ການ​ເຕົ້າ​ໂຮມນີ້ ກໍ​ເປັນ​ການ​ທ້າທາຍ “ທີ່ສຸດ, ເປັນ​ອຸ​ດົມ​ການ ທີ່ຍິ່ງໃຫຍ່​ທີ່​ສຸດ, ແລະ ເປັນ​ວຽກ​ງານ​ທີ່ ສຳ​ຄັນ​ທີ່​ສຸດ ຢູ່ເທິງ​ແຜ່ນ​ດິນ​ໂລກ ໃນ​ວັນ​ເວ​ລານີ້”!1

ມັນ​ເປັນ​ອຸ​ດົມ​ການ​ທີ່​ຕ້ອງ​ການ​ຜູ້​ຍິງ​ຫລາຍ​ທີ່​ສຸດ, ເພາະ​ວ່າ​ຜູ້​ຍິງ​ເປັນ​ຜູ້​ຫລໍ່​ຫລອມ​ອະ​ນາ​ຄົດ. ສະ​ນັ້ນ ໃນ​ຄ່ຳ​ຄືນນີ້ ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຄຳ​ອ້ອນວອນ​ຂອງ​ສາດ​ສະ​ດາ​ຕໍ່​ທ່ານ, ບັນ​ດາ​ຜູ້​ຍິງ​ໃນ​ສາດ​ສະ​ໜາ​ຈັກ, ໃຫ້​ຫລໍ່​ຫລອມ​ອະ​ນາ​ຄົດ ໂດຍ​ການ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ທີ່​ກະ​ຈັດ​ກະ​ຈາຍ​ໄປ.

ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ຈາກ​ຈຸດ​ໃດ?

ຂ້າພະ​ເຈົ້າ​ຂໍ​ສະ​ເໜີ ຄຳ​ເຊື້ອ​ເຊີນ​ສີ່​ຢ່າງ:

ໜຶ່ງ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຖື​ສິນອົດ​ໃຊ້​ເປັນ​ເວ​ລາ 10 ວັນ ຈາກ​ສື່​ສານ​ມວນ​ຊົນ ແລະ ຈາກ​ສື່​ສານ​ໃດໆ ທີ່​ນຳ​ຄວາມ​ນຶກ​ຄິດ​ທີ່​ເປັນ​ທາງ​ລົບ ແລະ ບໍ່​ສະ​ອາດ​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ທ່ານ. ຂໍ​ໃຫ້​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ວ່າ ຈະ​ກຳ​ຈັດອິດ​ທິ​ພົນ​ໃດ​ອອກ​ໄປ ໃນ​ລະ​ຫວ່າງ​ການ​ຖື​ສິນ​ອົດ​ໃຊ້​ຂອງ​ທ່ານ. ຜົນ​ສະ​ທ້ອນ​ຂອງ​ການ​ຖື​ສິນ​ອົດ​ໃຊ້​ຂອງ​ທ່ານ​ເປັນ​ເວ​ລາ 10 ວັນ ອາດ​ເຮັດ​ໃຫ້​ທ່ານ​ປະ​ຫລາດ​ໃຈ. ທ່ານ​ສັງ​ເກດ​ເຫັນ​ຫຍັງ​ແດ່ ຫລັງ​ຈາກ​ໄດ້​ຢຸດ​ພັກ​ຈາກ​ທັດ​ສະ​ນະ​ຂອງ​ໂລກ ທີ່​ໄດ້​ເຮັດ​ໃຫ້​ວິນ​ຍານ​ຂອງ​ທ່ານ ໄດ້​ຮັບ​ບາດ​ເຈັບ? ມີ​ການ​ປ່ຽນ​ແປງ​ບໍ​ໃນ​ບ່ອນ​ທີ່​ທ່ານ​ຢາກ​ໃຊ້​ເວ​ລາ ແລະ ເຫື່ອ​ແຮງ​ຂອງ​ທ່ານ ໃນ ເວ​ລານີ້? ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ທ່ານ​ໄດ້​ປ່ຽນ​ໄປ​ບໍ—ແມ່ນ​ແຕ່​ເລັກ​ນ້ອຍກໍ​ຕາມ? ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ບັນ​ທຶກ​ລົງ​ໄວ້ ແລະ ໃຫ້​ປະ​ຕິ​ບັດ​ຕາມ​ແຕ່​ລະຄວາມ​ປະ​ທັບ​ໃຈ.

ສອງ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ນັບ​ຈາກ​ເວ​ລານີ້ ຈົນ​ເຖິງ ທ້າຍ​ປີ. ເຖິງ​ແມ່ນ​ອາດ​ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້ ເພາະ​ທຸກ​ສິ່ງ​ທີ່​ທ່ານ​ພະ​ຍາ​ຍາມ​ຈະ​ຈັດ​ການ​ໃນ​ຊີ​ວິດ​ຂອງ​ທ່ານ ​ມີ​ຢ່າງ​ຫລວງ​ຫລາຍ, ຖ້າ​ຫາກ​ທ່ານ​ຈະ​ຍອມ​ຮັບ​ຄຳ​ເຊື້ອ​ເຊີນນີ້​ດ້ວຍ​ຄວາມ​ເຕັມ​ໃຈ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຫລືອ​ທ່ານ ໃຫ້​ພົບ​ເຫັນ​ວິ​ທີ​ທາງ​ທີ່​ຈະ​ບັນ​ລຸ​ຜົນ​ສຳ​ເລັດ​ນີ້ໄດ້. ແລະ, ເມື່ອ​ທ່ານ​ສຶກ​ສາ​ດ້ວຍ​ການ​ອະ​ທິ​ຖານ, ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ສະ​ຫວັນ​ຈະ​ເປີດ​ໃຫ້​ແກ່​ທ່ານ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ທ່ານ ດ້ວຍ​ການ​ດົນ​ໃຈ ແລະ ການ​ເປີດ​ເຜີຍ ທີ່​ເພີ່ມ​ທະ​ວີ​ຂຶ້ນ.

ເມື່ອ​ທ່ານ​ອ່ານ, ຂ້າ​ພະ​ເຈົ້າ​ຢາກ​ຊຸກ​ຍູ້​ທ່ານ​ໃຫ້​ໝາຍ​ແຕ່​ລະ​ຂໍ້ ທີ່​ເຮັດ​ໃຫ້​ທ່ານ​ປະ​ທັບ​ໃຈ ຫລື ອ້າງ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແລ້ວ, ໃຫ້​ມີ​ຄວາມ​ຕັ້​ງໃຈ​ກ່ຽວ​ກັບ​ການ​ເວົ້າ​ເຖິງ​ພຣະ​ຄຣິດ, ການ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, ແລະ ການ​ສັ່ງ​ສອນ​ເລື່ອງ​ພຣະ​ຄຣິດ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ທ່ານ.2 ທ່ານ ແລະ ເຂົາ​ເຈົ້າ​ຈະ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ ຜ່ານ​ທາງ​ຂັ້ນ​ຕອນນີ້. ແລະ ການ​ປ່ຽນ​ແປງ, ແມ່ນ​ແຕ່​ສິ່ງ​ມະ​ຫັດ​ສະ​ຈັນ, ກໍ​ຈະ​ເລີ່ມ​ເກີດ​ຂຶ້ນ.

ມື້​ເຊົ້າ​ນີ້ ໄດ້​ມີ​ການ​ປະ​ກາດ​ກ່ຽວ​ກັບ​ຕາ​ຕະ​ລາງ​ໃໝ່​ສຳ​ລັບ​ວັນ​ອາ​ທິດ ແລະ ການ​ໃຫ້​ບ້ານ​ເຮືອນ​ເປັນ​ສູນ​ກາງ​ການຮຽນ​ຮູ້, ໂດຍ​ມີ​ສາດ​ສະ​ໜາ​ຈັກ​ສະ​ໜັບ​ສະ​ໜູນ. ເອື້ອຍ​ນ້ອງ​ທີ່​ຮັກ​ແພງຂອງ​ຂ້າ​ພະ​ເຈົ້າ, ທ່ານ​ເປັນ​ເຄັດ​ລັບ​ຕໍ່​ຄວາມ​ສຳ​ເລັດ​ຂອງ​ຄວາມ​ພະ​ຍາ​ຍາມ ໃນ​ການ​ສິດສອນ​ພຣະ​ກິດ​ຕິ​ຄຸນແບບ​ໃໝ່ ແລະ ດຸນ​ດ່ຽງ, ແລະ ປະ​ສົມ​ປະ​ສານນີ້. ກະ​ລຸ​ນາ​ສິດ​ສອນ​ຜູ້​ຄົນ​ທີ່​ທ່ານ​ຮັກ ເຖິງ​ສິ່ງ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້​ຢູ່​ຈາກ​ພຣະ​ຄຳ​ພີ. ຂໍ​ໃຫ້​ສິດ​ສອນ​ເຂົາ​ເຈົ້າ​ເຖິງວິ​ທີ​ທີ່​ຈະ​ຫັນ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ສຳ​ລັບ​ການ​ປິ່ນ​ປົວ ແລະ ອຳ​ນາດ​ແຫ່ງ​ການ​ຊຳ​ລະ​ໃຫ້​ສະ​ອາດ ເມື່ອ​ເຂົາ​ເຈົ້າ​ເຮັດ​ບາບ. ແລະ ຂໍ​ໃຫ້​ສິດ​ສອນ​ເຂົາ​ເຈົ້າ​ເຖິງວິ​ທີ​ທີ່​ຈະ​ດຶງ​ເອົາ​ອຳ​ນາດ​ທີ່​ເສີມ​ຄວາມ​ເຂັ້ມ​ແຂງ​ຂອງ​ພຣະ​ອົງ​ທຸກໆ​ວັນ​ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ສາມ, ໃຫ້​ຈັດ​ແບບ​ແຜນ​ຂອງ​ການ​ໄປ​ພຣະ​ວິ​ຫານ​ເປັນ​ປະ​ຈຳ. ສິ່ງນີ້​ອາດ​ຮຽກ​ຮ້ອງ​ການ​ເສຍ​ສະ​ລະ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ. ການ​ໄປພຣະ​ວິ​ຫານ​ເປັນ​ປະ​ຈຳ ຈະ​ອະ​ນຸ​ຍາດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ທ່ານ ເຖິງວິ​ທີ​ທີ່​ຈະ​ດຶງ​ເອົາ​ອຳ​ນາດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ ທີ່​ທ່ານ​ໄດ້​ຮັບ ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ. ສຳ​ລັບ​ຜູ້​ທີ່ບໍ່​ໄດ້​ອາ​ໄສ​ຢູ່​ໃກ້​ພຣະ​ວິ​ຫານ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ສຶກ​ສາ​ດ້ວຍ​ການ​ອະ​ທິ​ຖານ​ກ່ຽວ​ກັບ​ພຣະ​ວິ​ຫານ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ໃນ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່. ຂໍ​ໃຫ້​ສະ​ແຫວງ​ຫາ​ທີ່​ຈະ ຮູ້ ຫລາຍ​ຂຶ້ນ, ທີ່​ຈະ ເຂົ້າ​ໃຈ ຫລາຍ​ຂຶ້ນ, ທີ່​ຈະ ຮູ້​ສຶກ ຫລາຍ​ຂຶ້ນ ກ່ຽວ​ກັບ​ພຣະ​ວິ​ຫານ ຫລາຍກວ່າ​ທີ່​ທ່ານ​ເຄີຍ​ເຮັດມາ​ກ່ອນ.

ໃນ​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຊາວ​ໜຸ່ມ​ຕະ​ຫລອດ​ທົ່ວ​ໂລກ ເມື່ອ​ເດືອນ​ມິ​ຖຸ​ນາ​ຜ່ານ​ມານີ້, ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ ທີ່​ຊີ​ວິດ​ໄດ້​ປ່ຽນ​ໄປ ເມື່ອ​ພໍ່​ແມ່​ຂອງ​ລາວ​ໄດ້​ປ່ຽນ​ມື​ຖື​ທັນ​ສະ​ໄໝ​ຂອງ​ລາວ ກັບ​ມື​ຖື​ທຳ​ມະ​ດາຊະ​ນິດ​ມີ​ຝາ​ປິດ. ແມ່​ຂອງ​ຊາຍ​ໜຸ່ມ​ຄົນນີ້​ເປັນ​ຜູ້​ຍິງ​ທີ່​ກ້າ​ຫານ ແລະ ມີ​ສັດ​ທາ. ນາງ​ໄດ້​ເຫັນ​ລູກ​ຊາຍ​ຂອງ​ນາງ​ຫລົງ​ໄປ​ຕາມ​ການ​ເລືອກ​ທີ່​ສາ​ມາດ​ກີດ​ກັນ​ລາວ ຈາກ​ການ​ອອກ​ໄປ​ຮັບ​ໃຊ້​ເຜີຍ​ແຜ່. ນາງ​ໄດ້​ເອົາ​ຄວາມ​ອ້ອນວອນ​ຂອງ​ນາງ​ໄປ​ພຣະ​ວິ​ຫານ ເພື່ອ​ຈະ​ຮູ້​ວິ​ທີ​ທີ່​ດີ​ທີ່​ສຸດ ທີ່​ຈະ​ຊ່ວຍ​ລູກ​ຊາຍ​ຂອງ​ນາງ. ແລ້ວ​ນາງ​ໄດ້​ປະ​ຕິ​ບັດ​ຕາມ​ທຸກໆ​ຄວາມ​ປະ​ທັບ​ໃຈ.

ນາງ​ໄດ້​ເວົ້າ​ວ່າ: “ຂ້າ​ນ້ອຍ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ນຳ​ພາ​ຂ້າ​ນ້ອຍ ໃຫ້​ກວດ​ເບິ່ງ​ມື​ຖື​ຂອງ​ລູກ​ຊາຍ ໃນ​ເວ​ລາໃດ​ໜຶ່ງ​ໂດຍ​ສະ​ເພາະ ເພື່ອ​ຈະ​ໄດ້​ຮູ້​ຈັກສິ່ງ​ໃດ​ສິ່ງ​ໜຶ່ງ​ໂດຍ​ສະ​ເພາະ. ຂ້າ​ນ້ອຍບໍ່​ຮູ້​ຈັກ​ໃຊ້​ມື​ຖື​ສະ​ໄໝ​ໃໝ່, ແຕ່​ພຣະ​ວິນ​ຍານ​ໄດ້​ນຳ​ພາ​ຂ້າ​ນ້ອຍ​ໃຫ້​ກົດ​ບ່ອນ​ຫັ້ນ​ບ່ອນນີ້ ທີ່​ຂ້າ​ນ້ອຍບໍ່​ເຄີຍ​ໃຊ້​ມາ​ກ່ອນ! ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ວິນ​ຍານ​ຊ່ວຍ​ພໍ່​ແມ່​ຜູ້​ທີ່​ສະ​ແຫວງ​ຫາ​ການ​ຊີ້​ນຳ ເພື່ອ​ຈະ​ປົກ​ປ້ອງ​ລູກໆ​ຂອງ​ເຂົາ​ເຈົ້າ. [ໃນ​ຕອນ​ຕົ້ນ] ລູກ​ຊາຍ​ຂອງ​ຂ້າ​ນ້ອຍ​ກໍ​ໃຈ​ຮ້າຍ​ໃຫ້​ຂ້າ​ນ້ອຍ​ຢ່າງ​ໃຫຍ່. … ແຕ່​ຫລັງ​ຈາກ​ສາມມື້, ລາວ​ໄດ້​ຂອບ​ໃຈ​ຂ້າ​ນ້ອຍ! ລາວ​ສາ​ມາດ​ຮູ້​ສຶກ​ແຕກ​ຕ່າງ.”

ພຶດ​ຕິ​ກຳ ແລະ ທ່າ​ທີ​ຂອງ​ລູກ​ຊາຍ​ຂອງ​ນາງ ໄດ້​ປ່ຽນ​ໄປ​ຫລາຍ. ລາວ​ໄດ້​ຊ່ວຍ​ເຫລືອ​ຫລາຍ​ຂຶ້ນ​ຢູ່​ທີ່​ບ້ານ, ຍິ້ມ​ແຍ້ມ​ຫລາຍ​ຂຶ້ນ, ແລະ ກໍ​ໄດ້​ເອົາ​ໃຈ​ໃສ່​ຢູ່​ທີ່​ໂບດ. ລາວ​ໄດ້ຮັບ​ໃຊ້​ໃນ​ພຣະ​ວິ​ຫານ​ຊົ່ວ​ໄລ​ຍະ​ໜຶ່ງ ຢູ່​ທີ່​ຫ້ອງ​ບັບ​ຕິ​ສະ​ມາ ແລະ ກະ​ກຽມ​ສຳ​ລັບ​ການ​ເຜີຍ​ແຜ່​ຂອງ​ລາວ.

ຄຳ​ເຊື້ອ​ເຊີນ​ຂໍ້​ທີ​ສີ່​ຂອງ​ຂ້າ​ພະ​ເຈົ້າ, ສຳ​ລັບ​ທ່ານ​ຜູ້​ທີ່​ມີ​ອາ​ຍຸ​ເໝາະ​ສົມ, ໃຫ້​ມາ​ຮ່ວມ​ເຕັມ​ທີ່​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ. ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ສຶກ​ສາ ຂໍ້​ຖະ​ແຫລງ​ເຖິງ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ໃນ​ປະ​ຈຸ​ບັນ​ນີ້. ມັນ​ເປັນ​ສິ່ງ​ທີ່​ດົນ​ໃຈ. ມັນ​ອາດ​ຊີ້​ນຳ​ທ່ານ​ໃນ​ການ​ພັດ​ທະ​ນາ ຂໍ້​ຖະ​ແຫລງ​ເຖິງ​ຈຸດ​ປະ​ສົງ​ຂອງ​ທ່ານ​ເອງ ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ. ຂ້າ​ພະ​ເຈົ້າ​ຍັງ​ຂໍ​ໃຫ້​ທ່ານ​ຮັກ​ສາ​ຄວາມ​ຈິງ ທີ່​ມີ​ຢູ່​ໃນ​ການ​ປະ​ກາດ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ທີ່​ໄດ້​ຈັດ​ພິມ​ເກືອບ 20 ປີ​ຜ່ານ​ມາ​ແລ້ວ.3 ສຳ​ເນົາ​ຂອງ​ການ​ປະ​ກາດນີ້​ກໍ​ມີ​ແຂວນ​ຢູ່​ເທິງຝາ ຢູ່​ໃນ​ຫ້ອງ​ການ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ. ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ ທຸກໆ ເທື່ອ ທີ່​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ມັນ. ມັນ​ບັນ​ຍາຍ​ວ່າ ທ່ານ​ເປັນ​ໃຜ ແລະ ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເປັນ​ໃຜ​ໃນ​ເວ​ລາ ປະ​ຈຸ​ບັນ​ນີ້ ຂະ​ນະ​ທີ່​ທ່ານ​ເຮັດ​ພາກ​ສ່ວນ ຂອງ​ທ່ານ ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ທີ່​ໄດ້​ກະ​ຈັດ​ກະ​ຈາຍ​ໄປ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ຕ້ອງ​ການ ທ່ານ! ພວກ​ເຮົາ “ຕ້ອງ​ການພະ​ລັງ ຂອງ​ທ່ານ, ການ​ປ່ຽນ​ໃຈ ຂອງ​ທ່ານ, ​ຄວາມ​​ເຊື່ອ​ໝັ້ນ ຂອງ​ທ່ານ, ຄວາມ​ສາ​ມາດ​ໃນ​ການ​ນຳ​ພາ ຂອງ​ທ່ານ, ສະ​ຕິ​ປັນ​ຍາ ຂອງ​ທ່ານ, ແລະ ປາກ​ສຽງ ຂອງ​ທ່ານ.”4 ພວກ​ເຮົາ​ບໍ່​ສາ​ມາດ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ປາດ​ສະ​ຈາກ​ທ່ານ​ແທ້ໆເດີ້.

ຂ້າ​ພະ​ເຈົ້າ​ຮັກ​ທ່ານ ແລະ ຂອບ​ໃຈ​ທ່ານ ແລະ ບັດ​ນີ້ ອວຍ​ພອນ​ທ່ານ​ດ້ວຍ​ຄວາມ​ສາ​ມາດ​ທີ່​ຈະ​ປ່ອຍ​ປະໂລກ​ໄວ້​ກ່ອນ ຂະ​ນະ​ທີ່​ທ່ານ​ຊ່ວຍ​ໃນ​ວຽກ​ງານ​ທີ່​ສຳ​ຄັນ ແລະ ຮີບ​ດ່ວນນີ້. ພ້ອມ​ກັນ ເຮົາ​ສາ​ມາດ​ເຮັດ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ປະ​ສົງ​ໃຫ້​ເຮົາ​ເຮັດ ເພື່ອ​ກະ​ກຽມ​ໂລກ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ.

ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Hope of Israel” (worldwide youth devotional, June 3, 2018), HopeofIsrael.lds.org.

  2. ເບິ່ງ 2 ນີ​ໄຟ 25:26.

  3. ສຳ​ລັບ​ການ​ປະ​ກາດ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ເບິ່ງ Mary Ellen Smoot, “Rejoice, Daughters of Zion,” Liahona, Jan. 2000, 111–14.

  4. Russell M. Nelson, “A Plea to My Sisters,” Liahona, Nov. 2015, 96; ​ເນັ້ນ​ຄຳ​ເນີ້ງ.

ພິມ