​2021
ເຕີບ​ໂຕ​​ຢູ່​ໃນ​ຫລັກ​ທຳ​ແຫ່ງ​ການ​ເປີດ​ເຜີຍ
ເດືອນ​ມັງ​ກອນ 2021


“ເຕີບ​ໂຕ​​ຢູ່​ໃນ​ຫລັກ​ທຳ​ແຫ່ງ​ການ​ເປີດ​ເຜີຍ,” Liahona, ເດືອນ​ມັງ​ກອນ 2021

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມັງ​ກອນ 2021

ເຕີບ​ໂຕ​ ຢູ່​ໃນ​ຫລັກ​ທຳ​ແຫ່ງ​ການ​ເປີດ​ເຜີຍ

ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ດຳ​ເນີນ​ຕາມ​ບາດ​ກ້າວ​ທີ່​ຈຳ​ເປັນ ເພື່ອ​ຈະ​ໄດ້​ຍິນ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ດີ​ຂຶ້ນ ແລະ ຫລາຍ​ຂຶ້ນ​ເລື້ອຍໆ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ໄດ້​ຮັບ​ຄວາມ​ຮູ້​ແຈ້ງ​ທີ່​ພຣະ​ອົງ​ປະ​ສົງ​ຈະ​ມອບ​ໃຫ້​ທ່ານ.

ຮູບ​ພາບ
ພືດ​ພັນ

ຮູບ​ພາບ​ຈາກ Getty Images

ໃນ​ວັນ​ທີ 30 ເດືອນ​ກັນ​ຍາ, 2017, ຫລັງ​ຈາກ​ພາກ​ບ່າຍ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ແວ່​ໂຮງ​ໝໍ​ເພື່ອ​ຢ້ຽມ​ຢາມ​ສະ​ມາ​ຊິກ​ກຸ່ມ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ແອວ​ເດີ ຣໍ​ເບີດ ດີ ແຮວສ໌. ເພິ່ນ​ໄດ້​ໄປ​ນອນ​ໂຮງ​ໝໍ​ຕັ້ງ​ແຕ່​ເປັນ​ຫົວ​ໃຈ​ວາຍ​ສາມ​ສີ່​ມື້​ກ່ອນ​ນັ້ນ.

ພວກ​ເຮົາ​ໄດ້​ຢ້ຽມ​ຢາມ​ກັນ​ຢ່າງ​ມີ​ຄວາມ​ສຸກ, ແລະ ເພິ່ນ​ກໍ​ເບິ່ງ​ຄື​ວ່າ​ກຳ​ລັງ​ມີ​ອາ​ການ​ດີ​ຂຶ້ນ. ເພິ່ນ​ໄດ້​ຫາຍ​ໃຈ​ດ້ວຍ​ຕົນ​ເອງ, ຊຶ່ງ​ເປັນ​ສັນ​ຍານ​ທີ່​ດີ.

ແຕ່, ໃນ​ແລງ​ວັນ​ນັ້ນ, ພຣະ​ວິນ​ຍານ​ໄດ້​ກ່າວ​ຕໍ່​ຫົວ​ໃຈ ແລະ ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ຄວນ​ກັບ​ຄືນ​ໄປ​ໂຮງ​ໝໍ​ໃນ​ວັນ​ອາ​ທິດ. ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ພາກ​ເຊົ້າ​ວັນ​ອາ​ທິດ, ຄວາມ​ປະ​ທັບ​ໃຈ​ຢ່າງ​ແຮງ​ກ້າ​ນັ້ນ​ກໍ​ໄດ້​ກັບ​ຄືນ​ມາ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ວ່າ​ຂ້າ​ພະ​ເຈົ້າ​ຄວນ​ບໍ່​ກິນ​ເຂົ້າ​ທ່ຽງ ແລະ ຟ້າວ​ໄປ​ຫາ ແອວ​ເດີ ແຮວສ໌ ທັນ​ທີ​ທີ່​ກອງ​ປະ​ຊຸມ​ພາກ​ເຊົ້າ​ຈົບ​ລົງ, ຊຶ່ງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຮັດ.

ຕອນ​ຂ້າ​ພະ​ເຈົ້າ​ໄປ​ເຖິງ, ຂ້າ​ພະ​ເຈົ້າ​ກໍ​ເຫັນ​ໄດ້​ວ່າ ອາ​ການ​ຂອງ​ແອວ​ເດີ ແຮວສ໌ ໄດ້​ຊຸດ​ໂຊມ​ລົງ. ໜ້າ​ເສົ້າ​ໃຈ​ທີ່, ເພິ່ນ​ໄດ້​ເສຍ​ຊີ​ວິດ​ໄປ 10 ນາ​ທີ​ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຖິງ, ແຕ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ບຸນ​ຄຸນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຢູ່​ຄຽງ​ຂ້າງ​ເພິ່ນ ພ້ອມ​ດ້ວຍ​ມາ​ຣີ ພັນ​ລະ​ຍາ​ທີ່​ຮັກ​ຂອງ​ເພິ່ນ, ແລະ ລູກ​ຊາຍ​ສອງ​ຄົນ​ຂອງ​ພວກ​ເພິ່ນ​ຕອນ​ເພິ່ນ​ໄດ້​ຈາກ​ຊີ​ວິດ​ນີ້​ໄປ.

ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ທີ່​ສຸ​ລະ​ສຽງ​ກະ​ຊິບຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ກະ​ຕຸ້ນ​ຂ້າ​ພະ​ເຈົ້າ​ໃຫ້​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ຖ້າ​ບໍ່​ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ອາດ​ບໍ່​ໄດ້​ເຮັດ. ແລະ ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ຄວາມ​ເປັນ​ຈິງ​ຂອງ​ການ​ເປີດ​ເຜີຍ ແລະ ວ່າ​ຟ້າ​ສະ​ຫວັນ​ກໍ​ເປີດ​ອີກ​ຄັ້ງ.

ປີ​ນີ້ ຈຸດ​ສຸມ​ຂອງ​ການ​ສຶກ​ສາ​ສ່ວນ​ຕົວ ແລະ ໃນ​ຫ້ອງ​ຮຽນ​ຂອງ​ເຮົາ​ຈະ​ເປັນ​ພຣະ​ຄຳ​ພີ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. “ການ​ເປີດ​ເຜີຍ​ຈາກ​ສະ​ຫວັນ ແລະ ການ​ປະ​ກາດ​ທີ່​ດົນໃຈ” ເຫລົ່າ​ນີ້​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ທຸກ​ຄົນ​ທີ່​ສຶກ​ສາ​ມັນ ແລະ ປະ​ຕິ​ບັດ​ຕາມ​ຂໍ້​ແນະ​ນຳ​ຈາກ​ສະ​ຫວັນ​ເຫລົ່າ​ນັ້ນ. ມັນ​ເຊື້ອ​ເຊີນ “ທຸກ​ຜູ້​ຄົນ​ຢູ່​ທຸກ​ແຫ່ງ​ຫົນ​ໃຫ້​ຟັງ​ສຸ​ລະ​ສຽງ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ,”1 ເພາະ​ຕາມ​ຈິງ​ແລ້ວ “ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ເຖິງ​ມະ​ນຸດ​ທັງ​ປວງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:2).

ອັນ​ຕະ​ລາຍ, ຄວາມ​ມືດ, ແລະ ການ​ຫລອກ​ລວງ

ປະ​ສົບ​ການ​ທີ່​ຫຍຸ້ງ​ຍາກ​ທາງ​ຮ່າງ​ກາຍ ແລະ ທາງ​ວິນ​ຍານ​ເປັນ​ພາກ​ສ່ວນ​ຂອງ​ຊີ​ວິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ດັ່ງ​ທີ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ໂຄວິດ-19 ໄດ້​ເຕືອນ​ໃຈ​ເຮົາ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບອກ​ລ່ວງ​ໜ້າ​ເຖິງ​ວັນ​ເວ​ລາ​ແຫ່ງ​ຄວາມ​ຍາກ​ລຳ​ບາກ​ອັນ​ໃຫຍ່​ຫລວງ​ທີ່​ຈະ​ເກີດ​ຂຶ້ນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ຈະ​ມີ​ຄວາມ​ອຶດ​ຢາກ, ແລະ ພະ​ຍາດ​ໂລ​ຄາ, ແລະ ແຜ່ນ​ດິນ​ໄຫວ, ໃນ​ບ່ອນ​ຕ່າງໆ” (ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:29).

ສິ່ງ​ທີ່​ເຮັດ​ໃຫ້​ຄວາມ​ຍາກ​ລຳ​ບາກ​ຮ້າຍ​ແຮງ​ຂຶ້ນ​ແມ່ນ​ຄວາມ​ມືດ ແລະ ການ​ຫລອກ​ລວງ​ທີ່​ເພີ່ມ​ທະ​ວີ​ຂຶ້ນ​ຢູ່​ອ້ອມ​ຮອບ​ເຮົາ. ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ບອກ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ, “ຄວາມ​ຊົ່ວ​ຮ້າຍ​ຈະ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ” ກ່ອນ​ການ​ສະ​ເດັດ​ຄືນ​ມາ​ຂອງ​ພຣະ​ອົງ (ໂຈ​ເຊັບ ສະ​ມິດ—ມັດ​ທາຍ 1:30).

ຊາ​ຕານ​ກໍ​ໄດ້​ເຕົ້າ​ໂຮມ​ພະ​ລັງ​ຂອງ​ມັນ ແລະ ກຳ​ລັງ​ຕໍ່​ຕ້ານ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພວກ​ເຮົາ​ທີ່​ມີ​ພາກ​ສ່ວນ​ໃນ​ນັ້ນ. ເປັນ​ເພາະ​ອັນ​ຕະ​ລາຍ​ທັງ​ຫລາຍ​ທີ່​ເຮົາ​ປະ​ເຊີນ​ຢູ່, ເຮົາ​ບໍ່​ເຄີຍ​ຕ້ອງ​ການ ການນຳ​ພາ​ຈາກ​ສະ​ຫວັນ​ຫລາຍ​ກວ່າ​ເວ​ລານີ້, ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຢ​ຊູ​ຄຣິດ—ພຣະ​ຜູ້​ເປັນ​ກາງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ—ກໍ​ບໍ່​ເຄີຍ​ຮີບ​ຮ້ອນ​ຫລາຍ​ກວ່າ​ນີ້.

ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ບໍ່​ດົນ​ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ຖືກ​ເອີ້ນ​ໃຫ້​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ, ພຣະ​ຜູ້​ເປັນ​ເຈົ້າ​ພ້ອມ​ທີ່​ຈະ​ເປີດ​ເຜີຍ​ພຣະ​ດຳ​ລັດ​ຂອງ​ພຣະ​ອົງ​ແກ່​ເຮົາ. ນັ້ນ​ເປັນ​ໜຶ່ງ​ໃນ​ຈຳ​ນວນ​ພອນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ​ທີ່​ມີ​ໃຫ້​ແກ່​ເຮົາ.2

ໃນ​ວັນ​ເວ​ລາ​ຂອງ​ເຮົາ, ພຣະ​ອົງ​ໄດ້​ສັນ​ຍາ​ວ່າ, “ຖ້າ​ພວກ​ເຈົ້າ​ຈະ​ຖາມ, ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ຕື່ມ​ໃສ່​ການ​ເປີດ​ເຜີຍ, ຄວາມ​ຮູ້​ຕື່ມ​ໃສ່​ຄວາມ​ຮູ້” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61).

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ອົງ​ຈະ​ຕອບ​ການ​ອ້ອນ​ວອນ​ຂອງ​ເຮົາ.

ວິ​ທີ​ທີ່​ເຮົາ​ໄດ້​ຍິນ​ພຣະ​ອົງ

ການ​ຮູ້​ວິ​ທີ​ທີ່​ພຣະ​ວິນ​ຍານ​ກ່າວ​ແມ່ນ​ຈຳ​ເປັນ​ໃນ​ທຸກ​ວັນ​ນີ້. ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ, ເພື່ອ​ຈະ​ພົບ​ເຫັນ​ຄຳ​ຕອບ, ແລະ ເພື່ອ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ ແລະ ການ​ຊີ້​ນຳ, ເຮົາ​ຈື່​ຈຳ​ແບບ​ແຜນ​ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ຈັດ​ໄວ້​ໃຫ້​ເຮົາ.

ທຳ​ອິດ, ເຮົາ​ຕ້ອງ​ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ເລິກ​ເຊິ່ງ. ການ​ເຮັດ​ສິ່ງ​ນີ້​ຈະ​ເປີດ​ຈິດ​ໃຈ ແລະ ຫົວ​ໃຈ​ຂອງ​ເຮົາ​ສູ່​ຄຳ​ສອນ ແລະ ຄວາມ​ຈິງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ຄຳ​ຂອງ​ພຣະ​ຄຣິດ “ຈະ​ບອກ [ເຮົາ] ທຸກ​ຢ່າງ​ທີ່ [ເຮົາ] ຄວນ​ເຮັດ” (2 ນີ​ໄຟ​ 32:3), ໂດຍ​ສະ​ເພາະ​ໃນ​ວັນ​ເວ​ລາ​ທີ່​ບໍ່​ແນ່​ນອນ ແລະ ວຸ້ນ​ວາຍ​ເຫລົ່າ​ນີ້.

ຕໍ່​ໄປ ເຮົາ​ອະ​ທິ​ຖານ. ການ​ອະ​ທິ​ຖານ​ຮຽກ​ຮ້ອງ​ການ​ລິ​ເລີ່ມ, ສະ​ນັ້ນ​ເຮົາ​ຖ່ອມ​ຕົວ​ເຮົາ​ເອງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ຫາ​ບ່ອນ​ທີ່​ງຽບໆ​ທີ່​ເຮົາ​ສາ​ມາດ​ໄປ​ຫາ​ເປັນ​ປະ​ຈຳ, ແລະ ເປີດ​ອົກ​ເປີດ​ໃຈ​ເຮົາ​ຕໍ່​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, “ຈົ່ງ​ເຂົ້າ​ມາ​ໃກ້​ເຮົາ ແລະ ເຮົາ​ຈະ​ເຂົ້າ​ໃກ້​ພວກ​ເຈົ້າ; ຈົ່ງ​ສະ​ແຫວງ​ຫາ​ເຮົາ​ດ້ວຍ​ຄວາມ​ພາກ​ພຽນ ແລະ ພວກ​ເຈົ້າ​ຈະ​ພົບ​ເຮົາ; ຈົ່ງ​ໝັ່ນ​ຂໍ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ເຄາະ ແລ້ວ​ຈະ​ມີ​ຜູ້​ໄຂ​ປະ​ຕູ​ໃຫ້​ພວກ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:63).

ການ​ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ການ​ປອບ​ໂຍນ ແລະ ກຳ​ລັງ​ໃຈ, ຄວາມ​ຫວັງ ແລະ ການ​ປິ່ນ​ປົວ​ມາ​ໃຫ້. ສະ​ນັ້ນ, ເຮົາ​ອະ​ທິ​ຖານ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ຄວາມ​ກັງ​ວົນ ແລະ ຄວາມ​ອ່ອນ​ແອ​ຂອງ​ເຮົາ, ຄວາມ​ໄຝ່​ຝັນ ແລະ ຄົນ​ທີ່​ເຮົາ​ຮັກ, ການ​ເອີ້ນ​ຂອງ​ເຮົາ ແລະ ຄຳ​ຖາມ​ຂອງ​ເຮົາ.

ແລ້ວ​ເຮົາ​ຮັບ​ຟັງ.

ຖ້າ​ຫາກ​ເຮົາ​ຄຸ​ເຂົ່າ​ຢູ່​ຈັກ​ໜ້ອຍ​ໜຶ່ງ​ຫລັງ​ຈາກ​ເຮົາ​ອະ​ທິ​ຖານ​ແລ້ວໆ, ຄວາມ​ຄິດ, ຄວາມ​ຮູ້​ສຶກ, ແລະ ການ​ຊີ້​ນຳ​ຈະ​ເຂົ້າ​ມາ​ສູ່​ຈິດ​ໃຈ​ຂອງ​ເຮົາ. ການ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ຈື່​ຈຳ​ການ​ກະ​ທຳ​ຢ່າງ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ເຮັດ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ສຶກ​ສາ

ຂະ​ນະ​ທີ່​ເຮົາ​ເຮັດ​ຊ້ຳ​ຕາມ​ຂັ້ນ​ຕອນ​ນີ້, ຕາມ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ເຮົາ​ຈະ “ເຕີບ​ໂຕ​​ຢູ່​ໃນ​ຫລັກ​ທຳ​ແຫ່ງ​ການ​ເປີດ​ເຜີຍ.”3

ມີ​ຄ່າ​ຄວນ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ

ການ​ຫລໍ່​ຫລອມ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ຮັບ​ຮູ້​ການ​ກະ​ຊິບຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ການ​ເພີ່ມ​ພູນ​ຄວາມ​ສາ​ມາດ​ຂອງ​ເຮົາ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ຮຽກ​ຮ້ອງ​ການ​ມີ​ຄ່າ​ຄວນ. ການ​ມີ​ຄ່າ​ຄວນ​ບໍ່​ໄດ້​ຮຽກ​ຮ້ອງ​ຄວາມ​ດີ​ພ້ອມ, ແຕ່​ມັນ​ຮຽກ​ຮ້ອງ​ວ່າ​ເຮົາ​ຕ້ອງ​ພະ​ຍາ​ຍາມ​ໃຫ້​ມີ​ຄວາມ​ບໍ​ລິ​ສຸດ​ຫລາຍ​ຂຶ້ນ.

ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ຫວັງ​ຄວາມ​ພະ​ຍາ​ຍາມ​ທຸກໆ​ວັນ, ການ​ພັດ​ທະ​ນາ​ທຸກໆ​ວັນ, ການ​ກັບ​ໃຈ​ທຸກໆ​ວັນ. ການ​ມີ​ຄ່າ​ຄວນ​ຈະ​ນຳ​ຄວາມ​ບໍ​ລິ​ສຸດ​ມາ​ໃຫ້, ແລະ ຄວາມ​ບໍ​ລິ​ສຸດ​ຈະ​ເຮັດ​ໃຫ້​ເຮົາ​ເໝາະ​ສົມ​ສຳ​ລັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ເມື່ອ​ເຮົາ​ຮັບ​ເອົາ “ພຣະ​ວິນ​ຍານ​ສັກ​ສິດ​ເພື່ອ​ນຳ​ພາ [ເຮົາ]” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:57), ເຮົາ​ຈະ​ເໝາະ​ສົມ​ສຳ​ລັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ.

ຖ້າ​ຫາກ​ບາງ​ສິ່ງ​ກຳ​ລັງ​ຢຸດ​ຢັ້ງ​ເຮົາ​ຈາກ​ການ​ເປີດ​ປະ​ຕູ​ໄປ​ສູ່​ການ​ນຳ​ພາ​ຈາກ​ສະ​ຫວັນ, ເຮົາ​ອາດ​ຕ້ອງ​ໄດ້​ກັບ​ໃຈ. ການ​ກັບ​ໃຈ​ອະ​ນຸ​ຍາດ​ໃຫ້​ເຮົາ​ເປີດ​ປະ​ຕູ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລື້ອຍໆ ແລະ ຢ່າງ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ.

“ມາດ​ຕະ​ຖານ​ກໍ​ແຈ່ມ​ແຈ້ງ​ດີ,” ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ສິດ​ສອນ. “ຖ້າ​ຫາກ​ສິ່ງ​ທີ່​ເຮົາ​ຄິດ, ເຫັນ, ໄດ້​ຍິນ, ຫລື ເຮັດ​ໄປ ເຮັດ​ໃຫ້​ເຮົາ​ຫ່າງ​ໄກ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລ້ວ​ເຮົາ​ກໍ​ຄວນ​ຈະ​ຢຸດ​ຄິດ, ເຫັນ, ໄດ້​ຍິນ, ຫລື ເຮັດ​ສິ່ງ​ນັ້ນ. ຖ້າ​ສິ່ງ​ທີ່​ມີ​ເຈດ​ຕະ​ນາ​ຈະ​ໃຫ້​ການ​ບັນ​ເທີງ, ຍົກ​ຕົວ​ຢ່າງ, ເຮັດ​ໃຫ້​ເຮົາ​ຫ່າງ​ໄກ​ຈາກ​ພຣະ​ວິນ​ຍານ​ສັກ​ສິດ, ແລ້ວ​ແນ່​ນອນ​ວ່າ​ການ​ບັນ​ເທີງ​ປະ​ເພດ​ນັ້ນ​ບໍ່​ແມ່ນ​ສຳ​ລັບ​ເຮົາ. ເພາະ​ວ່າ​ພຣະ​ວິນ​ຍານ​ບໍ່​ສາ​ມາດ​ສະ​ຖິດ​ຢູ່​ກັບ​ສິ່ງ​ທີ່​ຫຍາບ​ຄາຍ, ບໍ່​ສຸ​ພາບ, ຫລື ບໍ່​ຮຽບ​ຮ້ອຍ, ແລ້ວ​ແນ່​ນອນ​ວ່າ​ສິ່ງ​ດັ່ງ​ກ່າວ​ບໍ່​ແມ່ນ​ສຳ​ລັບ​ເຮົາ.”4

ເມື່ອ​ເຮົາ​ລວມ​ຄວາມ​ບໍ​ລິ​ສຸດ ແລະ ການ​ເຊື່ອ​ຟັງ​ທີ່​ເພີ່ມ​ທະ​ວີ​ເຂົ້າ​ກັບ​ການ​ຖື​ສິນ​ອົດ​ເຂົ້າ, ການ​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ, ການ​ສຶກ​ສາ​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່, ແລະ ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ, ແລ້ວ​ສະ​ຫວັນ​ກໍ​ຈະ​ເປີດ. ເມື່ອນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບັນ​ລຸ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ທີ່​ວ່າ: “ເຮົາ​ຈະ​ໃຫ້​ພຣະ​ວິນ​ຍານ​ສ່ວນ​ໜຶ່ງ​ແກ່​ເຈົ້າ, ຊຶ່ງ​ຈະ​ໃຫ້​ຄວາມ​ສະ​ຫວ່າງ​ແກ່​ຄວາມ​ຄິດ​ຂອງ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 11:13).

ເຮົາ​ອາດ​ຕ້ອງ​ໄດ້​ອົດ​ທົນ, ແຕ່​ພຣະ​ເຈົ້າ​ຈະ​ກ່າວ​ກັບ​ເຮົາ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ​ເອງ ແລະ ໃນ​ເວ​ລາ​ຂອງ​ພຣະ​ອົງ​ເອງ.

ວິນ​ຍານ​ແຫ່ງ​ຄວາມ​ເຂົ້າ​ໃຈ

ໂຢບ​ໄດ້​ປະ​ກາດ​ວ່າ, “ແມ່ນ​ພ​ຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ ທີ່​ໄດ້​ມາ​ຫາ​ມະ​ນຸດ: ແລະ ໃຫ້​ປັນ​ຍາ​ແກ່​ເຂົາ​ເຈົ້າ” (ໂຢບ 32:8). ໃນ​ວາ​ລະ​ປີ​ໃໝ່​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ດຳ​ເນີນ​ຕາມ​ບາດ​ກ້າວ​ທີ່​ຈຳ​ເປັນ​ເພື່ອ​ຈະ​ໄດ້​ຍິນ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ດີ​ຂຶ້ນ ແລະ ຫລາຍ​ຂຶ້ນ​ເລື້ອຍໆ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ໄດ້​ຮັບ​ຄວາມ​ຮູ້​ແຈ້ງ​ທີ່​ພຣະ​ອົງ​ປະ​ສົງ​ຈະ​ມອບ​ໃຫ້​ທ່ານ.

ກ່ອນ​ແອວ​ເດີ ແຮວສ໌ ໄດ້​ເສຍ​ຊີ​ວິດ​ໄປ​ໃນ​ເດືອນ​ຕຸ​ລາ ປີ 2017, ເພິ່ນ​ໄດ້​ກະ​ກຽມ​ບົດ​ປາ​ໄສ​ສັ້ນໆ​ບົດ​ໜຶ່ງ​ສຳ​ລັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ທີ່​ເພິ່ນ​ບໍ່​ສາ​ມາດ​ໄດ້​ກ່າວ. ໃນ​ບົດ​ປາ​ໄສ​ນັ້ນ, ເພິ່ນ​ໄດ້​ຂຽນ​ວ່າ, “ສັດ​ທາ​ຂອງ​ເຮົາ​ກະ​ກຽມ​ເຮົາ​ໃຫ້​ໄດ້​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”5

ເມື່ອ​ເຮົາ​ຮັບ​ເອົາ​ການ​ເປີດ​ເຜີຍ, ເຮົາ​ໃຊ້​ເວ​ລາ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ຂະ​ນະ​ທີ່​ພຣະ​ອົງ​ເປີດ​ເຜີຍ ພຣະ​ດຳ​ລັດ, ພຣະ​ປະ​ສົງ, ແລະ ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ແກ່​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:4). ຂໍ​ໃຫ້​ເຮົາ​ຈົ່ງ​ຈັດ​ສັດ​ທາ​ຂອງ​ເຮົາ​ໃຫ້​ເປັນ​ການ​ກະ​ທຳ, ເອີ້ນ​ຫາ​ພຣະ​ອົງ, ດຳ​ລົງ​ຊີ​ວິດ​ໃຫ້​ມີ​ຄ່າ​ຄວນ​ສຳ​ລັບ​ການ​ດົນ​ໃຈ​ທີ່​ສັນ​ຍາ​ໄວ້​ຂອງ​ພຣະ​ອົງ, ແລະ ລົງ​ມື​ປະ​ຕິ​ບັດ​ຕາມ​ການ​ຊີ້​ນຳ​ທີ່​ເຮົາ​ໄດ້​ຮັບ.

ແຫລ່ງ​ອ້າງ​ອີງ

  1. ຄຳ​ນຳ​ຕໍ່ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ.

  2. ເບິ່ງ Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 94.

  3. Teachings of Presidents of the Church: Joseph Smith (2007), 132.

  4. David A. Bednar, “That We May Always Have His Spirit to Be with Us,” Liahona, May 2006, 30.

  5. ໃນ Neil L. Andersen, “The Voice of the Lord,” Liahona, Nov. 2017, 125.

ພິມ