​2021
ໂຈ​ເຊັບ ສະ​ມິດ ແລະ ແຜ່ນ​ຈາ​ລຶກ​ຄຳ
ເດືອນ​ມັງ​ກອນ 2021


“Joseph Smith and the Gold Plates,” Friend, January 2021, 42–44

ເລື່ອງ​ໃນ​ພຣະ​ຄຳ​ພີ

ໂຈ​ເຊັບ ສະ​ມິດ ແລະ ແຜ່ນ​ຈາ​ລຶກ​ຄຳ

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ສັ່ງ​ສອນ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ. ເພິ່ນ​ໄດ້​ຊ່ວຍ​ພຣະ​ເຢ​ຊູ​ນຳ​ເອົາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ກັບ​ຄືນ​ມາ​ສູ່​ໂລກ.

ຮູບ​ພາບ
ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ

ໂຈ​ເຊັບ​ໄດ້​ອະ​ທິ​ຖານ​ເພື່ອ​ຊອກ​ຫາ​ສາດ​ສະ​ໜາ​ຈັກ​ທີ່​ເພິ່ນ​ຄວນ​ເຂົ້າ​ຮ່ວມ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ​ບໍ່​ໃຫ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ໃດ​ເລີຍ. ບໍ່​ມີ​ສາດ​ສະ​ໜາ​ຈັກ​ໃດ​ທີ່​ເປັນ​ຂອງ​ພຣະ​ອົງ.

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ໄດ້​ຮັບ​ແຜ່ນ​ຈາ​ລຶກ​ຄຳ

ທູດ​ໂມ​ໂຣ​ໄນ​ໄດ້​ມາ​ຢ້ຽມ​ຢາມ​ໂຈ​ເຊັບ. ໂມ​ໂຣ​ໄນ​ໄດ້​ບອກ​ເພິ່ນ​ກ່ຽວ​ກັບ​ໜັງ​ສື​ພິ​ເສດ​ທີ່​ຖືກ​ຂຽນ​ໄວ້​ໃນ​ແຜ່ນ​ຈາ​ລຶກ​ຄຳ. ມັນ​ຖືກ​ຝັງ​ໄວ້​ໃນ​ເນີນ​ພູ​ໃກ້​ຄຽງ.

ຮູບ​ພາບ
ການ​ແປ​ແຜ່ນ​ຈາ​ລຶກ​ຄຳ

ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ໂຈ​ເຊັບ​ໄດ້​ແປ​ຂໍ້​ຄວາມ​ທີ່​ຢູ່​ເທິງ​ແຜ່ນ​ຈາ​ລຶກ. ຂໍ້​ຄວາມ​ເຫລົ່າ​ນີ້​ໄດ້​ກາຍ​ມາ​ເປັນ​ພຣະ​ຄຳ​ພີ​ມໍ​ມອນ!

ຮູບ​ພາບ
ຄອບ​ຄົວ​ຢູ່​ທີ່​ໂບດ

ບັດ​ນີ້​ເຮົາ​ສາ​ມາດ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ແລະ ເຮົາ​ສາ​ມາດ​ໄປ​ຫາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ!

ພິມ