​2021
ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ?
ເດືອນ​ກຸມ​ພາ 2021


ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ? For the Strength of Youth, Feb. 2021, 29.

ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ກຸມ​ພາ 2021

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ?

ຮູບ​ພາບ
ຊາຍ​ໜຸ່ມ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້ “ຄິດ​ຢ່າງ​ເລິກ​ເຊິ່ງ ແລະ ຢູ່​ເລື້ອຍໆ” ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ໄດ້​ຍິນ​ພຣະ​ເຢ​ຊູ​ຄຣິດ ແລະ ໃຫ້​ເຮົາ “ລົງ​ມື​ປະ​ຕິ​ບັດ ເພື່ອ​ຈະ​ໄດ້​ຍິນ​ພຣະ​ອົງ​ໄດ້​ດີ​ຂຶ້ນ ແລະ ເລື້ອຍ​ກວ່າ​ເກົ່າ” (“‘How Do You #HearHim?’ A Special Invitation,” Feb. 26, 2020, blog.ChurchofJesusChrist.org).

ເຮົາ​ສາ​ມາດ​ໄດ້​ຍິນ​ພຣະ​ອົງ​ຜ່ານ​ທາງ​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ບັນ​ດາ​ສາດ​ສະ​ດາ. ແຕ່​ບໍ່​ແມ່ນ​ພຽງ​ແຕ່​ການ​ໄດ້​ຍິນ ຫລື ການ​ອ່ານ​ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ເທົ່າ​ນັ້ນ​ທີ່​ເປັນ​ຈຸດ​ສຳ​ຄັນ. ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ:

“ເພາະ​ແມ່ນ​ສຽງ​ຂອງ​ເຮົາ ຊຶ່ງ​ກ່າວ [ຖ້ອຍ​ຄຳ​ເຫລົ່າ​ນີ້] ກັບ​ພວກ​ເຈົ້າ; ເພາະ​ມັນ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ​ໂດຍ​ວິນ​ຍານ​ຂອງ​ເຮົາ … ;

“ດັ່ງ​ນັ້ນ, ພວກ​ເຈົ້າ​ສາ​ມາດ​ເປັນ​ພະ​ຍານ​ໄດ້​ວ່າ ພວກ​ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:35–36).

ນອກ​ເໜືອ​ຈາກ​ນີ້, ການ​ສະ​ແຫວງ​ຫາ​ທີ່​ຈະ​ໄດ້​ຍິນ​ພຣະ​ອົງ ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ເຮັດ​ພຽງ​ແຕ່​ໃນ​ເວ​ລາ​ສັ້ນໆ​ເທົ່າ​ນັ້ນ. ປະ​ທານ​ແນວ​ສັນ​ເຄີຍ​ກ່າວ​ໄວ້​ວ່າ, “ຕ້ອງ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ມີ​ສະ​ຕິ ແລະ ສະ​ໝ່ຳ​ສະ​ເໝີ” (“ຈົ່ງ​ຟັງ​ທ່ານ,” ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2020 [Ensign ຫລື Liahona, May 2020, 89]).

ເມື່ອ​ເຈົ້າ​ສຶກ​ສາ, ອະ​ທິ​ຖານ, ນະ​ມັດ​ສະ​ການ, ຮັບ​ໃຊ້, ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະ​ອວຍ​ພອນ​ເຈົ້າ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ແລະ, ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຈະ​ປ່ຽນ​ແປງ​ເຈົ້າ. ແລ້ວ​ເຈົ້າ​ຈະ​ສາ​ມາດ​ຮູ້​ໄດ້​ວ່າ ເຈົ້າ​ເຄີຍ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ແລ້ວ.

ພິມ