​2021
ພຣະ​ເຈົ້າ​ບອກ​ໃຫ້​ເຮົາ​ຮັບ​ບັບ​ຕິ​ສະ​ມາ
ເດືອນ​ກຸມ​ພາ 2021


“ພຣະ​ເຈົ້າ​ບອກ​ໃຫ້​ເຮົາ​ຮັບ​ບັບ​ຕິ​ສະ​ມາ,” Liahona, ເດືອນ​ກຸມ​ພາ 2021

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກຸມ​ພາ 2021

ພຣະ​ເຈົ້າ​ບອກ​ໃຫ້​ເຮົາ​ຮັບ​ບັບ​ຕິ​ສະ​ມາ

ພຣະ​ເຢ​ຊູ​ຄຣິດ​ໄດ້​ເປັນ​ຕົວ​ຢ່າງ​ເລື່ອງ​ການ​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ຜູ້​ທີ່​ມີ​ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ.

ໃນ​ຂະ​ນະ​ທີ່​ພວກ​ເຮົາ​ບໍ່​ມີ​ລາຍ​ລະ​ອຽດ​ຫລາຍ​ກ່ຽວ​ກັບ​ຊີ​ວິດ​ສ່ວນ​ຕົວ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພວກ​ເຮົາ​ຮູ້​ວ່າ ພຣະ​ອົງ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເມື່ອ​ພຣະ​ອົງ​ມີ​ອາ​ຍຸ​ປະ​ມານ 30 ປີ (ເບິ່ງ ລູ​ກາ 3:23). ຕໍ່​ໄປ​ນີ້​ແມ່ນ​ບາງ​ສິ່ງ​ທີ່​ພວກ​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ​ຈາກ​ຕົວ​ຢ່າງ​ຂອງ​ພຣະ​ອົງ.

ສຳ​ລັບ​ທຸກ​ຄົນ

ຖ້າ​ເຮົາ​ໃຫຍ່​ພໍ ແລະ ເປັນ​ຜູ້​ໃຫຍ່​ພໍ ທີ່​ຈະ​ບອກ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຖືກ ແລະ ຜິດ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ​ຮັບ​ບັບ​ຕິ​ສະ​ມາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:42). ພຣະ​ເຢ​ຊູ​ດີ​ພ້ອມ​ທຸກ​ຢ່າງ, ແຕ່​ພຣະ​ອົງ​ຍັງ​ເລືອກ​ທີ່​ຈະ​ຮັບ​ບັບ​ຕິ​ສະ​ມາ ເພື່ອ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. (ເບິ່ງ ມັດ​ທາຍ 3:13–17; 2 ນີ​ໄຟ 31:7). ແມ່ນ​ແຕ່​ຜູ້​ທີ່​ຕາຍ​ແລ້ວ​ກໍ​ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ​ໄດ້. ເຮົາ​ສະ​ເໜີ​ມອບ​ໃຫ້​ເຂົາ​ເຈົ້າ​ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ​ເພື່ອ​ເຂົາ​ເຈົ້າ​ໃນ​ພຣະ​ວິ​ຫານ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 128:15–18.)

ຮູບ​ພາບ
ການ​ບັບ​ຕິ​ສະ​ມາ

ກະ​ທຳ​ໂດຍ​ສິດ​ອຳ​ນາດ

ພຣະ​ເຢ​ຊູ​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ຜູ້​ໃດ​ກໍ​ໄດ້. ພຣະ​ອົງ​ໄປ​ຫາ​ໂຢ​ຮັນ ພີ່​ນ້ອງ​ຂອງ​ພຣະ​ອົງ, ຜູ້​ທີ່​ມີ​ສິດ​ອຳ​ນາດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ຈາກ​ພຣະ​ເຈົ້າ. ຫລັງ​ຈາກ​ທີ່​ພຣະ​ເຢ​ຊູ​ສິ້ນ​ພຣະ​ຊົນ ແລະ ບັນ​ດາ​ສາ​ວົກ​ຂອງ​ພຣະ​ອົງ​ຖືກ​ຂ້າ​ຕາຍ​ແລ້ວ, ​ສິດ​ອຳ​ນາດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ນັ້ນ​ກໍ​ໄດ້​ສູນ​ຫາຍ​ໄປ​ຈາກ​ແຜ່ນ​ດິນ​ໂລກ. ແລ້ວ, ໃນ​ປີ 1829, ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ປະ​ກົດ​ຕໍ່​ໂຈ​ເຊັບ ສະ​ມິດ ແລະ ໄດ້​ມອບ​ອຳ​ນາດ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ເພິ່ນ. ຍ້ອນ​ການ​ຟື້ນ​ຟູ​ນັ້ນ, ເຮົາ​ຈຶ່ງ​ສາ​ມາດ​ຮັບ​ບັບຕິ​ສະ​ມາ​ດ້ວຍ​ສິດ​ອຳ​ນາດ​ດຽວ​ກັນ​ນັ້ນ​ໃນ​ທຸກ​ວັນ​ນີ້.

ຮູບ​ພາບ
ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ

ຄຳ​ສັນ​ຍາ​ສອງ​ຝ່າຍ

ການ​ບັບ​ຕິ​ສະ​ມາ​ແມ່ນ​ຮ່ວມ​ດ້ວຍ​ຄຳ​ສັນ​ຍາ​ສອງ​ຝ່າຍ, ຫລື ພັນ​ທະ​ສັນ​ຍາ, ລະ​ຫວ່າງ​ເຮົາ ແລະ ພຣະ​ເຈົ້າ. ເຮົາ​ສັນ​ຍາ​ວ່າ:

  1. ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ.

  2. ຈະ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ.

  3. ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ເພື່ອ​ເປັນ​ການ​ຕອບ​ແທນ, ພຣະ​ເຈົ້າ​ສັນ​ຍາ​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຈະ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ. ຖ້ອຍ​ຄຳ​ຂອງ​ຄຳ​ອະ​ທິ​ຖານ​ສິນ​ລະ​ລຶກ ເຕືອນ​ເຮົາ​ເຖິງ​ພັນ​ທະ​ສັນ​ຍາ​ນີ້​ໃນ​ແຕ່​ລະ​ອາ​ທິດ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79.)

ຮູບ​ພາບ
ຄອບ​ຄົວ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ

ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແມ່ນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ບັບ​ຕິ​ສະ​ມາ

ຫລັງ​ຈາກ​ທີ່​ພຣະ​ເຢ​ຊູ​ຮັບ​ບັບ​ຕິ​ສະ​ມາ​ແລ້ວ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກໍ​ມາ​ປະ​ກົດ​ໃນ​ຮູບ​ຮ່າງ​ຂອງ​ນົກ​ເຂົາ (ເບິ່ງ 2 ນີ​ໄຟ 31:8). ທຸກ​ວັນ​ນີ້, ຫລັງ​ຈາກ​ທີ່​ຜູ້​ຄົນ​ຮັບ​ບັບ​ຕິ​ສະ​ມາ​ແລ້ວ, ພວກ​ເຂົາ​ຈະ​ໄດ້​ຮັບ ການ​ຢືນ​ຢັນ. ນີ້​ໝາຍ​ຄວາມ​ວ່າ ພວກ​ເຂົາ​ຮັບ​ພອນ​ພິ​ເສດ ຊຶ່ງ​ພວກ​ເຂົາ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ຮັບ​ເອົາ​ຂອງ​ຂວັນ​ແຫ່ງ​ການ​ຊຳ​ລະ​ຝ່າຍ​ຈິດ​ວິນ​ຍານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ 2 ນີ​ໄຟ 31:17). ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສາ​ມາດ​ເຕືອນ​ເຮົາ​ເຖິງ​ໄພ​ອັນ​ຕະ​ລາຍ, ປອບ​ໂຍນ​ເຮົາ, ນຳ​ພາ​ເຮົາ​ໃຫ້​ຕັດ​ສິນ​ໃຈ​ໄດ້​ດີ, ແລະ ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 39:6).

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ຮັບ​ການ​ຢືນ​ຢັນ

ເຮົາ​ສາ​ມາດ​ກັບ​ໃຈ​ໄດ້​ຕະ​ຫລອດ​ເວ​ລາ

ພຣະ​ເຈົ້າ​ຮູ້​ວ່າ​ເຮົາ​ຈະ​ເຮັດ​ຜິດ. ເຖິງ​ແມ່ນ​ວ່າ ເຮົາ​ຈະ​ພະ​ຍາ​ຍາມ​ຢ່າງ​ເຕັມ​ທີ່​ກໍ​ຕາມ, ເຮົາ​ອາດ​ເຮັດ​ບາບ ແລະ ບໍ່​ສາ​ມາດ​ເຮັດ​ຕາມ​ຄຳ​ສັນ​ຍາ​ຕ່າງໆ​ຂອງ​ການ​ບັບ​ຕິ​ສະ​ມາ​ຂອງ​ເຮົາ​ໄດ້. ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ມອບ​ໂອ​ກາດ​ແຫ່ງ​ການ​ກັບ​ໃຈ​ໃຫ້​ແກ່​ເຮົາ​ແຕ່​ລະ​ຄົນ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:13.) ໃນ​ທຸກໆ​ມື້ ເຮົາ​ສາ​ມາດ​ເຮັດ​ໃຫ້​ດີ​ທີ່​ສຸດ​ທີ່​ຈະ​ຂໍ​ອະ​ໄພ ແລະ ແກ້​ໄຂ​ສິ່ງ​ທີ່​ຜິດ​ພາດ. ເຮົາ​ສາ​ມາດ​ອະ​ທິ​ຖານ ແລະ ຂໍ​ການ​ອະ​ໄພ​ຈາກ​ພຣະ​ເຈົ້າ​ໄດ້. ແລ້ວ​ເມື່ອ​ເຮົາ​ຮັບ​ສິນ​ລະ​ລຶກ​ດ້ວຍ​ຄວາມ​ຖ່ອມ​ໃຈ, ເຮົາ​ກໍ​ຈະ​ສາ​ມາດ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຢູ່​ກັບ​ເຮົາ (ເບິ່ງ 3 ນີ​ໄຟ 18:11).

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອະ​ທິ​ຖານ​ຢູ່​ຂ້າງ​ຕຽງ

ພຣະ​ຄຳ​ພີ​ໄດ້​ກ່າວ​ວ່າ​ຢ່າງ​ໃດ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ?

ພໍ່​ແມ່​ຄວນ​ຊ່ວຍ​ລູກ​ຂອງ​ຕົນ​ໃຫ້​ກຽມ​ພ້ອມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25).

ເດັກ​ນ້ອຍ​ອາ​ຍຸ​ຕ່ຳ​ກວ່າ​ແປດ​ປີ​ບໍ່​ຈຳ​ເປັນ​ຕ້ອງ​ຮັບ​ບັບ​ຕິ​ສະ​ມາ (ເບິ່ງ ໂມ​ໂຣ​ໄນ 8).

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ​ແລ້ວ, ເຮົາ​ສັນ​ຍາ​ວ່າ “ຈະ​ເປັນ​ທຸກ​ກັບ​ຄົນ​ທີ່​ເປັນ​ທຸກ; … ຈະ​ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ, ແລະ ຈະ​ຢືນ​ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ເວ​ລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ” (ໂມ​ໄຊ​ຢາ 18:9).

ພິມ