​2021
ພຣະ​ເຢ​ຊູ​ຄຣິດ​ໄດ້​ຂໍ​ໃຫ້​ເຮົາ​ຮັບ​ສິນ​ລະ​ລຶກ
ເດືອນ​ມີ​ນາ 2021


“Jesus Christ Asked Us to Take the Sacrament,” Liahona, March 2021

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມີ​ນາ 2021

ພຣະ​ເຢ​ຊູ​ຄຣິດ​ໄດ້​ຂໍ​ໃຫ້​ເຮົາ​ຮັບ​ສິນ​ລະ​ລຶກ

ເຮົາ​ໄດ້​ຖືກ​ຊຳ​ລະ​ລ້າງ ແລະ ໄດ້​ຮັບ​ການ​ປິ່ນ​ປົວ​ຂະ​ນະ​ທີ່​ເຮົາ​ລະ​ນຶກ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໃນ​ແຕ່​ລະ​ອາ​ທິດ.

ຮູບ​ພາບ
ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ

The Last Supper [ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ], ໂດຍ ຄາລ ເຮັນ​ຣິກ ບະ​ລ່າ

ກ່ອນ​ພຣະ​ອົງ​ສິ້ນ​ພຣະ​ຊົນ, ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ປະ​ທານ​ອາ​ຫານ​ມື້​ສຸດ​ທ້າຍ​ຊຶ່ງ​ເອີ້ນ​ວ່າ​ຄາບ​ເຂົ້າ​ເທື່ອ​ສຸດ​ທ້າຍ. ໃນ​ຕອນ​ທ້າຍ​ຂອງ​ຄາບ​ເຂົ້າ, ພຣະ​ອົງ​ໄດ້​ແນະ​ນຳ​ສິນ​ລະ​ລຶກ​ໃຫ້​ກັບ​ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ຫັກ​ເຂົ້າ​ຈີ່ ແລະ ໃຫ້​ພອນ​ມັນ. “ເຮັດ​ຢ່າງ​ນີ້​ໃຫ້​ເປັນ​ທີ່​ລະ​ນຶກ​ເຖິງ​ເຮົາ,” ພຣະ​ອົງ​ໄດ້​ກ່າວ (ລູ​ກາ 22:19). ຈາກ​ນັ້ນ​ພຣະ​ອົງ​ໄດ້​ໃຫ້​ພອນ ແລະ ແບ່ງ​ປັນ​ເຫລົ້າ​ອະ​ງຸ່ນ​ຈອກ​ໜຶ່ງ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຮັບ​ສິນ​ລະ​ລຶກ

ພາກ​ສ່ວນ​ໜຶ່ງ​ຂອງ​ການ​ນະ​ມັດ​ສະ​ການ​ປະ​ຈຳ​ອາ​ທິດ

ເມື່ອ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ສູ່​ໂລກ, ສິນ​ລະ​ລຶກ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ນະ​ມັດ​ສະ​ການ​ປະ​ຈຳ​ອາ​ທິດ. ໃນ​ລະ​ຫວ່າງ​ໂບດ, ສິນ​ລະ​ລຶກ​ໄດ້​ຖືກ​ໃຫ້​ພອນ ແລະ ແຈກ​ຢາຍ​ໂດຍ​ຜູ້​ທີ່​ດຳ​ລົງ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ. ເຂົາ​ເຈົ້າ​ອະ​ທິ​ຖານ​ໂດຍ​ການ​ນຳ​ໃຊ້​ຄຳ​ເວົ້າ​ຈາກ​ພຣະ​ຄຳ​ພີ (ເບິ່ງ ໂມ​ໂຣ​ໄນ 4; 5). ຈາກ​ນັ້ນ​ແຕ່​ລະ​ຄົນ​ທີ່​ເຂົ້າ​ຮ່ວມ​ປະ​ຊຸມ​ຈະ​ກິນ​ເຂົ້າ​ຈີ່ ແລະ ນ້ຳ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ເພື່ອ​ເຮົາ, ໃນ​ວິ​ທີທີ່​ພຣະ​ອົງ​ໄດ້​ຂໍ​ໃຫ້​ເຮົາ​ເຮັດ.

ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ອະ​ທິ​ຖານ

ຮູບ​ພາບ ໂດຍ ແອງ​ຈີ​ລາ ຊຸດ​ເຕີ

ການ​ກຽມ​ພ້ອມ​ເພື່ອ​ຮັບ​ສ່ວນ

ເພື່ອ​ກຽມ​ພ້ອມ​ຮັບ​ສິນ​ລະ​ລຶກ, ເຮົາ​ຄວນ​ຄິດ​ຢ່າງ​ຈິງ​ຈັງ​ກ່ຽວ​ກັບ​ຊີ​ວິດ ແລະ ການ​ເລືອກ​ຂອງ​ເຮົາ. ເຮົາ​ຄວນ​ກັບ​ໃຈ​ຈາກ​ຄວາມ​ຜິດ​ພາດ ແລະ ບາບ​ຂອງ​ອາ​ທິດ​ທີ່​ຜ່ານ​ມາ, ລວມ​ທັງ​ການ​ຂໍ​ອະ​ໄພ​ຈາກ​ພຣະ​ເຈົ້າ. ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ດີ​ພ້ອມ​ທຸກ​ຢ່າງ​ເພື່ອ​ຮັບ​ສິນ​ລະ​ລຶກ, ແຕ່​ວ່າ​ເຮົາ​ຄວນ​ຖ່ອມ​ໃຈ.

ຮູບ​ພາບ
ການ​ອະ​ທິ​ຖານ​ທີ່​ສວນ​ເຄັດ​ເຊ​ມາ​ເນ

Prayer at Gethsemane [ການ​ອະ​ທິ​ຖານ​ທີ່​ສວນ​ເຄັດ​ເຊ​ມາ​ເນ], ໂດຍ ແດວ ພາ​ສັນ

ເປັນ​ຫລາຍ​ກວ່າ​ເຂົ້າ​ຈີ່ ແລະ ນ້ຳ

ການ​ຮັບ​ສິນ​ລະ​ລຶກ​ເປັນ​ເວ​ລາ​ທີ່​ສັກ​ກາ​ລະ​ບູ​ຊາ ແລະ ສັກ​ສິດ. ຄຳ​ອະ​ທິ​ຖານ​ໃນ​ພິ​ທີ​ສິນ​ລະ​ລຶກ​ເຕືອນ​ເຮົາ​ວ່າ​ຂະ​ນະ​ທີ່​ເຮົາ​ກິນ​ເຂົ້າ​ຈີ່ ແລະ ນ້ຳ, ເຮົາ​ລະ​ນຶກ​ເຖິງ​ພຣະ​ກາຍ ແລະ ໂລ​ຫິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ມອບ​ໃຫ້​ແກ່​ເຮົາ. ເຮົາ​ສັນ​ຍາ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ແລະ ດຳ​ລົງ​ຊີ​ວິດ​ແບບ​ຊາວ​ຄຣິດ. ເຮົາ​ສັນ​ຍາ​ທີ່​ຈະ​ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ໃນ​ການ​ຕອບ​ແທນ, ພຣະ​ວິນ​ຍານ​ສັກ​ສິດ​ຈະ​ປອບ​ໂຍນ, ນຳ​ພາ, ແລະ ປິ່ນ​ປົວ​ເຮົາ.

ຮູບ​ພາບ
ການ​ບັບ​ຕິ​ສະ​ມາ

ການ​ຕໍ່​ພັນ​ທະ​ສັນ​ຍາ

ເມື່ອ​ເຮົາ​ຜູ້​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຮັບ​ສິນ​ລະ​ລຶກ​ດ້ວຍ​ໃຈ​ທີ່​ບໍ​ລິ​ສຸດ, ເຮົາ​ໄດ້​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໃນ​ພິ​ທີ​ບັບ​ຕິ​ສະ​ມາ. ນີ້​ລວມ​ທັງ​ການ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຖືກ​ຊຳ​ລະ​ລ້າງ​ໃຫ້​ສະ​ອາດ​ຈາກ​ບາບ​ຄື​ດັ່ງ​ດຽວ​ກັນ​ກັບ​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ອີກ​ຄັ້ງ. ນີ້​ແມ່ນ​ຄວາມ​ຫວັງ ແລະ ຄວາມ​ເມດ​ຕາ ທີ່​ພຣະ​ເຢ​ຊູ​ໄດ້​ສະ​ເໜີ​ມອບ​ໃຫ້​ເຮົາ​ແຕ່​ລະ​ຄົນ. ມັນ​ບໍ່​ເຄີຍ​ສາຍ​ເກີນ​ໄປ​ທີ່​ຈະ​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ.

ຮູບ​ພາບ
ພຣະ​ເຢ​ຊູ​ຄ​ຣິດ​ແນະ​ນຳ​ສິນ​ລະ​ລຶກ​ໃຫ້​ກັບ​ຊາວ​ນີ​ໄຟ

That Ye Do Always Remember Me [ວ່າ​ເຈົ້າ​ລະ​ນຶກ​ເຖິງ​ເຮົາ​ຢູ່​ຕະ​ຫລອດ​ເວ​ລາ], ໂດຍ ແກ​ຣີ ແອວ ແຄບ, ຫ້າມ​ຄັດ​ລອກ

ພຣະ​ຄຳ​ພີ​ກ່າວ​ວ່າ​ຢ່າງ​ໃດ​ກ່ຽວ​ກັບ​ສິນ​ລະ​ລຶກ?

ເຮົາ​ຄວນ​ສຳ​ຫລວດ​ຕົວ​ເອງ​ທາງ​ວິນ​ຍານ, ເບິ່ງ​ເຂົ້າ​ໄປ​ທາງ​ໃນ​ຢ່າງ​ຈິງ​ໃຈ, ກ່ອນ​ຈະ​ຮັບ​ສິນ​ລະ​ລຶກ (ເບິ່ງ 1 ໂກ​ຣິນ​ໂທ 11:28).

ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ, ພຣະ​ເຢ​ຊູ​ໄດ້​ສະ​ແດງ​ວິ​ທີ​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ​ໃນ​ອາ​ເມ​ຣິ​ກາ​ເຖິງ​ການ​ຮັບ​ສິນ​ລະ​ລຶກ (ເບິ່ງ 3 ນີ​ໄຟ 18).

ສາດ​ສະ​ດາ​ໃນ​ຍຸກ​ປະ​ຈຸ​ບັນ​ໄດ້​ບອກ​ໃຫ້​ເຮົາ​ໃຊ້​ເຂົ້າ​ຈີ່ ແລະ ນ້ຳ​ສຳ​ລັບ​ສິນ​ລະ​ລຶກ, ແຕ່​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ກິນ ຫລື ດື່ມ​ນັ້ນ​ບໍ່​ສຳ​ຄັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:2). ບາງ​ຄັ້ງ​ຜູ້​ທີ່​ມີ​ພູມ​ແພ້​ຕ້ອງ​ໄດ້​ກິນ​ເຂົ້າ​ຈີ່​ຊະ​ນິດ​ພິ​ເສດ.

The Last Supper, by Carl Heinrich Bloch; photograph of young woman praying by Angela Suitter; Prayer at Gethsemane, by Del Parson; That Ye Do Always Remember Me, by Gary L. Kapp, may not be copied

ພິມ