​2021
ການ​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ
ເດືອນ​ມີ​ນາ 2021


“Setting Up Jesus Christ’s Church,” Friend, March 2021

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມີ​ນາ 2021

ການ​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ກຳ​ລັງ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ

ຮູບ​ພາບ​ປະ​ກອບ ໂດຍ ເອ​ໂພ ສະ​ຕ໋ອດ

ໃນ​ວັນ​ທີ 6 ເດືອນ​ເມ​ສາ, 1830, ໄດ້​ມີ​ການ​ປະ​ຊຸມ​ພິ​ເສດ​ທີ່​ເຮືອນ​ໄມ້​ຫລັງ​ໜຶ່ງ. ໂຈ​ເຊັບ ສະ​ມິດ ໄດ້​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທິງ​ໂລກ​ອີກ​ຄັ້ງ.

ຮູບ​ພາບ
ພິ​ທີ​ສິນ​ລະ​ລຶກ​ຢູ່​ທີ່​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ

ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ໄດ້​ໃຫ້​ພອນ ແລະ ຢາຍ​ສິນ​ລະ​ລຶກ.

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ​ໃນ​ແມ່​ນ້ຳ

ຫລັງ​ຈາກ​ການ​ປະ​ຊຸມ​ສິ້ນ​ສຸດ​ລົງ, ຫລາຍ​ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

ຮູບ​ພາບ
ນາງ​ເອມ​ມາ ສະ​ມິດ ກຳ​ລັງນຳ​ພາ​ຜູ້​ຄົນ​ໃນ​ການ​ຮ້ອງ​ເພງ

ສອງ​ສາມ​ເດືອນ​ຕໍ່​ມາ, ພຣະ​ເຈົ້າ​ໄດ້​ເອີ້ນ​ນາງ​ເອມ​ມາ ສະ​ມິດ ໃຫ້​ຮວບ​ຮວມ​ເພງ​ເພື່ອ​ເຮັດ​ເປັນ​ປຶ້ມ​ສຳ​ລັບ​ສາດ​ສະ​ໜາ​ຈັກ. ໂດຍ​ວິ​ທີ​ນີ້​ຜູ້​ຄົນ​ຈຶ່ງ​ສາ​ມາດ​ຮ້ອງ​ເພງ​ໃນ​ລະ​ຫວ່າງ​ການ​ປະ​ຊຸມ​ທີ່​ໂບດ.

ຮູບ​ພາບ
ການ​ປະ​ຊຸມ​ຂອງ​ຊັ້ນ​ປະ​ຖົມ​ໄວ

ເຮົາ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ເຮົາ​ສາ​ມາດ​ຮ້ອງ​ເພງ ແລະ ຮັບ​ສິນ​ລະ​ລຶກ​ໃນ​ແຕ່​ລະ​ອາ​ທິດ.

ໜ້າ​ລະ​ບາຍ​ສີ

ເຮົາ​ມັກ​ໄປ​ໂບດ

ຮູບ​ພາບ
ໜ້າ​ລະ​ບາຍ​ສີ

ເຈົ້າ​ມັກ​ຫຍັງ​ແດ່​ກ່ຽວ​ກັບ​ການ​ໄປ​ໂບດ?

ພິມ