​2021
ເຮົາ​ຢາກ​ເຫັນ​ພຣະ​ວິ​ຫານ
ເດືອນ​ພຶດ​ສະ​ພາ 2021


“ເຮົາ​ຢາກ​ເຫັນ​ພຣະ​ວິ​ຫານ,” For the Strength of Youth, ເດືອນ​ພຶດ​ສະ​ພາ 2021.

ວັນ​ເສົາ​ພາກ​ເຊົ້າ

ເຮົາ​ຢາກ​ເຫັນ​ພຣະ​ວິ​ຫານ

ບົດ​ຄັດ​ຫຍໍ້

ຮູບ​ພາບ
ພຣະ​ວິ​ຫານ

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ສະ​ຖານ​ທີ່​ສັກ​ສິດ. ຈຸດ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້ ໃນ​ການ​ກ່າວ​ເຖິງ​ພຣະ​ວິ​ຫານ ແມ່ນ​ເພື່ອ​ຈະ​ເພີ່ມ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ ແລະ ຂອງ​ຂ້າ​ພະ​ເຈົ້າ ທີ່​ຈະ​ມີ​ຄ່າ​ຄວນ ແລະ ຕຽມ​ພ້ອມ​ສຳ​ລັບ​ຫລາຍໆ​ໂອ​ກາດ​ກັບ​ປະ​ສົບ​ການ​ຢູ່​ໃນ​ພຣະ​ວິ​ຫານ ທີ່​ຈະ​ມາ​ສູ່​ເຮົາ. …

ຖ້າ​ຫາກ​ທ່ານ ຫລື ຂ້າ​ພະ​ເຈົ້າ​ໄປ​ພຣະ​ວິ​ຫານ​ແບບ​ບໍ່​ບໍ​ລິ​ສຸດ​ພຽງ​ພໍ, ເຮົາ​ຈະ​ບໍ່​ສາ​ມາດ​ໄດ້​ເຫັນ, ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ການ​ສິດ​ສອນ​ທາງ​ວິນ​ຍານ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ຢູ່​ໃນ​ພຣະ​ວິ​ຫານ.

ເມື່ອ​ເຮົາ​ມີ​ຄ່າ​ຄວນ​ທີ່​ຈະ​ຮັບ​ເອົາ​ການ​ສິດ​ສອນ​ເຊັ່ນ​ນັ້ນ, ແລ້ວ​ຄວາມ​ຫວັງ, ຄວາມ​ສຸກ, ແລະ ການ​ມອງ​ໂລກ​ໃນ​ແງ່​ດີ​ຈະ​ເຕີບ​ໂຕ​ຂຶ້ນ​ຜ່ານ​ທາງ​ປະ​ສົບ​ການ​ຂອງ​ເຮົາ​ໃນ​ພຣະ​ວິ​ຫານ ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ. ຄວາມ​ຫວັງ, ຄວາມ​ສຸກ, ແລະ ການ​ມອງ​ໂລກ​ໃນ​ແງ່​ດີ ມີ​ໃຫ້​ພຽງ​ແຕ່​ຜ່ານ​ທາງ​ການ​ຮັບ​ເອົາ​ພິ​ທີ​ການ​ຕ່າງໆ​ທີ່​ກະ​ທຳ​ຢູ່​ໃນ​ພຣະ​ວິ​ຫານ​ສັກ​ສິດ​ເທົ່າ​ນັ້ນ. ຢູ່​ໃນ​ພຣະ​ວິ​ຫານ​ນັ້ນ​ເອງ​ທີ່​ເຮົາ​ສາ​ມາດ​ໄດ້​ຮັບ​ຄວາມ​ແນ່​ນອນ​ໃຈ ເຖິງ​ການ​ເຊື່ອມ​ຕໍ່​ຄອບ​ຄົວ​ທີ່​ແສນ​ຮັກ ຊຶ່ງ​ຈະ​ຍືນ​ຍົງ​ຫລັງ​ຈາກ​ຄວາມ​ຕາຍ ແລະ ສືບ​ຕໍ່​ໄປ​ເຖິງ​ນິ​ລັນ​ດອນ. …

… ແລະ ເຮົາ​ຮູ້​ວ່າ ຄວາມ​ສຸກ​ນິ​ລັນ​ດອນ​ຂອງ​ເຮົາ ແມ່ນ​ຂຶ້ນ​ຢູ່​ກັບ​ການ​ກະ​ທຳ​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ ໃນ​ການ​ສະ​ເໜີ​ມອບ​ຄວາມ​ສຸກ​ອັນ​ຍືນ​ຍົງ​ຢ່າງ​ດຽວ​ກັນ​ນັ້ນ​ໃຫ້​ກັບ​ຍາດ​ພີ່​ນ້ອງ​ທັງ​ຫລາຍ ເທົ່າ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້.

ຂ້າ​ພະ​ເຈົ້າ​ມີ​ຄວາມ​ປາດ​ຖະ​ໜາ​ເຊັ່ນ​ກັນ ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ໃຫ້​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ມີ​ຄ່າ​ຄວນ​ເພື່ອ​ຮັບ​ເອົາ ແລະ ໃຫ້​ກຽດ​ແກ່​ພິ​ທີ​ການ​ຜະ​ນຶກ​ຂອງ​ພຣະ​ວິ​ຫານ. ນັ້ນ​ຄື​ສ່ວນ​ໜຶ່ງ​ຂອງ​ຄຳ​ສັນ​ຍາ​ທີ່​ຈະ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ໃນ​ວັນ​ເວ​ລາ​ສຸດ​ທ້າຍ ຢູ່​ທັງ​ສອງ​ຟາກ​ມ່ານ.

ຮູບ​ພາບ
ການ​ບູ​ລະ​ນະ​ພຣະ​ວິ​ຫານ​ເຊົາ​ເລັກ

ພິມ